ເຣື້ອງທີ່ເກັບບັນທຶກໄວ້
2020-10-28
ນະຄອນຫຼວງວຽງຈັນ ທີ່ຕິດໜີ້ ທະນາຄານ ແຫ່ງ ສປປລາວ ໂອນດິນແຄມທາງ 450 ປີ ໃຫ້ບໍຣິສັດ ກຸ່ມ ດວງຈະເລີນ ພັທນາ ກໍ່ສ້າງ ທີ່ຈະເປັນຜູ້ຊໍາຮະໜີ້ ນັ້ນໃຫ້ ທະນາຄານ ແທນ.
2020-10-27
ຄົນງານລາວ ຢູ່ໄທຍ ເດີນທາງ ມາເຮັດ ເອກກະສານ ເພື່ອຂໍຢູ່ໄທຍ ຕໍ່ ຕາມແຈ້ງການ ຂອງຕໍາຣວດ ກວດຄົນ ເຂົ້າເມືອງ ຂອງ ໄທຍ.
2020-10-27
ທາງການລາວ ອະນຸຍາດ ເປີດນໍາໃຊ້ ທາງສີຂຽວ ໃຫ້ ສະເພາະ ພົລເມືອງຈີນ ທີ່ເຂົ້າມາ ຈາກ ສປ.ຈີນ ມາຢູ່ລາວ ໄດ້ເທົ່ານັ້ນ.
2020-10-27
ທາງການລາວ ປະກາດ ຜ່ອນຜັນ ເປີດດ່ານ ປະເພນີ ແລະ ດ່ານທ້ອງຖິ່ນ ທີ່ຈຳເປັນຕໍ່ການນໍາເຂົ້າ ສົ່ງອອກ ສີນຄ້າ.
2020-10-26
ທາງການລາວ ປະເມີນ ໃນປີ 2020 ອັດຕຣາ ຄວາມທຸກຍາກ ຂອງຄົນລາວ ຈະເພີ່ມຂຶ້ນ.
2020-10-22
ນັກສຶກສາລາວ ທີ່ ຮຽນຈົບໃໝ່ ຈໍານວນນຶ່ງ ຈົ່ມວ່າ ແຕ່ ປີນີ້ເຖິງ 2 ປີ ຂ້າງໜ້າ ຄົງຈະຊອກ ວຽກເຮັດຍາກ ຍ້ອນ ເສຖກິດລາວ ບໍ່ຟື້ນໂຕ.
2020-10-20
ຄ່າຜ່ານທາງ ປາກເຊ - ປາກຊ່ອງ ເກັບແພງຫຼາຍ. ປະຊາຊົນ ຮຽກຮ້ອງ ຣັຖ ໃຫ້ແກ້ໄຂ.
2020-10-19
ລາວ ຕຽມສຳຣວດ ໂຄງການ ທາງຣົດໄຟ ຈາກ ແຂວງຄຳມ່ວນ ຫາ ແຂວງຈຳປາສັກ.
2020-10-19
ຊາວບ້ານນາເຕີຍ ໄດ້ຄ່າຊົດເຊີຍ ຈາກ ໂຄງການ ສ້າງທາງຣົດໄຟ ລາວ-ຈີນ ຕື່ມອີກ 35 ຄອບຄົວ.
2020-10-18
ນັບແຕ່ທາງການລາວ ໄດ້ປະກາດ ມາຕການ ຄວບຄຸມ ພຍາດໂຄວິດ-19 ແຕ່ ເດືອນ ມີນາ ເປັນຕົ້ນມາ ດ່ານສາກົລ ບໍ່ໃຫ້ ເຂົ້າ-ອອກ, ໂຮງແຮມ ບ້ານພັກ ກໍແບກພາລະ ໜັກ ໃນດ້ານການເງິນ.
2020-10-16
ທາງການລາວ ກໍາລັງ ພິຈາຣະນາ ເປີດໃຫ້ ນັກທ່ອງທ່ຽວ ບາງປະເທດເ ຂົ້າມາທ່ຽວ ລາວ ໄດ້.
2020-10-14
ຊາວບ້ານ ເມືອງວັງວຽງ ບໍ່ຍອມ ເສັຽດິນນາ ໃຫ້ ບໍຣິສັດຈີນ ສັມປະທານ ເປັນແຫຼ່ງທ່ອງທ່ຽວ ທັນສມັຍ.
2020-10-13
ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກ ພັຍນໍ້າຖ້ວມ ເມືອງເຊໂປນ ແຂວງສວັນນະເຂດ ຢາກໃຫ້ທາງການ ຊ່ອຍເຫຼືອ ເຂົ້າສານ ອາຫານແຫ້ງ ແລະ ນໍ້າດື່ມ.
2020-10-13
ຊາວລາວ ຈໍານວນນຶ່ງ ບໍ່ເຫັນດີ ໃຫ້ ບໍຣິສັດຈີນ ສໍາປະທານ ດິນ ເພື່ອການພັທນາ 7,000 ເຮັກຕາ ຢູ່ ວັງວຽງ.
2020-10-09
ທາງການ ແນະນຳ ວັນທີ 7 ຕຸລາ 2020 ວ່າໃຫ້ເຈົ້າໜ້າທີ່ ຕິດຕາມ ກວດກາ ຮ້ານບັນເທີງ, ຄາຣາໂອເກະ, ງານ ບຸນປະເພນີ, ງານດອງ ແລະ ການທ່ອງທ່ຽວ ເປັນກຸ່ມ ເພື່ອປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ພຍາດໂຄວິດ-19.