ທາງການຕິດຕາມຫ້າມ ເປິດ "ຜັບ"
2020.10.09
ຄະນະສະເພາະກິດ ເພື່ອປ້ອງກັນ ແລະ ຄວບຄຸມໂຄວິດ-19 ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ອອກຄຳແນະນຳໃນ ວັນທີ 7 ຕຸລາ 2020 ໃຫ້ເຈົ້າໜ້າທີ່ຕິດຕາມກວດກາ ຮ້ານບັນເທີງ, ຄາຣາໂອເກະ, ງານບຸນປະເພນີ, ງານດອງ ແລະ ການທ່ອງທ່ຽວ ເປັນກຸ່ມ ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດ ຂອງ ພຍາດໂຄວິດ-19 ຢູ່ ສປປ ລາວ.
ໃຫ້ສະຖານທີ່ບັນເທີງ ແລະ ງານເຫລົ່ານີ້ ຕ້ອງປະຕິບັດຕາມ ມາດຕະການ ປ້ອງກັນການຕິດເຊື້ອ ແລະ ການແຜ່ເຊື້ອໃນຊຸມຊົນ ທີ່ຄະນະ ສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະເຂັ້ມງວດເປັນຕົ້ນ ປະຕິບັດ ຫຼັກການສຸຂອະນາໄມ, ແທກອຸນຫະພູມ, ໃສ່ຜ້າອັດປາກ-ດັງ, ລ້າງ ມືດ້ວຍແຈລຂ້າເຊື້ອ ແລະຫລີກລ້ຽງການແອອັດ; ຖ້າກວດພົບຜູ້ລະເມີດ ໃຫ້ປະຕິບັດວິໄນ ຕາມລະບຽບການກົດໝາຍ.
ຊຶ່ງທີ່ຜ່ານມາ ທາງການ ລາວໄດ້ສັ່ງປິດຮ້ານ ບັນເທີງດາວຄຳ ຢູ່ບ້ານນາຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ທີ່ບໍ່ປະຕິບັດ ຕາມແຈ້ງການຂອງເມືອງ ມີກຸ່ມຄົນຈີນ ແລະ ລາວປະມານ 10 ປາຍຄົນ ຕີກັນ ຢູ່ບໍຣິເວນຮ້ານບັນເທີງ ແຫ່ງນີ້ໃນຕອນ ກາງຄືນວັນທີ 6 ກັນຍາທີ່ຜ່ານມາ.
ແລະກ່ອນໜ້ານັ້ນ ກໍໄດ້ສັ່ງປິດຮ້ານບັນເທີງຫຼາຍຮ້ານ ທີ່ລັກເປີດໃຫ້ບໍຣິການ ຮວມທັງຮ້ານປີ້ງເປັດເອ-ວັນ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ທີ່ຖືກສັ່ງປິດໃນມື້ວັນທີ 5 ກໍຣະກະດາຜ່ານມາ. ທາງການລາວ ຍັງບໍ່ອະນຸຍາດໃຫ້ຮ້ານກິນດື່ມ ແລະ ສະຖານບັນເທີງ ເປີດບໍຣິການໃນທົ່ວ ປະເທດໄດ້ເທື່ອ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ກະຊວງຖແລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ຜູ້ບໍ່ປະສົງອອກຊື່ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 9 ຕຸລາ ນີ້:
“ຮ້ານບັນເທິງ ລັກສນະວ່າເປັນ ຜັບ ເທັກ ໃຫ້ປິດ ຮ້ານອາຫານກິນດື່ມ ທັມດາ ກໍແມ່ນສາມາດເປີດໄດ້ເນາະ ປະເມີນສະຖານະການ ແຈ້ງໄປແຕ່ລະເດືອນເນາະ ລັກສນະວ່າມາຕການຜ່ອນຜັນ ແມ່ນອອກມາ ເປັນແຕ່ລະເດືອນ ດຽວນີ້ຂະເຈົ້າມອບໃຫ້ເຈົ້າໜ້າທີ່ຕໍາຣວດເລີຍ ຖ້າຮ້ານໃດຝ່າຝືນລັກເປີດຢູ່ ເຈົ້າໜ້າທີ່ຈະປັບໃໝ ຫລືວ່າໄປສັ່ງໃຫ້ໂຈະກິຈການເລີຍ.”
ທ່ານກ່າວຕື່ມວ່າ ມາຕການຫ້າມບໍ່ໃຫ້ເປີດຮ້ານດັ່ງກ່າວ ທາງການໄດ້ອອກແຈ້ງການໄປແລ້ວ ໂດຍມີຄໍາສັ່ງໃຫ້ແຕ່ລະແຂວງ ປະຕິບັດຕາມ ຢ່າງເຂັ້ມງວດ ຖ້າຫາກສະຖານບັນເທີງ ໃນເມືອງ ຫລື ແຂວງໃດ ຝ່າຝືນ ກໍຈະສັ່ງໃຫ້ໂຈະກິຈການ ຢ່າງຖາວອນເລີຍ.
ສ່ວນບຸນປະເພນີ ແລະງານດອງນັ້ນ ຖ້າຫາກຈະມີການຈັດ ກໍຕ້ອງໄດ້ຂໍອະນຸຍາດຈາກທາງເມືອງ ເພື່ອໃຫ້ເມືອງພິຈາຣະນາຄວາມເໝາະສົມ ແລະຈະໃຫ້ເຈົ້າໜ້າທີ່ສະເພາະກິດ ໄປຕິດຕາມເບິ່ງຈໍານວນຄົນ ທີ່ມາຮ່ວມງານນັ້ນ.
ນອກຈາກນີ້ແລ້ວ ເຣື່ອງການເປີດໃຫ້ນັກທ່ອງທ່ຽວ ເຂົ້າມາໄດ້ແບບເປັນກຸ່ມ ຕາມທີ່ເປັນຂ່າວກ່ອນນັ້ນ ທາງການຍັງບໍ່ມີປະກາດ ທີ່ຈະແຈ້ງ ອອກມາເທື່ອ. ກ່ຽວກັບເຣື່ອງນີ້ ເຈົ້າຂອງຮ້ານອາຫານ ແລະບ້ານພັກ ທ່ານນຶ່ງ ຜູ້ຂໍສງວນຊື່ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ດຽວກັນນີ້ວ່າ ເຣື່ອງການເປີດຮັບ ນັກທ່ອງທ່ຽວນັ້ນ ຍັງບໍ່ມີຣາຍລະອຽດ ທີ່ຊັດເຈນວ່າ ຈະເປີດມື້ໃດ. ສ່ວນວ່າຮ້ານອາຫານ ຂອງຕົນນີ້ ກໍຍັງພໍຂາຍໄດ້ ແຕ່ສ່ວນວ່າບ້ານພັກນັ້ນ ຕ້ອງໄດ້ຢຸດໄວ້ກ່ອນ ຍ້ອນສູ້ຄ່າໃຊ້ ຈ່າຍບໍ່ໄຫວ ບໍ່ຄ່ອຍມີນັກທ່ອງທ່ຽວ ມາພັກ ດັ່ງທີ່ທ່ານກ່າວວ່າ:
“ເປີດຢູ່ແຕ່ວ່າ ພວກເຂົາຂົນສົ່ງສິນຄ້າ ຍັງບໍ່ມີວິແວວຍັງບໍ່ສາມາດເປີດ ອອກວີຊາ tourism ນັກທ່ອງທ່ຽວຕ່າງປະເທດຫ້າມເຂົ້າເດັດຂາດ ກໍຄືປິດບໍ່ມີເອກສານ ກໍານົດວ່າຈະເປີດອີກ ເຮົາກໍອາສັຍລາວທ່ຽວລາວ ກໍບໍ່ຄືຝຣັ່ງ ບ້ານພັກ ໂຮງແຮມບໍ່ແນ່ນອນ ກໍປິດໄປກ່ອນ ຄ່າໃຊ້ ຈ່າຍສູງມັນບໍ່ໄຫວ.”
ພະນັກງານຮ້ານອາຫານແຫ່ງນຶ່ງ ທີ່ເຄີຍເຮັດວຽກຢູ່ຮ້ານບັນເທີງ ທີ່ນະຄອນ ຫຼວງວຽງຈັນ ຜູ້ຂໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 9 ຕຸລານີ້ວ່າ ໃນປັດຈຸບັນ ທາງການຍັງ ບໍ່ອະນຸຍາດໃຫ້ເປີດ ຜັບ ບາ ໄດ້ເທື່ອ ເປີດໄດ້ແຕ່ຮ້ານອາຫານ ບໍ່ມີມາຕການແນວໃດ:
“ຜັບ ມາມື້ນີ້ທາງການ ຍັງບໍ່ບໍ່ເປີດ ຍັງປິດຢູ່ ຮ້ານທີ່ເຮົາທໍາງານ ກໍບໍ່ມີມາຕການແນວໃດນະ ໃຫ້ເຂົ້າມານັ່ງໄດ້ປົກກະຕິ.”
ອີງຕາມການຣາຍງານຂອງຄະນະສະເພາະກິດ, ສໍາລັບການຈັດງານຕ່າງໆ ເຊັ່ນງານບຸນປະເພນີ, ງານດອງ ແລະງານເທສການ ສາມາດ ຈັດໄດ້ ແຕ່ຜູ້ຈັດງານນັ້ນ ຕ້ອງປະຕິບັດຕາມມາຕການ ປ້ອງກັນ ການຕິດເຊື້ອ ແລະການແພ່ເຊື້ອໃນຊຸມຊົນ ຢ່າງເຂັ້ມງວດ.