ເຣື້ອງທີ່ເກັບບັນທຶກໄວ້
2024-11-25
ພາຍຫຼັງເກີດເຫດ ນັກທ່ອງທ່ຽວຕ່າງປະເທດ 6 ຄົນ ເສຍຊີວິດ ຢູ່ທີ່ເມືອງວັງວຽງ ແຂວງວຽງຈັນ, ທາງການແຂວງຈໍາປາສັກ ແລະ ຊຽງຂວາງ ໄດ້ອອກແຈ້ງການ ຫ້າມຮ້ານອາຫານ ແລະ ສະຖານບັນເທີງທຸກແຫ່ງ ຈໍາໜ່າຍ ຫຼື ນໍາໃຊ້ສານເສບຕິດ ຢ່າງເດັດຂາດ ພ້ອມດ້ວຍແຕ່ງຕັ້ງພະນັກງານກວດກາມາດຕະຖານຮ້ານອາຫານ ແລະ ຄຸນນະພາບເຄື່ອງດື່ມ ຢູ່ສະຖານບັນເທີງຕ່າງໆ.
2024-11-25
ພາຍຫຼັງເກີດເຫດ ນັກທ່ອງທ່ຽວຕ່າງປະເທດເສຍຊີວິດ ຈາກການດື່ມສິ່ງມຶນເມົາ ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ກໍ່ເຮັດໃຫ້ບັນດາຮ້ານບັນເທີງ ແລະຮ້ານກິນດື່ມຈໍານວນໜຶ່ງ ໄດ້ຮັບຜົນກະທົບຕາມໆກັນ ໂດຍສະເພາະ ນັກທ່ອງທ່ຽວຕ່າງປະເທດ ທາງຝັ່ງຢຸໂຣບ ຫຼຸດລົງ.
2024-11-22
ທາງການລາວ ເປີດເຜີຍຂໍ້ມູນວັນທີ 22 ພະຈິກ 2024 ກ່ຽວກັບນັກທ່ອງທ່ຽວຕ່າງປະເທດ 3 ຄົນເສຍຊີວິດ, ແຕ່ມາມາເຖິງປັດຈຸບັນ ມີ 6 ຄົນແລ້ວເສຍຊີວິດ.
2024-11-22
ຊາວອອສເຕຣເລຍ, ຮອລລີ ໂບລສ໌, ອາຍຸ 19 ປີ, ເປັນຜູ້ເຄາະຮ້າຍຫຼ້າສຸດທີ່ເສຍຊີວິດ ພາຍຫຼັງດື່ມເຄື່ອງດື່ມທີ່ປົນເປື້ອນທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ.
2024-11-21
ມີຂໍ້ມູນຢືນຢັນວ່າ ນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດ ເພີ່ມຂຶ້ນເປັນ 5 ຄົນແລ້ວ ຈາກເຫດການດື່ມເຫຼົ້າປະສົມສານເມທານອລ (Methanol) ຢູ່ເມືອງວັງວຽງ ໂດຍສື່ມວນຊົນອອສເຕຣເລຍ ລາຍງານວ່າ ນາຍົກລັດຖະມົນຕີ ຂອງອອສເຕຣເລຍ ໄດ້ກ່າວສະແດງຄວາມເສຍໃຈ ຕໍ່ຄອບຄົວຂອງຜູ້ເສຍຊີວິດ.
2024-11-20
ຊາວຕ່າງປະເທດຈໍານວນໜຶ່ງ ດື່ມເຄື່ອງດື່ມມຶນເມົາ ປະສົມທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ມີອາການຜິດປົກກະຕິ ບໍ່ສະບາຍໜັກ ແລະເສຍຊີວິດ ພາຍຫຼັງທີ່ໂຮງໝໍວັງວຽງ ສົ່ງໂຕນັກທ່ອງທ່ຽວຊາວຕ່າງປະເທດຫຼາຍຄົນ ໄປປິ່ນປົວຢູ່ໂຮງໝໍ ໃນນະຄອນຫຼວງວຽງຈັນ.
2024-11-20
ໂຮງງານໝາກເດືອຍ ຂອງນັກລົງທຶນຈີນອ ເຮັດໃຫ້ການໃຊ້ຊີວິດປະຈໍາວັນ ຂອງປະຊາຊົນ ທີ່ຢູ່ອ້ອມຂ້າງໂຮງງານ ລໍາບາກຫຼາຍ ຍ້ອນຂີ້ຝຸ່ນ ແລະສະເກັດໝາກເດືອຍ ຕົກລົງໃສ່ບ້ານເຮືອນ ແລະເຄື່ອງປູກຂອງປະຊາຊົນ.
2024-11-19
ນັກທ່ອງທ່ຽວຕ່າງປະເທດ ບໍ່ຕໍ່າກວ່າ 10 ຄົນ ຖືກນຳສົ່ງເຂົ້າໂຮງໝໍ ພາຍຫຼັງໄດ້ດື່ມເຫຼົ້າມີທາດເບື່ອ ຢູ່ເມືອງວັງວຽງ ແຂວງວຽງຈັນ ແລະ ມີຜູ້ເສັຍຊີວິດ ຈາກເຫດການດັ່ງກ່າວນີ້ ນຳດ້ວຍ.
2024-11-14
ເຈົ້າໜ້າທີ່ ປກສ ແຂວງຫຼວງພະບາງ ເວົ້າວ່າ ການແຜ່ລະບາດຂອງຢາບ້າ ຢູ່ແຂວງຫຼວງພະບາງ ມີເພີ່ມຂຶ້ນ ສາເຫດໜຶ່ງ ຍ້ອນການເຂົ້າມາຂອງຄົນຈີນ ທີ່ເປັນທັງຜູ້ເສບ, ຜູ້ຄ້າ ແລະຜູ້ຂົນສົ່ງ.
2024-11-13
ຊາວລາວ ບໍ່ເຊື່ອວ່າ ລັດຖະບານລາວ ຈະສາມາດຈັດການນຳເຂົ້າ ແລະຈຳໜ່າຍ ຜະລິດຕະພັນອາຫານ ທີ່ຜິດກົດໝາຍໄດ້ ຍ້ອນ ເຈົ້າໜ້າທີ່ບາງຄົນຍັງຮັບສິນບົນ ຈາກການຂົນສົ່ງສິນຄ້າເຂົ້າມາລາວ.
2024-10-30
ຊາວໜຸ່ມນັກຮຽນ ຈຳນວນຫຼາຍ ຢູ່ເມືອງຊຳເໜືອ ແຂວງຫົວພັນ ຕິດຢາເສບຕິດຫຼາຍປະເພດ ແລະ ຍັງບໍ່ໄດ້ຮັບການບຳບັດ ຫຼື ຍັງບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ ຈາກພາກສ່ວນທີ່ຮັບຜິດຊອບເທື່ອ.
2024-10-29
ປະຊາຊົນ 154 ຄອບຄົວ ຖືກເຈົ້າໜ້າທີ່ ປກສ ເມືອງສິງ ເຮັດບົດບັນທຶກ ພາຍຫຼັງພົບວ່າຊາວບ້ານເຫຼົ່ານັ້ນລັກປູກຝິ່ນ ເພື່ອເຮັດຢາປົວພະຍາດບາງຢ່າງ ເຊັ່ນຢາແກ້ປວດ ເຊິ່ງເຈົ້າໜ້າທີ່ ທີ່ເຮັດວຽກສົ່ງເສີມການປູກພືດ ທົດແທນການປູກຝິ່ນ ກ່າວວ່າ ແຕ່ກີ້ ບໍ່ມີໂຮງໝໍ ແລະບໍ່ມີສຸກສາລາ ປະຊາຊົນໃຊ້ຝິ່ນເພື່ອ ປິ່ນປົວພະຍາດ.
2024-10-28
ໃນຮອບ 1 ປີ ທີ່ຜ່ານມາ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຢາເສບຕິດ ໄດ້ທັງໝົດ 967 ເລື່ອງ, ຍຶດຢາບ້າ ໄດ້ປະມານ 15.5 ລ້ານເມັດ ແລະກັກໂຕຜູ້ຖືກກ່າວຫາ ໃນຄະດີຢາເສບຕິດ ທັງຜູ້ຄ້າ, ຜູ້ຂົນສົ່ງ ແລະຜູ້ເສບ ໄດ້ທັງໝົດ 1,641 ຄົນ ໃນນັ້ນ ເປັນຄົນລາວ 1,566 ຄົນ ແລະ ຄົນຕ່າງປະເທດ 75 ຄົນ.
2024-10-25
ຊາວບ້ານ ບ້ານຫ້ວຍສານ ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຮັບກິ່ນຂິວທີ່ຖືກປ່ອຍມາຈາກໂຮງງານຈີນ ໃນເຂດບ້ານນັ້ນ ຊຶ່ງຊາວບ້ານ ຍັງບໍ່ຮູ້ແທ້ວ່າ ກິ່ນຂິວທີ່ວ່ານັ້ນ ມາຈາກໂຮງງານໃດແທ້ ຍ້ອນຢູ່ເຂດບ້ານນີ້ ມີໂຮງງານຕັ້ງຢູ່ 4-5 ໂຮງງານ. ກິ່ນຂິວດັ່ງກ່າວ ເປັນກິ່ນເໝັນເໜົ່າ ບາງເທື່ອກໍເປັນກິ່ນຄ້າຍຄືກັນກັບກິ່ນຫ້ອງນໍ້າ.
2024-10-25
ເຫດການແຂວນຄໍໂຕເອງຕາຍ ຂອງທ່ານ ສຸກໄໝ ສຸດບຸນລົ້ນ ອາດີດຫົວໜ້າຂະແໜງການຄັງແຂວງອັດຕະປື ຢູ່ໃນຄຸກເມືອງຊານໄຊ ແຂວງອັດຕະປື ເກີດຂຶ້ນໃນມື້ວັນທີ 24 ຕຸລາ 2024 ນີ້ ເຈົ້າໜ້າທີ່ທາງການແຂວງອັດຕະປື ກໍໄດ້ຢືນຢັນ.