ລັດມອບເງິນອຸດໜູນ ຄູອາສາສະມັກ, ແຕ່ບໍ່ພຽງພໍຕໍ່ຄ່າຄອງຊີບ

ໄຊຍາ
2024.05.08
ລັດມອບເງິນອຸດໜູນ ຄູອາສາສະມັກ, ແຕ່ບໍ່ພຽງພໍຕໍ່ຄ່າຄອງຊີບ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ທາງພາກເໜືອຂອງລາວ ຕັ້ງໃຈຟັງຄູສອນ, ເດືອນພຶສຈິກາ ປີ 2022.
ນັກຂ່າວພົນລະເມືອງ

ໃນຮອບສາມເດືອນຜ່ານມານີ້ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ມອບເງິນອຸດໜູນ ໃຫ້ແກ່ຄູອາສາສະມັກປະມານ 1 ລ້ານປາຍກີບຕໍ່ເດືອນ ເພື່ອຫຼຸດຜ່ອນບັນຫາຄ່່່າຄອງຊີບ ທ່າມກາງບັນຫາເສດຖະກິດ-ການເງິນພາຍໃນປະເທດ ແຕ່ເປັນຈຳນວນເງິນໜ້ອຍ ຈຶ່ງເຮັດໃຫ້ຄູອາສາສະມັກ ຍັງຄົງລາອອກ ເພື່ອໄປປະກອບອາຊີບອື່ນ ທີ່ມີລາຍໄດ້ສູງ.

ດັ່ງຄູອາສາສະມັກມາເປັນເວລາ 9 ປີ ເຊິ່ງຕັດສີນໃຈລາອອກນາງກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 08 ພຶດສະພານີ 2024 ນີ້ວ່າ.

“ໂຕນີ້ແມ່ນຄູໄດ້ລາອອກຈາກຄູອາສາ ຍ້ອນວ່າບໍ່ມີໂກຕ້າດຽວນີ້ຄູໄດ້ຍ້າຍມາສອນ ຢູ່ໂຮງຮຽນເອກະຊົນແລ້ວ ດຽວນີ້ເຂົາແກ້ນະໂຍບາຍ ໃຫ້ຄູອາສາເດືອນໜຶ່ງ ໝູ່ຄູ່ທີ່ເປັນຄູອາສາ ຂະເຈົ້າກໍ່ວ່າໄດ້ແລ້ວຫັ້ນນ່າ ໃນນະໂຍບາຍ ອ່າຈະເປັນເງິນອຸດໜູນນ່າ ບໍ່ແມ່ນມັນຈະບໍ່ແມ່ນເງິນເດືອນເນາະ. ມັນຈະເປັນເງິນອຸດໜູນແກ້ໄຂຄວາມທຸກຍາກ ຂອງຄູອາສາ ປະມານ 1 ລ້ານນີ້ແຫຼະ ໃຫ້ເປັນເດືອນເນາະຕໍ່ເດືອນ.

ພາຍຫຼັງ ທີ່ຄູອາສາສະມັກທະຍອຍລາອອກ ເນື່ອງຈາກບໍ່ໄດ້ຮັບເງິນເດືອນ ແລະ ເງິນອຸດໜູູນໃນຈຳນວນທີ່ເໝາະສົມ ເຮັດໃຫ້ລັດຖະກອນຄູ ແລະ ຄູອາສາສະມັກ ທີ່ເຫຼືອຢູ່ຈໍາເປັນຕ້ອງສອນ ຫ້ອງຄວບ ແລະເຮັດວຽກແຕ່ 8 ໂມງເຊົ້າຮອດ 4 ໂມງແລງ ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ຍ້ອນປະສົບບັນຫາຂາດແຄນຄູສອນ ແລະທາງການລາວຈັດສັນ ໂຄຕ້າລັດຖະກອນຄູ ຫຼຸດລົງຫຼາຍປີຕິດຕໍ່ກັນ.

ດັ່ງຄູອາສາສະມັກ ເປັນເວລາ 5 ປີ ໄດ້ຕັດສິນໃຈລາອອກ ນາງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້່ດຽວກັນວ່າ:

“ແມ່ນໆ ບາງແຂວງນີ້ມັນມີຈັກໂຕສອງໂຕ ແລ້ວແຂວງໜຶ່ງມັນມີຈັກເມືອງ ລະເຂົາອອກກັນຫຼາຍ. ເຂົາບໍ່ໄດ້ເງິນເດືອນ ເຂົາບໍ່ໄດ້ອັນນີ້ໃດເຂົາກໍລາອອກກັນຫຼາຍ ແມ່ນສ່ວນໜ້ອຍ ທີ່ຢູ່ຫັ້ນນ່າຕອນນີ້ນ່າ. ອັນກໍສອນອັນນ່າຄູເກົ່າຫັ້ນແຫຼະ ບາງທີຂະເຈົ້າກໍສອນຄວບຫ້ອງຈາກທີ່ວ່າ ເຄີຍສອນອາທິດໜຶ່ງ 10 ປາຍຊົ່ວໂມງ ບໍ່ກໍ່ຊິເປັນ 20 ປາຍ 30 ເພິ່ນກໍ່ຢູ່ບໍ່ໄດ້ເພິ່ນອອກໄປຫາເຮັດງານອື່ນ. ຂ້ອຍເອງ ຂ້ອຍກໍໄດ້ອອກໄປເຮັດງານອື່ນຫັ້ນນ່າ ເພາະວ່າຄ່າໃຊ້ຈ່າຍເນາະ. ໄປຊື້ນໍ້າມັນລົງ ນໍ້າມັນລົດ ຄ່າກິນຢູ່ມັນບໍ່ມີລາຍໄດ້.”

ໃນຮອບ 7 ປີຜ່ານມາລະຫວ່າງປີ 2017-2023 ກົມຈັດຕັ້ງພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບ ແລະ ບັນຈຸລັດຖະກອນຄູ 6,410 ຄົນ ໃນນັ້ນເປັນການຮັບ ແລະ ບັນຈຸໃນປີ 2017 ຈຳນວນ 1,816 ຄົນ, ປິ 2018 ຈຳນວນ 1,463 ຄົນ, ປີ 2019 ຈໍານວນ 936 ຄົນ, ປີ 2020 ຈໍານວນ 1,040 ຄົນ, ປີ 2021 ຈໍານວນ 340 ຄົນ ແລະ ໃນປີ 2023 ມີການຮັບແລະບັນຈຸພຽງ 285 ຄົນເທົ່ານັ້ນ ເຊິ່ງເຫັນໄດ້ຢ່າງຊັດເຈັນວ່າ ມີຈຳນວນໂຄຕ້າສັບຊ້ອນຄູອາສາສະມັກ ມາເປັນຄູລັດຖະກອນຫຼຸດລົງເລື້ອຍໆ.

ນອກຈາກເງິນອຸດໜູນດັ່ງກ່າວນີ້ ຈະມີຈຸດປະສົງເພື່ອຊ່ວຍເຫຼືອຄ່າຄອງຊີບ ໃຫ້ແກ່ຄູອາສາສະມັກແລ້ວ ຍັງເປັນເງິນທີ່ທາງການລາວ ມອບໃຫ້ເພື່ອເປັນການສົ່ງເສີມ ກຳລັງໃຈໃຫ້ຄູອາສາສະມັກ ປະຕິບັດໜ້າທີ່ຕໍ່ໄປທ່າມກາງ ບັນຫາຂາດແຄນຄູສອນ ເປັນຈຳນວນຫຼວງຫຼາຍ ໃນປະເທດລາວ.

ດັ່ງລັດຖະກອນຄູ ຢູ່ໂຮງຮຽນປະຖົມສຶກສາ ຢູ່ແຂວງຜົ້ງສາລີ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ໄດ້ຊ່ວງຄາວກ່ອນນີ້ ຖືວ່າໄດ້ມີການຈ່າຍເງິນອຸດໜູນ ໃຫ້ແຕ່ວ່າໃຫ້ເປັນຈໍານວນໜຶ່ງເນາະ ເງິນອຸດໜູນໃຫ້ຄູອາສາ ເຂົາບໍ່ໄລ່ເປັນເງິນເດືອນນ່າ. ໂຕນີ້ນ່າ ຕໍ່ເນື່ອງຢູ່ແຕ່ວ່າມັນບໍ່ຫຼາຍ ເທົ່າກັບຄູລັດຖະກອນ ເປັນຈຳນວນທີ່ວ່າ ໜ້າຈະສະເໝີກັນເລີຍ. ເຂົາບໍ່ໄລ່ຕາມຊັ້ນຂັ້ນແຕ່ໆ ມັນກໍ່ບໍ່ຫຼາຍບໍ່ເຖິງກັບວ່າທີ່ຈະຊ່ອຍຫຍັງໄດ້ຫຼາຍມີແຕ່ບັນເທົາຈິດໃຈ ໃຫ້ຄູອາສາມີກຳລັງໃຈ ມັນກໍບໍ່ເຖິງກັບຈະຫຼາຍແມ່ນໆ ຕັ້ງແຕ່ປີນີ້ຫາກໍ່ເລີ່ມແຕ່ປີ 2024.”

ກ່ອນໜ້ານີ້ ຄູອາສາສະມັກ ທີ່ເຮັດວຽກສອນໜັງສື ນໍາໂຮງຮຽນຂອງລັດຖະບານ ຈະໄດ້ເງິນຊ່ວຍເຫຼືອຈຳນວນໜຶ່ງ ຈາກຄູລັດຖະກອນທີ່ແບ່ງເງິນເດືອນໃຫ້ ແລະເງິນບໍລິຈາກ ຈາກຜູ້ປົກຄອງນັກຮຽນ ດົນໆ ເທື່ອໜຶ່ງ ໂດຍບໍ່ທັນໄດ້ຮັບເງິນເດືອນ ຫຼືເງິນອຸດໜູນແນວໃດ ຈາກທາງການລາວເທື່ອ.

ດັ່ງຄູອາສາສະມັກມາ 9 ປີ ແຂວງຜົ້ງສາລີ ທ່ານກ່າວວ່າ:

“ອໍ ໄດ້ແລ້ວໆ ໜ້າຈະເປັນລາຍເດືອນເພາະວ່າ ຈະເຈົ້າຊິໃຫ້ເປັນລາຍເດືອນ ປະມານລ້ານເດືອນລະ 1 ລ້ານ 1.1-1.2 ກີບ ຫາກໍໄດ້ແລ້ວ ຫວ່າງເດືອນ 1 ຫາເດືອນ 4. ໜ້າຈະເປັນເດືອນ ເພາະວ່າເປີດບັນຊີໃຫ້ ເພາະວ່າແຕ່ລະຄົນ ຕ້ອງໄດ້ເປີດບັນຊີອີ 4 ເດືອນແມ່ນເຮັດມາ 9 ປີ. ຫາກໍໄດ້ເງິນອຸດໜູນ ຈາກທາງການລາວ 4 ເດືອນ.”

ໃນໄລຍະທໍາອິດ ທາງການລາວຈະມີແຜນມອບເງິນອຸດໜູນ ໃຫ້ແກ່ຄູອາສາສະມັກ ຕາມວຸດທິການສຶກສາແລະປະສົບການ ການເຮັດວຽກ ແຕ່ໃນສະພາບຕົວຈິງ ແຕ່ຄວາມເປັນຈິງ ໄດ້ຄິດໄລ່ເງິນອຸດໜູນ ໃຫ້ແກ່ຄູອາສາສະມັກ ທຸກຄົນຄືກັນໝົດ ໂດຍບໍ່ອີງໃສ່ປະສົບການ ເຮັດວຽກ ແລະວຸດທິການສຶກສາ.

ດັ່ງເຈົ້າໜ້າທີ່ ຫ້ອງການສຶກສາທິການ ຜະແນກການເງິນ-ການບັນຊີ ແຂວງພາກເໜືອນາງກ່າວວ່າ:

“ເງິນອຸດໜູນຫວາ ຂະເຈົ້າໄດ້ຕັ້ງແຕ່ຫວ່າງເດືອນ 1 ຮອດເດືອນ 3. ແລ້ວອັນແມ່ນອັນນັນໃຫ້ແຕ່ອັນນັ້ນເດືອນໜຶ່ງລ້ານໜຶ່ງ ບໍ່ໄດ້ໄລ່ຕາມຊັ້ນຂັ້ນເດ້. ອັນດຽວນີ້ເຂົາໃຫ້ເປັນເດືອນນ່າ ມີແຕ່ຜະແນກຂະເຈົ້າເປັນຜູ້ໂອນເບິ່ງ.”

ນະໂຍບາຍດັ່ງກ່າວ ແມ່ນການເຫັນດີຈາກສູນກາງ ແຕ່ການມອບໂອນ ເງິນອຸດໜູນ ແມ່ນເປັນອຳນາດຂອງຜະແນກ ສຶກສາທິການ ແລະກິລາ ຂອງແຕ່ລະແຂວງ ຖ້າຢູ່ເມືອງ ຫຼື ແຂວງໃດທີ່ຕັ້ງຢູ່ເຂດຫ່າງໄກສອກຫຼີກ ກໍອາດຈະປະສົບບັນຫາ ເລື່ອງການຕິດຕໍ່ປະສານງານ ຈົນເຮັດໃຫ້ເກີດຄວາມຫຼ້າຊ້າ ໃນການໂອນເງິນດັ່ງກ່າວ.

ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາກ່າວວ່າ:

“ແມ່ນແຫຼະຂະເຈົ້າໄດ້ຮັບກັນແລ້ວ. ອໍເຂົາເອີ້ນວ່າເງິນອຸດໜູນ ອັນນີ້ບໍ່ໄດ້ຂໍ້ມູນກ່ຽວກັບການແຈກຈ່າຍເງິນທົ່ວປະເທດ ໄດ້ແຕ່ໃນເມືອງເອງ. ມັນໄດ້ຄົບໝົດແຕ່ວ່າ ມະຕິອອກມາຄືວ່າ ໄດ້ທົ່ວປະເທດເດ້ ຫຼືວ່າມັນມີບາງໂຮງຮຽນ ທີ່ວ່າມັນຫ່າງໄກສອກຫຼີກ ບໍ່ປະມານນີ້ຄືວ່າ ການປະສານວຽກມັນ ຈະຍາກກ່ວາ.”

ອີງຕາມມະຕິຕົກລົງ ກ່ຽວກັບນະໂຍບາຍ ແລະມາດຕະການ ໃນການແກ້ໄຂບັນຫາ ການຂາດແຄນຄູສອນ, ການປະລະການຮຽນ ແລະ ການສົ່ງເສີມການເຂົ້າຮຽນ ສະບັບເລກທີ 09/ລບ ລົງວັນທີ 17 ກໍລະກົດ 2023 ລະບຸວ່າ ເຫັນດີໃຫ້ຕໍ່ອາຍຸຄູທີ່ຄົບກໍານົດ ອອກບໍານານໂດຍໃຫ້ເງິນເດືອນ ແລະເງິນອຸດໜູນ ຄືເກົ່າ, ຄູທີ່ພັກບໍານານແລ້ວ ສາມາດຂໍສືບຕໍ່ເປັນຄູສອນໄດ້, ປະຕິບັດເງິນເດືອນໃຫ້ແກ່ຄູອາສາສະມັກ ຕາມຊັ້ນຂັ້ນເງິນເດືອນ ແລະລະດັບການສຶກສາ, ໃຫ້ທະຫານຊາຍແດນ ຊ່ອຍສອນໜັງສື ໃນພື້ນທີ່ຫ່າງໄກໂດຍມີຄ່າຕອບແທນໃຫ້. ທັງນີ້ສຳລັບຄູອາສາສະມັກ ທີ່ມີອາຍຸການຫຼາຍ ຈະໃຫ້ການຊັບຊ້ອນ ເປັນລັດຖະກອນຄູກ່ອນ ແລະລັດຖະກອນຄູໃໝ່ແມ່ນຈະຕ້ອງໄປສອນໜັງສື ຢູ່ໂຮງຮຽນໃນພື້ນທີ່ ຫ່າງໄກສອກຫຼີກ ແລະເຂດຊາຍແດນກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.