ຂະບວນການລັກຣົຖ ຈາກໄທຍ ເຂົ້າລາວຮູບແບບໃໝ່

ສິດນີ
2023.03.31
ຂະບວນການລັກຣົຖ ຈາກໄທຍ ເຂົ້າລາວຮູບແບບໃໝ່ ດ່ານກວດຄົນເຂົ້າເມືອງ ແຂວງໜອງຄາຍ ປະເທດໄທຍ, ເດືອນມິຖຸນາ ປີ 2022.
Photo: RFA

ອີງຕາມການຣາຍງານ ຂອງດ່ານພາສີ ແຂວງໜອງຄາຍ, ມຸກດາຫານ ແລະ ແຂວງນະຄອນພະນົມ ວ່າງຫລັງໆມານີ້ວ່າ ໃນປີ 2022 ມີຂະບວນການລັກຣົຖ ຈາກໄທຍໄປລາວ ໃນລັກສນະໄປທ່ອງທ່ຽວ ຈຳນວນ 306 ຄັນ ແຕ່ຣົຖສ່ວນຫລາຍບໍ່ກັບຄືນມາໄທຍ ຊຶ່ງຕາມກົດລະບຽບ ຂອງດ່ານພາສີ ບຸກຄົນໃດຈະນຳຣົຖ ອອກຈາກປະເທດໄດ້ ຕອ້ງເປັນເຈົ້າຂອງຣົຖເທົ່ານັ້ນ ຈຶ່ງຈະສາມາດຂັບອອກນອກປະເທດໄດ້ຕາມໄລຍະເວລາທີ່ດ່ານພາສີ ກຳນົດໃຫ້ ແລະເຈົ້າຂອງຣົຖທຸກຄັນ ຕອ້ງມີໜັງສືຖືກຕ້ອງ ທຸກຢ່າງ ເຈົ້າໜ້າທີ່ດ່ານພາສີ ຈຶ່ງອະນຸຍາດໃຫ້ ຜ່ານອອກໄປໄດ້ຕາມລະບຽບການ.

ດັ່ງເຈົ້າໜ້າທີ່ດ່ານພາສີ ທີ່ແຂວງໜອງຄາຍ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 25 ມົກຣາຜ່ານມາວ່າ:

ການທີ່ຈະອອກໄປຕ່າງປະເທດໄດ້ ນຶ່ງຕ້ອງເປັນເຈົ້າຂອງຣົຖ ມີໜງັສືມອບອຳນາດ ຢ່າງຖືກຕ້ອງ ຫລືເຂົາເປັນເຈົ້າຂອງກັມມະສິດເອງ ເຮົາບໍ່ສາມາດທີ່ຈະສກັດກັ້ນໄດ້ ເປັນກັມມະສິດຂອງເຂົາເອົາອອກໄປ  ເຂົາເອົາໄປໃນວິທີອັນນີ້ພຽງແຕ່ວ່າ ຣົຖບໍ່ກັບມາ ຖ້າຈະເອົາອອກ ອີກຄັນໃໝ່ນັ້ນ ແລະເຈົ້າອາດມີບັນຫາຫາ ຄັນເກົ່າໄປໃສ.

ທ່ານກ່າວຕື່ມວ່າ ເປັນການຄາດຄະເນວ່າ ອາດມີການລັກລອບເອົາຣົຖ ໄປຂາຍໃນລາວ ກໍເປັນໄດ້ ໂດຍໂອນກັມມະສິດ ເປັນເຈົ້າຂອງຣົຖ ແລະເຮັດໃບອະນຸຍາດຢ່າງຖືກຕ້ອງ ກໍເພື່ອເປັນການຫລີກເວັ້ນພາສີຈາກຝັ່ງລາວ ເພາະວ່າ ຖ້າສິນຄ້າຈາກໄທຍ ໄປລາວຕ້ອງເສັຽພາສີ. ໃນຈຳນວນຣົຖທີ່ຖືກລັກໄປຂາຍ ຢູ່ໃນລາວ 306 ຄັນວ່າປີຜ່ານມານັ້ນ ສ່ວນຫລາຍຜ່ານດ່ານພາສີ ແຂວງໜອງຄາຍ, ມຸກດາຫານ ແລະນະຄອນພະນົມ, ເດືອນລະປະມານ 44 ຄັນ ແລະ ຣົຖສ່ວນໃຫຍ່ ຈະບໍ່ກັບຄືນປະເທດໄທຍ.

ຖ້າເຮັດໃບຂົນສົ່ງສິນຄ້າ ຖືກຕ້ອງຝັ່ງໄທຍບໍ່ມີພາສີ ແຕ່ຂ້າມໄປຝັ່ງລາວ ເຮັດຖືກຕ້ອງ ໃບຂັບຖືກຕ້ອງ ເຈົ້າຕ້ອງຍ້າຍພວງມະໄລ ຣົຖຈາກຂົວໃຫ້ໄປຢູ່ຂ້າງຊ້າຍກ່ອນ ມັນກໍຈະມີຄ່າໃຊ້ຈ່າຍ ບ່ອນນີ້ ໄປໂດຍວີທິນີ້ ບໍ່ຈຳເປັນຕ້ອງມາລັກລອບອອກ ເຂົາບໍ່ຕ້ອງເສັຽພາສີຝັ່ງລາວ.

ກ່ຽວກັບເຮື່ອງນີ້ ເຈົ້າໜ້າທີ່ ກ່ຽວຂອ້ງຢູ່ແຂວງວຽງຈັນ ທ່ານນຶ່ງຜູ້ທີ່ຂໍສງວນຊື່ ກ່າວວ່າ ເຫດການດັ່ງກ່າວ ທາງການລາວຍັງບໍ່ທັນພົບພໍ້ເທື່ອ ແຕ່ທີ່ຜ່ານມາເຈົ້າໜ້າທີ່ກໍມີການກວດກາ ແລະຮີບໂຮມຂໍ້ມູນການນຳຣົຖເຂົ້າ-ອອກຢູ່ຕລອດ ກໍມີຢູ່ຈຳນວນນຶ່ງ ທີ່ມາຈາກໄທຍ ແລະບໍ່ກັບໄທຍ ຊຶ່ງທ່ານເອງຄາດຄະເນວ່າ ອາດຈະເອົາໄປບ່ອນອື່ນກໍເປັນໄດ້.

ດັ່ັງທ່ານເວົ້າວ່າ:

ພວກເຮົາກໍມີໂຕເລກ ທີ່ວ່າຄັນໃດມັນບໍ່ອອກບໍ່ຫຍັງຕ່າງໆ ເພາະວ່າເຮົາໄດ້ເກັບກຳໄວ້ຢູ່ ຈຳນວນນຶ່ງ ມັນກໍອາດເຄື່ອນໄຫວບໍ່ຖືກຕ້ອງ ກໍມີ ອາດເອົາໄປບ່ອນອື່ນເນາະ ອາດເປັນໄດ້.

ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ດ່ານພາສີຢູ່ລາວ ເຂັ້ມງວດໃນການນຳຣົຖ ເຂົ້າ-ອອກ ປະເທດ ເພື່ອຫລີກລຽງຣົຖເຖື່ອນ ນອກຈາກນັ້ນ ກໍຍັງກວດສິນຄ້າເຖື່ອນ ແລະສິນຄ້າທີ່ຜິດກົດໝາຍ ນຳອີກ. ຜູ້ຂາຍຣົຖມືສອງໃນລາວທ່ານນຶ່ງເວົ້າວ່າ ຂບວນການນຳຣົຖມາຈາກໄທຍ ແບບຖືກຕ້ອງຕາມກົດໝາຍ ແລ້ວຣົຖບໍ່ຄືນໄທຍນັ້ນ ອາດມີ ເພາະຕ້ອງ ການເອົາຣົຖໄປຂາຍຕໍ່ ຫລັງຈາກນັ້ນ ຜູ້ຊື້ຈະໄປປ່ຽນພວງມະໄລ ຈາກຂວາໄປຊາຍ ແລ້ວກໍເຮັດເອກກະສານໃຫ້ຖືກຕ້ອງ ກໍສາມາດຂີ່ ຫລື ຂາຍຕໍ່ເປັນຣົຖມືສອງໄດ້.

ໄດ້ຫັ້ນແລ້ວ ຄັນວ່າຣົຖຖືກຕາມເອກກະສານກົດໝາຍ ຄັນວ່າມັນມີຄົນຮັບກໍຂາຍໃຫ້ເຂົາເລີຍ ແລະກໍມີຄັນຂັບຕໍ່ໆ ກັນໄປຫັ້ນແຫລະ ຄັນວ່າເຂົາຈະເຮັດຣົຖມີເອກກະສານນີ້ ກໍຕ້ອງແບບວ່າ ເອີ ຍ້າຍພວງມະໄລ ແລ່ນນັ້ນແລ່ນນີ້ ເຮັດເອກສານແມ່ນຫຍັງຫັ້ນແລ້ວ ຄັນວ່າຂີ່ຝັ່ງຂວາເປັນໄທຍເດ.

ຜູ້ຂາຍຣົຖມືສອງ ໃນລາວອີິກທ່ານນຶ່ງເວົ້າວ່າ ສຳລັບຮ້ານທ່ານເອງ ຖ້າຈະຊື້ຣົຖມືສອງ ກໍຈະຊື້ຣົຖທີ່ມີເອກສານຖືກຕ້ອງ ແລະ ກວດກາຣົຖເປັນຢ່າງດີ ແຕ່ຈະບໍ່ຮູ້ວ່າຣົຖລັກເຂົ້າມາ ຫລື ບໍ ເພາະພຽງແຕ່ເບີ່ງເອກກະສານອ້າງອີງວ່າ ຖືກຕອ້ງເທົ່ານັ້ນ.

ແມ່ນລະຕ້ອງໄດ້ມາແລ່ນ ເອກກະສານ ຢູ່ລາວອີກເທື່ອນຶ່ງ ເຮົາກໍຈະເບິ່ງປີຣົຖ ແລ້ວກໍເບິ່ງວ່າເກັຽຫຍັງ ຣົຖປີໃດເຮົາກໍຕີລາຄາໃຫ້ຖືກ.

ດ່ານພາສີ ທີ່ແຂວງໜອງຄາຍ ຣາຍງານຕື່ມວ່າ ແຕ່ເດືອນພືສພາຫາເດືອນທັນວາ ປີ 2022 ມີຣົຖເຂົ້າ-ອອກປະເທດໄທຍ ຜ່ານຂົວມິຕະພາບລາວ-ໄທຍແຫ່ງທີ່ 1 ໜອງຄາຍ-ວຽງຈັນປະມານ 134,000 ຄັນ ໃນຈຳນວນນັ້ນ 124 ຄັນໄປແລ້ວບໍ່ກັບຄືນເຂົ້າປະເທດໄທຍ ຊື່ງເປັນສຖິຕິທີ່ສຸງທີ່ສຸດ ເມື່ອທຽບໃສ່ດ່ານອື່ນໆ.

ໃນນັ້ນ ມີຣົຖຍີ່ຫໍ້ ໂຕໂຍຕ້າ 42 ຄັນ, ອີຊຸຊຸ 20 ຄັນ, ຮອນດ້າ 11 ຄັນ, Mercedes Benz  2 ຄັນ, BMW 1 ຄັນ ແລະ Vespa 1 ຄັນ ອີງຕາມໜ່ວຍງານ ກວດຍຶດຣົຖຍົນຕາມລຳແມ່ນ້ຳຂອງ ລະຫວ່າງໄທຍກັບລາວ ພົບວ່າ ຣົຖກະບະ ແລະຣົຖ SUV ເປັນຣົຖທີ່ຂະບວນການ ລັກຣົຖຍົນ ນິຍົມລັກໄປຂາຍທີ່ຝັ່ງລາວ ຫລາຍກວ່າຣົຖ ຍີ່ຫໍ້ອື່ນໆ.

ບັນຫາຣົຖເຖື່ອນໃນລາວ ຖືເປັນບັນຫາຊໍ້າເຮື້ອມາຍາວນານ ຫຼາຍປີແລ້ວ ຈົນຫຼ້າສຸດນີ້ ສຳນັກງານນາຍົກຣັຖມົນຕຣີ ຣັຖບານຊຸດເກົ່າ ອອກຄຳສັ່ງສະບັບເລຂທີ 20/ນຍ ລົງວັນທີ 8 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາຕການ ຕໍ່ຜູ້ທີ່ນຳເຂົ້າ ແລະນຳໃຊ້ຍານພາຫະນະ ທຸກປະເພດແບບບໍ່ຖືກຕ້ອງ ເພື່ອໃຫ້ການນຳເຂົ້າ, ການນຳໃຊ້, ແລກປ່ຽນ, ຊື້-ຂາຍ ໃຫ້ຖືກຕ້ອງຕາມ ລະບຽບກົດໝາຽ.

ໃນຂະນະທີ່ ການແກ້ໄຂຣົຖເຖື່ອນໃນລາວ ຍັງມີຄວາມຫຍຸ້ງຍາກ ເພາະມີພະນັກງານຣັຖ, ທະຫານ, ຕຳຣວດ ມີສ່ວນກ່ຽວຂ້ອງ ໃນການນຳເຂົ້າ ແລະນຳໃຊ້ໂດຍຕຣົງ ຊຶ່ງປະຊາຊົນລາວ ສ່ວນຫຼາຍກໍເຫັນວ່າຣັຖບານລາວ ຄວນຈະຕິດຕາມຮີບດ່ວນ ກວດກາຢ່າງເຂັ້ມງວດ ເພື່ອທັບມ້າງຂະບວນການ ຣົຖເຖື່ອນໃຫ້ໝົດໄປ ຈາກປະເທດ.

ປະຊາຊົນລາວ ທ່ານນຶ່ງ ຜູ້ທີ່ຮູ້ເຫດການ ກ່າວວ່າແຕ່ອະດີດ ຈົນຮອດປັດຈຸບັນ ກໍເຫັນແຕ່ພະນັກງານງານຣັຖ, ທະຫານ, ຕຳຣວດ ເທົ່ານັ້ນທີ່ເປັນຜູ້ນຳເຂົ້າ ແລະນໍາໃຊ້ຣົຖເຖື່ອນ ເພາະຖ້າເປັນຊາວບ້ານ ຄົນທັມມະດາ ບໍ່ສາມາດເຮັດໄດ້ຢູ່ແລ້ວ ເພາະຕ້ອງດຳເນີນການ ຕິດຕໍ່ກັບຄົນຕ່າງປະເທດ ເພື່ອຂົນສົ່ງຣົຖເຖື່ອນເລົ່ານັ້ນ ເຂົ້າລາວຊຶ່ງເປັນຂັ້ນຕອນ ສະເພາະເຈົ້າໜ້າທີ່ຣັຖເທົ່ານັ້ນທີ່ຮູ້.

ທາງດ້ານເຈົ້າໜ້າທີ່ ຮັບຜິດຊອບວຽກງານຕິດຕາມ ກວດກາຣົຖເຖື່ອນ ໃນລາວກ່າວວ່າໃນໄລຍະຜ່ານມາ ຣັຖບານລາກໍເຂັ້ມງວດທີ່ສຸດ ໃນການຕິດຕາມກວດກາຣົຖເຖື່ອນ ໂດຍໃຫ້ຜູ້ຄອບຄອງຣົຖເຖື່ອນ ສາມາດນຳຣົຖມາຂຶ້ນທະບຽນ ແລະຈ່າຍພາສີປະຈຳປີ ໃຫ້ຖືກກົດໝາຽໂດຍຈະບໍ່ມີການປັບໃໝ ຫຼື ຍຶດເອົາຣົຖຄືນ.

ພາຍຫຼັງທີ່ ສຳນັກງານນາຍົກຣັຖມົນຕຣີ ອອກຄຳສັ່ງສະບັບເລຂທີ 20/ນຍ ມານັ້ນພາກສ່ວນທີ່ກ່ຽວຂ້ອງກໍສາມາດຕິດຕາມ ກວດກາ ແລະແກ້ໄຂບັນຫາຣົຖເຖື່ອນ ຜິດກົດໝາຽໄດ້ເປັນຈຳນວນຫຼາຍ ໂດຍສະເພາະ ໃນກຸ່ມຂອງຄົນລາວທົ່ວໄປ ແລະນັບມື້ຈະຫຼຸດລົງເລື້ອຍໆ ຍ້ອນຫຼາຍຄົນກໍມີຄວາມກັງວົນໃຈ ຢ້ານຖືກປັບໃໝໃສ່ໂທດ ສ່ວນການຕິດຕາມກວດກາ ຣົຖເຖື່ອນ ນຳພະນັກງານງານຣັຖ, ທະຫານ, ຕຳຣວດ ນັ້ນກໍຈະເຂັ້ມງວດຂຶ້ນຕື່ມ.

ທ່ານ ຄຳສອນ ເພັດດາວັນ ປະທານຄະນະສະມາຊິກ ສະພາແຫ່ງຊາຕເຂດເລືອກຕັ້ງທີ 10 ແຂວງວຽງຈັນ ກ່າວໃນໂອກາດ ປະກອບຄວາມເຫັນ ຢູ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ວັນທີ 14 ມິຖຸນາ ປີ2022 ຜ່ານມາວ່າ ເຖິງແມ່ນວ່າຣັຖບານລາວ ຈະແກ້ໄຂບັນຫານີ້ໄດ້ ໂດຍພື້ນຖານ ແຕ່ກໍພົບຄວາມຫຍຸ້ງຍາກ ຫລາຍຢູ່ເນື່ອງຈາກຣົຖ ນຳເຂົ້າບໍ່ຖືກຕ້ອງ ສ່ວນນຶ່ງແມ່ນຣົຖ ພະນັກງານ, ທະຫານ, ຕຳຣວດ ແລະ ບາງກໍຣະນີ ເຮັດເປັນຣົຖສ່ວນຮວມ ແຕ່ສພາບຄວາມເປັນຈິງແລ້ວເປັນຂອງສ່ວນບຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.