ໂຮງງານຊີເມັນ ຈີນ ປ່ອຍມົລພິດ
2019.02.26
ທາງການເມືອງວັງວຽງ ຮ່ວມດ້ວຍພາກສວ່ນກ່ຽວຂ້ອງ ກຳລັງຕິດຕາມ ເຝົ້າຣະວັງ ການຜລິດຊີເມັນ ຂອງໂຮງງານຈີນ 3 ແຫ່ງ ຕັ້ງຢູ່ບ້ານ ໂພນຊູ ທີ່ມີການປ່ອຍຄວັນພິດ ອອກສູ່ ພາຍນອກ ບໍ່ເວັ້ນແຕ່ລະມື້ ເຮັດໃຫ້ ມີຄວາມສ່ຽງ ຕໍ່ສຸຂພາບ ຂອງປະຊາຊົນ ໃນໄລຍະຍາວ, ດັ່ງ ເຈົ້າຫນ້າທີ່ ຫ້ອງການສາທາຣະນະສຸຂ ເມືອງວັງວຽງ ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 26 ກຸມພາ ນີ້ວ່າ:
“ເພິ່ນກໍມີການຕິດຕາມ ກວດກາມົລພິດ ທາງດ້ານອາກາດ ມັນມີໜ່ວຍງານ ເທັກໂນໂລຈີ ເພິ່ນໄປຕິດຕາມກວດກາຫັ້ນນ່າ ພວກເຮົາ ກະຕິດຕາມຢູ່ ມັນມີບັນຫາ ອັນໃດບໍ ກ່ຽວກັບ ທາງດ້ານສຸຂພາບ ຂອງປະຊາຊົນ ບັນດາເຜົ່າຢູ່ຫັ້ນ.”
ທ່ານກ່າວຕື່ມວ່າ ຈາກການຕິດຕາມ ກວດກາ ໃນປັດຈຸບັນ ຍັງບໍ່ພົບເຫັນວ່າ ປະຊາຊົນ ຢູ່ໃກ້ຄຽງ ມີບັນຫາເຣື້ອງສຸຂພາບ ແຕ່ຢ່າງໃດ ຍ້ອນຄວັນທີ່ປ່ອຍ ຈາກໂຮງງານນັ້ນ ໄດ້ຜ່ານ ການວັດແທກ ຈາກຜູ້ຊ່ຽວຊານ ແລ້ວວ່າ ບໍ່ເປັນອັນຕຣາຍ ຕໍ່ສຸຂພາບ ແຕ່ຍອມຮັບວ່າ ມີກິ່ນຂິວ ເປັນບາງຄັ້ງບາງຄາວ.
ວ່າງປີຜ່ານມາ ປະຊາຊົນ ບ້ານຫວ້ຍງາມ ຊຶ່ງເປັນບ້ານນຶ່ງ ຕັ້ງຢູ່ໃກ້ ໂຮງງານແຫ່ງນີ້ ໄດ້ກ່າວ ຕໍ່ເອເຊັຽເສຣີວ່າ ການປ່ອຍຄວັນພິດ ອອກຈາກ ໂຮງງານຊີເມັນດັ່ງກ່າວ ເຮັດໃຫ້ຊາວບ້ານຫຼາຍຄົນ ເຈັບປ່ວຍ ແຕ່ເມື່ອ ເຈົ້າໜ້າທີ່ ສາທາຣະນະສຸຂ ລົງໄປປິ່ນປົວ ກໍບອກວ່າ ຊາວບ້ານ ເປັນພຍາດໄຂ້ຍຸງ ບໍ່ແມ່ນ ກ່ຽວກັບ ຜົລກະທົບ ຈາກການປ່ອຍຄວັນ ຈາກໂຮງງານ.
ນອກຈາກ ການປ່ອຍຄວັນພິດແລ້ວ ໂຮງງານດັ່ງກ່າວ ຍັງຖິ້ມຂີ້ເຫຍື້ອ ຊະຊາຍນຳອີກ, ຊຶ່ງວ່າງກອງປະຊຸມ ສະພາຜ່ານມາ ທ່ານ ສົມມາດ ພົນເສນາ, ຣັຖມົນຕຣີກະຊວງຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ກ່າວເຖິງ ບັນຫານີ້ວ່າ ເກີດຈາກ ຄວາມບໍ່ເອົາໃຈໃສ່ ຂອງໂຮງງານ ຖ້າຫາກ ບໍ່ແກ້ໄຂ ຕໍ່ໄປ ອາດຖືກສັ່ງ ໃຫ້ປິດກິຈການ.