ລາວ ພິຈາຣະນາການທ່ອງທ່ຽວ

ສຸພັດຕາ
2020.10.16
f-tourist ນັກທ່ອງທ່ຽວ ຈາກ ປະເທດເພື່ອນບ້ານ ທີ່ ເຂົ້າມາທ່ຽວຊົມ ຄວາມສວຍງາມ ຂອງວັດວາອາຣາມ ທີ່ ນະຄອນຫຼວງພຣະບາງ.
Photo taken June 2019: RFA

ທາງການລາວ ກໍາລັງພິຈາຣະນາ ແຜນເປີດຮັບນັກທ່ອງທ່ຽວ ຈາກບາງປະເທດ ທີ່ບໍ່ມີຜູ້ຕິດເຊື້ອພຍາດໂຄວິດ-19 ເຂົ້າມາທ່ອງທ່ຽວແບບ ເປັນກຸ່ມໄດ້ ໂດຍຈະມີຂໍ້ສລຸບໃນໄວໆນີ້, ດັ່ງເຈົ້າໜ້າທີ່ ຜແນກຖແລງ ຂ່າວວັທນະທັມ ແລະ ທ່ອງທ່ຽວ ທ່ານນຶ່ງ ທີ່ ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ຕຸລາ 2020 ນີ້ວ່າ:

“ຄົ້ນຄວ້າກັນໄວໆນີ່ແຫຼະ ຣັຖບານເພິ່ນກໍແຈ້ງ ລົງມານີ່ແຫຼະ ຮັບນັກທ່ອງທ່ຽວໄດ້ ເປັນລັກສນະກຸ່ມ ເບື້ອງຕົ້ນຣະຫວ່າງປະເທດ ທີ່ບໍ່ມີການ ຕິດເຊື້ອພາຍໃນປະເທດນັ້ນ ໄທຍ, ວຽດນາມ, ກັມພູຊາ ລະກໍ ປະຊຸມກັນ ກັບພາກ ທຸຣະກິຈ ເຮົາຈະສ້າງແຜນຮັບແນວໃດ ເຂົ້າມາແນວໃດ ເຂົ້າມາແລ້ວສິກັກໂຕແນວໃດ.”

ທ່່ານກ່າວຕື່ມວ່າ ແຜນການເປີດຮັບ ນັກທ່ອງທ່ຽວຕ່າງປະເທດ ແບບເປັນກຸ່ມນັ້ນ ຈະຕ້ອງມີການ ກວດເຊື້ອໄວຣັສໂຄວິດ-19 ຈາກປະເທດ ຕົ້ນທາງກ່ອນ ແລະເມື່ອເດີນທາງເຂົ້າມາ ລາວແລ້ວຈະຕ້ອງມີ ການກວດເຊື້ອໄວຣັສນັ້ນຕື່ມອີກ, ແຕ່ມາຮອດມື້ນີ້ ຍັງບໍ່ທັນມີຣາຍຣະອຽດ ທີ່ ຊັດເຈນເທື່ອ ຖ້າຫາກມີຂໍ້ສລຸບ ອອກມາແນວໃດ ກໍຈະອອກແຈ້ງການອີກເທື່ອນຶ່ງ ຊຶ່ງອາຈເປັນໃນໄວໆນີ້.

ດ້ານເຈົ້າໜ້າທີ່ ສະມາຄົມທຸຣະກິຈ ທ່ອງທ່ຽວ ທ່ານນຶ່ງ ທີ່ ຂໍສງວນຊື່ ກ່າວວ່າ ໄດ້ມີການປຶກສາຫາລືກັນ ເຖິງແນວທາງປະຕິບັດ ຮ່ວມກັບ ທາງການຢູ່ ຍ້ອນຕ້ອງພິຈາຣະນາກັນ ຢ່າງຣະອຽດ ທັງຂໍ້ດີແລະຂໍ້ເສັຍ ທີ່ຈະຕາມມາ, ສ່ວນການມາທ່ຽວແບບເປັນກຸ່ມ ຕ້ອງດໍາເນີນການ ຜ່ານທາງບໍຣິສັດທົວ ຂອງລາວ ເທົ່ານັ້ນ:

“ມີການປະຊຸມກັນວ່າ ເຮົາສົມຄວນເອົາປະເທດ ທີ່ບໍ່ມີການແຜ່ຣະບາດ ເຂົ້າມາບໍ່ ຕ້ອງໄດ້ເບິ່ງວ່າເປີດ ມັນຈະດີບໍ່ຕ້ອງເບິ່ງທາງໄດ້ ທາງເສັຍ ເນາະວ່າອັນໃດ ມັນຈະດີກວ່າກັນ ກໍາລັງປະຊຸມກັນ ໝົດເດືອນນີ້ ອັບເດດ ຄືນໃໝ່ເນາະ ອັນນີ້ຕ້ອງໄດ້ຜ່ານ ບໍຣິສັດທົວຂອງລາວ ບໍຣິສັດ ໃດນຶ່ງ ວ່າຕ້ອງໄດ້ເຮັດໜັງສື ເອົານັກທ່ອງທ່ຽວ ເຂົ້າມາ ຕ້ອງມີບໍຣິສັດ ຂອງຄົນລາວ ຮັບປະກັນ.”

ດ້ານຜູ້ປະກອບການ ເຮືອນພັກ ທ່ານນຶ່ງ ຢູ່ແຂວງວຽງຈັນກ່າວວ່າ ເຫັນດີນໍາທາງການ ທີ່ຈະມີການເປີດຮັບ ນັກທ່ອງທ່ຽວຕ່າງປະເທດເຂົ້າ ມາເພາະທີ່ຜ່ານມາ ເຖິງແມ່ນວ່າຈະມີໂຄງການ ລາວທ່ຽວລາວ ແຕ່ຣາຍຮັບກໍບໍ່ຄ່ອຍດີເທົ່າເມື່ອກ່ອນ ແລະ ກໍຢາກໃຫ້ທາງການມີມາຕການ ກວດເຊື້ອ ໄວຣັສໂຄວິດ-19 ຢ່າງເຂັ້ມງວດນໍາ:

“ຖ້າມີນັກທ່ອງທ່ຽວເຂົ້າມາກໍດີຢູ່ ການຄ້າການຂາຍ ມັນກໍຈະໄດ້ດີຂຶ້ນ ສະເພາະເພິ່ງແຕ່ລາວ ທ່ຽວລາວ ເງິນມັນກໍບໍ່ຄ່ອຍດີປານໃດ ກໍບໍ່ຄື ຕ່າງຊາດມາທ່ຽວເນາະ ແຕ່ກໍຕ້ອງມີມາຕການ ກວດໂຄວິດເພາະດຽວ ຈະມາຣະບາດກັນອີກ.”

ອີງຕາມການຣາຍ ຂອງສື່ທ້ອງຖິ່ນໃນລາວ ໃນມື້ວັນທີ 14 ຕຸລານີ້ ຄະນະສະເພາະກິຈ ເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການຣະບາດ ຂອງ ເຊື້ອພຍາດ ໂຄວິດ-19 ອອກຄໍາແນະນໍາ ສໍາລັບຜູ້ທີ່ເດີນທາງ ມາຈາກປະເທດ ທີ່ບໍ່ມີການແຜ່ຣະບາດຂອງ ເຊື້ອພຍາດໂຄວິດ-19 ຕ້ອງມີໃບຢັ້ງຢືນຜົນກວດໂຄວິດ-19 ພາຍໃນ 72 ຊົ່ວໂມງກ່ອນອອກເດີນທາງ ແລະເຂົ້າມາກໍຕ້ອງໄດ້ກວດ ເຊື້ອພຍາດໂຄວິດ-19 ແລະ ຕ້ອງໄດ້ກັກບໍຣິເວນ ຢູ່ສະຖານທີ່ ທີ່ຈັດສັນໃຫ້ ຈົນຄົບ 14 ມື້ ຖ້າກວດບໍ່ພົບເຊື້ອ ກໍສາມາດເຄື່ອນໄຫວ ຕາມແຜນການທ່ອງທ່ຽວ ທີ່ກໍານົດໄວ້ໄດ້ ໂດຍມອບໃຫ້ສະມາຄົມ ແລະບໍຣິສັດທ່ອງທ່ຽວ ຕິດຕາມ ແລະໃຫ້ປະຕິບັດ ຕາມຄໍາແນະນໍາ ຂອງຄະນະສະເພາະກິຈ ວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.