ເນື້ອທີ່ການຜະລິດ ຂອງຊາວບ້ານ ແຂວງຄຳມ່ວນ ຖືກນໍ້າຖ້ວມ ເສຍຫາຍໜັກ
2024.07.30
ເນື້ອທີ່ ທໍາການຜະລິດ ຂອງຊາວບ້ານ ຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ ຖືກນ້ໍາຖ້ວມເສຍຫາຍ ລວມທັງໝົດ 1,225 ເຮັກຕ້າຣ໌ ແບ່ງເປັນ ນ້ໍາໄຫລຖ້ວມ ນາປີ 1,097 ເຮັກຕ້າຣ໌, ສວນມັນຕົ້ນ 88 ເຮັກຕ້າຣ໌, ແລະ ສວນພືດຜັກອື່ນໆ 40 ເຮັກຕ້າຣ໌. ອີງຕາມຄວາມເວົ້າ ຂອງ ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງ ເມືອງຄູນຄໍາ ແຂວງຄໍາມ່ວນ ລາຍງານຕໍ່ນັກຂ່າວ ເມືອງຄູນຄໍາ ແຂວງຄໍາມ່ວນ ເມື່ອວັນທີ 27 ກໍລະກົດ 2024 ທີ່ຜ່ານມາ.
ກ່ຽວກັບເລື້ອງນີ້ ຊາວນາ ທ່ານນຶ່ງ ກ່າວວ່າ ເຫດການນ້ໍາຖ້ວມ ຢູ່ທົ່ງນາປີ ເຂດບ້ານນາຄໍາ ຫາ ບ້ານນາກາງ ເປັນເວລາດົນ ກວ່າ 5-6 ຄືນແລ້ວ ແລ້ວເຂົ້ານາປີ ຂອງປີນີ້ ກໍມີທ່າທີວ່າ ຈະບໍ່ສາມາດເກັບກ່ຽວ ຜົນຜະລິດໄດ້ ຍ້ອນຮາກເຂົ້າເປື່ອຍ ເຮັດໃຫ້ປີໜ້ານີ້ ອາດມີປະຊາຊົນອືດເຂົ້າ. ດັ່ງ ຍານາງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 30 ກໍລະກົດ ນີ້ວ່າ:
“ຜູ້ຕາຍ ກໍຕາຍ ຜູ້ຍັງ ກໍຍັງ ຜູ້ບ່ອນອຶດ ດຽວນີ້ ກໍຍັງມີຢູ່ ຢູ່ພຽງເອີກ ພຽງແອວຢູ່ ກໍຍັງມີຢູ່ ບາງຄົນ ກໍຍັງບໍ່ແຫ້ງ 5 ຄືນ 6 ຄືນແລ້ວ ມັນກໍຢາກກ່ຽວຍາກ ມັນແຊ່ຢູ່ດົນ ມັນກໍເປື່ອຍແຫລະ ເຂົ້າ, ກໍຜູ້ອຶດກໍອຶດ ເອ ນ້ໍາຖ້ວມມາ ເຂົ້າຕາຍເປື່ອຍແລ້ວ ມັນກໍ ຜູ້ບາງຄົນ ກໍອອກບວກຫລາຍນໍາແດ່ ແລ້ວກໍບໍ່ໄດ້ກ່ຽວ, ທາງກະສິກໍາ ກໍ ແຈ້ງກຸ່ມມາວ່າ ບ້ານໃດຕາຍ ໃຫ້ລາຍງານ ເມື່ອວານນີ້ ເຈົ້າແຂວງກໍມາ ມາແລ່ນລົດ ເລາະເບິ່ງຕາມທາງ.”
ຍານາງກ່າວຕື່ມວ່າ ປັດຈຸບັນ ພາກສ່ວນທີ່ກ່ຽວຂ້ອງ ເລີ້ມວາງແຜນ ກຽມໂຍກຍ້າຍ ປະຊາຊົນ ແລະ ສັດລ້ຽງ ໄປຢູ່ບ່ອນສູງ ເຂດສັນພູໃກ້ບ້ານ ເປັນການຊົ່ວຄາວ ຫາກປະລິມານນ້ໍາສູງຂຶ້ນ. ນອກນັ້ນ ຊາວນາ ຊາວສວນ ທີ່ໄດ້ຮັບຜົນກະທົບເທື່ອນີ້ ຢາກໄດ້ເຂົ້າສານ ອາຫານແຫ້ງ ແລະ ແນວພັນເຂົ້າປູກ ເພື່ອໄວ້ເຮັດນາແຊງ ຈາກພາກສ່ວນທີ່ກ່ຽວຂ້ອງ ພາຍຫລັງນ້ໍາບົກແຫ້ງ ຄືປີກ່ອນ.
ຊາວສວນ ຈາກເຂດບ້ານ ບ້ານໂພນແຍງ ກ່າວວ່າ ສະເພາະບ້ານໂພນແຍງ ມີທົ່ງນາປີ ຖືກນ້ໍາຖ້ວມ 70 ເຮັກຕ້າຣ໌, ສວນໝາກເຜັດ 3 ເຮັກຕ້າຣ໌ ແລະ ສວນມັນຕົ້ນ 20 ເຮັກຕ້າຣ໌ ແລະ ສາມາດຢັ້ງຍືນໄດ້ວ່າ ສວນມັນຕົ້ນ ແລະ ສວນໝາກເຜັດ ຈະບໍ່ສາມາດຟື້ນຂຶ້ນໃໝ່ໄດ້ແລ້ວ ຍ້ອນນ້ໍາມັນຖ້ວມຂັງມາດົນ. ສ່ວນເຂົ້ານາປີ ຫາກນ້ໍາບໍ່ຖ້ວມຮອບໃໝ່ອີກ ກໍພໍຈະໄດ້ເກັບກ່ຽວ ຜົນຜະລິດຢູ່, ແຕ່ຄົງຈະບໍ່ໄດ້ເຕັມເມັດ ເຕັມໜ່ວຍ . ດັ່ງ ທ່ານກ່າວວ່າ:
“ເປັນໝາກເຜັດ ເປັນມນົ້ນ ຈັ່ງຊີ້ ຖືວ່າ ຕາຍເລີຍແຫລະ ຮອບດຽວກະຕາຍ ແຕ່ວ່າ ເຂົ້ານາປີນີ້ ຊິຟື້ນຟູໄດ້ຢູ່ ແຕ່ບໍ່ເຕັມໝາກເຕັມໜ່ວຍ ສົມມຸດວ່າຫ້ນນ່າຄັນ (ນ້ໍາຖ້ວມ) ບໍ່ມາອີກຮອບໃໝ່ ລະແມ່ນ ຍັງພໍໄດ້ເກາະ ໄດ້ກ່ຽວ ຕອນນີ້ (ເຂົ້ານາປີ) ກໍກໍາລັງຂຽວເນາະ ພໍດີກົມ ແຕ່ວ່າ ບໍ່ທັນໄດ້ແກ່ເນາະ ຂຽວ ອັນເຂົ້ານ່າ ແຕ່ວ່າ ມັນຍຸບລົງ ເຮົາກໍເປັ່ງນ້ໍາ ເປັ່ງໃນອອກເນາະ ໃຫ້ມັນແຫ້ງ ແລ້ວເຮົາກໍຕັ້ງຕົ້ນ ງອກຂຶ້ນໃໝ່.”
ຝົນຕົກ ນ້ໍາຖວມ ຕິດຕໍ່ກັນຫລາຍມື້ນີ້ ຍັງເຮັດໃຫ້ ສັດປີກ ຢູ່ເຂດບ້ານໂພນແຍງ ຈໍາພວກ ເປັດ ແລະ ໄກ່ ເຫງົາ ປຽກ ແລະ ຕາຍທັງໝົດ 340 ໂຕ. ດັ່ງ ຊາວສວນ ຢູ່ເຂດບ້ານ ບ້ານໂພນແຍງ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ໄກ່ ມັນນ້ໍາຖ້ວມ ແລ້ວມັນ ຝົນຕົກຫັ້ນນ່າ ມັນເຫງົາ ມັນຢູ່ແລ້ວກໍ ເປັນປຽກ ແລ້ວກໍຕາຍ, (ທາງການລາວ)ແຈ້ງ (ເຕືອນພັຍ) ຢູ່ ແຕ່ວ່າ ກະກຽມຫັ້ນແຫລະ ແຕ່ວ່າ ຍ້ອນມັນບາງຄົນກໍ ປ່ອຍຊະຊາຍເດ້ ມັນບໍ່ໄດ້ເປັນຟາມເດ້ ແຖວເຮົານີ້ນ່າ ລ້ຽງຄອບຄົວນີ້ນ່າ 20-30 ໂຕ 50 ໂຕໄປ ກໍຢາກໃຫ້ຊ່ວຍເຫລືອ ເປັນສັດປີກຄືນຄືເກົ່າ.”
ທາງດ້ານ ເຈົ້າໜ້າທີ່ ແຂວງຄໍາມ່ວນ ກ່າວວ່າ ສາເຫດທີ່ເຮັດໃຫ້ນ້ໍາຖ້ວມ ເນື້ອທີ່ການຜະລິດ ຂອງປະຊາຊົນ ກໍຍ້ອນ ພາຍຸໝູນເຂດຮ້ອນ ພຣະພິຣຸນ ແລະ ພະຍຸດີເປຣຊັ້ນ ເຮັດໃຫ້ຝົນຕົກ ຕິດຕໍ່ກັນຫລາຍມື້ ຂະນະນີ້ ນ້ໍາຫີນບູນ ຕອນເທິງ ເປັນຈຸດດຽວ ທີ່ຕ້ອງຮອງຮັບນ້ໍາ ຈາກທົ່ວທິດທາງ. ດັ່ງ ຍານາງກ່າວວ່າ:
“ພຣະພິຣຸດກັບ ດີເປນຊັ່ນຫັ້ນເດ້ ເພິ່ນກໍແຈ້ງເຕືອນມາຫາ ຕັ້ງແຕ່ວັນທີ 21 ມາຮອດ ປັດຈຸບັນນີ້ ກໍຍັງຕົກຢູ່ ຝົນ ນ້ໍາລົງມາແຕ່ພູ ແລ້ວມັນກໍຫຍື່ງຂຶ້ນຫ້ວຍຫັ້ນ ຖ້ວມ ມັນໄຫລລົງສູ່ນ້ໍາຫີນບູນ ບໍ່ທັນເດ້ ເປັນລັກສະນະ ໝໍ້ຂາງ ນີ້ນ່າ ແຕ່ລະຈຸດ ນ້ໍາກໍລົງໄຫລສູ່ ນ້ໍາຫີນບູນ ຈຸດດຽວ ແລ້ວມັນກະໄຫລບໍ່ທັນ ມັນກໍຖ້ວມ ເຈົ້າແຂວງກໍເນັ້ນວ່າ ໃຫ້ເອົາຂໍ້ມູນຜົນເສຍຫາຍລະອຽດ ຂໍ້ຄວາມຊ່ວຍເຫລືອ ໄປທາງຂັ້ນເທິງພຸ້ນແຫລະ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ລະດັບນ້ໍາຫີນບູນ ຕອນເທິງ ແມ່ນ ຍັງຢູ່ໃນລະດັບ ອັນຕະລາຍ ຖ້າຝົນຕົກຄ່ອຍ ແລະ ເຊົາຕົກ ເຂດທີ່ນ້ໍາຖ້ວມຂັງ ອາດຫລຸດລົງເຊັ່ນກັນ, ຂະນະທີ່ ສະພາບໂຕຈິງ ຊາວບ້ານ ຈາກເຂດບ້ານມ່ວງນ້ໍາສາງ ກ່າວເຖິງ ສະພາບຝົນຕົກ ມື້ວານນີ້ (29 ກໍລະກົດ 2024) ເນື້ອທີ່ທໍາການຜະລິດ ທີ່ຖືກນ້ໍາຖ້ວມຂັງ ເລີ້ມມີລະດັບນ້ໍາ ຫລຸດລົງ ແຕ່ວ່າ ມື້ນີ້ (30 ກໍລະກົດ 2024) ຝົນຕົກຕື່ມ. ດັ່ງ ຍານາງ ກ່າວວ່າ:
“ມັນກໍ ຝົນມາຕະຫລອດເລີຍເດ້ ບາງຊ່ວງມັນກໍເຊົາ ກໍເຊົາ ມື້ເຊົ້ານີ້ ມັນກໍຝົນ ນ້ໍາກໍມາຂຶ້ນອີກແລ້ວເດ້ ມື້ວານພັດແຫ້ງແດ່ ແລ້ວມື້ນີ້ ພັດຝົນກໍກະທົບຫັ້ນແຫລະ ມັນຕົ້ນ ນ້ໍາຖ້ວມ ເຂົ້າກໍ ບງບ່ອນ ກໍຕາຍຫັກ ມີຫັ້ນແຫລະ.”
ນອກຈາກເນື້ອທີ່ການຜະລິດ ເສຍຫາຍ ຫລາຍກວ່າ 1,000 ເຮັກຕ້າຣ໌ ແລະ ຍັງບໍ່ສາມາດປະເມີນມູນຄ່າ ໄດ້ແລ້ວນັ້ນ, ຝົນຕົກຈາກພະຍຸເທື່ອນີ້ ຍັງເຮັດໃຫ້ ການສັນຈອນ ເສັ້ນທາງຄູນຄໍາ ຫາ ຖ້ໍາກອງລໍ ລົດ 4 ລໍ້ ບໍ່ສາມາດທຽວໄດ້ ຕ້ອງໄດ້ໃຊ້ເຮືອຫາງຍາວ ແລະ ເສັ້ນທາງເລກ 8 A ຈຸດເທິງພູໄຮ ດິນເຈື່ອນມາຖົມທາງ, ແຕ່ປັດຈຸບັນ ທຽວໄດ້ປົກກະຕິ. ອີງຕາມຄວາມເວົ້າ ຂອງເຈົ້າເມືອງ ເມືອງຄູນຄໍາ ແຂວງຄໍາມ່ວນ.