ເຣື້ອງທີ່ເກັບບັນທຶກໄວ້
2023-01-09
ຣັຖບານລາວ ເປີດຂາຍພັນທະບັດ ເທື່ອທີ 2 ຈໍານວນ 1,000 ຕື້ກີບ, ຂະນະທີ່ ຊາວລາວບາງສ່ວນ ທີ່ມີເງິນເກັບ ໃຫ້ຄວາມສົນໃຈຊື້ໄວ້ ເນື່ອງຈາກ ຄາດວ່າຈະໄດ້ ດອກເບັ້ຍສູງ, ແຕ່ອີກຈຳນວນນຶ່ງ ບໍ່ໃຫ້ຄວາມສົນໃຈ ເນື່ອງຈາກ ໄລຍະເວລາ 6 ເດືອນ ດົນເກີນໄປ ຫາກຈຳເປັນ ຕ້ອງການໃຊ້ເງິນ.
2023-01-09
ຊາວເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ຍິງ ຜູ້ທີ່ສົນໃຈເດີນທາງ ໄປເຮັດວຽກ ຢູ່ປະເທດເກົ້າຫລີໃຕ້ ຊຶ່ງຫ້ອງການກະຊວງ ແຮງງານ ແລະ ສວັດດີການສັງຄົມ ປະກາດຮັບສະມັກ ແມ່ຍິງຈຳນວນ 100 ຄົນ ຂະນະທີ່ ຍັງມີຄວາມກັງວົນ ບຸກຄົນທີ່ສາມ ຈະເຂົ້າມາເປັນໜ້ານາຍ ໃນຄັ້ງນີ້.
2023-01-09
ຊາວຈີນ ເດີນທາງເຂົ້າມາທ່ຽວ ແລະ ຜ່ານປະເທດລາວ ຍັງມີຈຳນວນໜ້ອຍ, ໃນທາງຕຣົງກັນຂ້າມ ມີຊາວຈີນ ບໍ່ໜ້ອຍທີ່ອາສັຍຢູ່ໃນປະເທດລາວ ເດີນທາງກັບຄືນປະເທດ ໃນເທດສະການ ປີໃໝ່ຊາວຈີນນີ້ ແລະ ຊາວລາວ ເດີນທາງເຂົ້າໄປຈີນ ຫລາຍກວ່າ ເມື່ອທຽບໃສ່ ຊາວຈີນ ທີ່ເດີນທາງເຂົ້າລາວ.
2023-01-06
ມີພໍ່ຄ້າ, ແມ່ຄ້າ ຄົນກາງ ຊາວວຽດນາມ ແລະຊາວຈີນ ເຂົ້າມາຊື້ເຂົ້າສານ ຈາກຊາວນາລາວ ດ້ວຍລາຄາແພງ ເຮັດໃຫ້ເຂົ້າສານ ຂາດຕລາດ ກະທົບຕໍ່ປະຊາຊົນລາວ ທົ່ວໄປ ຂະນະທີ່ທາງການລາວ ຍັງບໍ່ມີແນວທາງ ແກ້ໄຂບັນຫາ ລາຄາເຂົ້າສານ ແພງຂຶ້ນ.
2023-01-06
ຈີນ-ລາວ ຈະເປີດດ່ານຊາຍແດນ ໃຫ້ພົລເມືອງທັງ 2 ປະເທດ ໄປມາຫາສູ່ກັນໄດ້, ຂະນະທີ່ ທາງການລາວ ຍັງບໍ່ໄດ້ມີມາຕການ ສະເພາະ ຕໍ່ພົລເມືອງຈີນ ທີ່ຈະເຂົ້າປະເທດລາວ ຊຶ່ງປະຊາຊົນຈຳນວນນຶ່ງຮູ້ສຶກເປັນຫ່ວງ ເພາະອາດເກີດ ການຣະບາດ ຂອງເຊື້ອ ໂຄວິດ-19 ອີກ.
2023-01-05
ປະເທດລາວ ມີການຂຍາຍໂຕ ທາງດ້ານເສຖກິຈສູງ ໃນເອເຊັຽ ຕາເວັນ ອອກສ່ຽງໃຕ້ ຊຶ່ງສ່ວນຫລາຍ ແມ່ນມາຈາກ ການລົງທຶນ ຂອຕ່າງປະເທດ ທ້າງດ້ານພລັງງານ ແລະບໍ່ແຮ່ ຮ່ວມທັງ ການສ້າງໂຄງຮ່າງພື້ນຖານຕ່າງໆ ແຕ່ໂຄງການລົງທຶນເຫຼົ່ານັ້ນ ບໍ່ໄດ້ສ້າງວຽກເຮັດ ງານທຳ ໃຫ້ຄົນລາວ ພໍເທົ່າໃດ.
2023-01-04
ຊາວລາວສ່ວນຫຼາຍ ງົດການສລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ ສາກົລ ຄ.ສ. 2023 ຍ້ອນບັນຫາ ຄ່າຄອງຊີບ ບໍ່ໝັ້ນຄົງ ຊາວຄ້າຂາຍ ຣາຍນ້ອຍຣາຍໃຫຍ່ ກໍຝືດເຄືອງ ຈຶ່ງພາກັນປະຢັດກິນ ປະຢັດໃຊ້ ໂດຍສະເພາະສິ່ງທີ່ບໍ່ຈຳເປັນເຊັ່ນເຫຼົ້າ, ເບັຍ ເປັນຕົ້ນ.
2023-01-04
ຜູ້ໃຊ້ເສັ້ນທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ບໍ່ພໍໃຈ ທີ່ບໍຣິສັດ ທາງດ່ວນ ປັບຂຶ້ນຄ່າທາງດ່ວນ ຕາມກໍານົດອັຕຣາ ເຣທເງິນໂດລ້າຣ໌ສະຫະຣັຖ ຊຶ່ງສ້າງຄວາມເດືອດຮ້ອນ ເພາະຄ່າເງິນກີບອ່ອນລົງ ເປັນການຖິ້ມພາຣະຮັບຜິດຊອບ ໃຫ້ປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ.
2023-01-03
ມີການຄາດການວ່າ ເສຖກິຈລາວ ຈະຂຍາຍໂຕເພີ່ມຂຶ້ນ ໃນປີ 2023 ນີ້ ຊຶ່ງຣັຖບານຕັ້ງເປົ້າໝາຍ ຂຍາຍເຖິງ 4.5% ແຕ່ສ່ວນປະຊາຊົນຍັງບໍ່ເຊື່ອໝັ້ນ ເພາະທຸກມື້ນີ້ ຄ່າຄອງຊີພແພງຂຶ້ນ ຈົນເກີດຄວາມຫຍຸ້ງຍາກ ໃນການດຳຣົງຊີວິດ ປະຈຳວັນ.
2023-01-02
ສະມາຊິກ ສະພາແຫ່ງຊາຕລາວ ຮຽກຮ້ອງ ໃຫ້ຣັຖບານ ແກ້ໄຂບັນຫາ ການຜລິດ ເພື່ອທົດແທນ ການນຳເຂົ້າ ຢ່າງຈີງຈັງ ເພາະວ່າ ແຜນການຜ່ານມາ ບໍ່ມີປະສິດທິຜົນ.