ແຜນການຜລິດ ທົດແທນການນໍາເຂົ້າ ບໍ່ໄດ້ຜົນ: ສສຊ

ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022.
ກອງປະຊຸມ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9, ນະຄອນຫຼວງວຽງຈັນ, ວັນທີ 5 ທັນວາ ປີ 2022. (ຮູບພາບ: ປກສ)

0:00 / 0:00

ສະມາຊິກ ສະພາແຫ່ງຊາຕລາວ ຮຽກຮ້ອງ ໃຫ້ຣັຖບານ ແກ້ໄຂ ຢ່າງຈິງຈັງ ບັນຫາ ການຜລິດ ເພື່ອທົດແທນ ການນຳເຂົ້າ. ຜ່ານມາ ໃນແຕ່ລະແຂວງ ຜ່ານການກວດສອບ ຂອງ ສສຊ ຍັງພົບວ່າ ບໍ່ເປັນໄປຕາມກົນໄກ ທີ່ຣັຖບານ ວາງອອກ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບທ່ານ ເຂົ້າສູ່ ຣາຍການ “ມາຟັງນຳກັນ”, ສຳລັບ ສັປດານີ້ ພວກເຮົາ ມາເວົ້າເຖິງ ຄວາມສຳຄັນ ຂອງການສົ່ງເສີມ ການຜລິດ ຂອງຄົນລາວ. ບັນຫານີ້ມັນສໍາຄັນຫລາຍ ເພາະມັນກ່ຽວພັນເຖິງ ການລຶບລ້າງ ຄວາມທຸກຍາກ ແລະ ຍົກລະດັບ ລາຍໄດ້ ຂອງປະຊາຊົນລາວ ໃຫ້ດີຂຶ້ນ. ຜ່ານມາ ຣັຖບານລາວ ຈະໃຫ້ຄວາມສຳຄັນ ຕໍ່ກັບ ການລົງທຶນ ຈາກຕ່າງປະເທດ ຫລາຍກວ່າ. ກໍຄືດັ່ງ ປະເທດຈີນ ທີ່ເປັນຜູ້ລົງທຶນ ອັນດັບນຶ່ງ ແລະ ກວມເອົາທຸກຂແນງການ ຂອງເສຖກິຈລາວ. ສຳລັບຫົວຂໍ້ ໃນຣາຍການມື້ນີ້ ແມ່ນ ສສຊ ກວດສອບແຜນການ ການຜລິດທົດແທນ ນໍາເຂົ້າ ບໍ່ໄດ້ຜົນ.

ທ່ານຜູ້ຟັງ ກ່ຽວກັບ ເຣື່ອງນີ້ ຖ້າ​ຫາກວ່າ ທ່ານມີຄວາມຄຶດຄວາມເຫັນ ແນວໃດ ກະຣຸນາ ຊ່ອຍອອກຄຳເຫັນ ກັບພວກເຮົາໄດ້ ຫລືວ່າ ທ່ານໃດ ຕ້ອງການເຂົ້າຮ່ວມ ໃນຣາຍການ ຂອງພວກເຮົາ ກະຣຸນາ ສົ່ງເບີໂທຣະສັບ ຂອງທ່ານ ລົງໃນຊ່ອງຄອມເມັ້ນ ທີ່ກຳລັງອອກຣາຍການ ຢູ່ໃນຕອນນີ້ ແລ້ວພວກເຮົາ ຈະໂທສັມພາດ ມາອອກຣາຍການ. ສຳລັບມື້ນີ້ ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ພວກເຮົາ ມາສົນທະນາກັນ ກ່ຽວກັບ ຫົວຂໍ້ ຣັຖບານລາວ ຍັງບໍ່ໃຫ້ ຄວາມສຳຄັນສົ່ງເສີມ ການລົງທຶນ ຂອງຄົນລາວ ກໍຄື ສສຊ ກວດສອບແຜນການ ການຜລິດທົດແທນ ນຳເຂົ້າ ບໍ່ໄດ້ຜົນ.

ເປັນຫຍັງ ຈຶ່ງວ່າແນວນັ້ນ ເພາະຜ່ານມາ ມີຫລາຍທຸຣະກິຈ ຂອງຄົນລາວ ທີ່ໄປບໍ່ລອດ ບໍ່ສາມາດແຂ່ງຂັນ ກັບນັກລົງທຶນ ຈາກຕ່າງປະເທດໄດ້. ໂດຍສະເພາະ ແມ່ນຈີນ ທີ່ມີ ທັງງົບປະມານ, ສ້າງເຂດເສຖກິຈ ເປັນຂອງຕົນເອງ ຂົນຄົນຈີນ ເຂົ້າມາຄ້າ-ຂາຍ ແຂ່ງກັບຄົນລາວ ຫລື ເວົ້າຢ່າງນຶ່ງ ກໍຄືມາຍາດແຍ່ງ ການທຳມາຫາກິນ ຂອງຄົນພາຍໃນປະເທດ. ສ່ວນຄົນລາວເອງ ຫລາຍຄົນ ກໍພະຍາຍາມ ສຸມໃສ່ການລົງທຶນ ແຕ່ຍັງຂາດການສົ່ງເສີມ ຈາກພາກຣັຖ ທັງເຣື່ອງເງິນທຶນ, ຕລາດ ແລະ ນະໂຍບາຍ ດ້ານການສົ່ງເສີມ ກໍເຫັນວ່າ ຍັງບໍ່ເປັນຮູບປະທັມ. ກໍຄືດັ່ງ ໃນໄລຍະ ໂຄວິດ ສອງປີ ຜ່ານມາ ຫລາຍທຸຣະກິຈຕ້ອງປະຄອງ ທຸຣະກິຈ ຂອງຕົນເອງ ໃຫ້ຢູ່ລອດ ດ້ວຍຕົນເອງ ເຖິງແມ່ນວ່າ ຣັຖຈະມີ ນະໂຍບາຍ ໃຫ້ກູ້ຢືມ ແຕ່ນັ້ນ ກໍເປັນການສ້າງໜີ້ ບໍ່ແມ່ນ ການຊ່ອຍເຫລືອລ້າ. ສຳລັບມື້ນີ້ ພວກເຮົາ ຈະມາລົງເລິກ ບັນຫາ ດັ່ງກ່າວກັນ.

( ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)