ຂ.ຊຽງຂວາງຂາດອາຫານເສີມ ສໍາລັບ ເດັກນ້ອຍ

ສິດນີ
2014.06.26
F-kids-subub ເດັກນ້ອຍຈໍາຕ້ອງອອກໂຮງຮຽນ ເພື່ອຊ່ວຍພໍ່ແມ່ຫາກິນ
RFA

 

ເຈົ້າຫນ້າທີ່ ກ່ຽວຂ້ອງ ທ່ານນຶ່ງ ເວົ້າວ່າ ຜແນກ ສາທາຣະນະສຸກ ທີ່ ແຂວງ ຊຽງຂວາງ ໄດ້ສເນີ ໃຫ້ອົງການ ຊ່ອຍເຫລຶອ ຕ່າງຊາດ ເຂົ້າມາແຈກ ອາຫານ ເສີມ ໃຫ້ແກ່ ເດັກນ້ອຍ ເພຶ່ອ ຫລຸດຜ່ອນ ການຂາດ ສານອາຫານ ຫລັງຈາກ ໄດ້ຮັບ ການຊ່ອຍເຫລືອ ມາ ແລ້ວ ໃນປີ 2012 ແຕ່ ບໍ່ກັບມາ ອີກເລີຍ.

"ກຳລັງ ສເນີເນາະ ປີ 2012 ຜ່ານມາ ພວກເຮົາ ກໍມີ ໂຄງການ ຂອງ ເກົາຫລີ ເນາະ ເຂົາເອົາ ອາຫານເສີມ ມາໃຫ້ ແຕ່ປີດຽວ ຫັ້ນນະ ປີ 2013 ຍັງບໍ່ມີ ໃຜ ສນັບສນູນ ຕ້ອງການ ອາຫານເສີມ ຫັ້ນແຫລະ".

ທ່ານກ່າວ ຕຶ່ມວ່າ ປັດຈຸບັນ ພໍ່ແມ່ ຂອງ ເດັກນ້ອຍ ໃນເຂດ ຊົນ ນະບົດ ຫລາຍຄົນ ພຍາຍາມ ຢາກໃຫ້ ຜແນກ ສາທານະສຸກ ແຈກ ອາຫານ ເສີມ ໃຫ້ລູກ ຂະເຈົ້າ ຍ້ອນ ຄອບຄົວ ກໍທຸກຍາກ ຫາເຊົ້າ ກິນຄ່ຳ ບໍ່ມີເງີນ ຈະຊຶ້ ອາຫານ ຄົບຫມູ່ ຕາມຫລັກ ໂພຊນາການ ໃຫ້ ລູກກິນ ເຮັດໃຫ້ ທຸກມື້ນີ້ ມີເດັກນ້ອຍ ອາຍຸ ຕ່ຳກວ່າ 5 ປີ ຫລາຍ ຄົນ ຍັງປະສົບ ກັບການ ຂາດ ສານອາຫານ ແລະ ບາງຣາຍ ເຖິງຂັ້ນ ມາປົວ ທີ່ ໂຮງ ພຍາບານ.

ທ່ານວ່າ ທີ່ ຜ່ານມາ ທາງການ ແຂວງໄດ້ ສເນີໄປ ຍັງຂັ້ນສູງ ເພື່ອຂໍ ອາຫານ ເສີມ ດັ່ງກ່າວ ແຕ່ທາງ ຂັ້ນເທີງ ບໍ່ມີ ງົບປະມານ ຈຶ່ງ ຊ່ອຍເຫລືອ ໂດຍ ການແຈກ ປື້ມ ໃຫ້ ຄວາມຮູ້ ເຣຶ້ອງ ໂພຊນາການ ສຳລັບ ເດັກນ້ອຍ ມາໃຫ້ ເຈົ້າຫນ້າທີ່ ໄປແຈກຢາຍ ໃຫ້ ຊາວບ້ານ ແຕ່ກໍບໍ່ ໄດ້ຜົລ ເນື່ອງຈາກ ຊາວບ້ານ ບໍ່ສາມາດ ປະຕິບັດ ຕາມ ຄວາມຮູ້ ທີ່ໄດ້ຈາກ ປື້ມ ຍ້ອນຂາດ ອາຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.