ນັກສຶກສາລາວຮຽນຈົບ ຫາວຽກຍາກ
2020.10.22
ນັກສຶກສາລາວທີ່ຮຽນຈົບໃໝ່ ໄດ້ປະຣິນຍາຕຣີ ດ້ານເສຖສາດ ຈາກ ມະຫາວິທຍາລັຍແຫ່ງຊາດລາວ ຢູ່ນະຄອນຫຼວງວຽງຈັນ ໃນເດືອນ ຕຸລານີ້ ຈົ່ມວ່າ ແຕ່ປີ 2020 ນີ້ເຖິງອີກ 2 ປີ ຄົງຈະຊອກວຽກເຮັດ ງານທໍາຍາກ ຍ້ອນເສຖກິດລາວບໍ່ດີ ແລະ ຈະຕ້ອງໄດ້ໃຊ້ເວລາໃນ ການຟື້ນຟູ ຊຶ່ງປັດຈຸບັນ ຫລາຍບໍຣິສັດຄັດຄົນອອກຈາກງານ, ອີງຕາມຄໍາເວົ້າຂອງນັກສຶກສາ ທີ່ຮຽນຈົບໃໝ່ ຜູ້ຂໍສງວນຊື່ ຊຶ່ງປັດຈຸບັນ ເປີດຮ້ານກາເຟ ຂາຍເຄື່ອງດື່ມ ແລະ ຂນົມຂນາດນ້ອຍ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ຕຸລາ ນີ້ວ່າ:
“ນ່າຈະປະມານ 2-3 ປີ ຍາກ ກໍຄິດຈັ່ງຊັ້ນຢູ່ ເພາະວ່າ ທຸກມື້ນີ້ ເຂົາເຈົ້າກໍ ບາງບ່ອນ ເຂົາເຈົ້າກໍຄັດຄົນອອກແດ່ ອິຫຍັງຈັ່ງຊີ້ນ່າ ເສຖກິດ ບໍ່ຄ່ອຍດີອິຫຍັງ ເຂົາເຈົ້າກໍບໍ່ຄ່ອຍຢາກຈ້າງ ເຖິງວ່າຈ້າງ ກໍເງິນເດືອນ ໜ້ອຍ.”
ແລະ ນັກສຶກສາວິທຍາລັຍການເງິນ ພາກເໜືອ ຫລວງພຣະບາງ ທີ່ຫາກໍໄດ້ປຣິນຍາຕຣີ ເມື່ອເດືອນສິງຫາ ຜ່ານມາ ກໍຈົ່ມວ່າປີນີ້ຊອກຫາ ວຽກເຮັດຍາກ ແລະອາຈຊອກຍາກໄປອີກ 2 ປີ ຂ້າງໜ້າ ເນື່ອງຈາກ ແຂກຕ່າງປະເທດ ບໍ່ສາມາດເຂົ້າມາລາວໄດ້ ເຮັດໃຫ້ບໍຣິສັດ ຫ້າງ ຮ້ານຕ່າງໆຂອງເອກກະຊົນ ບໍ່ຮັບພະນັກງານ ແລະທັງຫລາຍບໍຣສັດ ບໍ່ມີນະໂຍບາຍຮັບເອົາ ຜູ້ຮຽນຈົບມາໃໝ່ ເຂົ້າເຮັດວຽກນໍາ ເຮັດໃຫ້ໂຕ ເອງ ຕ້ອງໄດ້ເຮັດວຽກຢູ່ບ້ານ ຖ້າເສຖກິດລາວດີຂຶ້ນ, ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ກໍມີຫລາຍບໍຣິສັດ ທີ່ວ່າຕ້ອງການ ແຕ່ວ່າມັນຄືວ່າ ບ້ານເມືອງເຮົາເປັນແບບນີ້ ຂ້ອນຂ້າງຫຍູ້ງຍາກ ສົມມຸດວ່າ ໃຫ້ເຮົາເຮັດບັນຊີນີ໋ ບາງ ບໍຣິສັດ ເຂົາເຈົ້າກໍເອົາປະສົບການ 1 ປີຂຶ້ນໄປ ບາງບໍຣິສັດກໍຄືເຮົາບໍ່ ຊ່າງອິເວົ້ານະ ຖ້າຜູ້ບໍ່ມີປະສົບການ ຍາກໜ້ອຍນຶ່ງ.”
ໃນຂນະດຽວກັນ ຜູ້ຮັບຜິດຊອບຝ່າຍບຸຄລາກອນ ຂອງໂຮງງານຕັດຫຍິບ ຢູ່ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 21 ຕຸລາ ນີ້ວ່າ ບໍຣິສັດນີ້ ບໍ່ມີແຜນທີ່ຈະຈ້າງ ນັກສຶກສາ ທີ່ຮຽນຈົບມາໃໝ່ ໃນໄລຍະນີ້ ເນື່ອງຈາກວ່າ ຕໍາແໜ່ງພະນັກງານຕັດຫຍິບ ຕ້ອງໄດ້ໃຊ້ຜູ້ທີ່ຫຍິບ ເກັ່ງ ຫຍິບເປັນ ສີມືດີ. ສ່ວນຕໍາແໜ່ງອື່ນ ເປັນຕົ້ນ ນາຍບັນຊີ ແລະຄົນຍາມ ແມ່ນເປີດຮັບສມັກແລ້ວ:
“ບັນຊີແມ່ນເຕັມແລ້ວນະ ເຈົ້າ ຊ່ວງນີ້ເພິ່ນຕ້ອງການແຕ່ພະນັກງານ ຫຍິບເປັນນະ ເຈົ້າ ບໍ່ທັນເຕັມນະເຈົ້າ ເພິ່ນຕ້ອງການແບບຄົນຫຍິບເກັ່ງ ຫຍິບເປັນ ຄົນມີສີມືມາ ເພາະວ່າ ຍັງຫວ່າງຫລາຍນະ ເຈົ້າ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງແຮງງານ ແລະສະຫວັດດິການສັງຄົມ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຍັງບໍ່ທັນຮູ້ ຈໍານວນ ນັກສຶກສາຮຽນຈົບໃໝ່ ທີ່ລົງທະບຽນວ່າງງານ, ຄົນວ່າງງານ ສ່ວນໃຫຍ່ ຈະເປັນກູ່ມວັຍກາງຄົນ ທີ່ລົງທະບຽນຢູ່ ເວັບໄຊກະຊວງ ຊຶ່ງແມ່ນກົມພັທນາສີມືແຮງງານ ເປັນໜ່ວຍຈັດຫາງານໃຫ້, ເປີດເວັຍໄຊລົງທະບຽນ ວ່າງງານ ແຕ່ນັກສຶກສາຮຽນຈົບໃໝ່ ສ່ວນໃຫຍ່ ຈະບໍ່ຄ່ອຍຮູ້ເວັບໄຊ ນັ້ນ ດັ່ງທີ່ທ່ານກ່າວວ່າ:
“ຕາມທີ່ຂະເຈົ້າມາລົງທະບຽນນີ໋ ຈະເປັນຜູ້ທີ່ວ່າ ອາຍຸຂ້ອນຂ້າງແບບວ່າ ກາງຄົນເນາະທີ່ວ່າເຂົາເຈົ້າ ຖືກອອກຈາກວຽກ ແລ້ວມາລົງທະບຽນ ນໍາເຮົາ ເຮົາຍັງບໍ່ຮູ້ເທື່ອ ແຕ່ຫລາຍຄົນອາຈບໍ່ຮູ້ ເອີ ຊ່ວຍຊອກວຽກ ຄືກັນ ເຮົາຈະມີເວັບໄຊທ ໃນການຊ່ວຍຊອກວຽກເນາະ.”
ແລະເຈົ້າໜ້າທີ່ກະຊວງສຶກສາທິການ ແລະກິລາ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 21 ຕຸລານີ້ວ່າ ຈໍານວນນັກສຶກສາໃນທົ່ວປະເທດ ຈົບ ອອກມາໃນແຕ່ລະປີປະມານ 10 ພັນຄົນ ຊຶ່ງໃນສົກການສຶກສາປີ 2019-2020 ນີ້ກໍມີ 10 ພັນຄົນ ຄືກັນ ຊຶ່ງໃນນັ້ນ ຈໍານວນນຶ່ງ ສົນໃຈໄປເຮັດວຽກຢູ່ປະເທດໄທຍ:
“ນັກສຶກສາຈົບແຕ່ລະປີ ປະມານ 10 ພັນຄົນແຕ່ວ່າ ອັນນີ້ ນັກສຶກສາຈົບ ບໍ່ໝາຍຄວາມວ່າ ທຸກຄົນຢາກໄປເຮັດວຽກ ຢູ່ໄທຍ ສົນໃຈໄປ ເຮັດວຽກ ເຂົາກໍສົນໃຈຢູ່ຫັ້ນແລ້ວ ແຕ່ຊ່ວງນີ້ ມັນໂຄວິດ-19 ເຂົາໄປໃສ ບໍ່ໄດ້.”
ເມື່ອປີ 2019 ກະຊວງແຮງງານ ແລະສະຫວັດດິການສັງຄົມ ຣາຍງານວ່າ ໃນທົ່ວປະເທດ ມີຄົນວ່າງງານ 180 ພັນຄົນ. ໃນຈໍານວນນັ້ນ ມີທັງຄົນຈົບຊັ້ນປະ ຣິນຍາຕຣີ ຫລືຊັ້ນສູງ ແລະຄົນງານທົ່ວໄປ. ແລະວ່າ ສາເຫດສໍາຄັນ ທີ່ເຮັດໃຫ້ຊອກວຽກເຮັດບໍ່ໄດ້ ແມ່ນເປັນຍ້ອນ ທັກສະ ແລະຄວາມຊ່ຽວຊານ ຍັງບໍ່ກົງກັບຄວາມຕ້ອງການ ແລະບໍຣິສັດຕ່າງປະເທດ ເອົາຄົນງານປະເທດຂອງຕົນຫລາຍ ກວ່າຄົນງານລາວ ແລະອີກຈໍານວນນຶ່ງ ຍັງລໍຖ້າສອບເສັງເປັນຣັຖກອນ.
ໃນໄລຍະເຊື້ອພຍາດໂຄວິດ-19 ຣະບາດ ມີຄົນວ່າງງານປະມານ 350 ພັນຄົນ. ໃນນັ້ນ ມາຈາກໄທຍ ປະມານ 200 ພັນຄົນ, ຢູ່ຂແນງ ທ່ອງທ່ຽວ ພາຍໃນ 50 ພັນຄົນ ແລະໂຮງຈັກໂຮງງານ ພາຍໃນປະມານ 100 ພັນຄົນ ອີງຕາມການປະເມີນ ຂອງອົງການອາຫານ ແລະ ການກະເສດຂອງ ສະຫະປະຊາຊາດ ເມື່ອເດືອນມິຖຸນາ ຜ່ານມາ.