ຊາວເມືອງວັງວຽງ ເດືອດຮ້ອນ ຍ້ອນຄວັນ ຈູດຂີ້ເຫຍື້ອ
2020.01.10

ປະຊາຊົນ 3 ບ້ານ ຄື ບ້ານນາມອນ, ບ້ານຂັນໝາກ ແລະບ້ານໂພນວຽງ ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບຄວາມເດືອດຮ້ອນຫຼາຍ ຈາກຄວັນຂີ້ເຫຍື້ອ ໃນສນາມຖິ້ມຂີ້ເຫຍື້ອ, ດັ່ງປະຊາຊົນ ບ້ານນາມອນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 10 ມົກກະຣາ ນີ້ວ່າ:
“ໂອ້ ປັດຈຸບັນນີ້ ຮ້າຍແຮງເດີ້ ໄດ້ຮັບຜົນກະທົບແຮງ ໂດຍສະເພາະຜູ້ເຖົ້າກັບເດັກນ້ອຍ ທີ່ວ່າເປັນພູມແພ້ຫັນນາ ມີອາການໄອ, ຫອບຫືດ ມິຫຍັງ ໂອ້ອັນຕະລາຍຫຼາຍ ຜົນກະທົບໜັກກວ່າໝູ່ ແມ່ນສາມໝູ່ບ້ານ ບ້ານຂັນໝາກ, ໂພນວຽງ ແລະ ບ້ານນາມອນ.”
ທ່ານເວົ້າວ່າ ໃນວັນທີ 9 ມົກກະຣາ ນີ້ ເກີດໄຟໄໝ້ສນາມຂີ້ເຫຍື້ອ ຢ່າງຮຸນແຮງ ເຮັດໃຫ້ມີຄວັນຫຼາຍກວ່າ ປົກກະຕິ ແນມໄປທາງໃດ ກໍບໍ່ເຫັນຫຍັງ ຍາມກາງຄືນ ກໍນອນບໍ່ໄດ້ ຍ້ອນຂິວກິ່ນຄວັນໄຟ ຈາກການຈູດຂີ້ເຫຍື້ອ ເພາະສນາມຂີ້ເຫຍື້ອນີ້ ຈູດຂີ້ເຫຍື້ອຕລອດ:
“ຕອນເຊົ້າ ກັບເວລາຕອນກາງຄືນ ອັນຄວັນຂີ້ເຫຍື້ອ ມາທາງບ້ານປະຊາຊົນ ເປັນສ່ວນຫຼາຍ ມັນໄໝ້ຕລອດເລີຍນະ ດຽວໆມັນກໍຄ່ອຍໆ ຍຸບລົງໜ້ອຍນຶ່ງ ດຽວໆມັນກໍໂຜ່ຂຶ້ນມາ ທີ່ຈິງມັນມີຄວັນໄໝ້ໄປຈໍາເລີຍລະ ທາງປະຊາຊົນກໍສເນີ ໄປຫາທາງຂັ້ນເທິງ ຫຼາຍເທື່ອເດ້, ດັບກໍ ພໍຈະແກ້ໄຂ ພໍຊົ່ວຄາວ ໄດ້ໜ້ອຍດຽວ ແລ້ວມັນກະຂຶ້ນມາໃໝ່ນະ.”
ນອກຈາກປະຊາຊົນ ຈະໄດ້ຄວາມເດືອດຮ້ອນ ຈາກຄວັນຂອງການຈູດຂີ້ເຫຍື້ອ ໃນສນາມຖິ້ມແລ້ວນັ້ນ ຄວັນດັ່ງກ່າວ ຍັງສົ່ງຜົນເຮັດໃຫ້ ນັກຮຽນຢູ່ໂຮງຮຽນປະຖົມ ບ້ານໂພນວຽງ ຮຽນໜັງສືບໍ່ໄດ້ ເພາະແສບຕາແສບດັງ. ໃນຂນະດຽວກັນ ເຈົ້າໜ້າທີ່ກ່ຽວຂ້ອງ ໃນເມືອງວັງວຽງ ທ່ານນຶ່ງ ກໍກ່າວ ກ່ຽວກັບເຣື້ອງນີ້ ວ່າ:
“ກະມື້ວານນີ້ ໄຟໄໝ້ສນາມຂີ້ເຫຍື້ອ ຢູ່ບ້ານໂພນວຽງພຸ້ນນະ ກາຍໂຮງງານຊິມັງ ມາທາງວັງວຽງພີ້ນະ ໄທເຮົາໄດ້ເອົາຣົດດັບເພີງໄປ, ດັບ ໝົດແລ້ວ ດຽວນີ້ປົກກະຕິໝົດແລ້ວ ເວລາໄໝ້ ມັນກະສົ່ງຜົນກະທົບໜ້ອຍນຶ່ງ ຫັ້ນແຫຼ້ວ ແຕ່ເຮົາໄປດັບທັນແລ້ວ.”
ຢ່າງໃດກໍຕາມ ປະຊາຊົນທັງສາມບ້ານ ກໍຢາກໃຫ້ທາງການ ມາແກ້ໄຂເຣື່ອງດັ່ງກ່າວໃຫ້ ເພາະພວກເຂົາເຈົ້າ ບໍ່ຢາກຫາຍໃຈເອົາ ຄວັນ ຂີ້ເຫຍື້ອ ທີ່ຈະສົ່ງຜົນບໍ່ດີຕໍ່ສຸຂພາບ.