ລັດຖະບານ ຍັງບໍ່ສາມາດແກ້ໄຂບັນຫາຜະລິດຕະພັນອາຫານ ນຳເຂົ້າຜິດກົດໝາຍ
2024.11.13

ຊາວລາວ ບໍ່ເຊື່ອວ່າ ລັດຖະບານລາວ ຈະສາມາດຈັດ ການນຳເຂົ້າ ແລະຈຳໜ່າຍ ຜະລິດຕະພັນອາຫານ ທີ່ຜິດກົດໝາຍໄດ້ ຍ້ອນ ເຈົ້າໜ້າທີ່ບາງຄົນຍັງຮັບສິນບົນ ຈາກການຂົນສົ່ງສິນຄ້າເຂົ້າມາລາວ ທັງຜະລິດຕະພັນອາຫານ ທີ່ບໍ່ໄດ້ແຈ້ງຂຶ້ນທະບຽນ ນຳກົມອາຫານ ແລະ ຢາ ຫຼື ອຢ ທີ່ຂຶ້ນກັບກະຊວງສາທາລະນະສຸກ, ແລະບໍ່ໄດ້ພິມເລກທະບຽນ ອຢ. ໃສ່ສະຫຼາກສິນຄ້າ ເປັນພາສາລາວ, ດັ່ງ ຊາວລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 13 ພະຈິກ ນີ້ວ່າ:
"ໂຕນີ້ຄືຊິເຮັດບໍ່ໄດ້ດອກ ເພາະຢູ່ລາວບໍ່ມີເດ ຍຸ້ງຍາກໜ້ອຍໜຶ່ງ ໄດ້ແຕ່ນຳເຂົ້າທຸກຢ່າງ ໂຕນີ້ມັນຂຶ້ນຢູ່ກັບເຈົ້າໜ້າທີ່ມັນກວດ ຄັນວ່າບໍ່ຖືກຕ້ອງກໍໃຊ້ເງິນໜ້ອຍໜຶ່ງ ປະມານນີ້ແຫຼະເຈົ້າໜ້າທີ່"
ຂະນະດຽວກັນ ຊາວລາວ ອີກທ່ານໜຶ່ງ ກໍບໍ່ເຊື່ອວ່າ ລັດຖະບານລາວ ຈະປະຕິບັດຕາມແຈ້ງການຈັດການນຳເຂົ້າສິນຄ້າ ປະເພດດັ່ງກ່າວໄດ້ ເພາະທຸກມື້ນີ້ ການລັກລອບນຳເຂົ້າສິນຄ້າກໍມີຫຼາຍ ຈາກຈີນ, ຫວຽດນາມ ແລະໄທ ໂດຍເຈົ້າໜ້າທີ່ຢູ່ດ່ານສາກົນ ຈຳນວນໜຶ່ງ ອາດອຳນວຍສະດວກ ແກ່ການຂົນສົ່ງສິນຄ້າດັ່ງກ່າວ ເຂົ້າມາລາວ ໃນຮູບແບບເກັບສິນບົນຈາກຜູ້ຂົນສົ່ງ.
"ເຮັດບໍ່ໄດ້ດອກ ທາງສາກົນເຂົາເຈົ້າຈຳກັດໄດ້ບໍ່ ມັນກໍຂຶ້ນຢູ່ກັບເຈົ້າໜ້າທີ່ແຫຼະເນາະ ເຄື່ອງລັກລອບເຂົ້າມາກະຫຼາຍເດນັ້ນ ສ່ວນຫຼາຍທຸກມື້ນີ້ ມີແຕ່ເຄື່ອງຫວຽດ ເຄື່ອງຈີນ ເຄື່ອງໄທ ແຫຼະເຂົ້າມາຢູ່ລາວນີ້ນາ."
ພ້ອມດຽວກັນນີ້ ຊາວລາວ ນາງໜຶ່ງ ກ່າວວ່າ ເປັນເລື່ອງທີ່ດີຖ້າລັດຖະບານ ສາມາດປະຕິບັດໄດ້ຄັກແນ່ ເພາະປັດຈຸບັນນີ້ ພວກຜະລິດຕະພັນອາຫານເສີມປະເພດຕ່າງໆ ໄດ້ນຳມາຂາຍໃນລາວຢ່າງແຜ່ຫຼາຍ ແຕ່ບໍ່ຮູ້ວ່າ ມາຈາກບໍລິສັດຂອງເຂົາເຈົ້າໂດຍກົງບໍ່ ຫຼືນຳເຂົ້າມາຈາກຕ່າງປະເທດ ເຊິ່ງບາງເທື່ອອາດເປັນປອມ ທີ່ກິນແລ້ວເກີດຜົນຂ້າງຄຽງຕໍ່ສຸຂະພາບ ເປັນຕົ້ນ ວິນຫົວ ເປັນລົມ ດັ່ງນັ້ນ ລັດຖະບານຄວນກວດກາຈິງຈັງ ກັບບໍລິສັດນຳເຂົ້າມາ ແລະຫາບ່ອນທີ່ມາ ຢ່າງລະອຽດ:
"ຖ້າປະຕິບັດໄດ້ກໍດີຢູ່ ຄືດຕົວຢ່າງເຄື່ອງສຳອາງ ອັນຕະລາຍຫຼາຍ ອາຫານເສີມກະຄືກັນ ສ່ວນຫຼາຍພວກຄອລລາເຈນ ພວກກລູຕ້າ ຈັກມາຈາກໂຮງງານແທ້ ຫຼື ເຈົ້າຂອງແບຣນແທ້ຫຼືບໍ່ ຄັນຊິກວດນີ້ກໍຜູ້ນຳເຂົ້າພຸ້ນແຫຼະ ຄົ້ນຫາແຫຼ່ງທີ່ມາໃຫ້ລະອຽດ"
ຫຼ້າສຸດນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການໃນວັນທີ 9 ຕຸລາ 2024 ນີ້ວ່າ ແຕ່ວັນທີ 1 ມັງກອນ ປີ 2025 ເປັນຕົ້ນໄປ ໃຫ້ຈັດການນຳເຂົ້າ ແລະ ຈຳໜ່າຍ ຜະລິດຕະພັນອາຫານ ທີ່ບໍ່ໄດ້ແຈ້ງຂຶ້ນທະບຽນ ນຳກົມອາຫານ ແລະຢາ ຫຼື ອຢ. ກະຊວງສາທາລະນະສຸກ, ແລະບໍ່ໄດ້ພິມເລກທະບຽນ ອຢ. ໃສ່ສະຫຼາກສິນຄ້າເປັນພາສາລາວ ເປັນຕົ້ນ ຜະລິດຕະພັນນ້ຳດື່ມ ໃນພາຊະນະບັນຈຸປິດ, ເຄື່ອງດື່ມຊູກຳລັງ ເຄື່ອງດື່ມປະສົມວິຕາມິນຕ່າງໆ, ອາຫານເສີມ, ປາແດກສຳເລັດຮູບ ແລະອື່ນໆ.
ເຊິ່ງກ່ຽວກັບເລື່ອງດັ່ງກ່າວນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານໜຶ່ງ ກ່າວວ່າ ການອອກແຈ້ງການດັ່ງກ່າວນີ້ ກໍເພື່ອໃຫ້ບັນດາບໍລິສັດນຳເຂົ້າ ແລະ ສົ່ງອອກ ຜູ້ຂາຍຍົກ-ຂາຍຍ່ອຍ ແລະຜູ້ຜະລິດພາຍໃນທົ່ວປະເທດ ໄດ້ຮັບຮູ້ ແລະເມື່ອນຳເຂົ້າສິນຄ້າປະເພດເຫຼົ່ານັ້ນ ກໍໃຫ້ແຈ້ງຂຶ້ນທະບຽນ ອຍ. ຂອງລາວ ແລະໃສ່ສະຫຼາກຂອງລາວໃຫ້ຖືກຕ້ອງ ເພື່ອສ້າງຄວາມໝັ້ນໃຈໃຫ້ປະຊາຊົນຜູ້ບໍລິໂພກ ເພາະທີ່ຜ່ານມາ ບັນດາຜະລິດຕະພັນອາຫານເສີມ ມັກມີການໂຄສະນາເກີນຄວາມເປັນຈິງ ແລະກໍອາດມີສານເຄມີບາງຢ່າງ ປະສົມຢູ່ພາຍໃນຜະລິດຕະພັນ ເຊິ່ງອາດເຮັດໃຫ້ເປັນສານກໍ່ພະຍາດມະເຮັງ ຫຼື ຜົນຂ້າງຄຽງອື່ນໆ ເຊິ່ງທາງການລາວ ຍັງບໍ່ທັນໄດ້ກວດເຖິງຜົນຮ້າຍ ຂອງສິນຄ້າເຫຼົ່ານີ້ເທື່ອ:
"ແນ່ນອນແຫຼະໂຕທີ່ເລັດລອດເຂົ້າມາກໍມີຫຼາຍ ແຕ່ຜົນຮ້າຍຂອງມັນນີ້ ພວກເຮົາຍັງບໍ່ຮູ້ວ່າໃນລັກສະນະໃດ ພວກທີ່ກິນໄປແລ້ວມີຜົນກະທົບຢູ່ທໍ່ໃດ ພວກເຮົາຍັງບໍ່ມີຂໍ້ມູນ ຖ້າເຫັນໂຕນີ້ ພວກເຮົາກໍຈະມີການຍຶດ ແລະກັກຕຸນໄວ້ເນາະ ແລະກໍທຳລາຍ ຕາມກົດໝາຍ"
ເຖິງຢ່າງໃດກໍຕາມ ໃນແຈ້ງການສະບັບດັ່ງກ່າວ ຂອງກະຊວງອຸດສາຫະກຳ ແລະ ການຄ້າ ຍັງໄດ້ກ່າວເຖິງ ການພິມເລກທະບຽນ ອຢ ໃສ່ສະຫຼາກສິນຄ້າທີ່ເປັນພາສາລາວ ຕ້ອງດຳເນີນມາແຕ່ຕົ້ນທາງ ຈາກໂຮງງານ ແລະໃຫ້ເລີ່ມປະຕິບັດ ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ ໃນໄລຍະຜ່ານຂ້າມການຈັດຕັ້ງ ປະຕິບັດ ບໍລິສັດນຳເຂົ້າ ແລະສົ່ງອອກ ຜູ້ຂາຍຍົກ - ຂາຍຍ່ອຍ ແລະຜູ້ຜະລິດພາຍໃນ ສາມາດພິມໃສ່ສະຕິກເກີ ຕິດໃສ່ຜະລິດຕະພັນໄດ້.