ທາງການລາວ ເລັ່ງແກ້ໄຂບັນຫາ ການຂາດແຄນ ຄົນງານພາຍໃນປະເທດ
2023.03.27
ໃນວັນທີ 23 ມິນາ ທີ່ຜ່ານມາ ຍານາງ ໃບຄຳ ຂັດທິຍະ ຣັຖມົນຕຣີ ກະຊວງແຮງງານ ແລະ ສວັດດີການສັງຄົມ, ປະທານສູນກາງ ສະພັນກັມມະບານລາວ, ປະທານສະພາການຄ້າ ແລະອຸດສາຫະກັມແຫ່ງຊາຕລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຮ່ວມສເນີຄວາມຄິດເຫັນ ໃນກອງປະຊຸມ ຄະນະກັມມະການແຮງງານແຫ່ງຊາຕ ຄັ້ງທີ 1 ກ່ຽວກັບການປັບປຸງຄ່າແຮງງານຂັ້ນຕໍ່າ ແລະແນວທາງແກ້ໄຂບັນຫາການຂາດແຄນຄົນງານ ຍ້ອນທີ່ຜ່ານມາ ຄ່າແຮງງານຂັ້ນຕໍ່າ ຢູ່ທີ່ 1,200,000 ກີບຕໍ່ເດືອນ ບໍ່ສອດຄ່ອງກັບຄ່າຄອງຊີບໃນປັດຈຸບັນ.
ກ່ຽວກັບເຣື່ອງນີ້ ຄົນງານລາວ ທີ່ເຮັດວຽກຢູ່ພາຍໃນປະເທດ ກໍຢາກໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງພິຈາຣະນາ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 100,000 ກີບຕໍ່ມື້ ຫຼືປະມານ 2,000,000-3,000,000 ກີບຕໍ່ເດືອນ ຂະນະດຽວກັນ ນາຍຈ້າງກໍຄວນໃຫ້ການຊ່ອຍເຫຼືອ ສວັດດີການໃນດ້ານອື່ນໆ ໃຫ້ແກ່ຄົນງານນໍາ ເປັນຕົ້ນ ລ້ຽງເຂົ້າສວຍ, ມີທີ່ພັກເຊົາ ແລະມີຄ່ານໍ້າມັນໃຫ້.
ດັ່ງຄົນງານລາວ ທີ່ເຮັດວຽກເປັນກັມມະກອນ ຢູ່ຮ້ານຂາຍເຄື່ອງຍົກ-ເຄື່ອງຍ່ອຍ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ມິນາ 2023 ນີ້ວ່າ:
“ປັດຈຸບັນນີ້ ແມ່ນຂະເຈົ້າຂຶ້ນເປັນ 1,500,000 ແລ້ວ ໜ້ອຍສຸດຕ້ອງແມ່ນ 2,000,000 ຍ້ອນວ່າ ຄ່າຄອງຊີບຢູ່ລາວ ມັນສູງຫຼາຍ 2,000,000 ນີ້ກໍຕ້ອງມີຄ່າກິນເຂົ້ານໍາ ເຂົ້າສວຍບໍ ແຕ່ວ່າຕ້ອງລ້ຽງເຂົ້າສວຍບໍ ຫຼືວ່າຄ່ານໍ້າມັນ ຖ້າເຮັດວຽກກ່ຽວກັບ ເຣື່ອງຂອງການຂາຍປະມານນີ້ ອັນນີ້ແມ່ນເຣີ່ມຕົ້ນນ່າ ມີ % ຈາການຂາຍ.”
ທີ່ຜ່ານມາ ນາຍຈ້າງຈໍານວນນຶ່ງ ກໍພຍາຍາມປັບຂຶ້ນຄ່າແຮງງານ ຂັ້ນຕໍ່າ ພ້ອມທັງມີສວັດດີການຕ່າງໆ ໃຫ້ແກ່ຄົນງານລາວແດ່ແລ້ວ ເພື່ອໃຫ້ຄົນງານມີລາຍໄດ້ທີ່ສອດຄ່ອງ ກັບຄ່າຄອງຊີບ ແລະອັດຕຣາເງິນເຟີ້ພາຍໃນປະເທດ ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ດັ່ງເຈົ້າຂອງທຸຣະກິຈຮັບເໝົາກໍ່ສ້າງ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກັມມະກອນນີ້ກໍຄື ຢູ່ກິນນໍາ 3 ຄາບ ຂັ້ນຕໍ່າຢູ່ປະມານ 100 ບາທ ກີບ ປະມານ 50,000 ຢູ່ພີ້ນີ້ ກັມມະກອນນີ້ ຂນາດລ້ຽງເຂົ້າເຂົາ 3 ຄາບນີ້ ກໍຕົກຢູ່ ເຂົາກະໄລ່ສເລັ່ຽເດືອນນຶ່ງ ກໍຕົກຢູ່ເກືອບ 3,000,000 ແລ້ວ ມັນໜັກບ່ອນລ້ຽງເຂົ້ານີ້ ລ້ຽງເຂົ້າ ເງິນບໍ ຫຼືລ້ຽງເຂົາ ຄ່າກິນຫຼາຍ ແລ້ວວຽກບໍເດີນ ແລ້ວເຮົາກໍບໍ່ມີເງິນ ບໍ່ໄດ້ເງິນ ຫຼຸບທຶນ.”
ທ່ານກ່າວຕື່ມວ່າ ສໍາລັບການຈ້າງກັມມະກອນ ກໍ່ສ້າງ ຍັງບໍ່ທັນມີແຜນປັບຂຶ້ນ ຄ່າແຮງງານຂັ້ນຕໍ່າ ຈາກ 50,000 ກີບ ເປັນ 100,000 ກີບຕໍ່ມື້ເທື່ອ ເນື່ອງຈາກ ທາງດ້ານຫົວໜ່ວຍທຸຣະກິຈ ຂອງເຂົາເຈົ້າ ມີສວັດດີການຕ່າງໆ ໃຫ້ແກ່ຄົນງານ ເປັນຕົ້ນ: ຄ່າອາຫານ, ທີ່ພັກເຊົາ, ໄລ່ຄ່າເຮັດວຽກກາຍໂມງໃຫ້ເປັນ 2 ເທົ່າ ຫຼືໄລ່ຄ່າວິຊາສະເພາະ ແລະສີມືແຮງງານເພີ່ມ ແລະຖ້າຫາກມີການປັບຂຶ້ນຄ່າຈ່າຍແຮງງານຣາຍມື້ຕື່ມ ກໍອາຈເຮັດໃຫ້ຕ້ອງໄດ້ຫຼຸບທຶນ ຍ້ອນບາງເທື່ອ ກັມມະກອນພັດພັກວຽກ ເຊິ່ງເຮັດໃຫ້ວຽກງານບໍ່ເປັນໄປຕາມແຜນ ຈົນຂາດລາຍໄດ້.
ສໍາລັບສາເຫດ ທີ່ເຮັດໃຫ້ຫົວໜ່ວຍທຸຣະກິຈ ຫຼາຍແຫ່ງ ເຣີ່ມປັບຂຶ້ນຄ່າຈ່າຍແຮງງານ ໃຫ້ແກ່ຄົນງານ ຫຼາຍກວ່າອັດຕຣາ ທີ່ທາງການກໍານົດ ແລະໃຫ້ສວັດດີການອື່ນໆ ແກ່ຄົນງານ ເປັນຍ້ອນພວກເຈົ້າ ຕ້ອງການແກ້ໄຂບັນຫາ ການຂາດແຄນຄົນງານ ທີ່ມັກເຂົ້າໆ-ອອກໆເລື້ອຍໆ ຈົນເຮັດໃຫ້ການປະກອບກິຈປະສົບບັນຫາ.
ດັ່ງພະນັກງານຝ່າຍບຸກຄະຣາກອນ ທີ່ເຮັດວຽກນໍາໂຮງງານຕັດຫຍິບ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວວ່າ:
“ຕອນນີ້ ຄືເຂົາອັນນ່າ ແກ້ໄຂສະເພາະໜ້າໄປກ່ອນ ກໍຄື ເຂົາຄິດໄລ່ OT x2 ໃຫ້ກ່ອນ ຖ້າຈະຂຶ້ນ ແບບເປັນຣາຍເດືອນ ຂຶ້ນໄປເລີຍ ມັນກໍຈະມີຂັ້ນຕອນຂອງ HR ຍາກແມ່ນບໍ ໂຮງງານທີ່ມັນໃຫຍ່ໆ ຄົນຫຼາຍມັນກໍຈະຊັກຊ້າ ດຽວຄົນເຂົ້າ-ຄົນອອກ ກໍຄື ຖ້າມັນບໍ່ມີຫຍັງຈູງໃຈມາເລີຍ ມາຮອດແລ້ວໃຫ້ແຕ່ 1,500,000 ຂ້ອຍວ່າ ມັນບໍ່ມີຜູ້ໃດເຮັດ.”
ທີ່ຜ່ານມາ ຫົວໜ່ວຍທຸຣະກິຈຈໍານວນຫຼາຍ ພັດບໍ່ກໍານົດວ່າ ຈະໃຫ້ຄ່າຈ້າງສູງກວ່າ ແຮງງານຂັ້ນຕໍ່າ ຕາມທີ່ກົດໝາຍ ກໍານົດຢ່າງເປັນຮູບປະທັມ ດ້ວຍການອ້າງວ່າ ຈະໃຫ້ສວັດດີການດ້ານຕ່າງໆແທນ ເພື່ອຊັກຈູງໃຫ້ຄົນງານລາວ ສມັກເຮັດວຽກນໍາ ແຕ່ໃນສະພາບໂຕຈິງແລ້ວ ພັດບໍ່ທັນໄດ້ດໍາເນີນການ ສນັບສນຸນສວັດດີການພໍເທົ່າໃດ ເພື່ອຊ່ອຍແບ່ງເບົາພາຣະ ຄ່າໃຊ້ຈ່າຍໃຫ້ແກ່ຄົນງານ.
ດັ່ງຄົນງານລາວ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
“ວຽກເຮັດຫັ້ນນ່າ ສໍ່າໃດກໍສໍ່ານັ້ນ ສົມມຸດວ່າ ເງິນເດືອນເຮົາ ເຂົ້າວຽກຂັ້ນຕໍ່າເນາະ ເຣີ່ມຕົ້ນກໍແມ່ນ 1,200,000 ກໍ 1,200,000 ຢູ່ສໍ່ານັ້ນຫັ້ນແຫຼະ 1,200,000 ກໍຖືວ່າ ຢູ່ປະມານ 2,400 ອັນນີ້ຫວາ ກໍແລ້ວແຕ່ບາງຮ້ານເນາະ ສົມມຸດວ່າ ເຈົ້າເສີບຈັ່ງຊີ້ເນາະ ສົມມຸດວ່າ ເຈົ້າເສີບຢູ່ຮ້ານນີ້ເນາະ ເງິນເດືອນຂະເຈົ້າເນາະ ເພິ່ນຕັ້ງໃຫ້ເຈົ້າ 1,200,000 ເນາະ ເອີ່ ແລ້ວເພິ່ນກໍໃຫ້ເຈົ້າກິນເຂົ້ານໍາ ຄາບນຶ່ງ ຕອນສວຍຊີ້ນ່າ ປະມານນີ້ແຫຼະ ເພິ່ນບໍ່ໃຫ້ຫຼາຍດອກ ເພິ່ນບໍ່ໃຫ້ຫຼາຍ ແມ່ນບໍ່ຕາຍໂຕ ເພິ່ນແລ້ວແຕ່ ອັນນີ້ແລ້ວແດ່ເພິ່ນຊີ້ຕື່ມໃສ່ຊີ້ນ່າ.”
ກ່ອນໜ້ານີ້ ຄະນະກັມມະການແຫ່ງຊາຕ ກະຊວງແຮງງານແລະສວັດດີການສັງຄົມ ໄດ້ອອກແຈ້ງການ ກ່ຽວກັບການປັບປຸງ ຄ່າແຮງງານຂັ້ນຕໍ່າສຸດ ສໍາລັບຜູ້ອອກແຮງງານ ໂດຍປັບຂຶ້ນຈາກ 1,100,000 ກີບຕໍ່ເດືອນ ເປັນ 1,200,000 ກີບຕໍ່ເດືອນ ເມື່ອວັນທີ 1 ສິງຫາ 2022 ທີ່ຜ່ານມາ ແລະຈະປັບຂຶ້ນອີກເທື່ອນຶ່ງ ເປັນ 1,300,000 ກີບຕໍ່ເດືອນ ຫຼືເທົ່າກັບ 50,000 ກີບຕໍ່ມື້ ແລະ 6,250 ກີບຕໍ່ຊົ່ວໂມງ ໂດຍຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ພຶສພາ 2023 ທີ່ກໍາລັງຈະມາຮອດນີ້ ແຕ່ພັດບໍ່ມີທ່າອ່ຽງວ່າ ຈະປັບປຸງຄ່າຈ້າງແຮງງານຂັ້ນຕໍ່າ ໃຫ້ຫຼາຍກວ່າອັດຕຣາດັ່ງກ່າວນີ້ເທື່ອ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນຶ່ງກ່າວວ່າ:
“ຍັງ 1,200,000 ວັນທີ 1 ເດືອນ 5 ນີ້ຊິຮອດ 1,300,000 ເງິນເຟີ້ເນາະ ແລ້ວກໍຄ່າແຮງງານນໍາ ຊິພໍຢູ່ພໍກິນບໍ ລັກສະນະນັ້ນຫັ້ນນ່າ ຕາມມັດຕິຂອງເພິ່ນວາງອອກມາ ລະແມ່ນ ເພິ່ນຂຶ້ນໃຫ້ເດືອນ 5 ນີ້ 1,300,000 ຫັ້ນນ່າ ແຕ່ວ່າ ຊິໃຫ້ສົມທຽບກັບຄ່າຄອງຊີບ ໃຫ້ພໍຢູ່ພໍກິນ ກໍຍັງບໍ່ທັນພຽງພໍເນາະ ມັນກ່ຽວກັບກັມມະກອນແດ່ນ່າ ບາງເທື່ອນີ້ກັມມະກອນນີ້ ບໍ່ຢາກເຂົ້າໄປເຮັດ ຕາມຄ່າແຮງງານນີ້ ຖືວ່າ ຢູ່ໂຮງຈັກໂຮງງານນີ້ ຂະເຈົ້າວ່າ ສໍ່ານີ້ ແຕ່ວ່າເງິນເດືອນໂຕຈິງ ຂະເຈົ້າມີຫຼາຍແນວໃດ໋ ມັນຈະເພີ່ມຂຶ້ນສູງໃດ໋.”
ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຄົນງານທີ່ເຮັດວຽກ ເປັນກັມມະກອນກໍ່ສ້າງ ຫຼືພະນັັກງານເສີບໃນຮ້ານອາຫານ ສ່ວນຫຼາຍພວກເຂົາເຈົ້າ ຈະໄດ້ຮັບຄ່າຈ້າງຕາມອັດຕຣາຄ່າຈ້າງ ແຮງງານຂັ້ນຕໍ່າທີ່ທາງການກໍານົດ ເຮັດໃຫ້ພວກເຂົາເຈົ້າບໍ່ກຸ້ມຢູ່ກຸ້ມກິນ ຂະນະທີ່ ຄົນງານທີ່ເຮັດວຽກຢູ່ໃນໂຮງຈັກ-ໂຮງງານ ສ່ວນຫຼາຍພັດໄດ້ເງິນເດືອນຫຼາຍກ່ອນ ອັດຕຣາຄ່າຈ້າງແຮງງານຂັ້ນຕໍ່າ ອີງໃສ່ຄວາມສາມາດ ແລະສີມືໃນການເຮັດວຽກ.
ໃນສະພາບໂຕຈິງແລ້ວ ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ຈະຕ້ອງອີງໃສ່ອັດຕຣາເງິນເຟີ້ພາຍໃນປະເທດທີເພີ່ມຂຶ້ນ ເປັນຕົ້ນ: ປະເທດລາວມີອັດຕຣາເງິນເຟີ້ ເພີ່ມຂຶ້ນຈົນຮອດ 41.3% ໃນເດືອນກຸມພາ ທີ່ຜ່ານມານີ້ ຄ່າຈ້າງແຮງງານຂັັ້ນຕໍ່າ ກໍຕ້ອງຖືກປັບຂຶ້ນ ຢ່າງໜ້ອຍ ປະມານ 30-40% ສະນັ້ນ ຄ່າແຮງງານຂັ້ນຕໍ່າ ຄວນຕົກຢູ່ປະມານ 1,560,000 ກີບ ຫາ 1,680,000 ກີບຕໍ່ເດືອນ, ແຕ່ຢ່າງໃດກໍຕາມ ກໍຍັງຖືເປັນຄ່າແຮງງານ ທີ່ຂ້ອນຂ້າງໜ້ອຍ ເມື່ອທຽບໃສ່ການເດີນທາງໄປເຮັດວຽກ ຢູ່ປະເທດໄທຍ.
ກ່ຽວກັບເຣື່ອງນີ້ ທາງດ້ານສະຫະພັນກັມມະບານລາວ ກໍໄດ້ປະກອບຄວາມເຫັນຕໍ່ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຈັດຂຶ້ນໃນເດືອນທັນວາ ປີ 2022 ທີ່ຜ່ານມາ ໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ພິຈາຣະນາ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 1,500,000 ກີບຕໍ່ເດືອນ ແຕ່ພັດບໍ່ມີຄວາມຄືບໜ້າແນວໃດເທື່ອ.
ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ອີກທ່ານນຶ່ງ ກ່າວວ່າ:
“ເກັບກໍາແລ້ວ ເກັບກໍາແລ້ວເບິດຫັ້ນນ່າ ເພາະວ່າແຕ່ກີ້ ກໍສເນີໃນກອງປະຊຸມສະພາ ຍັງບໍ່ທັນເຫັນອະນຸມັດດອກ ກໍຍັງບໍ່ທັນໄດ້ເຫັນດີກັນ ກໍໃນແຕ່ລະແຂວງມັນກໍແຕກຕ່າງກັນຫັ້ນນ່າ ສູນກາງເຂົາກໍສັງລວມໃດ໋ ສັງລວມແລ້ວກໍສເນີ ໃນກອງປະຊຸມສະພາ ເຫັນວ່າ ເອົາ 1,500,000 ຕໍ່າສຸດ ຄືບໍ່ເຫັນທັນອະນຸມັດດອກ ບໍ່ທັນເຫັນມີ ອັນນີ້.”
ຄະນະກັມມະການແຫ່ງຊາຕ ແມ່ນໜ່ວຍງານນຶ່ງ ທີ່ເຄື່ອນໄຫວວຽກງານດ້ານແຮງງານ ຮ່ວມກັບກະຊວງແຮງງານ ແລະສວັດດີການສັງຄົມ ໃນນາມອົງກອນຣັຖ, ສູນກາງສະຫະພັນກັມມະບານລາວ ໃນນາມອົງກອນຕາງໜ້າຜູ້ອອກແຮງງານ ແລະສະພາການຄ້າ ແລະອຸດສາຫະກັມແຫ່ງຊາຕ ໃນນາມອົງກອນຕາງໜ້າຜູ້ໃຊ້ແຮງງານ ເຊິ່ງອົງກອນທັງ 3 ຝ່າຍ ຂອງປະເທດລາວ ກໍໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ວ່າດ້ວຍການປຶກສາຫາຣື ສາມຝ່າຍ ສບັບເລຂທີ 144 ແລ້ວ ເພື່ອຢັ້ງຢືນວ່າ ການປັບຂຶ້ນຄ່າແຮງງານຂັ້ນຕໍ່າ ໃນປະເທດ ຈະເປັນໄປຢ່າງຍຸຕິທັມ, ອີງຕາມການຣາຍງານ ຂອງຍານາງ ຄໍາໃບ ຂັດຕິຍະ ຣັຖມົນຕຣີກະຊວງແຮງງານ ແລະສວັດດີການສັງຄົມ ກ່າວໃນກອງປະຊຸມ ຄະນະກັມມະການ ແຮງງານແຫ່ງຊາຕ ຄັ້ງທີ 1 ທີ່ຈັດຂຶ້ນ ໃນວັນທີ 23 ມິນາ 2023.