ລາວ ເປີດເດີ່ນສາຍດ່ວນ ໃຫ້ຈີນ
2020.10.27

ທາງການລາວ ອະນຸຍາດເປີດນໍາໃຊ້ຊ່ອງທາງສີຂຽວ ຫຼື Fast Track ໃຫ້ສະເພາະພົລເມືອງຈີນ ທຸກ ສາຂາອາຊີບ ເຊັ່ນ: ກັມມະກອນ, ນັກທ່ອງທ່ຽວ, ນັກສຶກສາ, ນັກທຸຣະກິຈ ທີ່ເດີນທາງມາ ຈາກ ສປ.ຈີນ ໃນສະເພາະ ແຂວງ ທີ່ໝົດການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ເຂົ້າມາອາສັຍຢູ່ລາວໄດ້.
ໂດຍຄົນຈີນ ທີ່ເຂົ້າມາຈາກ ສປ.ຈີນ ນັ້ນ ຈະຕ້ອງກັກໂຕຢູ່ຈີນກ່ອນ 14 ມື້ ພ້ອມທັງຕ້ອງມີໃບຢັ້ງຢືນຈາກ ແພດ ວ່າບໍ່ມີເຊື້ອໂຄວິດ-19 ແລ້ວ ກໍສາມາດ ຊື້ປີ້ຍົນມາ ສປປ ລາວໄດ້, ນອກຈາກນັ້ນຍັງໃຊ້ເວລາ ໜ້ອຍລົງ ໃນການກັກບໍຣິເວນ ຢູ່ ລາວ ຄືພຽງແຕ່ 48 ຊົ່ວໂມງ ແລະ ສາມາດກັກໂຕ ຢູ່ສະຖານທີ່ ຂອງໂຕເອງ ໃຫ້ຄົບ 48 ຊົ່ວໂມງ ແທນການກັກໂຕ 14 ມື້ ຕາມສະຖານທີ່ກັກໂຕ ແລະ ໂຮງແຮມ ທີ່ຣັຖບານ ລາວກໍານົດໄວ້, ເຊິ່ງຣະບຽບດັ່ງກ່າວນີ້ ເປັນໄປຕາມສົນທິສັນຍາ ຣະຫວ່າງ ທາງການລາວ ກັບ ຈີນ ທີ່ໄດ້ເຊັນສັນຍາກັນ, ອີງຕາມຄວາມເວົ້າ ຂອງ ເຈົ້າໜ້າທີ່ ກົມການບິນພົລເຮືອນ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ຕຸລາ ນີ້:
“ດ້ານນິຕິກັມຫັ່ນນາ ເພິ່ນເຮັດຫັ້ນ ມີແຕ່ຣະຫວ່າງລາວ-ຈີນ ໄທຍ ນິ່ ຍັງບໍ່ທັນໄດ້ ເພາະວ່າ ທາງໄທຍ ກໍຍັງບໍ່ໄດ້ເປີດໃຫ້ ອະນຸຍາດທາງ ເຮົາ ເຊັນສັນຍາກັນມີແຕ່ ສອງຝ່າຍ ຣະຫວ່າງ ມີແຕ່ ລາວ-ຈີນ ນິ່ ເຂົາເຈົ້າເບິ່ງເປັນບາງເຂດ ຄືຢູ່ແຖວບ່ອນຣະບາດໜັກໆ ກໍຖືວ່າ ເພິ່ນຈະບໍ່ໃຫ້ ຈະໃຫ້ແຕ່ແຂວງອື່ນ ແຂວງທີ່ບໍ່ມີການຣະບາດ ຈັ່ງຊີ້ ກໍຖືວ່າ ຈະຂຶ້ນຍົນໄປເລີຍ ໝາຍຄວາມວ່າ ຖ້າເພິ່ນກັກໂຕ ຢູ່ພຸ້ນແລ້ວ ມາຮອດລາວ ກໍມີແຕ່ກັກໂຕ 48 ຊົ່ວໂມງ.”
ທ່ານກ່າວຕື່ມວ່າ ຄົນຈີນ ທີ່ເດີນທາງເຂົ້າມາ ສປປ ລາວ ນັ້ນ ຈະຕ້ອງເໝົາເຮືອບິນ ໃນຣາຄາຊົ່ວລະ 1,600-3,500 ໂດລ່າຣ, ສ່ວນກຸ່ມ ຄົນຕ່າງປະເທດ ທີ່ບໍ່ໄດ້ເຂົ້າໃນເງື່ອນໄຂ ສົນທິສັນຍາ ລາວ-ຈີນ ນັ້ນ ກໍຈະຕ້ອງໄດ້ກັກໂຕ 14 ມື້ ຢູ່ສະຖານທີ່ ທີ່ຣັຖບານກໍານົດໃຫ້ ແລະຕ້ອງປະຕິບັດ ມາຕການຄວບຄຸມ ປ້ອງກັນການແຜ່ຣະບາດ ຂອງ ເຊື້ອໄວຣັສໂຄວິດ-19 ຢ່າງເຂັ້ມງວດ.
ເຈົ້າໜ້າທີ່ ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວວ່າ ສໍາລັບວັນເດືອນປີ ທີ່ອະນຸຍາດໃຫ້ຄົນຈີນ ເຂົ້າມາຢູ່ລາວ ໄດ້ນັ້ນ ແມ່ນເຣີ່ມປະຕິບັດ ມາໄດ້ໄລຍະນຶ່ງແລ້ວ ແຕ່ພາກ ນິຕິກັມ ແມ່ນຈະເຣີ່ມປະຕິບັດໃນອາທິດໜ້າ, ຊຶ່ງໃນເບື້ອງຕົ້ນນີ້ ທາງການລາວ ອະນຸຍາດໃຫ້ ແຕ່ຄົນຈີນ ເຂົ້າມາລາວໄດ້ ແລະໃນຕໍ່ໜ້າ ອາຈເປັນວຽດນາມ ທີ່ທາງການລາວຈະ ອະນຸຍາດ ໃຫ້ມາລາວ ໄດ້ຄື ກັນ, ທ່ານກ່າວ:
“ຖືວ່າສາມາດດໍາເນີນການໄດ້ແລ້ວ ໃນພາກປະຕິບັດນ່າ ແຕ່ພາກນິຕິກັມແທ້ໆ ໜ້າຈະປະມານ ອາທິດໜ້າ ຕາມທີ່ກົມພົລເຮືອນ ແຈ້ງມາ, ດຽວນີ້ເຣີ້ມກ່ອນ ຈະແມ່ນຈີນເນາະ ອາທິດຕໍ່ໄປຈະແມ່ນວຽດນາມ ແລະເຫຼືອໆນັ້ນ ຈະຄ່ອຍເປັນຄ່ອຍໄປ ແຕ່ລະປະເທດ ປະເທດໄປ ເພິ່ນຈະປະເມີນ ໂດຍພື້ນຖານ ທີ່ວ່າ ເຈົ້າມາຈາກເຂດ ທີ່ວ່າບໍ່ມີການແຜ່ຣະບາດ ຫຼືບໍ່ ສົມມຸດວ່າ ນ້ອງມາປະເທດບໍ່ຣະບາດ ແຕ່ໄປຜ່ານ ປະເທດ ທີ່ມີການແຜ່ຣະບາດ ນອນຢູ່ໃນເປົ້າໝາຍຄືເກົ່າ ນອນຢູ່ 14 ມື້.”
ເຈົ້າໜ້າທີ່ ທ່ານນີ້ ກ່າວຕື່ມວ່າ ສໍາລັບຣາຍຣະອຽດເພີ້ມຕື່ມ ກ່ຽວກັບການຫຼຸດເວລາ ການກັກໂຕໜ້ອຍລົງ ຈາກ 14 ມື້ ເປັນ 7-10 ມື້ ຕາມມາຕການ ໃນການຄວບຄຸມ ການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ແລະການນໍາໃຊ້ ເຄື່ອງອີເລັກໂທຣນິກ ຕິດຕາມຄົນຈີນ ທີ່ເຂົ້າມາຈາກ ສປ.ຈີນ ຕລອດ 24 ຊົ່ວໂມງນັ້ນ ແມ່ນຈະຕ້ອງມີການ ອອກແຈ້ງການ ອອກມາເພີ່ມຕື່ມ ໃນຕົ້ນເດືອນພືສຈິກາ ນີ້.
ຊາວນະຄອນຫຼວງວຽງຈັນ ຜູ້ນຶ່ງ ໄດ້ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ວ່າ ເຖິິງແມ່ນວ່າ ຄົນຈີນ ມາແຕ່ຈີນ ບໍ່ມີເຊື້ອໂຄວິດ-19 ແລ້ວມາກັກ ໂຕ ຢູ່ລາວ 48 ຊົ່ວໂມງນັ້ນ ກໍຖືວ່າ ຍັງມີຄວາມສ່ຽງ ຕໍ່ການແຜ່ຣະບາດ ຂອງເຊືິ້ອໄວຣັສ ນີ້ຢູ່. ຖ້າເປັນໄປໄດ້ ກໍຢາກໃຫ້ອໍານາດການ ປົກຄອງບ້ານ ຫຼືບ່ອນທີ່ຜູ້ກ່ຽວໄປພັກອາສັຍຢູ່ນັ້ນ ຕ້ອງໄດ້ມີການຕິດຕາມ ວັດແທກອຸນນະພູມ ຕື່ມ ຈົນຄົບ 14 ມື້ ແລະ ແນະນໍາບໍ່ໃຫ້ ເຂົາເຈົ້າ ປະລະການໃສ່ຜ້າອັດປາກ-ອັດດັງ, ດັ່ງທ່ານກ່າວວ່າ:
“ໃຫ້ຄວາມຄິດເຫັນນີ້ ກໍຄືວ່າ ຍັງມີຄວາມສ່ຽງຢູ່ເນາະ ເອົາພວກທີ່ວ່າ ມາແຕ່ຈີນ ບໍ່ເປັນຫຍັງຫັ້ນນາ ແຕ່ວ່າ ໃນທາງນຶ່ງກໍ 48 ຊົ່ວໂມງ ເຮົາກໍກັກໂຕ ກວດເຊື້ອ ບໍ່ພົບບໍ່ຫຍັງແລ້ວ ກໍຖືວ່າ ໃຫ້ເຂົາເຈົ້າ ຕ້ອງໄປຢູ່ ບ່ອນພັກພາເຂົາເຈົ້າ ຖືວ່າຕ້ອງຕິດຕາມຕື່ມເດ້ ຢ່າປະລະເດ້ ມັນຈຶ່ງຕ້ອງ ປ້ອງກັນໄພ ໄດ້ສົມບູນແບບ ເອີ່...ເອົາຈັ່ງຊີ້ແຫຼະ ທີ່ວ່າ ມາຖືກທາງ ທາງການແພດເດ້.”
ສ່ວນຊາວບ້ານ ຢູ່ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຄົນນຶ່ງ ເວົ້າວ່າ ບໍ່ເຫັນດີ ທີ່ທາງການ ຫຼຸດເວລາການກັກໂຕ ຂອງຄົນຈີນໃຫ້ ໜ້ອຍລົງ ເຫຼືອແຕ່ 48 ຊົ່ວໂມງ ເພາະເນື່ອງຈາກວ່າ ບໍ່ເຊື່ອໝັ້ນເຄື່ອງມື ທາງການແພດ ທີ່ກວດຫາເຊື້ອ ໂຄວິດ-19 ຂອງລາວ ພາຍໃນ 48 ຊົ່ວໂມງ ຢ່າງໜ້ອຍຕ້ອງກັກໂຕ 14 ມື້ ຫຼື 1 ເດືອນ ຍ້ອນວ່າ ຖ້າຫາກຄົນຈີນ ຕິດເຊື້ອໂຄວິດແລ້ວ ແຕ່ກວດບໍ່ພົບພາຍໃນ 48 ຊົ່ວໂມງ. ຫຼັງຈາກນັ້ນມາແຜ່ເຊື້ອ ໃສ່ຄົນລາວຕາມພາຍຫຼັງ ຈະເຮັດແນວໃດ:
“ພຍາດໂຄວິດ-19 ນີ້ນ່າ ເປັນພຍາດອັນຕລາຍ ທີ່ແຜ່ລາມໄປ ທົ່ວໂລກ ຄັນວ່າ ໃຫ້ໜ້ອຍຫຼາຍຈັ່ງຊີ້ ໂອ່... ມັນກໍບໍ່ໝັ້ນໃຈ ເພາະວ່າ ເຄື່ອງມືເຮົາ ທີ່ກວດ ກໍບໍ່ທັນສມັຍ ຄັນວ່າ ເຄື່ອງມືເຂົາເຈົ້າ ທັນສມັຍ ເປັນຫຍັງ ຣະບາດ ບໍ່ຢາກເຫັນດີເດ້ ທັມມະດາຕ້ອງ 2 ອາທິດ ຫຼືວ່າ ເດືອນນຶ່ງເດ້ ສົມມຸດວ່າ ມັນຣະບາດເດ້ ໄທເຮົາສິໄປຢູ່ໃສ ເຄື່ອງຫັນໃຈເຮົາຫຼາຍສໍ່າໃດ ເຮົາຕ້ອງຄໍານືງເຖິງໂຕນີ້ນັ້ນເດ້ ມັນຈັ່ງຢູ່ລອດໄດ໊ ຄັນມັນເປັນມານິ່ ຕາຍແບບບໍ່ມີພີ່ມີນ້ອງ ຄືເວົ້າຫັ້ນແຫຼະ.”
ຂນະທີ່ ຊາວບ້ານ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄົນນຶ່ງ ກໍເວົ້າວ່າ ຢາກໃຫ້ຄົນຈີນ ກັກໂຕ ຢູ່ຕາມສະຖານທີ່ ຫຼືໂຮງແຮມ ທີ່ຣັຖບານ ກໍານົດໃຫ້ຄືເກົ່າ ບໍ່ແມ່ນວ່າ ຈະມາກັກໂຕຢູ່ເຮືອນເອງ ໂຕແບບນີ້ ເນື່ອງຈາກວ່າ ບໍ່ໝັ້ນໃຈວ່າ ຄົນຈີນນັ້ນ ຈະຢູ່ໃນເຮືອນ ຂອງໂຕເອງ ແລະບໍ່ອອກໄປໃສແທ້ບໍ ໂຕນີ້ກໍບໍ່ມີໃຜຮູ້:
“ໂອ້ຍທັມມະດາ ກໍຢາກເຮັດຄືເກົ່າຫັ້ນແຫຼະ ຖ້າວ່າເພິ່ນເປີດກວ້າງ ເຂົາເຈົ້າມາ ແລ້ວປະຊາຊົນເຮົາຊິດີໃຈບໍ່ ບາດນີ້ ກວດກາມັນຖືກ ມາຕຖານບໍ່ ເຂົາເຈົ້າມາ ເຂົາເຈົາຊິກັກໂຕ ຢູ່ນີ້ບໍ່ ເຂົາເຈົ້າຂີ່ຣົດໃຫຍ່ ແວ່ນມືດ ເຂົາເຈົ້າອອກ ເຂົາເຈົ້າເຂົ້າ ເຮົາກໍບໍ່ຮູ້ເລີຍບາດນີ້.”
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ວິຊາການ ດ້ານເສຖກິຈການຄ້າ ຢູ່ແຂວງຜົ້ງສາລີ ທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກ່າວກ່ຽວກັບ ເຣື່ອງທີ່ຂັ້ນເທິງ ອະນຸຍາດ ເປີດນໍາໃຊ້ຊ່ອງທາງສີຂຽວ ໃຫ້ສະເພາະ ພົລເມືອງຈີນ ທີ່ເຂົ້າມາຈາກ ສປ.ຈີນ ມາຢູ່ລາວໄດ້ເທົ່ານັ້ນ ກໍບໍ່ໄດ້ຮັບປະກັນ 100% ວ່າຄົນຈີນ ໃນກຸ່ມນັກທ່ອງທ່ຽວ ຫຼືກຸ່ມນັກທຸຣະກິຈ ຈະເຂົ້າມາຟື້ນຟູ ເສຖກິຈໄດ້ ເພາະຜ່ານມາ ເຄີຍມີ ນັກລົງທຶນຈີນ ປູກພືດ ກະສິກັມ ຢູ່ແຂວງຜົ້ງສາລີ ແຕ່ກໍບໍ່ຈ່າຍເງິນ ໃຫ້ຄົນລາວ, ຫາກຕ້ອງການຟື້ນຟູ ເສຖກິຈແທ້ ແມ່ນຂັ້ນເທິງຕ້ອງ ມີແຜນ ຢ່າງຣະອຽດ, ທ່ານກ່າວ:
“ມັນຈະເປັນໄປໄດ້ບໍ່ ຟື້ນຟູໄດ້ 100 ເປີເຊັນບໍ່ ກະບໍ່ຊ່າງເວົ້າເນາະ ຜ່ານມາເຮົາຕິດຕາມເບິ່ງ ຫຼາຍໂຄງການແລ້ວ ແບບປູກພືດນີ່ກໍ ມັນບໍ່ເປັນໄປຕາມ ແຜນເດ້ ມັນມັກເປັນ ມັນເກີດມີໜີ້ຄຸມເຄືອ ອິຫຍັງຈັ່ງຊີ້ ແລ້ວເຮັດໃຫ້ ປະຊາຊົນ ບໍ່ໄດ້ເງິນແມ່ນຫຍັງ ມັນຫຼາຍແບບນີ້ນາ ຄັນຖ້າວ່າ ເຮົາມີແຜນງານຣະອຽດ ມັນກໍອາຈຟື້ນຟູໄດ້ ແຕ່ບາງເທື່ອທີ່ເຮັດໄປ ຜົນຕອບຮັບເຮົາບໍ່ໄດ້ ມັນມັກລົ້ມໄປຄືກັນ ມັນມັກເປັນແນວ ນີ້ເດ້.”
ດ້ານເຈົ້າໜ້າທີ່ ກົມ ຕມ ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ທີ່ບໍ່ສົງບອກຊື່ ແລະ ຕໍາແໜ່ງ ກ່່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ສໍາລັບຄົນລາວ ທີ່ຈະເດີນທາງອອກ ນອກປະເທດ ຍັງບໍ່ສາມາດ ອອກໄປໄດ້ເທືຶ່ອ ຍົກເວັ້ນແຕ່ ເປັນຄົນງານ, ຜູ້ມີຄອບຄົວ ໃນປະເທດນັ້ນ ແລະນັກສຶກສາ ແຕ່ກໍຕ້ອງຂໍອະນຸຍາດ ຈາກສະຖານທູດ ຂອງປະເທດນັ້ນໆ ເພື່ອໃຫ້ກົມກົງສູນ ຫຼືທາງການລາວ ອະນຸມັດອີກເທື່ອນຶ່ງ ກ່ອນຈະອອກນອກປະເທດ.