ໂຮງງານໂຟມຂອງຈີນ ຢູ່ນະຄອນຫຼວງວຽງຈັນ ຈູດຂີ້ເຫຍື້ອຂະໜາດໃຫຍ່, ເກີດແປວໄຟຂຶ້ນສູງ, ຄວັນປົກຄຸມໄປທົ່ວ
2025.02.04

ອໍານາດການປົກຄອງ ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຮັດບົດບັນທຶກ ກ່ຽວກັບການຈູດຂີ້ເຫຍື້ອ ແບບຊະຊາຍ ກັບນັກທຸລະກິດຈີນ ທີ່ເປັນເຈົ້າຂອງໂຮງງານໂຟມ ໃນເຂດບ້ານຂອງຕົນ ໃນມື້ວັນທີ 2 ກຸມພາ 2025 ນີ້; ໄດ້ມີການຕັກເຕືອນ ບໍ່ໃຫ້ຈູດຂີ້ເຫຍື້ອນັ້ນຕື່ມອີກ. ບໍ່ດັ່ງນັ້ນ ຈະຖືກປະຕິບັດຕາມລະບຽບກົດໝາຍ ພາຍຫຼັງທີ່ຄົນງານ ຂອງໂຮງງານ ໄດ້ເອົາຂີ້ເຫຍື້ອ ຈໍານວນຫຼວງຫຼາຍຈາກໂຮງງານ ໄປຈູດແບບຊະຊາຍ ໃນມື້ວັນທີ 31 ມັງກອນ ທີ່ຜ່ານມາ.
ຊຶ່ງເຮັດໃຫ້ແປວໄຟລຸກແຮງ, ຂຶ້ນສູງ, ມີຄວັນ ທີ່ເປັນມົນລະພິດ ປິວໄປທົ່ວ ເຮັດໃຫ້ມີຜົນກະທົບ ຕໍ່ສິ່ງແວດລ້ອມ ຫຼວງຫຼາຍ ແລະສົ່ງກິ່ນຂິວ ຕໍ່ປະຊາຊົນ ໃນແຖບນັ້ນຫຼາຍນໍາດ້ວຍ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງໄຊທານີ ທ່ານໜຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ກຸມພາ:
“ໃຫ້ຂັ້ນບ້ານເຮັດກັບຜູ້ກ່ຽວ ສັນຊາດຈີນ ກ່ອນສະນໍ ຄັນຜູ້ກ່ຽວມີອີກເທື່ອໜ້າ ຈັ່ງສິປະຕິບັດຕາມລະບຽບຫັ້ນນະ ຜິດທີ່ວ່າ ຜູ້ກ່ຽວໄດ້ເອົາຂີ້ເຫຍື້ອທີ່ວ່າມັນຂິວ ມັນຫຍັງ ມາຈູດຢູ່ໃນບ້ານເຮົາຫັ້ນນະ ທີ່ຈິງ ເພິ່ນກໍຫ້າມຢູ່ແລ້ວນໍ ຜູ້ກ່ຽວ ບ່ອນທີ່ເພິ່ນຈູດ ເພິ່ນກໍເອົາດິນອີ່ຫຍັງມາປັບຖົມ ຮຽບຮ້ອຍແລ້ວ ໄທເຮົາຄ່ອຍໄປກວດໂຕຈິງຫັ້ນນະ ໄທເຮົາກໍໄດ້ເວົ້າກັບຜູ້ກ່ຽວຫຼາຍຢ່າງຢູ່ ຜູ້ກ່ຽວກໍເອີ ເທື່ອໜ້າຊິບໍ່ໃຫ້ມີເດີເອື້ອຍ ຈັ່ງຊັ້ນ ຈັ່ງຊີ້.”
ທ່ານກ່າວຕື່ມວ່າ ສາເຫດທີ່ມີແຕ່ເຮັດບົດບັນທຶກ ກັບເຈົ້າຂອງໂຮງງານໂຟມຈີນ ທີ່ວ່ານັ້ນ ກໍແມ່ນເປັນຍ້ອນ ລົດເກັບຂີ້ເຫຍື້ອ ບໍ່ມາເກັບຂີ້ເຫຍື້ອ ເຊິ່ງເປັນບັນຫາຊໍາເຮື້ອມາດົນແລ້ວ ແລະທາງໂຮງງານ ກໍກະທໍາຜິດເປັນເທື່ອທໍາອິດ ຈຶ່ງມີແຕ່ໄດ້ຕັກເຕືອນ.
ແລະຊາວບ້ານ ບ້ານນາລ້ອມ ຜູ້ໜຶ່ງກໍເວົ້າວ່າ ໃນຄືນທີ່ມີການຈູດຂີ້ເຫຍື້ອ ຂະໜາດໃຫຍ່ນັ້ນ ຕົນເອງ ກໍໄດ້ເຫັນຄວັນສີດໍາ ຂື້ນສູງ ເຊິ່ງເປັນຄວັນຈາກໂຮງງານໂຟມຂອງຈີນ, ໂຮງງານທີ່ວ່ານີ້ ເປັນໂຮງງານທີ່ມາຕັ້ງໃໝ່:
”ເຫັນຂຶ້ນຢູ່ ກໍຄວັນດໍາ ຄວັນຫຍັງຫັ້ນແຫຼະ ເຂົາເຈົ້າມາຕັ້ງໃໝ່ ເຂົາເຈົ້າຊິມາເຮັດໂຮງງານໂຟມ ໂຊຟາ ຫັ້ນແຫຼະເຈົ້າ ຂອງໂຮງງານຈີນ.”
ໃນຂະນະດຽວກັນ ຊາວບ້ານຜູ້ໜຶ່ງ ທີ່ໄດ້ຮັບຜົນກະທົບ ຈາກກິ່ນຂິວ ຍ້ອນທາງໂຮງງານໂຟມ ຈູດຂີ້ເຫຍື້ອຫຼາຍ ນັ້ນ ເວົ້າວ່າ ຜູ້ສູງອາຍຸ ຢູ່ໃນເຂດບ້ານນີ້ ໄດ້ຮັບຜົນກະທົບຫຼາຍ ຈາກກິ່ນຂິວນັ້ນ ຍ້ອນທາງໂຮງງານ ຈູດຂີ້ເຫຍື້ອໃນຍາມກາງຄືນ ເຊິ່ງເປັນເວລານອນ ແລະຜູ້ເຖົ້າ ຜູ້ແກ່ ກໍມັກເປີດປ່ອງຢ້ຽມນອນ ແລະວ່າ ເລື່ອງໂຮງງານຈູດຂີ້ເຫຍື້ອນີ້ ຄົນແຖວຂ້າງໂຮງງານ ກໍເວົ້າຫຼາຍເທື່ອແລ້ວ ດັ່ງທີ່ທ່ານກ່າວວ່າ:
“ເຫັນແມ່ເພິ່ນເວົ້າຢູ່ ບາງເທື່ອ ດົນໆ ບາງເທື່ອມັນກໍຂິວມາ ແລ້ວວ່າ ເອົ້າ ແມ່ນໃຜຈູດກໍບໍ່ຮູ້ແຫຼະ ຄັນແຖວນີ້ເຂົາບໍ່ຂິວ ຕົວເອງຂິວ ຄັນເຮືອນຕົວເອງຂິວຄົນດຽວ ຈັກໜ່ອຍເຂົາຊິເວົ້າໃຫ້ ຈະເລີ່ມຈູດປະມານ 9 ໂມງ 10 ໂມງຂຶ້ນໄປນີ້ແຫຼະ ເຂົາເຈົ້າເລີ່ມຊິນອນຫັ້ນນະ ສ່ວນຫຼາຍຜູ້ເຖົ້າແລ້ວ ເພິ່ນເປີດປ່ອງຢ້ຽມນອນຫັ້ນນະ ຄັນລົມພັດມາ ມັນຊິຂິວຫັ້ນແຫຼະ ຄັນລົມບໍ່ພັດມາ ກໍບໍ່ຂິວ ຂອງອ້າຍມັນຢູ່ບ້ານເທິງພີ້ ວ່າໂຮງງານໂຟມ ເຂົາເຈົ້າຈູດ ແຖວຂ້າງຫັ້ນ ກໍເວົ້າຫຼາຍເທື່ອແລ້ວ ວ່າຊັ້ນ.”
ແລະປະຊາຊົນ ບ້ານໜອງບົວ ນາງໜຶ່ງ ທີ່ຢູ່ຫ່າງຈາກໂຮງງານໂຟມ ປະມານ 2 ກິໂລແມັດ ກໍເວົ້າວ່າ ເຖິງແມ່ນຕົນເອງ ບໍ່ໄດ້ຮັບຜົນກະທົບ ຈາກກິ່ນຂິວທີ່ວ່ານັ້ນ ແຕ່ຕົນກໍເຫັນວ່າ ການຈູດຂີ້ເຫຍື້ອ ຂອງໂຮງງານໂຟມຈີນ ທີ່ຢູ່ແຄມທາງ ແຖວປໍ້ານໍ້າມັນນັ້ນ ແມ່ນເຮັດບໍ່ຖືກຕ້ອງ ຍ້ອນມັນສົ່ງກິ່ນຂິວ ໃຫ້ຜູ້ຄົນ ທີ່ອາໄສຢູ່ໃກ້ຄຽງ ດັ່ງທີ່ນາງເວົ້າວ່າ:“ມັນກໍມີໂຮງງານໜຶ່ງ ທີ່ວ່າມັນຢູ່ແຄມທາງຢາງ ຢູ່ແຖວປໍ້ານໍ້າມັນ ອີ່ຫຍັງເກາະ ໂພໄຫຄໍາ ມັນຂຶ້ນກັບນາລ້ອມ ໂຕຫັ້ນນ່າ ໂຮງງານອັນຟອງນໍ້າ ທີ່ເຮົາຍັດອ້ານຊານລົງ ຍັດເຊື່ອນອນນີ້ແຫຼະ ໂຟມໂຕນັ້ນແຫຼະ ໂຊຟາ ທີ່ເຮົາຊື້ໄປນັ່ງຫັ້ນນະ ເຮົາກໍບໍ່ມັກຄືກັນ ຄັນມັນມີກິ່ນນ່າ.”
ການຈູດຂີ້ເຫຍື້ອ ຫຼືການປ່ອຍຄວັນ, ຝຸ່ນລະອອງ ແລະອື່ນໆ ທີ່ກໍໃຫ້ເກີດມົນລະພິດທາງອາກາດ ແມ່ນຜິດກົດໝາຍ. ຕາມປະມວນກົດໝາຍອາຍາ ມາດຕາ 346 ລະບຸວ່າ ບຸກຄົນໃດ ຫາກໄດ້ປ່ອຍຄວັນ, ຝຸ່ນລະອອງ, ສານພິດ ຫຼືລັງສີ ຫຼືອົງປະກອບອື່ນ ທີ່ເປັນອັນຕະລາຍ ຂຶ້ນສູ່ອາກາດ ໃນສັດສ່ວນ ທີ່ເກີນກວ່າມາດຕະຖານ ທີ່ກໍານົດໄວ້ ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຮ້າຍແຮງ ຈະຖືກຈໍາຄຸກ ແຕ່ 6 ເດືອນ ຫາ 3 ປີ ຫຼື ດັດສ້າງ ແລະຈະຖືກປັບໃໝ ແຕ່ 5 ລ້ານ ຫາ 50 ລ້ານກີບ.