ເຣື້ອງທີ່ເກັບບັນທຶກໄວ້
2024-07-31
ການສູນພັນ ຂອງເສືອໂຄ່ງໃນປ່າໄມ້ລາວ ມາຈາກຫຼາຍສາເຫດ ເປັນຕົົ້ນ ການທຳລາຍປ່າໄມ້ ຂອງກຸ່ມລັກຕັດໄມ້ທ່ອນ, ການຈູດປ່າເຮັດໄຮ່, ໂຄງການພັດທະນາຕ່າງໆ ຂອງລັດຖະບານ, ການຂຸດຄົ້ນແຮ່ທາດ, ການສ້າງເຂື່ອນໄຟຟ້າ ແລະ ການສ້າງໂຄງລ່າງພື້ນຖານ ປະເພດຕ່າງໆ.
2024-07-30
ການປະເມີນ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ຂອງໂຄງການ ໄຟຟ້າພະລັງງານລົມ ຢູ່ເມືອງບົວລະພາ ແລະ ເມືອງໄຊບົວທອງ ແຂວງຄໍາມ່ວນ ເມື່ອວັນທີ 16 ກໍລະກົດ 2024 ທີ່ຜ່ານມານີ້ ແລະຄາດວ່າ ຈະມີຫຼາຍບ້ານ ທີ່ຈະໄດ້ຮັບຜົນກະທົບ ໂດຍສະເພາະທີ່ດິນ.
2024-07-30
ຄະນະບໍລິຫານເຂື່ອນໄຟຟ້ານໍ້າຊໍາ 3 ຂອງກຸ່ມບໍລິສັດ ພົງຊັບທະວີຈໍາກັດຜູ້ດຽວ ລະບາຍນໍ້າອອກຈາກເຂື່ອນລົງມາ ໃນມື້ວັນທີ 25 ກໍລະກົດນີ້ ໂດຍບໍ່ມີໜັງສືແຈ້ງເຕືອນ ຢ່າງເປັນທາງການ, ມີແຕ່ແຈ້ງເຕືອນຜ່ານນາຍບ້ານ ໃຫ້ໄປກະຈາຍຂ່າວໃຫ້ຊາວບ້ານໃນຊຸມຊົນຮູ້.
2024-07-30
ເນື້ອທີ່ການຜະລິດ ແລະ ເສັ້ນທາງຄູນຄໍາ ຫາຖ້ໍາກອງລໍ ຂອງເມືອງຄູນຄຳ ແຂວງຄຳມ່ວນ ເປ່ເພ, ເສຍຫາຍຈຳນວນຫຼາຍ ສ່ວນເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ແຕ່ຊ່ວຍເບື້ອງຕົ້ນ ຄືກຽມຍ້າຍສັດລ້ຽງໄວ້ບ່ອນທີ່ປອດໄພ.
2024-07-29
ເຫດການນໍ້າຖ້ວມໃນວັນທີ 23 ຫາ 24 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ເຄື່ອງຂອງພາຍໃນເຮືອນ, ເຄື່ອງປູກຂອງຝັງ ຂອງຊາວບ້ານໄດ້ຮັບຄວາມເສັຍຫາຍ ລວມທັງ ເຮືອນຊາວບ້ານ 4 ຫຼັງ ຖືກນໍ້າພັດເສັຍຫາຍ, ຊາວບ້ານບໍ່ມີໄຟຟ້າໃຊ້ ແລະຕ້ອງການຄວາມຊ່ວຍເຫຼືອ ຈາກພາກລັດຢ່າງເລັ່ງດ່ວນ.
2024-07-26
ປະຊາຊົນຢູ່ແຂວງອັດຕະປື ພົບການຂຸດຄົ້ນແຮ່ທາດແບບຊະຊາຍ ໃນເຂດວັງຕັດ ເມືອງຊານໄຊ ແຂວງອັດຕະປື ແລະບໍ່ມີເຈົ້າໜ້າທີ່ທາງການ ລົງຕິດຕາມ ກວດກາເຂດສໍາປະທານຂຸດຄົ້ນ ແລະຜົນກະທົບທາງດ້ານສິ່ງແວດລ້ອມ ແລະສັງຄົມ.
2024-07-25
ການຂຸດຄົ້ນແຮ່ທາດ ຢູ່ບ້ານເຂດນໍ້າພານ ເມືອງຄູນ ແຂວງຊຽງຂວາງ ສົ່ງຜົນກະທົບຕໍ່ ທີ່ດິນກະສິກໍາຂອງຊາວບ້ານ 9 ຄອບຄົວ.
2024-07-24
ລັດຖະບານຈີນ ມອບເງິນຊ່ອຍເຫຼືອລ້າ ແກ່ລັດຖະບານລາວ ຜ່ານກອງທຶນພິເສດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ແຕ່ຊາວລາວເຫັນວ່າ ບໍ່ຄວນເພິ່ງພາຈີນຫຼາຍເກີນໄປ
2024-07-24
ນ້ໍາປ່າໄຫລຊຸເຂົ້າຖ້ວມເຮືອນ ແລະຊັບສິນ ຂອງປະຊາຊົນ ໃນເຂດບ້ານລາງ ແລະ ບ້ານນາງາມ ເມືອງໄຊ ແຂວງ ອຸດົມໄຊ ສະເພາະຢູ່ບ້ານລາງ ມີ 39 ຄອບຄົວ ລວມມູນຄ່າເສັຍຫາຍ ທັງໝົດ 418,877,000 ລ້ານກີບ ຂະນະທີ່ການຊ່ວຍເຫຼືອ ຈາກພາກສ່ວນທີ່ກ່ຽວຂ້ອງ ຍັງເຂົ້າໄປບໍ່ເຖິງເທື່ອ.
2024-07-23
ການຖິ້ມຂີ້ເຫຍື້ອຊະຊາຍ ຕາມແຄມທາງ 450 ປີ ທີ່ນະຄອນຫຼວງວຽງຈັນ ເຮັດໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມແລະຜູ້ຄົນ ແຕ່ທາງການບໍ່ສາມາດແກ້ໄຂໄດ້ ຊຶ່ງສ່ວນໜຶ່ງເປັນຍ້ອນ ຄ່າຖິ້ມຂີ້ເຫຍື້ອແພງ ຈຶ່ງເຮັດໃຫ້ຊາວນະຄອນຫຼວງວຽງຈັນ ຈໍານວນໜຶ່ງ ລັກເອົາຂີ້ເຫຍື້ອໄປຖິ້ມ.
2024-07-23
ໂຄງການຂຸດຄົ້ນຫີນກາວ ຢູ່ເມືອງແປກ ແຂວງຊຽງຂວາງ ເຮັດໃຫ້ດິນແດງເຈື່ອນໃສ່ໄຮ່ນາ ຂອງປະຊາຊົນ 13 ຄອບຄົວ ຢູ່ບ້ານໂພນ ແລະບ້ານໜອງ ແຕ່ບໍລິສັດຂຸດຄົ້ນ ບໍ່ຮັບຜິດຊອບ ເລື່ອງຜົນກະທົບທີ່ເກີດຂຶ້ນ.
2024-07-20
ສາດສະດາຈານ ອຽນແບ ຈາກ ມະຫາວິທະຍາໄລ ວິສຄອນຊິນ ເມດິສັນ (Ian Bair Professor at the University of Wisconsin, Madison) ທ່ານ ຈະມາເວົ້າ ກ່ຽວກັບເລື່ອງ ແມ່ນໍ້າຂອງ ຢູ່ໃນສະພາບຊຸດໂຊມ ຂາດຄວາມອຸດົມສົມບູນ ເປັນຍ້ອນຫຍັງ ແລະ ຈະແກ້ໄຂ ບັນຫາແນວໃດ?.
2024-07-19
ໃນກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ສສຊ ແລະ ສສປ ນະຄອນຫຼວງວຽງຈັນ ມີການຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລັ່ງຊົດເຊີຍຊາວບ້ານ ທີ່ມີເຮືອນ ໄດ້ຮັບຜົນກະທົບ ຈາກໂຄງການເຂດໂລຈິສຕິກ 51 ເຮັກຕ້າຣ໌ປາຍ.
2024-07-18
ຮ່ອງລະບາຍນໍ້າ ຢູ່ນະຄອນຫຼວງວຽງຈັນ ບໍ່ເຊື່ອມຈອດກັນ ເປັນບັນຫາເຮັດໃຫ້ຮ່ອງລະບາຍນໍ້າ ລະບາຍນໍ້າບໍ່ທັນ, ນໍ້າຖ້ວມຂັງ, ປະຊາຊົນຮັບຜົນກະທົບໜັກ, ການໄປມາຫຍຸ້ງຍາກ, ບ້ານເຮືອນເປິເປື້ອນ ແລະຄວາມຫຍຸ້ງຍາກອື່ນໆອີກ.
2024-07-18
ອົງການ USAID ຈາກ ສະຫະລັດອາເມຣິກາ ໃຫ້ທຶນຊ່ວຍເຫລືອແກ່ ຄະນະກຳມະການ ແມ່ນ້ຳຂອງສາກົນ ຫຼື Mekong River Commission (MRC) ເພື່ອຈັດການສິ່ງທ້າທາຍ, ການພັດທະນາແບບຍືນຍົງ, ສ້າງຄວາມຍຶດຍຸ່ນ ຕໍ່ສະພາບດິນຟ້າອາກາດ ແລະ ສົ່ງເສີີມຄວາມຍືນຍົງທາງດ້ານເສດຖະກິດ.