ຈີນເຂົ້າມາ ຄວບຄຸມຫຼາຍກິຈການ ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງລາວ

ອຸ່ນແກ້ວ
2023.03.24
ຈີນເຂົ້າມາ ຄວບຄຸມຫຼາຍກິຈການ ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງລາວ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ເຂົ້າຮ່ວມ ພິທີວາງສີລາຣຶກ ໂຄງການກໍ່ສ້າງຕຶກແຄນຄູ່ ເຂດພັທນາເສຖກິຈໃໝ່ “ສີທັນດອນ” ບ້ານທ່າຄໍ້ ເມືອງໂຂງ ແຂວງຈຳປາສັກ ເຊິ່ງໂຄງການດັ່ງກ່າວ ເປັນຂອງນັກລົງທຶນຈີນ. ວັນທີ 22 ກຸມພາ 2023.
ຮູບພາບຈາກ: KPL

ປັດ​ຈຸບັນ ຈີນໄດ້ເຂົ້າມາຄວບຄຸມຫຼາຍແນງການ ທີ່ເປັນແຫຼ່ງສ້າງລາຍໄດ້ຫຼັກຂອງປະເທດລາວ ບໍ່ວ່າຈະເປັນການ​​ຄ້າ, ​ທ່ອງທ່ຽວ, ການຂົນສົ່ງ, ຄົນຈີນເຂົ້າມາຊື້ທີ່ດິນໂດຍໃສ່ຊື່ຄົນລາວ, ແລະ ໄຟຟ້າ.

ເຈົ້າ​ໜ້າທີ່ ອົງການຈັດຕັ້ງພາກປະຊາສັງຄົມລາວ ທ່ານນຶ່ງ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຈີນ​ເຂົ້າມາຄວບຄຸມເທົ່າທີ່ຮູ້ ນຶ່ງ ວຽກການຄ້າຊະເປັນສ່ວນໃຫຍ່ເນາະ ການຄ້າການລົງທຶນ ການຄ້ານີ້ເຮົາກະຮູ້ວ່າຫຼາຍໆຮ້ານ ຢູ່ລາວນີ້ ຢູ່ທົ່ວປະເທດ ຢູ່ທົ່ວທຸກເມືອງພຸ້ນແຫຼະ ມີຮ້ານຄ້າຮ້ານຂາຍຂອງຈີນ ເຊິ່ງຄົນຈີນ ເປັນເຈົ້າຂອງເອງ.

ລົ​ທຶນຂນາດໃຫຍ່ໆ ກະເວົ້າເລື່ອງບໍ່ແຮ່ ຫຼື ເຂື່ອນໄຟຟ້າຈັ່ງຊິກະໃຫຍ່ໆ ຫຼາຍໆ ແຫ່ງຢູ່ລາວນີ້ກະແມ່ນ ຈີນເຂົ້າໄປ Take Over ນີ້ກະຫຼາຍແລ້ວ ແລະ ຈີນລົງທຶນເອງນີ້ກະຫຼາຍ ໂດຍສະເພາະຄືຍົກໂຕຢ່າງເຂື່ອນນ້ຳອູ 1 ຮອດ 7 ກະເປັນຂອງຈີນໝົດ ແມ່ນຈີນເຂົ້າມາຄຸມລະກະທີນຶ່ງ.

ອັນ​ທີ່ມັນຕໍ່ເນື່ອງໄຟຟ້າກະແມ່ສາຍສົ່ງແຮງສູງ ຢູ່ທົ່ວປະເທດນີ້ ເຂົ້າມາລົງທຶນລະກະມັນເຮັດໃຫ້ EDL ເປັນໜີ້ເປັນລູກໜີ້ ຂອຈີນຫຼາຍໆຢ່າງ ປ່ຽນຜູ້ຖືຮຸ້ນກາຍເປັນວ່າຈີນ 90% ໂຄງ​ການນາດໃຫຍ່ແມ່ນ ຈີນເຂົ້າມາ Take Over ໝົດແລ້ວ. ນອກຈາກນັ້ນກະເສັ້ທາງຣົຖໄຟ.

ຄວາມ​ຍືນຍົງສຳລັບ ຜົໂຍດທີ່ຈະໄດ້ຈາກປະເທດຈີນ ສຳລັບຄົນລາວນີ້ ສຳລັບຄົນລາວ ຫຼື ປະເທດລາວແທ້ ຄຶດວ່າ ໄດ້ຜົໂຍດໜ້ອຍສຸດ ເປັນຫຍັງຈຶ່ງວ່າໜ້ອຍສຸດ ກະຍ້ອນຄົນຈີນບໍ່ໄດ້ມີຈັນຍາບັນເລື່ອງ ຄວາມເອື້ອຍເຟື້ອເພື່ອແຜ່ ລະກະເລື່ອງສະພາບແວດລ້ອມບໍ່ ຜົກະທົບຕ່າງໆ ຂະເຈົ້າກະບໍ່ໄດ້ຄຶດເຖິງອີກ ຄະເຈົ້າລະບໍ່ໄດ້ສົນໃຈ ຄະເຈົ້າລະຄິດແຕ່ຜົໂຍດເຂົາ.

ລະ​ບົບຂອງທຶນຈີນ ຢູ່ລາວນີ້ລະແມ່ນຫຼາຍ ຢູ່ລາວເບາະ ຫຼື ຢູ່ຂະເໝນຈັ່ງຊີ້ປະເທດທີ່ອ່ອນແອ ລະບຽບ ຫຼື ກົດລະບຽບອ່ອນແອ ແມ່ນຈີນເຂົ້າໄປ ມີບົດບາດຫຼາຍ ລະຜົໂຍດທີ່ໄດ້ກະແມ່ນໜ້ອຍ.

ນັກ​ຂ່າວ: ຄືເວົ້າເລື່ອງທ່ອທ່ຽວເດ້ ເປັນຈັ່ງໃດ?

ເຈົ້າ​ໜ້າທີ່: ທ່ອງທ່ຽວນີ້ກະແມ່ນລັກສະນະຄ້າຍໆກັນ ຮູບແບບຄືຍົກໂຕຢ່າງ ຂ້າພະເຈົ້າໄປທ່ຽວຫລວງຣະບາງ ຄື ທ້າຍເດືອນທີ່ຜ່ານມາຫັ້ນ ມີໝູ່ຢູ່ຫລວງຣະບາງ ຄົນຮູ້ຈັກກັນດີ ໄປກິນເຂົ້ານັ່ງລົມກັນກະ ລະລົມສູ່ກັນຟັງກະຮູ້ວ່າ ກະນຶກເຖິງພາບເລີຍວ່າ ທົວສູນຫຼຽນ ທີ່ໄທເຄີຍພໍ້ ເມື່ອປີກ່ອນ ຫຼາຍປີກ່ອນນີ້ ຄືກິນຕັ້ງແຕ່ຕົ້ນ້ຳຈົນຮອດປາຍນ້ຳ.

ທົວ​ຣ໌ຄົນຈີນ ຮັບແຂກຄົນຈີນ ເອົາຣົຄົນຈີນ ນອນຢູ່ໂຮງແຮມຈີນ ຮ້ານອາຫານຈີນ ໃສ່ນ້ຳມັນຈີນ. ລາວຊິບໍ່ໄດ້ຜົໂຍດຫຍັງ ຄັນຖ້າວ່າ ບໍ່ໄດ້ຄວບຄຸມເລື່ອງ ຄົນເຂົ້າຄົນອອກ ຫຼືວ່າ ຍານພາຫະນະເຂົ້າອອກ ເພາະວ່າ ມັນເສຣີເດ້. ມັນຕ່າງເວລາລາວເອົາຣົໃຫຍ່ໄປເອງ ບໍ່ໄດ້.

ນັກ​ຂ່າວ: ຄັນຊັ້ນຜົກະທົບທີ່ຈະເກີດຂຶ້ນເດ້ ມັນຄືຫຍັງ?

ເຈົ້າ​ໜ້າທີ່: ຜົກະທົບນີ້ ມັນກະມີຫຼາຍໆຢ່າງ ໃນມຸມກວ້າງເນາະ ອັນທີນຶ່ງ ລະບຽບເຈົ້າອ່ອນແອ ມັນໝາເຖິງ ໃນນະດຽວກັນ ລະບຽບປົກປ້ອງ ຄຸ້ມຄອງຄົນພາຍໃນຊາຕເຈົ້າ ບໍ່ເຂັ້ມແຂງ ມັນຈະເຮັດໃຫ້ປະຊາຊົນເສັຽຫາຍ ເສັຽຜົໂຍດ ຕໍ່ບຸກຄົນ ຕໍ່ຊຸມຊົນ.

ຕໍ່​ຊັບພະຍາກອນທັມຊາຕ ເຂົາກະບຸກລຸກ ເຂົາກະບຸກລຸກເຂົາກະທຳລາຍໄປ ເຂົາກະບໍ່ໄດ້ສົນໃຈ ເນາະ ມັນກະທຳລາຍສິ່ງແວດລ້ອມ ເຮົາກະເຫັນເປັນຂ່າວຢູ່ເປັນໄລຍະໄລຍະເນາະ ທຸຣະກິຈີນໄປເຮັດລະສົ່ງຜົກະທົບຕໍ່ນ້ຳ ຕໍ່ປ່າໄມ້ ທຳມະຊາຕຕ້າງໆ.

ນັກ​ຂ່າວ: ແລ້ວມາເບິ່ງ ຄືກໍລະນີ ການຈັບຈອງທີ່ດິນ ຢູ່ຕາມສະຖານທີ່ຕ່າງໆເດ້ ຢູ່ປະເທດລາວ ເຮົາເຫັນວ່າ ມີໂຕແທນຂອງ ບໍຣິສັດຈີນ ຫຼື ຄົນຈີນເຂົ້າມາຊື້ດິນຫຼືວ່າ ຈັບຈອງທີ່ດິນຫຼາຍບໍ່ ຢູ່ບ້ານເຮົາ.

ເຈົ້າ​ໜ້າທີ່: ເລື່ອງດິນນີ້ໂອຫຼາຍໆ ໜ້າຈະເປັນນຶ່ງໃນນະໂຍບາຍ ເອົາຄົນອອກປະເທດ ຂອງຈີນ ຫຼື ຄົນຈີນເຂົາຢາກຢູ່ ໃນປະເທດລາວ ມັນດິນແດນກວ້າງຂວາງ ແຕ່ຈຳນວນຄົນໜ້ອຍເນາະ ເລື່ອງດິນຫັ້ນ ໂດຍກົດໝາຍແລ້ວ ຄົນຕ່າງປະເທດບໍ່ມີສິດໃນການຄອບຄອງ ແຕ່ໃນທາງປະຕິບັດຫັ້ນນ່າ ຈີນໃຫ້ຄົນລາວເປັນນໍມິນີ ຫຼື ເປັນໂຕແທນໃຫ້.

ໂຮງ​ແຮມ, ດິນດອນຕ່ອນຫຍ້າ ຊື້ບ່ອນໃດທີ່ເປັນທຸຣະກິຈ ມັນກວ້ານຊື້ເອົາໝົດ ລະກະໄດ້ ແລະ ກະວິທີການອື່ນ ທີ່ເຂົາເຮັດນັ້ນກະຄື ເອົາເມັຽຄົນລາວ ພະຍາມເອົາເມັຽຄົນລາວ ເພື່ອຈະໄດ້ສິດທິໃນການ ເປັນເຈົ້າຂອງຊັບສິນດິນດອນຕ່າງໆ ຫຼາຍໆ ໂອ້ຍໜ້າເປັນຫ່ວງສຸດແຫຼະ ໃນຍຸກນີ້ ຍຸກທີ່ກົດໝາຍລະບຽບອ່ອນແອ ຖືວ່າ ເສັຽປຽບຫຼາຍ.

ນັກ​ຂ່າວ: ແຕ່ວ່າ ຜົໂຍດນີ້ ເພາະວ່າ ເຫັນທາງການເພິ່ນປະກາດ ໂຄສະນາຢູ່ ໃນການລົງຂ່າວປະຊາສັມພັນກ່ຽວກັບການລົງທຶນ ຂອງຈີນມັນໃຫ້ຜົດີ ແຕ່ວ່າ ໃນແງ່ຂອງເຮົາເດ້ ເຮົາເຫັນວ່າ ເປັນແນວໃດ.

ເຈົ້າ​ໜ້າທີ່: ລະຫວ່າງ ຣັຖ ກັບນັກລົງທຶນຫັ້ນ ເຂົາໄດ້ຜົໂຍດຢູ່ແລ້ວ ອາທາງກົດ ຫຼື ທາງອ້ອມ ແຕ່ວ່າ ຜົໂຍດທີີ່ຈະກັບມາຫາປະຊາຊົນ ຫຼື ຊຸມຊົນທີ່ນັກທຸຣະກິຈ ໄປຢູ່ຫັ້ນນ່າ ແມ່ນມີ ແຕ່ໜ້ອຍສຸດ.

ໄດ້​ຜົໂຍດແຕ່ໜ້ອຍສຸດ ຍ້ອນຫຍັງ ຍ້ອນລະບຽບເຮົາ ບໍ່ເຂັ້ມແຂງ ຍ້ອນກົດລະບຽບເຮົາບໍ່ເຂັ້ມແຂງ ຜູ້ເຮັດຜິດ ກະບໍ່ໄດ້ຖືກລົງໂທດອີ່ຫຍັງ ກະຄື ຍົກໂຕຢ່າງເຮົາເຫັນຫຼາຍຄັ້ງຜ່ານມາ ຄື ຈີນຢູ່ຜົ້ງສາລີ ໄລ່ຕີຄົນລາວ ໄລ່ຍິງຄົນລາວ ຫຼືວ່າ ຈີນຢູ່ໃສ ຢູ່ບໍ່ແກ້ວເບາະ ຕີຄົນລາວ ທຸບຄົນລາວ ເອົາປຽບ ຄືເຮົາເສັຽປຽບຫຼາຍຢ່າງ.

ເພາະ​ວ່າ ເຮົາບໍ່ໄດ້ໄປໃຊ້ມາຕະການໃດລົງໂທດ ຫຼືວ່າ ປົກປ້ອງຄຸ້ມຄອງເນາະ ແມ້ກະທັ້ງຫຼາຍໆ ອາຊີບທີ່ຈີນເຂົ້າມາແລ້ວ ຄົນລາວຕາຍໄປ ຄືຍົກໂຕຢ່າງລ້ຽງປະກະຊັງ ຢູ່ເລາະນ້ຳງື່ມນີ້ ຫຼາຍອັນຄົນລາວຕາຍໄປເອງ, ແຕ່ວ່າ ເນື່ອງຈາກວ່າ ພາກຣັເອງບໍ່ໄດ້ ຄຸ້ມຄອງປົກປ້ອງ ແລະ ກະບໍ່ໄດ້ເບິ່ງຜົໂຍດກະເຮັດໃຫ້ຄົນລາວໄດ້ຕາຍໄປ.

ຈີນ​ມັນກະທຸ້ມຊື້ໂອເຄ ມັນມາຂາຍໃຫ້ເຈົ້າລາຄາ 17,000 ກີບ ທຳມະດາເຄີຍຂາຍໃນລາຄາກິໂລລະ 20,000 ກີບ. ມັນໄປຂາຍແຕ່ 17,000 ກີບ ຄົນກະຫຼຸໄປເອົານຳມັນ ບາດນີ້ ໃນເວລາຄົນລາວ ຕາຍໄປ ກິການຄົນລາວຕາຍໄປ, ຈີນມັນກະຂຶ້ນເນາະ ເພາະວ່າ ລາຄາມັນຜູກຂາດໄດ້ເດ້.  

ໂຕນີ້​ກະອັນລາຍສຸດ ຍ້ອນຫຍັງ ຍ້ອນວ່າລະບຽບມະຫາພາກກະຄື ກົດໝາຍແລະການຄຸ້ມຄອງມັນ ມັນບໍ່ເຂັ້ມແຂງ ເຮັດໃຫ້ຄົນລາວເສັຽປຽບເນາະ ກະລາມໄປອີກໂຕນຶ່ງເວົ້າເລື່ອງທຸຣະກິຈ ການລົງທຶນຫຍັງການຄ້າຫຍັງຕ່າງໆ ກະຄື ຄືຕາມລະບົບຂອງຈີນເນາະ ເຂົາເປັນຄົນທີ່ມີຊາຕນິຍົມສູງ.

ຈິນ​ເຮັດທຸຣະກິຈ ຈີນເອົາຄົນຈີນມາຄຸມ ຈີນເອົາກຳມະກອນມາຄຸມ ຈີນເອົາຣົຖ ຈີນມາໃຊ້ທຸກຢ່າງ ເກືອບວ່າເປັນຈີນໝົດ ສະນັ້ນແຫຼະ ເຂົາຮ້ອງວ່າ ກິນແຕ່ຕົ້ນນ້ຳຈົນປາຍນ້ຳ ອັນນີ້ຜົໂຍດຕົກຢູ່ປະເທດລາວນີ້ໜ້ອຍດຽວ.

ນອກ​ຈາກນີ້ ນັກທຸຣະກິຈ ລາວ ທ່ານນຶ່ງ ໄດ້ໃຫສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ:

ຜູ້​ໃດຄຸມເງິນກະຜູ້ນັ້ນແຫຼເອົາ ຜູ້ຖືກຄຸມັນກະຈົບເຫ່ແຫຼະ ບໍ່ວ່າລະດັບບຸກຄົນ ບໍ່ວ່າລະດັບປະເທດພຸ້ນ ຜູ້ຖືກຄຸມແມ່ຈົບແຫຼະ ບໍ່ວ່າແຕ່ຊາຕໃດແຫຼະ ບໍ່ຕິ ຢ່າຊິໄປວ່າ ຊາຕນັ້ນບໍ່ເອົາ ຊາຕນີ້ເປັນມິດຊ່ວຍເຫຼືອລ້າ ປາກຊື່ືໆ ຊ່ວຍເຫຼືອລ້າ ມີຢູ່ໃສຊ່ວຍເຫຼືອລ້າ ໃຫ້ເຈົ້າລ້າ ມັນກະເອົາທາງອື່ນຄັນເຈົ້າເປີດໂອກາດໃຫ້ມັນທາງການເມືອງ ທາງຄວາມໝັ້ນຄົງ.

ຄົນ​ຈີນພາກັນເຂົ້າມາຊື້ທີ່ດິນ ນຳປະຊາຊົນເອົາໄວ້ ໂດຍ ໃສ່ຊື່ຄົນລາວເພື່ອຂາຍກິນກຳໄລ ແລະ ປູກພືດກະສິກັມ, ແລະ ບາງກໍລະນີຄົນຈີນ ກໍໄດ້ຮັບສັມປະທານ ນຳຣັບານ​.

ປະ​ຊາຊົນຢູ່ແຂວງພາກໃຕ້ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ດິນດອນ​ຕ່ອນຫຍ້າ ເຂົາເອົາໃຫ້ຈີນໝົດລະເດ້ ປະຊາຊົນບໍ່ມີຮອດດິນ ມັນບໍ່ມີລະມັນບໍ່ມີຄຳຊິອະທິບາຍ ບໍ່ມີຄຳຊິເວົ້າ ດິນຮົ້ວດິນສວນ ຜູ້ໃດມີຫຼາຍ ແດ່ພວກເຮັດມາແຕ່ກ່ອນກະຖືກ ຈີນເຂົ້າໄປສັມປະທານ ເຂົາກະເອົາໄປໝົດລະດິນດອນຕ່ອນຫຍ້າຂອງປະຊາຊົນ ເຂົາກະຍັງເອົາໄປໝົດ.

ຣັ​ບານເອົາແຫຼ່ງທ່ອງທ່ຽວທີ່ສຳຄັນຂອງປະເທດລາວ ໃຫ້ຈີນເຂົ້າມາສັມປະທານ ເຊັ່ນແຫຼ່ງທ່ອງທ່ຽວນ້ຳຕົກຕາດຄອນພະເພັງ.

ປະ​ຊາຊົນ ຢູ່ ເມືອງໂຂງ ແຂວງ​​ຈຳປາສັກ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

ຄື​ແຫຼ່ງ​ທ່ອງ​ທ່ຽວ​ຄອນ​ພະ​ເພງ ເຂົາ​ກະ​ປະ​ມູນ​ເອົາ​ໝົດ​ລະ​ຫັ້ນ​ລະ​ດຽວນີ້ ພວກ​ຄົນ​ຂາຍ​ເຄື່ອງ​ ປະ​ຊາ​ຊົນ​ເຮົາບາດນີ້ ກະ​ໄດ້​ຈ້າງ​ເຂົ້າ​ຫັ້ນ ຂັ້ນ​ບໍ່​ຈ້າງ​ເຂົາ​ກະ​ໄລ່​ໜີ​ຫັ້ນ​ແຫຼບາດນີ້ ຕ້ອງ​ໄດ້​ເສັຽ​ຄ່າ​ເຊົ້າ​ໃຫ້​ເຂົາ​ແຫຼ ຂອງ​ເຂົາ​ສັມປະ​ທານ​ລະ​ເດ້ ບໍ່​ເສັຽ​ເຂົາ​ກະ​ໄລ່​ໜີ​ຕີ້ ດິນດອນ​ຕ່ອນ​ຫຍ້າ ກະ​ຖືກໄຮ່​ຖືກ​ນາ ເຂົາ​ກະ​ເສັຽ​ເງິນ​ໃຫ້ ລາງເທື່ອ​ກະ​ບໍ່​ໄດ້​ເສັຽ​ກະ​ມີ​ນ່າ.

ເຖິງ​ຢ່າງໃດກໍຕາມ ຣັບານກໍເຫັນວ່າ ຈີນເປັນຄູ່ຮ່ວມຊາຕາກຳກັບລາວ ມີການລົງທຶນຢູ່ປະທດລາວ. ທ່ານ ຢົ້ງ ຈັນທະລັງສີ ອະດີດ ເອກອັກຄະລັດຖະທູດລາວ ປະຈຳປະເທດຣັ່ງ ໄດ້ກ່າວຕໍ່ນັກຂ່າວ ວິທະຍຸສາກົນ ແຫ່ງປະເທດຈີນ ຫຼື CRI ທີ່ເຜີຍແຜ່ທາງເຟບຸກຄ໌ ໃນວັນທີ 3 ມີນາ ຕອນນຶ່ງວ່າ:

ທາງ​ຣົໄຟ ແມ່ນການເຊື່ອມຈອດ ທີ່ມີຄວາມໝາຍຍຸດທະສາດທີ່ສຸດ ຕອບໄດ້ຄວາມຝັນຂອງລາວ ຢາກເຮັດ​ Landlocked ເປັ Landlink ເຮັດໃສ່ຫຼັງຂອງຈີນ ແລະແມ່ນພວກເຮົາເປັນນຶ່ງໃນປະເທດອາຊຽນທີ່ວ່າ ມາຢາສັກວັກຊີນ ຂ້າພະເຈົ້າຈື່ໄດ້ວ່າ ຢາກວ່າແມ່ນ ນຶ່ງໃນປະເທດອາຊ້ຽນ ກັບ ກັມພູຊາ ພວກເຮົາໄດ້ກ່ອນໝູ່ໝົດ ໃນອາຊ້ຽນ ຖ້າວ່າ ພວກເຮົາບໍ່ມີເພື່ອນມິດຍຸດທະສາດ ຄູ່ຮ່ວມມືຮ່ວມຊາຕາກັມຂອງພວກເຮົາ ນັ້ນກໍຄື ສຈີນ ພວກເຮົາອາດຈະບໍ່ຢູ່ໃນຖານະນັ້ນໄດ້.

ທະ​ນາຄານໂລກ ໄດ້ອອກບົດຣາຍງານໃນປີ 2022 ທີ່ຜ່ານມາ ກ່ຽວກັບເລື່ອງເສກິລາວ ແລະ ໄດ້ມີການປະເມີນໄວ້ຕອນນຶ່ງວ່າ ໜີ້ສິນຂອງປະເທດລາວ ຈະເພີ່ມຂຶ້ນເປັນ​ 100 ເປີເຊັນ ຂອງລວມຍອດ​ມູນ​ຄ່າ​ຜ​ລິດ​ຕະ​ພັນ​ພາຍ​ໃນ ຫຼື GDP ຂອງ​ລາວ.

ນັບ​ແຕ່ປີ 2023-2026, ຣັບານລາວຈະຕ້ອງຈ່າຍໜີ້ ຕ່າງປະເທດ ມູນຄ່າ 1.3 ຕື້ໂດລ້າຣ໌ໃນແຕ່ລະປີ, ເຊິ່ງສ່ວນຫຼາຍ ເປັນເງິນກູ້ຢືມມາຈາກຈີນ ນັ້ນຄືເຫດຜົທີ່ຈີນເຂົ້າມາຄວາມຄຸມ ຫຼາຍແນງການ​​ທີ່ເປັນແຫຼ່ງລາຍຮັບຫຼັກ ຂອງປະເທດລາວ ອີງຕາມຄຳເຫັນ ຂອງນັກຂ່າວຕ່າງປະເທດ ຜູ້ທີ່ຕິດຕາມສະພາບເສກິລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.