ພາກຣັຖ ແລະ ພາກທຸຣະກິຈ ໄດ້ປະຊຸມປຶກສາຫາລື ແລະ ປັບປຸງສະພາບແວດລ້ອມ ການດຳເນີນທຸຣະກິຈ ໃນປະເທດລາວ ຍ້ອນການຣະບາດຂອງໂຄວິດ-19 ທີ່ສົ່ງຜົລກະທົບຕໍ່ເສຖກິຈ, ການເງິນ ແລະ ການລົງທຶນໃນປະເທດຢ່າງໜັກ.
ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ໃນຖານະປະທານ ກອງປະຊຸມທຸຣະກິຈລາວ ຄັ້ງທີ 14 ທີ່ໄດ້ຈັດຂຶ້ນໃນວັນທີ 27 ມີນາ ໄດ້ກ່າວຕອນນຶ່ງ ວ່າ:
“ເຖິງວ່າ ເສຖກິຈໂດຍລວມ ຈະດີຂຶ້ນກໍຕາມ ແຕ່ຍັງເປັນໄປດ້ວຍຄວາມຫຍຸ້ງຍາກ, ຄວາມທ້າທາຍ ແລະ ຄວາມສ່ຽງຕ່າງໆ ທັງເລື່ອງ ນິຕິກັມ, ການເງິນ, ໜີ້ສິນ, ລາຄາສິນຄ້າ-ນ້ຳມັນເຊື້ອເພີງ ແລະ ການສົ່ງອອກຫຼຸດລົງ ພາໃຫ້ເສຖກິຈຂຍາຍໂຕຊັກຊ້າ.”
ນັບແຕ່ເກີດການຣະບາດ ຂອງໂຄວິດ-19 ຈົນມາຮອດປັດຈຸບັນ ຖືວ່າ ທຸຣະກິຈການຄ້າ-ຂາຍ ເຟີ້ນິເຈີ ໃນລາວ ຍັງບໍ່ທັນຟື້ນໂຕໄດ້ດີ ສ່ວນການສົ່ງອອກໄປຕ່າງປະເທດ ເປັນຕົ້ນໄທຍ, ຍີ່ປຸ່ນ ແລະ ຈີນ ກໍຍັງຊະລໍໂຕ ຍ້ອນປະເທດເຫຼົ່ານັ້ນ ກໍປະສົບກັບພາວະເສຖກິຈ ຕົກຕ່ຳ ເຊັ່ນດຽວກັນ.
ຕາງໜ້າ ສະມາຄົມ ເຟີ້ນິເຈີລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 28 ມີນາ ວ່າ:
“ມັນຍາກນຳ ແຕ່ໂຄວິດມານີ້ແຫຼະ ບໍ່ປານໃດ ຄົນກະເຂົ້າບໍ່ຫຼາຍ ກະຍາກໃນຈຸດນີ້ແຫຼະ ນຶ່ງຕລາດເນາະ ໂຄວິດມາບວກກັບເສຖກິຈແດ່.”
ທ່ານ ກ່າວຕື່ມວ່າ ຫາກຈະໃຫ້ທຸຣິກິຈ ເຟີ້ນິເຈີລາວ ຟື້ນໂຕໄດ້ດີຂຶ້ນກວ່ານີ້ ກໍຕ້ອງໃຫ້ພາກຣັຖຊ່ວຍເຫຼືອ ໃນການຊອກຫາຕລາດໃໝ່ເພີ່ມຕື່ມ ແລະ ສນັບສນູນການຈັດສະແດງສິນຄ້າ ຢ່າງໜ້ອຍ 3-5 ຄັ້ງຕໍ່ປີ.
ຕາງໜ້າ ສະມາຄົມ ICT ລາວ ກ່າວວ່າ ຫຼັງຈາກການຣະບາດ ຂອງໂຄວິດ-19 ເຣີ່ມຜ່ອນຄາຍລົງແລ້ວ ນັກທຸຣະກິຈ ຈຳນວນນຶ່ງ ທັງພາຍໃນ ແລະ ຕ່າງປະເທດ ພາກັນຫັນມາລົງທຶນ ໃນເລື່ອງການນຳໃຊ້ເທັກໂນໂລຢີ້, ສາລະສົນເທດ ແລະ ຂໍ້ມູນຂ່າວສານ ເພີ່ມຂຶ້ນ ເປັນຕົ້ນ ແອບພລິກເຄຊັນ ອາຫານ, ການຂົນສົ່ງ, ທຸຣະກັມທາງດ້ານການເງິນ-ທະນາຄານ ແລະ ອື່ນໆ.
ປັດຈຸບັນ ການລົງທຶນ ໃນເລື່ອງການນຳໃຊ້ເຕັກໂນໂລຢີ້, ສາລະສົນເທດ ແລະ ຂໍ້ມູນຂ່າວສານ ຖືວ່າ ກຳລັງໄດ້ຮັບຄວາມຍິຍົມສູງ ໃນລາວ ແຕ່ຍັງມີຄວາມທ້າທາຍ ຫຼາຍຢ່າງ ເນື່ອງຈາກ ເຄື່ອງມືເຫຼົ່ານັ້ນ ເຂົ້າເຖິງສະເພາະຄົນບາງກຸ່ມເທົ່ານັ້ນ.
ຕ່າງໜ້າສະມາຄົມ ICT ລາວ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ມີນາ ວ່າ:
“ໂດຍປັດຈຸບັນນີ້ ກິເລີ່ມຂ້ອນຂ້າງມາຫຼາຍເພີ່ມຕື່ມແລ້ວ ກຳລັງແບບວ່າ ມີອີ່ຫຍັງຄວາມທ້າທ້າຍຫຼາຍຂຶ້ນ ກະເລີຍເຮັດໃຫ້ມີຫຼາຍອັນເກີດຂຶ້ນເຈົ້າ.”
ສ່ວນວ່າ ອຸດສາຫະກັມ ຍານພາຫະນະ ຂອງລາວ ຖືວ່າ ເຣີ່ມຟື້ນໂຕ ແຕ່ຍັງບໍ່ທັນເຕັມເມັດເຕັມໜ່ວຍເທື່ອ ເນື່ອງຈາກ ຜູ້ປະກອບການຫຼາຍຄົນ ປະເຊີນກັບອັດຕຣາເງິນເຟີ້ສູງຂຶ້ນ ການອ່ອນຄ່າຂອງເງິນກີບ ເຊິ່ງສົ່ງຜົລຕໍ່ການນຳເຂົ້າຍານພາຫະນະ ທີ່ຕ້ອງນຳເຂົ້າມາຂາຍໜ້ອຍລົງ ເພື່ອຄວບຄຸມເງິນລົງທຶນ.
ຕາງໜ້າສະມາຄົມ ອຸດສາຫະກັມຍານພາຫະນະຂອງລາວ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນວ່າ:
“ກະຖືວ່າ ເລີ່ມຟື້ນໂຕໄດ້ ເຂົ້າສູ່ໂໝດປົກຕິໄດ້ລະດັບນຶ່ງ ການຂາຍພາຍໃນກະເຣີ່ມສູງຂຶ້ນ, ກະທົບເໝືອນກັນ ແຕ່ວ່າ ອາຈຊິຮຸນແຮງຕ່າງກັນ ເພາະວ່າ ມັນກະອີງຕາມເງື່ອນໄຂ ແລະ ນະໂຍບາຍ ນິຕິກັມພາຍໃນ ເອື້ອອຳນວນຫຼາຍ-ໜ້ອຍ.”
ທ່ານ ກ່າວຕື່ມວ່າ ຢາກສເນີໃຫ້ພາກຣັຖ ຊ່ວຍຄວບຄຸມອັດຕຣາເງິນເຟີ້, ການອ່ອນຄ່າລົງຂອງເງິນກີບ, ຫຼຸດຜ່ອນພາສີ-ອາກອນ ການນຳເຂົ້າສິນຄ້າໃຫ້ຢູ່ໃນລະດັບ ທີ່ເໝາະສົມ ເພື່ອທີ່ຈະເຮັດໃຫ້ອັດຕຣາການຊື້-ຂາຍ ຍານພາຫະນະ ໃນລາວເພີ່ມສູງຂຶ້ນຕື່ມ ໂດຍສະເພາະ ຣົຖກົນຈັກປະເພດ ຣົຖສີເຂົ້າ, ຣົຖໄຖນາ ແລະ ຣົຖຈັກ.
ໃນກອງປະຊຸມ ທຸຣະກິຈ ຄັ້ງທີ 13 ທີ່ຜ່ານມາ ນັ້ນ ໜ່ວຍງານປຶກສາຫາລື ພາກທຸຣະກິຈ ແລະ ຂແນງການທີ່ກ່ຽວຂ້ອງຂອງພາກຣັຖ ໄດ້ກຳນົດຂໍ້ສເນີ ການແກ້ໄຂບັນຫາ ບຸລິມະສິດ ທັງໝົດ 49 ຂໍ້ ເປັນຕົ້ນ ຂັ້ນຕອນການກໍ່ຕັ້ງທຸຣະກິຈ, ການອຳນວຍຄວາມສະດວກ ທາງດ້ານການຄ້າ, ການເຂົ້າເຖິງແຫຼ່ງທຶນ ແລະ ລະບຽບການ, ການສົ່ງເສີມການທ່ອງທ່ຽວ ທີ່ຍືນຍົງ ແລະ ການຜລິດກະສິກັມ.
ມີຂໍ້ສເນີ 21 ຂໍ້ ທີ່ແກ້ໄຂໄດ້ແລ້ວ, ມີ 20 ຂໍ້ສເນີ ມີຄວາມຄືບໜ້າ ໃນການແກ້ໄຂ ແຕ່ຕ້ອງການເວລາເພີ່ມຕື່ມ ສ່ວນອີກ 8 ຂໍ້ ແມ່ນບໍ່ສາມາດແກ້ໄຂໄດ້ ເນື່ອງຈາກມີຂໍ້ຈຳກັດ ທີ່ສົມເຫດສົມຜົລ.
ເຈົ້າໜ້າທີ່ ບໍຣິສັດ ຈັດຫາງານແຫ່ງນຶ່ງ ຢູ່ແຂວງສວັນນະເຂດ ກ່າວວ່າ ທັງພາກຣັຖ ແລະ ພາກເອກະຊົນ ທີ່ເຂົ້າມາລົງທຶນ ໃນປະເທດລາວ ຄວນຈະຮ່ວມມືກັນຢ່າງຈິງຈັງ ໃນການກຳນົດເງື່ອນໄຂ, ນະໂຍບາຍ ເພື່ອໃຫ້ເປັນທິດທາງ ໃນການຈັດຕັ້ງປະຕິບັດອັນດຽວກັນ ແລະ ປ້ອງກັນບໍ່ໃຫ້ເກີດຂໍ້ຂັດແຍ່ງ ລະຫວ່າງພາກຣັຖ, ເອກະຊົນ ແລະ ປະຊາຊົນ.
ປັດຈຸບັນ ການກຳນົດເງື່ອນໄຂ ແລະ ນະໂຍບາຍຕ່າງໆ ຂອງພາກທຸຣະກິຈ ໃນລາວ ຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ ເປັນຕົ້ນ ບໍ່ມີການພັດທະນາທັກສະ-ສີມື ໃຫ້ດີຂຶ້ນກວ່າເກົ່າ, ບໍ່ມີການຝຶກອົບຮົມ ເພື່ອໃຫ້ເກີດຄວາມຮູ້ໃໝ່ໆ ແລະ ເງິນເດືອນຍັງຕ່ຳຫຼາຍ ເມື່ອທຽບໃສ່ສະພາບເສຖກິຈ ໃນປັດຈຸບັນ.
ເຈົ້າໜ້າທີ່ ບໍຣິສັດຈັດຫາງານ ທ່ານນີ້ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 27 ມີນາ ວ່າ:
“ຢາກໃຫ້ເພິ່ນເບິ່ງ 2 ບັນຫາເນາະ ນຶ່ງບັນຫາການຝຶກອົບຮົມ ທັກສະໃຫ້ຫັ້ນແລ້ວ ອັນທີນຶ່ງເນາະ ສອງກະເວົ້າເລື່ອງເງິນເດືອນຫັ້ນແຫຼະ ກະບໍ່ໃຫ້ມັນຕ່ຳຫຼາຍ ຄັນຕ່ຳຫຼາຍກະຄືວ່າຫັ້ນແລ້ວ ບໍ່ສາມາດດຶງດູດຈິດໃຈ ເຂົາໄດ້.”
ສ່ວນວ່າ ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ຫຼື ADB ປະຈຳລາວ ກ່າວວ່າ ຂແນງການທີ່ກັບມາຟື້ນໂຕໄດ້ດີ ໃນປີ 2023 ນີ້ ຄື ຂແນງການທ່ອງທ່ຽວ ແລະ ການບໍຣິການ ເນື່ອງຈາກການເປີດປະເທດ ຢ່າງເຕັມຮູບແບບ.
ສ່ວນຂແນງການອື່ນໆ ເປັນຕົ້ນ ການຜລິດສິນຄ້າ ການກະເສດ ແລະ ການກໍ່ສ້າງຖືວ່າ ຈະຂຍາຍໂຕຊັກຊ້າ ເນື່ອງຈາກ ໄດ້ຮັບແຮງກົດດັນ ຈາກສະພາບເສຖກິຈ ທົ່ວໂລກຕົກຕ່ຳ ເຊິ່ງສົ່ງຜົລເຮັດໃຫ້ນ້ຳມັນເຊື້ອເພີງແພງຂຶ້ນ ກະທົບຕໍ່ການຂົນສົ່ງສິນຄ້າ ແລະ ການຜລິດຕ່າງໆ ເກີດມີຕົ້ນທຶນເພີ່ມຂຶ້ນ.
ໃນຂະນະທີ່ປະເທດລາວ ເຊິ່ງຍັງເປັນປະເທດທີ່ຢູ່ໃນກຸ່ມ ດ້ອຍພັດທະນາ ແລະ ກຳລັງຈະກ້າວຂ້າມ ໄປສູ່ປະເທດກຳລັງພັດທະນາ ໃນປີ 2026 ກໍຍັງຕ້ອງພັດທະນາກົດໝາຍ, ລະບຽບການ ແລະ ທັກສະຄວາມຮູ້ ຂອງຄົນງານພາຍໃນ ທີ່ຍັງບໍ່ທັນມີຄວາມພ້ອມ ເຮັດໃຫ້ການດຶງດູດ ການລົງທຶນ ເປັນເຣື່ອງທ້າທາຍ ສຳລັບຣັຖບານລາວ.
ເຈົ້າໜ້າທີ່ ທະນາຄານພັດທະນາເອເຊັຽ ຫຼື ADB ປະຈຳລາວ ກ່າວໃນວັນດຽວກັນວ່າ:
“ມັນກະຍັງສອງຈິດ ສອງໃຈນ່າ ຄັນເວົ້າເລື່ອງການພັດທະນາ ໃນການເຂດເສຖກິຈພິເສດ ກະເຫັນຫຼາຍໆອັນຢູ່ ແຕ່ວ່າ ເລື່ອງການຜລິດແລ້ວ ມັນອາດຈະມີຂໍ້ຈຳກັດ ນຶ່ງດ້ານແຮງງານ ສອງເວົ້າເຣື່ອງຕົ້ນທຶນການຜລິດ ຕົ້ນທຶນຄ່າຂົນສົ່ງ.”
ຢູ່ໃນກອງປະຊຸມ ການດຳເນີນທຸຣະກິຈລາວ ຄັ້ງທີ 14 ໃນວັນທີ 27 ມີນາ 2023, ທ່ານ ອາລີ ພົມມະຈິດ ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ຍັງໃຫ້ຄຳເຫັນວ່າ ການດຶງດູດການລົງທຶນຈາກຕ່າງປະເທດ ເຂົ້າມາປະເທດລາວ ຍັງເປັນສິ່ງທ້າທາຍ ແລະ ເຮັດໄດ້ຍາກ ເປັນຕົ້ນ ເຣື່ອງກົດໝາຍ, ການບັງຄັບໃຊ້ກົດໝາຍ ຍັງບໍ່ຮັດກຸມ ເນື່ອງຈາກເຈົ້າໜ້າທີ່ ຣັຖທີ່ກ່ຽວຂ້ອງ ຍັງບໍ່ທັນມີຄວາມເຂົ້າໃຈ ຢ່າງເລິກເຊິ່ງ, ຍັງການຂາດແຄນ ຄົນງານ ທີ່ມີທັກສະ-ສີມື.