ຄ່າທາງປາກເຊປາກຊ່ອງ ຊາວບ້ານ ຈົ່ມທຸກ
2020.10.20
ປະຊາຊົນຊາວແຂວງຈຳປາສັກ ທີ່ໃຊ້ຖນົນປາກເຊ ຫາ ປາກຊ່ອງ ຕ່າງກໍຈົ່ມວ່າຄ່າຜ່ານທາງ ປາກເຊ-ປາກຊ່ອງ ນັ້ນແພງເກີນໄປ. ໂດຍ ສະເພາະ ຜູ້ທີ່ໃຊ້ຖນົນເສັ້ນນີ້ທຸກວັນນັ້ນຕ່າງກໍ່ເວົ້າ ເປັນສຽງດຽວກັນວ່າ ຄ່າຜ່ານທາງເກັບທັງໄປ-ກັບ. ໂດຍຣົດ 4 ລໍ້ເກັບ 15 ພັນກີບ ແລະ ຣົດ 6 ລໍ້ເກັບ 20 ພັນກີບ ອັນໄດ້ສ້າງຄວາມເດືອດຮ້ອນ ໃຫ້ກັບປະຊາຊົນ ຈື່ງໄດ້ວີງວອນ ໃຫ້ຣັຖເຂົ້າມາແກ້ບັນຫານີ້ ຊ່ອຍປະຊາຊົນ. ດັ່ງຜູ້ໃຊ້ຖນົນຢູ່ແຂວງຈຳປາສັກ ກ່າວຕໍ່ເອເຊັຽ ເສຣີ ເມື່ອວັນທີ 20 ຕຸລາ 20 ວ່າ:
"15 ພັນກີບຂຶ້ນໄປລົງມາກໍ 15 ພັນກີບ ທຸກມື້ທຸກຖ້ຽວເລີຍ ຕ້ອງຈ່າຍກໍຕ້ອງເດີນທາງນີ້ ເຈົ້າຈະເຮັດຫຍັງໄດ້ລະ ເສັຽມາເກືອບປີແລ້ວນີ້. ກໍເຂົ້າໃຈຢູ່ບໍ່ປະຕິເສດ ວ່າດີຂື້ນກວ່າເກົ່າ ທີ່ເຂົາເຮັດເນາະ. ກໍຄວນຈະ ເກັບຍ່ອມເຍົາ ຫຼືວ່າໄປ ຂາກັບບໍ່ເກັບສະຢ່າງພວກເຮົາ ເປັນຊາວບ້ານ ຢູ່ກັບນີ້ທຸກມື້ທຽວ ເສັຽຢ່າງນ້ອຍສຸດ ຖ້ຽວນຶ່ງ 30 ພັນກີບ."
ສ່ວນຄຳເຫັນຂອງປະຊາຊົນ ທີ່ໃຊ້ຖນົນອີກທ່ານນຶ່ງ ກໍບໍ່ເຫັນດີທີ່ເກັບຄ່າຜ່ານ ເພາະທາງເສັ້ນນີ້ເປັນທາງຫຼວງ ແລະ ອັດຕຣາຄ່າຜ່ານທາງ ນັ້ນກໍແພງເກີນໄປທີ່ ປະຊາຊົນຈະຈ່າຍໄດ້, ດັ່ງທ່ານໄດ້ກ່າວວ່າ:
"ທາງຫຼວງນີ້ແຫຼະແຕ່ເອກກະຊົນ ສ້າງແລະເພີ່ນເກັບເງິນທຽວ ທຸກມື້ກໍເສັຽເງິນທຸກມື້ ກໍຍັງເກັບຢູ່ ຣົດຊາວບ້ານ 15 ພັນກີບ ບໍ່ສົມຄວນທາງຫຼວງ ບໍ່ສົມຄວນເກັບ."
ສ່ວນຜູ້ປະກອບການຣົດຕູ້ ໃນແຂວງຈຳປາສັກ ທີ່ທຽວທາງນີ້ເພີ່ນບອກວ່າ ກໍຈຳເປັນຕ້ອງຈ່າຍ ຊິໄປວ່າຫຍັງກໍບໍ່ໄດ້ເພາະ ຈຳເປັນຕ້ອງໄດ້ ທຽວທາງນີ້ເປັນປະຈຳ:
"ທາງຫຼວງມີການເກັບຄ່າຜ່ານທາງ ເພາະທາງຫຼວງມີການ ສັມປະທານ ຄັນຈະໄປຄັດຄ້ານ ບໍ່ໄດ້ຫຼາຍໆຄົນກໍເວົ້າບໍ່ໄດ້ດອກ ຈຳເປັນທີ່ຕ້ອງ ໄດ້ຈ່າຍຕັງທຸກຄັນ ຣົດຕູ້ ກໍໄປ-ກັບ ກໍ 40 ພັນກີບ."
ຕໍ່ກັບບັນຫາດັ່ງກ່າວເມື່ອທ້າຍປີ 2019 ຜ່ານມາ ຊື່ທາງການລາວຣາຍງານວ່າ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີລາວ ແຈ້ງວ່າ ນັບຈາກນີ້ໄປໃຫ້ ປ່ຽນມະຕິໃໝ່ ໃນການ ເກັບເງິນບໍ່ໃຫ້ເກີນ 5 ພັນກີບ ຕໍ່ຖ້ຽວ ສະເພາະໄປເທົ່ານັ້ນ ຂາກັບ ບໍ່ຕ້ອງເກັບ ແລະ ຍົກເລີກທີ່ວ່າເກີນຊົ່ວໂມງນັ້ນ. ເສັ້ນທາງຕ້ອງເປີດ ຕລອດ 24 ຊົ່ວໂມງເພື່ອໃຫ້ຄົນທຽວໄປ-ມາ ສະດວກສະບາຍ ແລະ ງ່າຍຂື້ນເພາະວ່າການທີ່ ສ້າງທາງຂຶ້ນມານີ້ ກໍເພື່ອຢາກໃຫ້ມະຫາຊົນທັງຫຼາຍ ໄດ້ໃຊ້ສະດວກສະບາຍ ແລະ ກໍ່ເປັນການພັທນາປະເທດຊາດ ນຳອີກດ້ວຍ. ອີກຢ່າງນຶ່ງຣົດຫຼືຍານພາ ຫະນະ ກໍ່ໄດ້ເສັຽພາສີ ໃຫ້ຣັຖທຸກປີ ແລະ ໄດ້ເສັຽຄ່າທໍານຽມ ຄ່າຜ່ານທາງໃຫ້ຣັຖນໍາອີກ.
ໃນການເກັບຄ່າທໍານຽມຄ່າຜ່ານທາງ ປາກເຊ-ປາກຊ່ອງ ເຈົ້າໜ້າທີ່ຜແນກ ໂຍທາທິການ ແຂວງຈຳປາສັກ ໄດ້ໃຫ້ສັມພາດ ຕໍ່ເອເຊັຽເສຣີ ເມື່ອຕົ້ນປີ 20 ວ່າ ການເກັບຄ່າທໍານຽມ ຜ່ານທາງປາກເຊ-ປາກຊ່ອງ ແມ່ນໄດ້ເຣີ້ມແຕ່ເດືອນ ມົກກະຣາ 20. ພາຍຫຼັງທີ່ສ້າງສຳເຣັດໃນ ທ້າຍປີ 2019, ໂດຍເສັ້ນທາງດັ່ງກ່າວ ແມ່ນເສັ້ນທາງ ຫຼວງ 16E. ຕາມການໃຫ້ຂໍ້ມູນຕື່ມ ເສັ້ນທາງນີ້ແມ່ນບໍຣິສັດຫຸ້ນສ່ວນ 4 ແຂວງ ພາກໃຕ້ ເປັນຜູ້ຮັບສັມປະທານ ກໍ່ສ້າງ ພັທນາຈາກ ສອງເລນ ເປັນສີ່ເລນ ແລະ ໄດ້ຮັບອະນຸຍາດ ສັມປະທານ ຈາກ ຣັຖບານ.