ຄົນງານລາວຂໍຕໍ່ວີຊາ ຢູ່ໄທຍ
2020.10.27

ຄົນງານລາວຢູ່ໄທຍ ເດີນທາງມາເຮັດເອກກະສານ ເພື່ອຂໍຢູ່ໃນປະເທດໄທຍຕໍ່ ຕາມແຈ້ງການຂອງຕໍາຣວດກວດ ຄົນເຂົ້າເມືອງ ຂອງໄທຍ, ຊຶ່ງການມາເຮັດໜັງສື ໃນເທື່ອນີ້ ຈະຢູ່ໄດ້ປະມານ 1-2 ເດືອນ ແລະ ມີຄ່າທໍານຽມ ເລັກໜ້ອຍ, ດັ່ງ ຄົນງານລາວ ຜູ້ນຶ່ງ ທີ່ມາເຮັດ ເອກກະສານ ນັ້ນກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 27 ຕຸລາ ນີ້ວ່າ:
“ຕໍ່ເພື່ອ ໃຫ້ໄດ້ຢູ່ຕໍ່ ກໍປະມານເດືອນນຶ່ງ ຫຼືວ່າ ສອງເດືອນ ກໍໄດ້ມາຕໍ່ ກໍບໍ່ຫຼາຍປານໃດ ກໍຍັງກັບບໍ່ໄດ້ ເຮົາກໍຕ້ອງເຮັດວຽກຕໍ່ ເພາະມີພາລະ ຫຼາຍ.”
ຄົນງານລາວ ອີກຄົນນຶ່ງ ທີ່ມາເຮັດເອກກະສານ ຂໍຢູ່ໄທຍຕໍ່ ເວົ້າວ່າ ຢາກຢູ່ໄທຍຕໍ່ອີກ ເພາະວ່າເຮົາກັບບ້ານບໍ່ໄດ້ ແລະອີກຢ່າງນຶ່ງ ເຮົາກໍ ເຮັດວຽກຢູ່ພີ້ ສໍາລັບຄ່າໃຊ້ຈ່າຍ ໃນການປະກອບເອກກະສານ ກໍປະມານ 1,000 ບາດ:
“ຕໍ່ວີຊາ ຢູ່ຕໍ່ ເພາະກັບບ້ານບໍ່ໄດ້ ເຮັດວຽກບໍ່ຫຍຸ້ງ ຄ່າສະແກນ QR Code ບໍ່ຫຼາຍປານໃດ ກະປະມານ 1,000 ບາດ ນີ້ລະ.”
ໃນຂນະທີ່ ຊາວລາວ ຄົນນຶ່ງ ກໍຕ້ອງມາຕໍ່ເອກກະສານ ຂໍຢູ່ໄທຍຕໍ່ ເພາະວ່າຕົນມາທ່ຽວໃນໄທຍ ແລ້ວຍັງກັບລາວບໍ່ທັນໄດ້ ເນື່ອງຈາກດ່ານ ສາກົລ ຕ່າງໆຍັງປິດຢູ່ ຕາມມາຕການປ້ອງກັນ ແລະຄວບຄຸມເຊື້ອ ໄວຣັສ ໂຄວິດ-19 ດັ່ງນັ້ນ, ຕົນຈຶ່ງຕ້ອງໄດ້ຢູ່ໄທຍ ຕໍ່ໄປອີກກ່ອນ ຈົນກວ່າດ່ານຈະເປີດ ຈຶ່ງຈະໄດ້ກັບເມືອລາວ, ດັ່ງນາງເວົ້າວ່າ:
“ມາທ່ຽວກັບບໍ່ໄດ້ ຕິດໂຄວິດ ກໍບໍ່ຫຍຸ້ງຍາກ ໄປຂໍຮັບຮອງຈາກ ສະຖານທູດລາວ ເລຂ ທີ່ເຮືອນ ຂອງເຈົ້າຂອງເຮືອນ ແລະກໍມີບັດປະຊາຊົນ ຂອງເຈົ້າຂອງເຮືອນ ມີຮູບ 2 ໃບ ແລ້ວກໍພາສປອດເທົ່ານັ້ນແຫຼະ.”
ອີງຕາມການຣາຍງານ ຂອງສໍານັກງານ ກວດຄົນເຂົ້າເມືອງ ຂອງໄທຍ ລົງວັນທີ່ 8 ຕຸລາ 2020 ຄົນຕ່າງດ້າວທຸກສັນຊາດ ທີ່ວີຊາຈະ ໝົດກໍານົດ ໃຫ້ມາຍື່ນຄໍາຮ້ອງ ຕໍ່ວີຊາ ນັບແຕ່ວັນທີ 1 ພຶສຈິກາ 2020 ນີ້ເປັນຕົ້ນໄປ ແລະຈະສາມາດ ຕໍ່ໄດ້ພຽງແຕ່ 60 ມື້.
ແລະອີງຕາມການຣາຍງານ ຂອງກະຊວງແຮງງານ ປະເທດໄທຍ ປະຈໍາເດືອນສິງຫາ ປີ 2020 ນີ້ແລ້ວແມ່ນວ່າ ຄົນງານລາວ ທີ່ມີບັດ ອະນຸຍາດ ເຮັດວຽກຖືກຕ້ອງ ທັງບັດສີບົວ ແລະປະເພດ MOU ໃນປະເທດໄທຍ ຫາກບັດອະນຸຍາດເຮັດວຽກ ຍັງບໍ່ໝົດກໍານົດ ກໍສາມາດຢູ່ຕໍ່ໄດ້.