ເຈົ້າໜ້າທີ່ ນະຄອນຫລວງວຽງຈັນ ກວດກາ 17 ບ້ານ ທີ່ຂຶ້ນກັບກຸ່ມບ້ານໄຊ ແລະກຸ່ມບ້ານທ່າງ່ອນ ເມືອງໄຊທານີ ແລະໄດ້ພົບຮ້ານຊື້-ຂາຍເຫລັກເສດ 26 ຮ້ານ ທີ່ດໍາເນີນທຸຣະກິຈໂດຍບໍ່ໄດ້ຮັບອະນຸຍາດ. ໃນນັ້ນເປັນຄົນວຽດນາມ 38 ຄົນ, ອີງຕາມການຣາຍງານຂອງ ພັນໂທ ບຸນຍົງ ສີບຸນເຮືອງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນະຄອນຫລວງວຽງຈັນ ຕໍ່ກອງປະຊຸມສລຸບຖອດຖອນບົດຮຽນ ການເຄື່ອນໄຫວກວດກາ ແກ້ໄຂຮ້ານຮັບຊື້-ຂາຍເຫລັກເສດ ຢູ່ເມືອງໄຊທານີໃນມື້ວັນທີ 30 ມິນານີ້.
ປັດຈຸບັນ ຊາວລາວ ໃນນະຄອນຫລວງວຽງຈັນ ຫລາຍຄົນເວົ້າວ່າ ຄົນວຽດນາມມາ ເປີດຮ້ານຮັບຊື້ເຫລັກເສດ ຢູ່ນະຄອນຫລວງວຽງຈັນນີ້ ກໍຍັງມີຫລາຍ ບໍ່ແມ່ນແຕ່ຢູ່ເມືອງໄຊທານີເທົ່ານັ້ນ ຊຶ່ງກໍບໍ່ຮູ້ວ່າຖືກກົດໝາຍ ຫລືບໍ່. ດັ່ງນັ້ນຈຶ່ງຢາກໃຫ້ ຕໍາຣວດໄປກວດກາທຸກບ້ານ ຢູ່ເມືອງອື່ນໆ ເພື່ອປາບປາມ ໃຫ້ມັນໝົດໄປ ເພາະມັນເປັນສ່ວນນຶ່ງ ທີ່ເຮັດໃຫ້ມີຄົນຂີ້ລັກຫລາຍ ທີ່ມັກລັກທັງຂອງຊາວບ້ານ ແລະຂອງຣັຖ ໄປຂາຍໃຫ້ຮ້ານຄົນວຽດນາມ ທີ່ຜິດກົດໝາຍ.
ດັ່ງປະຊາຊົນ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 31 ມີນານີ້ວ່າ:
“ຢູ່ທາງເບື້ອງລາວຫວາ ວຽກກັມມະກອນຫັ້ນນ່າ ເພິ່ນຄ້າງດົນ ເດືອນນຶ່ງ 2 ເດືອນ 3 ເດືອນໄປຫັ້ນນ່າ 2 ຫາ 3 ເດືອນຕົກຢູ່. ເຮົາກໍບໍ່ຈື່ແລ້ວ ອໍ໋ ໝູ່ຂ້ອຍໂດນກົງນ່າ ເພິ່ນກໍຮ້ອງຟ້ອງແລ້ວກໍ ຄູ່ກໍຣະນີເພິ່ນກໍໄດ້ຊົດເຊີຍຈ່າຍໃຫ້ແລ້ວນ່າ ຖ້າບໍ່ຈ່າຍໃຫ້ກໍຕາມລະບຽບກົດໝາຍເລີຍ ເປັນໄທຍ.”ພ້ອມດຽວກັນນັ້ນ ຊາວລາວຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກໍເວົ້າເຖິງເຣື່ອງ ຄົນວຽດນາມເຂົ້າມາລາວ ແລ້ວເປີດຮ້ານຊື້-ຂາຍເຫລັກເສດນີ້ວ່າ ມີມາແຕ່ດົນແລ້ວ, ບໍ່ຮູ້ວ່າການເປີດຮ້ານນັ້ນ ຖືກກົດໝາຍ ຫລືບໍ່. ຮ້ານຂອງຄົນວຽດນາມ ມັກຈະໃຫ້ລາຄາສູງ ໃນການຮັບຊື້ເຫລັກເສດ, ແຕ່ພວກເຂົາມັກໂກງຕາຊິງ ໂດຍເຮັດໃຫ້ຊິງແຂງ ເຊັ່ນຕົວຢ່າງ ນໍ້າໜັກເຫລັກເສດ 100 ກິໂລ ແຕ່ພັດຊັ່ງໄດ້ພຽງປະມານ 60 ກິໂລເທົ່ານັ້ນ ແລະວ່າ ຂະນະນີ້ມີຮ້ານຂອງຄົນວຽດນາມຫລາຍ.
“ຂ້ອຍກະບໍ່ເຂົ້າໃຈຄືກັນ ເຂົາເຮັດເປັນເດືອນເປັນຊ່ວງແດ່ ສ່ວນຫລາຍວຽກກັມກອນ ໄລ່ເປັນມື້ຈັ່ງຊີ້ ແຕ່ກໍເຫັນຈ່າຍເປັນເດືອນມາຮອດເດືອນໆ ເຮັດວຽກ 45 ວັນ ເພິ່ນຈຶ່ງຈ່າຍສ່ວນຫລາຍ ເຂົາເປັນຫົວໜ້າຮັບເໝົາເຂົາຫັ້ນນ່າ ເຂົາບໍ່ຢາກຈ່າຍເງິນໃຫ້ກັນເບື້ອງຫົວໜ້າຮັບເໝົາ ໄປຮັບເໝົາຈາກບໍຣິສັດມາແລ້ວ ມາຈ້າງອ້າຍນ້ອງນໍາບໍຣິສັດ ແລ້ວບໍ່ຢາກຈ່າຍເງິນລູກນ້ອງຫັ້ນນ່າ ສ່ວນຫລາຍເອີ ຂະເຈົ້າກໍເພິ່ງກົມແຮງງານເລີຍ ມື້ນຶ່ງໆ 120,000 ກີບ.”ເຈົ້າຂອງຮ້ານຮັບຊື້-ຂາຍເຫລັກເສດທີ່ເປັນຄົນລາວ ຢູ່ນະຄອນຫລວງວຽງຈັນຜູ້ນຶ່ງ ເວົ້າວ່າ ຮ້ານຮັບຊື້-ຂາຍເຫລັກເສດຂອງຄົນລາວ ສ່ວນໃຫຍ່ແລ້ວ ພວກຂີ້ ລັກຈະບໍ່ມັກ ແລະບໍ່ກ້າມາຂາຍໃຫ້ ເພາະໃຫ້ລາຄາບໍ່ສູງຄືກັນກັບຮ້ານຄົນວຽດ ນາມ ແລະກໍຍັງສ່ຽງທີ່ຈະຖືກຈັບນໍາດ້ວຍ ຍ້ອນຮ້ານຄົນລາວທີ່ຖືກກົດໝາຍ ຈະບໍ່ຮັບຊື້ຂອງໂຈນ ແລະວ່າ ຢາກໃຫ້ທາງການລົງກວດກາຮ້ານຮັບຊື້ເຫລັກເສດ ທຸກຮ້ານ ໂດຍສະເພາະຮ້ານຄົນວຽດນາມ ທີ່ມາຍາດແຍ່ງອາຊີບຂອງຄົນລາວ.
“ໂອ໋ ສ່ວນຫລາຍມັນກໍມັກເປັນວຽກໂຄງການ ຂະເຈົ້າມັກຈ່າຍຫັ້ນນ່າເປັນໂຄງການ ຣົຖໄຟ ທາງຣົຖໄຟບໍ່ ເປັນໂຄງການເຂື່ອນໃຫຍ່ໆຫັ້ນນ່າ ຂະເຈົ້າມັກບໍ່ຈ່າຍເງິນໃຫ້ຄົນງານ ອາຈສິຢູ່ນໍາເສັ້ນທາງນັ້ນ ເສັ້ນທາງນີ້ກໍຕິດໜີ້ຕິດຫຍັງ ກໍຈົ່ມແຕ່ໜີ້ຫັ້ນນ່າ ສ່ວນຫລາຍກໍເປັນແຕ່ໂຄງການໃຫຍ່ໆຫັ້ນແຫລະ ອັນເຂົາຈ້າງເປັນເລັກໆນ້ອຍໆ ນໍາພວກຂາຍເຄື່ອງຂາຍຫຍັງເຂົາກໍບໍ່ຕິດກັນເນາະ ສ່ວນຫລາຍມີແຕ່ໂຄງການໃຫຍ່ໆ.”ແລະເຈົ້າຂອງຮ້ານຮັບຊື້ເຫລັກເສດ ຢູ່ນະຄອນຫລວງວຽງຈັນອີກຜູ້ນຶ່ງ ກໍເວົ້າວ່າ ບາງເທື່ອກໍເຫັນຄົນວຽດນາມ ເລາະຫາຊື້ເຫລັກເສດຕາມບ້ານ. ສໍາລັບຮ້ານຂອງຕົນເອງນີ້ ຈະບໍ່ຮັບຊື້ເຫລັກເສດ ທີ່ເປັນໜ້າສົງສັຍວ່າ ອາຈຖືກລັກມາຂາຍ ເພາະຢ້ານມີບັນຫາຕາມມາພາຍຫລັງ.
"ທາງເຮົາກໍລົງໄປເອົາຂໍ້ມູນກ່ອນເນາະ ເບື້ອງຕົ້ນເນາະ ລົງໄປເອົາຂໍ້ມູນກ່ອນວ່ານາຍຈ້າງ ເປັນຫຍັງຈຶ່ງບໍ່ຈ່າຍເງິນໃຫ້ກັມກອນ ຖ້າຫາກວ່າຝ່າຍນາຍຈ້າງເປັນຜູ້ຜິດເນາະໂດຍທີ່ວ່າບໍ່ຈ່າຍໂດຍທີ່ວ່າບໍ່ມີເຫດຜົນຫັ້ນນ່າ ເຮົາກໍສິໄດ້ຟ້ອງຮ້ອງໃຫ້ນາຍຈ້າງສິໄດ້ຈ່າຍເງິນໃຫ້ກັມກອນຄືນ."
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດໃນນະຄອນຫລວງວຽງຈັນທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 31 ມິນານີ້ວ່າ ເຣື່ອງການລົງກວດກາຮ້ານຮັບຊື້-ຂາຍເຫລັກເສດ ຢູ່ເມືອງໄຊທານີນັ້ນ ເປັນພຽງການທົດລອງກວດກາຂອງຕໍາຣວດເທົ່ານັ້ນ. ສ່ວນຢູ່ເມືອງອື່ນໆ ເຈົ້າໜ້າທີ່ຍັງບໍ່ທັນໄດ້ລົງກວດກາເທື່ອ. ຖ້າກວດພົບເຫັນຮ້ານຮັບຊື້-ຂາຍເຫລັກເສດ ທີ່ຜິດກົດໝາຍ, ເບື້ອງຕົ້ນ ເຈົ້າໜ້າທີ່ກໍຈະສຶກສາອົບຮົມ ແລະໃຫ້ໄປລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະຖ້າໄປກວດພົບເປັນຄັ້ງທີ 2 ວ່າຍັງຜິດກົດໝາຍຢູ່ ກໍຈະດໍາເນີນການຕາມລະບຽບກົດໝາຍ.
“ຖ້າເປັນແຮງງານທີ່ບໍ່ມີເອກສານເນາະ ເຮົາກໍຈະຕ້ອງໃຊ້ວິທີການໃນການຮັບຮູ້ນໍາກັນວ່າ ເປັນພະນັກງານນໍາກັນແນວໃດ ລູກຈ້າງກັບນາຍຈ້າງ ຕ້ອງໄດ້ມີການຕໍ່ລອງກັນ ຫລືວ່າເຮັດເປັນບົດບັນທຶກ ວ່າຂ້ອຍມາເຮັດວຽກນໍາເຈົ້າ ແລະນາຍຈ້າງກໍຕ້ອງຮັບຮູ້ວ່າ ແມ່ນຜູ້ນີ້ແມ່ນເປັນພະນັກງານຂອງຂ້ອຍແທ້ ຕົກລົງກັນອີກວ່າ ຂ້ອຍກັບເຈົ້າຕົກລົງຄ່າແຮງງານກັນ ຈ່າຍໃນວັນທີ ເດືອນ ປີນີ້ ຂອງທຸກໆເດືອນ.”
ຢູ່ເມືອງໄຊທານີ ເວົ້ສະເພາະໃນກຸ່ມບ້ານໄຊ ມີ 8 ບ້ານ, ເຈົ້າໜ້າທີ່ກວດ 16 ຮ້ານ ມີຄົນວຽດນາມ 25 ຄົນ ຊຶ່ງສ່ວນໃຫຍ່ເຂົ້າມາເຮັດທຸຣະກິຈ ໂດຍບໍ່ໄດ້ຮັບອະນຸຍາດ ແລະເຮັດວຽກບໍ່ຖືກກົດໝາຍ, ພັກຢູ່ລາວເກີນກໍານົດ.
ປັດຈຸບັນ ຮ້ານຮັບຊື້-ຂາຍເຫລັກເສດ ມີຢູ່ຫລາຍແຂວງຂອງລາວ ຮວມທັງນະ ຄອນຫລວງວຽງຈັນ, ແຂວງສວັນນະເຂດ ແລະແຂວງບໍ່ແກ້ວ ທີ່ມີຄົນຕ່າງປະ ເທດເຂົ້າມາເປີດຮ້ານຫລາຍ ໂດຍສະເພາະຄົນວຽດນາມ ຮອງລົງມາແມ່ນຄົນຈີນ ຊຶ່ງໄດ້ເຂົ້າມາປະກອບອາຊີບໃນປະເທດລາວຢູ່ແລ້ວ, ຮ້ານຈໍານວນນຶ່ງກໍຖືກຕ້ອງຕາມກົດໝາຍ ແລະຈໍານວນນຶ່ງກໍບໍ່ມີເອກສານຖືກຕ້ອງ ຊຶ່ງມີຂ່າວວ່າບາງເທື່ອກໍອາສັຍຈ່າຍເງິນໃຫ້ເຈົ້າໜ້າທີ່ ໃນເວລາເຈົ້າໜ້າທີ່ລົງກວດກາ.