ຣົຖໄຟ ລາວ-ຈີນ ຈະເປີດແລ່ນ ລະຫວ່າງປະເທດ ໃນເດືອນໜ້ານີ້

2023.03.24
ຣົຖໄຟ ລາວ-ຈີນ ຈະເປີດແລ່ນ ລະຫວ່າງປະເທດ ໃນເດືອນໜ້ານີ້ ຣົຖໄຟ ຂະບວນລ້ານຊ້າງ ຖ້ຽວປະຖົມມະເລີກ ພວມເດີນທາງ ຜ່ານເຮືອນ ແລະ ທົ່ງນາ ຂອງພວກຊາວບ້ານ ໃນເຂດເມືອງໄຊທານີ, ວັນທີ 3 ທັນວາ 2021 (TS).
RFA

ທາງການ 2 ປະເທດ ລາວແລະຈີນ ຈະເປີດທາງຣົຖໄຟ ລາວ-ຈີນ (ລະຫວ່າງປະເທດ) ໃນກາງເດືອນເມສາ ທີ່ຈະມາເຖິງນີ້ ໂດຍຈະເຣີ່ມຈາກນະຄອນຫລວງວຽງຈັນ ໄປເມືອງຄຸນໝິງ ແລະຈາກເມືອງຄຸນໝິງມານະຄອນຫລວງວຽງຈັນ. ປັດຈຸບັນ ທັງ 2 ຝ່າຍພວມຢູ່ໃນຂັ້ນຕອນ ການກະກຽມຄວາມພ້ອມ ໃນດ້ານຕ່າງໆ, ອີງຕາມຄໍາເວົ້າ ຂອງທ່ານ ວົງທອງ ສຸພັນທອງ ຮອງຫົວໜ້າ ວິສະວະກອນໃຫຍ່ ບໍຣິສັດທາງຣົຖໄຟລາວ-ຈີນ ຈໍາກັດ ໃນມື້ວັນທີ 23 ມິນານີ້.

ກ່ຽວກັບເຣື່ອງນີ້ ຊາວລາວຈໍານວນນຶ່ງເຫັນວ່າ ເປັນເຣື່ອງດີ ທີ່ຈະເປີດເສັ້ນທາງດັ່ງກ່າວ ແບບຂ້າມໄປ-ມາຫາກັນໄດ້ ແລະຄາດວ່າ ຈະເຮັດໃຫ້ການທ່ອງທ່ຽວ,​ ການຂົນສົ່ງສີນຄ້າ ແລະການຄ້າຂາຍຫລາຍຂຶ້ນ.

ດັ່ງຊາວລາວ ຢູ່ນະຄອນຫລວງວຽງຈັນ ຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິນານີ້ວ່າ:

“ຄິດວ້າ ເພິ່ນເປີດແນ່ນອນແລ້ວ ໜ້າຈະຫລາຍແຫລະ ຄົນລາວກະສິໄປທ່ຽວຫລາຍ ຄົນໄທຍກະຊິໄປທ່ຽວຫລາຍຫັ້ນນະ ເພາະວ່ານັ່ງຣົຖໄຟຈາກວຽງຈັນຕົງໄປຄຸນໝິງເລີຍເດ ຕອນບໍ່ມີຣົຖໄຟນີ້ ຂະເຈົ້າກະຂີ່ຣົຖຕູ້ເຂົ້າໄປດ່ານບໍ່ເຕັນນໍ.   

ທ່ານກ່າວຕື່ມວ່າ ການເປີດເສັ້ນທາງຣົຖໄຟ ຂ້າມປະເທດໄດ້ ຈະຊ່ອຍຫລຸດຜ່ອນເວລາເດີນທາງຕື່ມ, ເນື່ອງຈາກແຕ່ກ່ອນໄດ້ຂີ່ຣົຖທົວຣ໌ ໂດຍສານຜ່ານດ່ານສາກົລບໍ່ເຕັນ ແຂວງຫລວງນໍ້າທາເຂົ້າໄປຈີນ ໃຊ້ເວລຫລາຍຊົ່ວໂມງກ່ອນຈະຮອດ ແລະເຈົ້າຂອງບໍຣິສັດທ່ອງທ່ຽວແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກໍເວົ້າວ່າ ເປັນໂອກາດດີ ທີ່ຈະເຮັດໃຫ້ການເດີນທາງໄປ-ມາ ລະຫວ່າງ 2 ປະເທດ ລາວ-ຈີນ ສະດວກຂຶ້ນ, ການຂົນສົ່ງ ແລະການທ່ອງທ່ຽວຈະຫລາຍຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ທ່ານກໍເວົ້າວ່າ ຣັຖບານລາວ ແລະພາກສ່ວນທີ່ກ່ຽວຂ້ອງ ກໍຄວນອະທິບາຍເຣື່ອງການເດີນທາງທາງຣົຖໄຟນີ້ ໃຫ້ປະຊາຊົນເຂົ້າໃຈແຈ້ງ ຮວມທັງເຣື່ອງວີຊາ ເພື່ອບໍ່ໃຫ້ເກີດບັນຫາ.

“ສໍາລັບເຣື່ອງວີຊານີ້ ບໍ່ຮູ້ວ່າມັນຈະເປັນໃນຮູບແນວໃດ ຄັນຂໍວີຊາກັບດ່ານ ເພິ່ນຕ້ອງພ້ອມນໍ ເພາະວ່າຄົນມັນຕ້ອງຫລາຍຢູ່ແລ້ວ ການຂໍວີຊາ ແມ້ກະທັ້ງຄົນລາວນີ້ນະໄປຂໍວີຊາຢູ່ສະຖານທູດ (ຈີນ) ປະຈໍາ ສປປລາວ ກະຍັງຍາກ.”    

ທ່ານເວົ້າວ່າ ນັກທ່ອງທ່ຽວຕ່າງປະເທດ ຫາກຈະເດີນທາງທາງຣົຖໄຟຈາກລາວໄປຈີນ ຊຶ່ງຖືເປັນປະເທດທີ 3 ກໍຈະຕ້ອງໄດ້ຂໍໜັງສືເດີນທາງ ຫລື ວີຊ້າຢູ່ປະເທດຂອງຕົນກ່ອນ ຈຶ່ງຈະໄປໄດ້. ເວົ້າເຖິງການທ່ອງທ່ຽວ ນັກຣະກິຈທ່ອງທ່ຽວລາວຜູ້ນຶ່ງຢູ່ເມືອງເຟືອງ ແຂວງວຽງຈັນ ເວົ້າໃນມື້ວັນທີ 24 ມິນານີ້ວ່າ ການທ່ອງທ່ຽວຢູ່ເມືອງເຟືອງ ແລະເມືອງຫີນເຫີບ ທີ່ມີແຫລ່ງທ່ອງທ່ຽວ ສວຍງາມຫລາຍ ແລະກໍາລັງເປັນທີ່ນິຍົມກັນ ໃນກຸ່ມນັກທ່ອງທ່ຽວລາວ ແລະໄທຍ, ແຕ່ 2 ເມືອງນີ້ ກໍເປັນພຽງເມືອງທາງຜ່ານ ຂອງເສັ້ນທາງຣົຖໄຟນັ້ນ, ບໍ່ສາມາດດຶງດູດນັກທ່ອງທ່ຽວຈີນ ມາທ່ຽວໄດ້ຫລາຍ ເມື່ອທຽບໃສ່ເມືອງວັງວຽງ ແລະນະຄອນຫລວງພຣະບາງ.

“ອັນນີ້ກະຍັງບໍ່ຮູ້ນະ ເພາະວ່າທາງມັນບໍ່ມີໆແບບນັກທ່ອງທ່ຽວ ມາເຫລັ້ນຫລາຍ ມັນບໍ່ຄືວັງວຽງ ແບບມັນເປັນທາງຜ່ານຊື່ໆ.”  

ທີ່ຜ່ານມາ ຫລາຍຝ່າຍກໍໄດ້ສເນີ ໃຫ້ບໍຣິສັດທາງຣົຖໄຟ ລາວ-ຈີນ ເລັ່ງແກ້ໄຂບັນຫາການຈອງປີ້ໂດຍສານ ແລະຈອງຕູ້ຂົນສົ່ງສິນຄ້າ ໃຫ້ມີຄວາມສະດວກຂຶ້ນ ເນື່ອງຈາກມີຫາງສຽງຂອງສັງຄົມ ຢ່າງຕໍ່ເນື່ອງກ່ຽວກັບການບໍຣິການດ້ານຕ່າງໆ ແຕ່ຜູ້ປະກອບການດ້ານການຂົນສົ່ງສິນຄ້າລາວ-ຈີນ ໃນນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ໃນຂະນະນີ້ສະດວກຂຶ້ນແດ່ແລ້ວ.

ຄືປັດຈຸບັນນີ້ ແມ່ນເພິ່ນເນັ້ນໃສ່ການຂົນສົ່ງຫັ້ນນະ ກ່ອນໜ້ານັ້ນແລ້ວນໍ ແຕ່ວ່າເຣື່ອງແຂກການທ່ອງທ່ຽວເຮົານີ້ເພິ່ນກໍໄດ້ຄ່ອຍໆຜ່ອນຜັນມາເລື້ອຍໆຢູ່ ແຕ່ວ່າຕໍ່ໄປມັນກະສິງ່າຍຂຶ້ນຄືກັນຫັ້ນແຫລະ ແຕ່ວ່າຊ່ວງນີ້ເພິ່ນກໍາລັງພັທນາການຂົນສົ່ງອິຫຍັງຫັ້ນນະ.”  

ກ່ຽວກັບການເປີດທາງຣົຖໄຟ ລາວ-ຈີນຂ້າມປະເທດນີ້ ນັກວິຊາການດ້ານເສຖກິຈ-ສັງຄົມຢູ່ມະຫາວິທຍາລັຍແຫ່ງຊາດລາວ ໃຫ້ທັດສະນະວ່າ ຖືເປັນເຣື່ອງດີສໍາລັບພົລເມືອງທັງ 2 ປະເທດ ທີ່ຈະໄປມາຫາສູ່ກັນໄດ້ຢ່າງສະດວກສະບາຍຂຶ້ນກວ່າເກົ່າ, ແຕ່ສິ່ງທີ່ຣັຖບານລາວ ຄວນເປັນຫ່ວງ ແລະເອົາໃຈໃສ່ເປັນພິເສດ ຄືການເຂົ້າມາລາວຂອງຄົນຈີນຜ່ານທາງສາຍນີ້ນັ້ນ ຈະເຂົ້າມາໃນຮູບແບບໃດ ເປັນຕົ້ນ ມາທ່ອງທ່ຽວ, ຫລືແຝງໂຕມາທ່ຽວ, ມາເຮັດທຸຣະກິຈ, ມາເປັນກໍາມະກອນ ແລະສ້າງພຶດຕິກໍາບໍ່ດີ ກໍຄວນຈະກຽມຄວາມພ້ອມ ເຣື່ອງລະບຽບກົດໝາຍ ເພື່ອໃຫ້ປະຊາຊົນລາວເກີດຄວາມໝັ້ນໃຈວ່າ ຈະບໍ່ເກີດເຫດອັນຕະລາຍຕໍ່ຊີວິດ ແລະຊັພສິນຂອງພວກຕົນ. ນອກຈາກນີ້  ກໍຈະມີຄວາມສ່ຽງສູງ ທີ່ອາຈມີສິນຄ້າຖືກລັກລອບນໍາເຂົ້າມາລາວ ເປັນຕົ້ນ ສິ່ງເສບຕິດ, ສິນຄ້າລະເມີດລິຂະສິດ. ດັ່ງນັ້ນ ຮັຖບານລາວຄວນເອົາໃຈໃສ່ຕິດຕາມ ກວດກາຢ່າງເຂັ້ມງວດ ດັ່ງທ່ານກ່າວວ່າ.

ມັນກະມີຜົລ ເພາະວ່າທີ່ເຂົາເຈົ້າມາປັບມັນກໍເວົ້າເຣື່ອງເຖິງ ການຄ້າຊາຍແດນ ແລ້ວກະການລັກລອບຂົນເຄື່ອງໜີພາສີ ຫລືວ່າເຄື່ອງລະເມີດລິຂະສິດຈັ່ງຊີ້ນີ້ນະ ແລ້ວຊິປົກປ້ອງສິດ ຜົລປໂຍດໄດ້ແນວໃດ ເຮົາກະເປັນຫ່ວງຄືກັນ.” 

ການເດີນທາງທາງຣົຖໄຟ ລາວ-ຈີນ ແບບຂ້າມປະເທດນີ້ ຜູ້ເດີນທາງຈາກລາວໄປຈີນ ຕ້ອງໄດ້ລົງແຈ້ງເອກສານເຂົ້າ-ອອກເມືອງ ຢູ່ສະຖານີບໍ່ເຕັນຂອງລາວ ຈາກນັ້ນກໍໄປແຈ້ງເຂົ້າເມືອງຢູ່ສະຖານີບໍ່ຫານ ຂອງຈີນ ຕາມລະບຽບການຂອງແຕ່ລະປະເທດ.

ກະຊວງຖ ແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເວົ້າວ່າ ໃນປີ 2023 ນີ້ ຈະມີນັກທ່ອງທ່ຽວຈີນມາທ່ຽວລາວ ປະມານ 368,000 ຄົນ ຄືຈະເພິ່ມຂຶ້ນ 21% ທຽບໃສ່ປີ 2022, ແລະໃນມື້ວັນທີ 6 ມິນານີ້ ບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ ກໍໄດ້ເປີດເຜີຍຂໍ້ມູນວ່າ ໃນວັນທີ 4 ກຸມພາທີ່ຜ່ານມາ ມີຜູ້ໂດຍສານໃນມື້ດຽວນີ້ 10,000 ເທື່ອຄົນ ເປັນສະ ຖິຕິສູງສຸດ ນັບແຕ່ໄດ້ເປີດບໍຣິການທາງຣົຖໄຟ ລາວ-ຈີນ ນີ້ມາ. ຕັ້ງແຕ່ເດືອນມົກກະຣາ ຫາເດືອນກຸມພາ 2023 ນີ້ ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 417,400 ເທື່ອຄົນ ເພີ່ມຂຶ້ນ 256.2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາແລະການຂົນສົ່ງສິນຄ້າໄດ້ 647,700 ຕັນ ທຽບໃສ່ປີກາຍເພີ່ມຂຶ້ນ 320%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.