ເຣື້ອງທີ່ເກັບບັນທຶກໄວ້
2023-03-31
ມີຂະບວນການ ລັກຣົຖຈາກໄທຍ ໄປຂາຍໃນລາວ ແບບໃໝ່ ໂດຍອ້າງກັມມະສິດ ເປັນເຈົ້າຂອງ ຣົຖ ແລະເຮັດໃບອະນຸຍາດ ຂີ່ອອກນອກປະເທດ ຢ່າງຖືກຕ້ອງຕາມກົດໝາຍ ແຕ່ຣົຖດັ່ງກ່າວ ບໍ່ກັບຄືນມາປະເທດໄທຍ.
2023-03-31
ນະຄອນຫລວງວຽງຈັນ ຍັງມີຮ້ານຊື້-ຂາຍເຫລັກເສດ ແບບຜິດກົດໝາຍຫຼາຍແຫ່ງ ໂດຍສະເພາະ ໃນເມືອງໄຊທານີ, ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໄດ້ກວດກາ 17 ບ້ານ ແລະ ພົບມີ ຢ່າງໜ້ອຍ 26 ຮ້ານທີ່ດຳເນີນການ ແບບຜິດກົດໝາຍ.
2023-03-31
ກັມມະກອນຈໍານວນນຶ່ງ ທີ່ເຮັດວຽກນໍາບໍຣິສັດລາວ ແລະ ບໍຣິສັດ ຂອງຕ່າງປະເທດ ບໍ່ໄດ້ຮັບຄ່າແຮງງານຕາມກໍານົດ ແລະບາງຄົນບໍ່ໄດ້ຄ່າຈ້າງເລີຍ ພາຍຫລັງທີ່ໄດ້ເຮັດວຽກ ມາຫລາຍເດືອນ, ເຮັດໃຫ້ບາງເທື່ອມີການຟ້ອງຮ້ອງກັນ.
2023-03-30
ເຈົ້າຂອງທຸຣະກິຈ ຍັງບໍ່ເຫັນດີ ໃຫ້ຂຶ້ນຄ່າແຮງງານຂັ້ນຕໍ່າຈາກ 1,300,000 ເປັນ 1,500,000 ກີບ ຕໍ່ເດືອນ ໂດຍສະເພາະ ຄົນງານທີ່ຂາດທັກສະ ຫຼື ຄວາມສຳນານວຽກງານ ເຖິງແມ່ນວ່າ ຄ່າຄອງຊີບຈະສູງຂຶ້ນ ແລະ ທາງການສເນີໃຫ້ປັບຂຶ້ນກໍຕາມ.
2023-03-29
ການປະຕິບັດເປົ້າຫມາຍ ການພັດທະນາແບບຍືນຍົງ (Sustainable Development Goals ຫລື SDGs) ຈໍານວນ 17 ເປົ້າຫມາຽທີ່ກຳນົດ ໂດຍອົງການສະຫະປະຊາຊາຕ ໃນບັນດາປະເທດເຂດ ເອເຊັຽ-ແປຊີຟິກ ກຳລັງຕົກຢູ່ໃນຄວາມສ່ຽງທີ່ສຸດ ແລະ ອາຈບໍ່ບັນລຸໄດ້ຕາມແຜນ ເຊິ່ງມີ ສປປ ລາວ ລວມຢູ່ນຳ.
2023-03-29
ນັກທ່ອງທ່ຽວຈີນ ຫລັ່ງໄຫລເຂົ້າມາທ່ຽວ ລາວ ຫຼາຍຂຶ້ນ ໂດຍສະເພາະ ແຂວງຫລວງພຣະບາງ ຂະນະທີ່ຊາວບ້ານ ຢູ່ເມືອງຫລວງພຣະບາງ ພົບວ່າຊາວຈີນຈໍານວນນຶ່ງ ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ແລະ ສ້າງຄວາມເປິະເປື້ອນ, ບໍ່ເປັນລະບຽບ ຕາມສະຖານຕ່າງທີ່ ທີ່ມີນັກທ່ອງທ່ຽວຈີນ ເດີນທາງໄປ.
2023-03-28
ຣັຖບານ ແລະ ນັກທຸຣະກິຈ ໄດ້ປະຊຸມປຶກສາຫາລື ເພື່ອປັບປຸງສະພາບແວດລ້ອມ ການດຳເນີນທຸຣະກິຈ ໃນປະເທດລາວ ຍ້ອນການຣະບາດຂອງໂຄວິດ-19 ສົ່ງຜົລກະທົບຕໍ່ເສຖກິຈ, ການເງິນ ແລະ ການລົງທຶນ ໃນປະເທດຢ່າງໜັກ.
2023-03-28
ບໍຣິສັດ ຊິໂນ-ອາກຣີໂປຕາສ ຈຳກັດ ຂອງນັກລົງທຶນຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບກະຊວງແຜນການ ແລະ ການລົງທຶນ ເພື່ອສ້າງໂຄງການ ນິຄົມອຸດສາຫະກັໃ ໝູນວຽນອັດສະຣິຍະ ອາຊີ-ໂປຕາສ ສາກົລ ໃນເນື້ອທີ່ 2,000 ເຮັກຕ້າຣ໌ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງ ຄຳມ່ວນ.
2023-03-27
ມີການອອກມາ ຊີ້ແຈງກໍຣະນີທີ່ເຈົ້າໜ້າທີ່ ປະກາດໃຫ້ຊາວຄ້າຂາຍ ຢູ່ຕລາດກາງຄືນ ສີຫອມ ຢຸດເຊົາ ແລະໂຍກຍ້າຍອອກໄປຂາຍ ຢູ່ສະຖານທີ່ໃໝ່ ທີ່ຮັບອະນຸຍາດດ່ວນ ເຣີ່ມແຕ່ວັນທີ 24 ມີນາ 2023 ເນື່ອງຈາກ ທາງນະຄອນຫຼວງ ຈະຂຍາຍເສັ້ນທາງຣົຖເມ ສ່ວນພໍ່ຄ້າແມ່ຄ້າ ເປັນຫ່ວງການສ້າງອາຊີບທຳມາຫາກິນ ທີ່ຖືກກະທົບ.
2023-03-27
ກອງປະຊຸມ ຄະນະກັມມະການແຮງງານ ແຫ່ງຊາຕ ຄັ້ງທີ 1 ໃນວັນທີ 23 ມິນາ 2023 ທີ່ຜ່ານມາ ໄດ້ເວົ້າກ່ຽວກັບ ການປັບປຸງຄ່າແຮງງານຂັ້ນຕໍ່າ ແລະ ແນວທາງແກ້ໄຂບັນຫາ ການຂາດແຄນຄົນງານ ເນື່ອງຈາກທີ່ຜ່ານມາ ເງິນເດືອນ ບໍ່ສອດຄ່ອງກັບ ຄ່າຄອງຊີບໃນປັດຈຸບັນ.
2023-03-24
ຈີນ ເຂົ້າຄວບຄຸມ ຫຼາຍຂແນງການ ຢູ່ໃນປະເທດລາວ ໂດຍສະເພາະການຄ້າ, ການທ່ອງທ່ຽວ, ການຂົນສົ່ງ, ສັມປະທານທີ່ດິນ, ໄຟຟ້າ ສະແດງໃຫ້ເຫັນວ່າ ລາວຂາດການຈັດການ ຫຼື ເປັນເພາະວ່າ ລາວຕິດໜີ້ຈີນຫຼາຍຂຶ້ນ.
2023-03-24
ທາງຣົຖໄຟ ລາວ-ຈີນ ຈະເປີດແລ່ນລະຫວ່າງລາວແລະຈີນ ໃນເດືອນໜ້ານີ້ ໄປກັບ ນະຄອນຫລວງວຽງຈັນ ແລະເມືອງຄຸນໝິງ ເຊິ່ງປັດຈຸບັນ ຢູ່ໃນຂັ້ນຕອນ ການກະຕຣຽມຄວາມພ້ອມ ເຊິ່ງການລາວຄາດວ່າ ຈະມີນັກທ່ອງທ່ຽວຈີນ ເດີນທາງເຂົ້າລາວຫຼາຍຂຶ້ນ.
2023-03-24
ຕລາດກາງຄືນສີຫອມ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ຖືກສັ່ງໃຫ້ໂຍກຍ້າຍ ອອກທັນທີ ເຣີ່ມຕັ້ງແຕ່ວັນທີ 24 ມີນາ ນີ້ເປັນຕົ້ນໄປ ຫາກຍັງພົບເຫັນຄົນໃດ ມາຂາຍເຄື່ອງບ່ອນດັ່ງກ່າວອີກ ເຈົ້າໜ້າທີ່ກ່ຽວຂ້ອງ ຈະຍຶດເຄື່ອງຂອງ ທໍາມາຫາກິນ ທັງໝົດນັ້ນໄວ້ ເຮັດໃຫ້ປະຊາຊົນບໍ່ພໍໃຈ ແຕ່ເຮັດຫຍັງບໍ່ໄດ້.
2023-03-23
ການເຮັດພາສປອດ ຫຼື ໜັງສືຜ່ານແດນ ຢູ່ຫລາຍແຂວງ ຍັງມີກຸ່ມນາຍໜ້າ ເຂົ້າໄປສ້າງຄວາມຫຍຸ້ງຍາກ ຈົນຄົນລາວ ຕ້ອງລໍຖ້າດົນ ແລະ ຈ່າຍເງິນຄ່າເຮັດໜັງສື ຜ່ານແດນ ໃນລາຄາແພງ ກ່ວາທີ່ທາງການກໍານົດ, ຂະນະທີ່ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີທາງອອກ ເຣື່ອງນາຍໜ້າ.
2023-03-22
ຂແນງຕັດຫຍິບ ໃນລາວ ຍັງຂາດຄົນງານລາວ ຍ້ອນສ່ວນຫລາຍ ໄປເຮັດວຽກຢູ່ໄທຍ ແລະ ເກົາຫລີໃຕ້ ດ້ວຍຄ່າຈ້າງສູງກ່ວາ ໃນລາວ, ຂະນະດຽວກັນ ອຸດສາຫະກັມຕັດຫຍິບ ຈຳເປັນອາດຕ້ອງໄດ້ຈ້າງ ຄົນງານສັນຊາຕອື່ນ ເຂົ້າມາທົດແທນ.