ເຣື້ອງທີ່ເກັບບັນທຶກໄວ້
2025-02-26
ຊາວບ້ານ ຫຼາຍບ້ານ ຢູ່ເມືອງຫມື່ນ ແຂວງວຽງຈັນ ຍັງໄດ້ຮັບຜົນກະທົບ ຈາກການຂຸດຄຳຕົກຂ້ອນ ເຮັດໃຫ້ສາຍນ້ຳຮອນ ມີສະພາບເປື້ອນຂຸ່ນ ໃຊ້ນ້ຳບໍ່ໄດ້.
2025-02-25
ໂຮງງານແປ້ງມັນຕົ້ນ ຂອງຫວຽດນາມ ປ່ອຍນໍ້າເສຍ ລົງຫ້ວຍນໍ້າທຽບ ເຮັດໃຫ້ປະຊາຊົນ ບ້ານໂພນທອງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບຮຸນແຮງ ຈາກນໍ້າເນົ່າ ເໝັນ ເປັນພິດ.
2025-02-24
ປະຊາຊົນ ໃນເຂດບ້ານໂຊກໃຫຍ່ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຍັງໄດ້ຮັບຜົນກະທົບ ຈາກຄວັນ ແລະກິ່ນຂິວ ທີ່ປ່ອຍອອກມາຈາກໂຮງງານ ລາວຫຼອມໂລຫະມີສີ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ.
2025-02-16
ລາຍການ ເມືອງລາວ EP-84 ນີ້ ສົນທະນາກັນ ເລື່ອງສະພາບການ ຢູ່ ປະເທດລາວ ເປັນຕົ້ນ; ບັນຫາເງິນເຟີ້, ຊາວໜຸ່ມລາວ ໜີໄປເຮັດວຽກຢູ່ປະເທດເພື່ອນບ້ານ, ໂຄງການຂຸດຄົ້ນແຮ່ທາດ ເຮັດໃຫ້ວິຖີຊີວິດ ຂອງ ປະຊາຊົນປ່ຽນໄປ ຍ້ອນທຳມະຊາດ ຖືກທຳລາຍ ຈົນທຳມາຫາລ້ຽງຊີບ ບໍ່ໄດ້ຄືເກົ່າ.
2025-02-13
ການກໍ່ສ້າງທາງດ່ວນ 76 ຫຼັກ ແຕ່ແຂວງອຸດົມໄຊ ຫາບໍ່ເຕັນ ແຂວງຫຼວງນໍ້າທາ ຊຶ່ງເປັນໄລຍະທີ 4 ຈະສົ່ງຜົນກະທົບ ຕໍ່ປະຊາຊົນ ເມືອງຫຼວງນໍ້າທາ 89 ຄອບຄົວ, ທາງສາຍນີ້ ຍາວທັງໝົດ 440 ຫຼັກ.
2025-02-11
ຊາວບ້ານຈໍານວນນຶ່ງ ຢູ່ນະຄອນຫລວງວຽງຈັນ. ຍັງສ້າງສິ່ງປຸກສ້າງເທີບ ກວມເອົາ ເຂດສະຫງວນ ເສັ້ນທາງ ໃນຫລາຍພື້ນທີ່ ເຮັດໃຫ້ທາງການ ໄດ້ແຈ້ງເຕືອນອີກ ເພື່ອໃຫ້ຮື້ຖອນ ພາຍໃນ 15 ວັນ.
2025-02-04
ໂຮງງານໂຟມຂອງຈີນ ທີ່ຢູ່ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອຂະໜາດໃຫຍ່, ຄວັນປົກຄຸມ ແລະຂິວໄປທົ່ວນັ້ນ ຖືກທາງການບ້ານເຮັດບົດບັນທຶກຕັກເຕືອນ ຍ້ອນເປັນເທື່ອທໍາອິດ.
2025-02-03
ຊາວບ້ານ ຢູ່ບ້ານເມືອງປູນ, ເມືອງວຽງໄຊ ແຂວງຫົວພັນ ຂໍຮຽກຮ້ອງໃຫ້ທາງການລາວ ລົງມາກວດກາ ໂຄງການຂຸດຄົ້ນແຮ່ເຫຼັກ ຂອງບໍລິສັດ ວີໄອເອັມ ໄອຣອນ ມາຍນິ້ງ ຈໍາກັດ ຜູ້ດຽວ ເນື່ອງຈາກວ່າ ກ່ອນທີ່ບໍລິສັດດັ່ງກ່າວ ຈະເຂົ້າມາຂຸດຄົ້ນນີ້ ປະຊາຊົນ ກໍ່ບໍ່ໄດ້ເຫັນດີ ຕັ້ງແຕ່ຕົ້ນແລ້ວ ເພາະພື້ນທີ່ການຂຸດຄົ້ນນັ້ນ ເປັນເຂດປ່າສະຫງວນ, ປ່າປ້ອງກັນແຫຼ່ງນໍ້າກິນ ຂອງປະຊາຊົນ ແລະ ເຂດທີ 2 ເປັນພື້ນທີ່ທໍາການຜະລິດ ຂອງປະຊາຊົນ ຮວມທັງ ຄ່າຊົດເຊີຍ ທີ່ດິນ ຂອງຊາວບ້ານ ທີ່ໄດ້ຮັບຜົນກະທົບ ກະບໍ່ຮູ້ວ່າ ຈະມີແທ້ຫຼືບໍ່.
2025-02-03
ຊາວບ້ານ ບ້ານສະພັງຄະນົງ ນະຄອນຫຼວງວຽງຈັນ ເດືອດຮ້ອນ ຫຍຸ້ງຍາກໃນການເດີນທາງ ໄປ-ມາ ຍ້ອນມີການຕັນທາງທຽວ ເພື່ອສ້າງສະຖານີຊ່ອມແປງລົດໄຟລາວ-ຈີນ
2025-02-02
ລາຍການ ເມືອງລາວ ໃນອາທິດນີ້ EP-82 ໄດ້ສໍາພາດ ທ້າວ ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ທີ່ບໍ່ຍອມທໍ້ຖອຍ ຕໍ່ໂຊກຊະຕາ ລາວເອົາຊີວິດລອດມາໄດ້ ຈາກ ອຸບັດຕິເຫດ ໄຟຟ້າຊ໊ອດ ຈົນກາຍເປັນຄົນພິການ ແຂນທັງສອງຂ້າງ. ມາຮອດປັດຈຸບັນ ລາວໄດ້ເພີ່ມ ການພັດທະນາຕົນເອງ ໃຫ້ມີຄວາມກ້າວໜ້າ ໄປໄດ້ອີກຫຼາຍຂັ້ນ ເພື່ອຄວາມຢູ່ລອດ. ສະເໜີໂດຍ ສຸພັດຕາ ແລະອຸ່ນແກ້ວ ເຊີນທ່ານຮັບຟັງການສໍາພາດໄດ້ເລີຍ.