ໂຮງງານ ຢາງພາຣາ, ຫຼອມໂລຫະ ປ່ອຍນ້ຳເສັຽລົງຫ້ວຍ ບ້ານພຣະບາດໂພນສັນ

ໄຊຍາ
2023.02.06
ໂຮງງານ ຢາງພາຣາ, ຫຼອມໂລຫະ ປ່ອຍນ້ຳເສັຽລົງຫ້ວຍ ບ້ານພຣະບາດໂພນສັນ ແຜນທີ່ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ທີ່ມີໂຮງງານຢາງພາຣາ ແລະ ໂຮງງານຫຼອມໂລຫະ ປ່ອຍນ້ຳເສັຽລົງຫ້ວຍ ເຂດບ້ານພຣະບາດໂພນສັນ.
ຮູບພາບ: OpneStreetMap contributors/DataWrapper

ໂຮງງານປຸງແຕ່ງຢາງພາຣາ ຂອງນັກລົງທຶນວຽດນາມ ແລະໂຮງງານຫລອມໂລຫະ ຂອງນັກລົງທຶນຈີນ ທີ່ຕັ້ງຢູ່ເຂດບ້ານພຣະບາດໂພນສັນ ເມືອງທ່າພຣະບາດ ແຂວງບໍຣິຄຳໄຊ ໄດ້ເຮັດນໍ້າເສັຽ ພາຍໃນໂຮງງານ ໄຫລລົງຫ້ວຍ ສົ່ງຜົລໃຫ້ນໍ້າເນົ່າ ເໝັນຢ່າງຮຸນແຮງ ແລະປາເຣີ່ມຕາຍຈຳນວນນຶ່ງ.

ດັ່ງຊາວບ້ານໃກ້ຄຽງ ກັບໂຮງງານໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 6 ກຸມພາ ນີ້ວ່າ:

ໂຕປາຕາຍໂຕຫັ້ນມັມມີ 2 ໂຮງງານເຫລັກ ກັບໂຮງງານຢາງພາຣາ ແຕ່ວ່າເຮົາບໍ່ຈື່ຊື່ໂຮງງານ ປ່ອຍນໍ້າເສັຽລົງສູ່ແມ່ນໍ້າ ແລ້ວປາຕາຍທີ່ເຂົາເຈົ້າ ເອົາລົງເຟສປະມານ 5-6 ເດືອນ.

ຊາວບ້ານອີກທ່ານນຶ່ງ ກ່າວຢືນຢັນກັບວິທຍຸ ເອເຊັຽ ເສຣີວ່າ ຍັງບໍ່ຮູ້ຄັກແນ່ໂຮງງານປຸງແຕ່ງ ຢາງພາຣາຂອງນັກລົງທຶນວຽດນາມ ໄດ້ເຮັດນໍ້າເສັຽ ໄຫລລົງຫ້ວຍແທ້ ຊຶ່ງບໍ່ຮູ້ວ່າເກີດຂຶ້ນໄດ້ແນວໃດ ແຕ່ໃນໄລຍະຜ່ານມາ ຜົລກະທົບເກີດຂຶ້ນຍັງບໍ່ທັນຫລາຍ ແລະຍັງບໍ່ມີໜ່ວຽງານໃດ ລົງມາກວດສອບ.

ດັ່ງຊາວບ້ານກ່າວວ່າ:

ໂອມັນເປັນຂອງໂຮງງານວຽດ ພຸ້ນໂຕນັ້ນນ່າ ມັນບໍ່ກ່ຽວກັບເຮົາມັນເປັນຫ້ວຍນ້ອຍນ່າ ມັນບໍ່ແມ່ນຫ້ວຍໃຫຍ່ ມັນເປັນນໍ້າທີ່ວ່າມັນເປັນຄ້າຍໆ ຄືຄອງນໍ້າ ລະບາຍນໍ້າເສັຽຊິນ່າ ຜົລກະທົບກໍຍໍ່ຄອຍເຫັນຫຍັງຫລາຍ ເພາະວ່າເຮົາບໍ່ໄດ້ຢູ່ເຂດນັ້ນ ເຮົາຢູ່ເຂດຫ່າງຈາກໝ້ອງນັ້ນ.

ຢູ່ເຂດບ້ານພຣະບາດ ໂພນສັນມີໂຮງງານປຸງ ແຕ່ງຢາງພາຣາຂອງນັກລົງທຶນ ວຽດນາມ ຈຳນວນ 2 ໂຮງງານຊຶ່ງໂຮງງານແຫ່ງນຶ່ງ ມີການກໍ່ສ້າງເກັບນໍ້າເສັຽຢ່າງດີແລ້ວ. ສ່ວນອີກໂຮງງານ ອາຈບໍ່ມີອ່າງເກັບນໍ້າເສັຽ ຈຶ່ງເຮັດໃຫ້ນໍ້າເສັຽໄຫລລົງຫ້ວຍ.

ດັ່ງຊາວບ້ານອີກຍານາງນຶ່ງກ່າວວ່າ:

ເພິ່ນເຮັດເປັນໜອງສະມ້ຽນຢູ່ຫັ້ນໃດ ແບບວ່າເພິ່ນມີບ່ອນເກັບນໍ້າ ເພິ່ນໄວ້ໂດຍສະເພາະນໍ້າໂຕນີ້ ມັນບໍ່ໄດ້ໄປຮອດບ່ອນມີໜອງປາ ບ່ອນປົນເປິກັບຂອງຄົນອື່ນ ກາບໍ່ຫລາຍກາທັມມະດາ ມັນບໍ່ແມ່ນຍາມຝົນເດ້.

ສຳລັບຢູ່ບ້ານພຣະບາດໂພນສັນ ກໍເປັນບ້ານແຫ່ງນຶ່ງທີ່ມີຊາວບ້ານ ຫາປາຈຳນວນຫລາຍ ທັງນຳໄປກິນໃນຄອບຄົວ ແລະຂາຍຢູ່ຕລາດ ແຕ່ພາຍຫລັງຈາກເກີດບັນຫາ ນໍ້າເສັຽ ແລະປາຕາຍຢູ່ຫ້ວຍ ເຂດດັ່ງກ່າວກໍບໍ່ມີໃຜຮູ້ ອີກເລີຍວ່າ ປັດຈຸບັນຊາວບ້ານຍັງສາມາດ ຫາປາໄດ້ຕາມປົກກະຕິ ຫລື ບໍ່.

ດັ່ງຊາວບ້ານ ອີກຍານາງນຶ່ງ ກ່າວວ່າ:

ພຣະບາດໂພນສັນ ແມ່ນລະບ້ານຫາປາ ຢູ່ແຖວຫັ້ນຫວາດຽວນີ້ມັນຊິແມ່ນໃຜເນາະ ຫາປາອັນນັ້ນບໍ່ໄດ້ພົວພັນ ດົນແລ້ວເດ້.

ເມື່ອວັນທີ 30 ມົກກະຣາ ປິ 2023 ໄດ້ມີຊາວບ້ານຄົນນຶ່ງ ໄດ້ເຜີຍແຜ່ຮູບພາບ ນໍ້າເໜົ່າ ເໜົ່າເສັຽ ແລະປາຕາຍ ຢູ່ເຂດບ້ານດັ່ງກ່າວ ຜ່ານທາງສື່ສັງຄົມອ໋ອນລາຍ໌ ພ້ອມທັງລະບຸວ່າ ເປັນສະພາບທີ່ເກີດຂຶ້ນຍ້ອນໂຮງງານ ປຸງແຕ່ງຢາງພາຣາ ຂອງນັກລົງທຶນວຽດນາມ ທີ່ໄດ້ເຮັດໃຫ້ນໍ້າເສັຽ ໄຫລລົງຫ້ວຍ ແຕ່ກໍບໍ່ມີຣາຍລະອຽດ ຫລາຍໄປກ່ວານັ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ເມືອງທ່າພຣະບາດ ທ່ານນຶ່ງກ່າວວ່າ ໃນເບື້ອງຕົ້ນທາງເຈົ້າໜ້າທີ່ຍັງບໍ່ໄດ້ຮັບຊາບ ຣາຍລະອຽດກ່ຽວກັບບັນຫາດັ່ງກ່າວ ແຕ່ກໍຈະມີການລົງພື້ນທີ່ ຕິດຕາມກວດກາໂຕຈິງ ໃນໝໍ່ໆນີ້ ເພື່ອສືບຫາຕົ້ນຕໍວ່າ ວ່າເກີດຈາກໂຮງງານໃດແທ້.

ຢູ່ພຣະບາດ ບໍ່ບໍ່ທັນໄດ້ຮັບການຣາຍງານ ເລີຍນ່າເບິ່ງໆຊິເຊັກເບິ່ງກ່ອນ ຊິເຊັກເບິ່ງກ່ອນເດີ້ ຄັນໄດ້ຮັບການຣາຍງານ ຊິປະສານຫາ.

ສໍາລັບໂຮງງານປຸງແຕ່ງ ຢາງພາຣາຂອງນັກລົງທຶນ ວຽດນາມ ຢູ່ບ້ານທ່າພຣະບາດໂພນສັນ ມີຈຳນວນ 2 ໂຮງງານ ໂດຍໂຮງງານແຫ່ງນຶ່ງແມ່ນຂອງບໍຣິສັດ ຢາງພາຣາ ໂພນສັນຈຳກັດ ຊຶ່ງວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ຫາໂຮງງານ ແຫ່ງນີ້ແຕ່ບໍ່ມີຜູ້ຮັບໂທຣະສັບ, ສ່ວນໂຮງງານອີກແຫ່ງນຶ່ງ ບໍ່ຮູ້ຂໍ້ມູນຄັກແນ່ວ່າເປັນໂຮງງານ ຂອງບໍຣິສັດໃດ. ສ່ວນໂຮງງານຫລອມໂລຫະ ຂອງນັກລົງທຶນຈີນ ຍັງບໍ່ມີຂໍ້ມູນລະອຽດ ເຊັ່ນດຽວກັນ.

ກ່ອນໜ້ານີ້ບັນດາໂຮງງານ ຂອງນັກລົງທຶນຕ່າງປະເທດ ແລະຂອງຄົນລາວ ກໍມັກປ່ອຍນໍ້າເສັຽ ອອກນອກໂຮງງານ ຫຼື ຝຸ່ນ, ຄວນ ອອກນອກໂຮງງານ ຈົນເຮັດໃຫ້ເກີດບັນຫາ ດ້ານສິ່ງແວດລ້ອມ ແລະກະທົບຕໍ່ຊາວບ້ານໃກ້ຄຽງຢູ່ເລື້ອຍໆ ເປັນຕົ້ນ ເມື່ອເດືອນມົກກະຣາປີ 2022 ໂຮງງານຂ້າສັດແຫ່ງນຶ່ງ ຢູ່ບ້ານນາສ້ຽວເມືອງນາຊາຍທອງ ນະຄອນຫລວງວຽງຈັນ ກໍໄດ້ປ່ອຍນໍ້າເສັຽຖິ້ມບໍຣິເວນ ຫລັງໂຮງງານ ຈົນເຮັດໃຫ້ເກີດກິ່ນເໝັນ ກະທົບຊາວບ້ານ. ຫລ້າສຸດເມື່ອເດືອນມົກກະຣາປີ 2023 ໂຮງງານປະສົມຊີເມັນ ຂອງບໍຣິສັດຫົງຄຳ ຄອນກຣີດ ຢູ່ບ້ານໂພນສະຫວ່າງ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ເຮັດຂີ້ຝຸ່ນກະທົບຕໍ່ຊາວບ້ານ ຊຶ່ງເປັນບັນຫາທີ່ ແກ່ຍາວມາຮອດ 4 ປີແລ້ວ ແຕ່ປັດຈຸບັນຍັງບໍ່ມີ ພາກສ່ວນໃດ ເຂົ້າໄປແກ້ໄຂບັນຫາດັ່ງກ່າວເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.