ເຣື້ອງທີ່ເກັບບັນທຶກໄວ້
2022-08-24
ທາງການແຂວງ ຫຼວງພຣະບາງ ໄດ້ມີແຈ້ງການ ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າ ຂາຍຊີ້ນໝູ ເກີນລາຄາທີ່ທາງການແຂວງ ໄດ້ກຳນົດ, ແຕ່ຜູ້ຄ້າຂາຍ ຈຳເປັນຕ້ອງ ໄດ້ຂາຍເກີນ ກວ່າລາຄາທີ່ກຳນົດໄວ້ ໃນແຈ້ງການ ເນື່ອງຈາກວ່າ ຕົ້ນທຶນທີ່ຮັບມາຂາຍແພງຢູ່ແລ້ວ ຈຶ່ງບໍ່ສາມາດຂາຍໄດ້ ຕາມລາຄາ ນຳກົດຂອງທາງການ.
2022-08-24
ໂຄງການ ກໍ່ສ້າງໂຮງງານ ປຸງແຕ່ງ ແປ້ງມັນຕົ້ນ ໄດ້ສັມປະທານ ກວມເອົາດິນກະເສຕ ຂອງຊາວບ້ານ ບ້ານເພັຽລາດ ແລະບ້ານຂັນລາຍຈຳນວນ 100 ປາຍຄອບຄົວ ໃນເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ແລະ ຊາວບ້ານປະຕິເສດ ຄ່າຊົດເຊີຍ ທີ່ເຫັນວ່າບໍ່ເໝາະສົມ ແລະບໍ່ເປັນທັມ ກັບຊາວບ້ານ.
2022-08-24
ທາງການຈີນ ມີແຜນການຈະໃຫ້ເງິນທຶນ ສໍາລັບໃຊ້ໃນກາຂຍາຍ ສູນພັທນາສີມືແຮງງານ ຂອງແຂວງອຸດົມໄຊ ເພື່ອຮອງຮັບ ຜູ້ດ້ອຍໂອກາດ ແລະຜູ້ທີ່ມີຄວາມສົນໃຈທົ່ວໄປ ທີ່ອາສັຍຢູ່ເຂດທາງພາກເໜືອ ໃຫ້ໄດ້ຮັບການຝຶກວິຊາຊີບ ໂດຍສະເພາະ ສາຂາໄກ໋ດ໌ນໍາທ່ຽວ ພາສາຈີນ.
2022-08-23
ແຕ່ງຕັ້ງຄະນະປະຕິຮູບ ຣັຖວິສາຫະກິຈ ການບິນລາວ ໂດຍມີ ທ່ານ ພູທະນູເພັດ ໄຊສົມບັດ ຮອງຣັຖມົນຕຣີ ກະຊວງການເງິນ ເປັນຫົວໜ້າຄະນະ ເພື່ອແກ້ໄຂບັນຫາ ຫລຸບທຶນ ຂະນະທີ່ ປະຊາຊົນ ແລະນັກວິຊາການ ເຫັນວ່າ ຄວນຈະປະຕິຮູບ ໃຫ້ເປັນມືອາຊີບ ແລະ ແກ້ໄຂລະບົບເສັ້ນສາຍ ໃຫ້ໄດ້ກ່ອນ.
2022-08-22
ມາເລເຊັຽ ແລະ ໄທຍ ມີແຜນຈະເຊື່ອມຕໍ່ ທາງຣົຖໄຟ ໃສ່ທາງຣົຖໄຟ ລາວ-ຈີນ ໃນອະນາຄົຕ, ມີໄລຍະທາງ ທັງໝົດປະມານ 2,000 ກິໂລແມັດ ຊຶ່ງຈະເປັນການຂົນສົ່ງສິຄ້າ ຜ່ານທາງຣົຖໄຟ ຈາກຈີນ ສູ່ປະເທດລາວ, ປະເທດໄທຍ ແລະ ປະເທດມາເລເຊັຽ ອາຈລວມເຖິງ ສິງກະໂປຣ໌ ຕໍ່ໄປ.
2022-08-19
ຕໍາຣວດນະຄອນຫລວງວຽງຈັນ ກ່າວເຕືອນຄົນວຽດນາມ ທີ່ຕັ້ງຮ້ານຊື້-ຂາຍ ເສດເຫຼັກ ທີ່ຜິດກົດໝາຍ ຮວມທັງເຫລັກ ທີ່ຄົນລັກມາຂາຍໃຫ້ ແລະ ໜັງສືຜ່ານແດນ ຂອງຄົນວຽດນາມເຫລົ່ານີ້ ໝົດອາຍຸ, ບໍ່ມີໃບອະນຸຍາດ ເຮັດທຸຣະກິຈ, ຮັບຊື້ທັງໃນຍາມວິການ (ກາງຄືນ).
2022-08-18
ກຸ່ມຄົນບໍ່ຮູ້ຈໍານວນຄັກແນ່ ໄດ້ກໍ່ເຫດລັກຖອດຮົ້ວເຫຼັກ ກັັັ້ນທາງຣົຖໄຟລາວ-ຈີນ ຢູ່ເຂດບ້ານໂພນຊູ ເມືອງວັງວຽງ ແຂວງວຽງຈັນ ເຊິ່ງສາມາດ ນໍາເຫຼັກອອກໄປໄດ້ຈໍານວນນຶ່ງ ໂດຍປັດຈຸບັນ ເຈົ້າໜ້າທີ່ຕໍາຣວດ ກໍາລັງຊອກຫາບຸກຄົນ ຜູ້ກໍ່ເຫດດັ່ງກ່າວຢູ່.
2022-08-16
ຊາວນາຈໍານວນຫຼາຍ ໃນຫຼາຍແຂວງ ທົ່ວປະເທດລາວ ຖືກຜົລກະທົບ ຈາກນໍ້າມັນເຊື້ອເພີງ ທີ່ມີລາຄາແພງ ເຮັດໃຫ້ພວກເຂົາເຈົ້າ ຈໍາເປັນຕ້ອງແບກຮັບ ຕົ້ນທຶນການຜລິຕສູງ ແລະເຮັດໃຫ້ການຜລິຕ ມີຄວາມຫຼ້າຊ້າ ກວ່າຣະດູການ ຂະນະທີ່ ທາງພາກຣັຖ ຍັງບໍ່ມີແຜນຊ່ອຍເຫຼືອ ຢ່າງເປັນຮູບປະທັມເທື່ອ.
2022-08-15
ຊາວລາວຫຼາຍຄົນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ເພາະສິນຄ້າຕ່າງໆ ຂຶ້ນລາຄາ ຢ່າງຕໍ່ເນື່ອງ ເຊິ່ງບໍ່ມີວີ້ແວວວ່າ ຈະຫຼຸດລົງ ຫຼືຄົງທີ່ ໂດຍສະເພາະ ເຂົ້າສານ ແລະອາຫານສົດຕ່າງໆ ທີ່ຫຼາຍຄົນຕ້ອງໄດ້ຊື້ກິນໃນຊີວິຕປະຈໍາວັນ.
2022-08-15
ຊາວໜຸ່ມລາວ ແລະ ຊາວລາວໃນວັຍເຮັດວຽກ ຫັນມາຮຽນພາສາຈີນຫຼາຍຂຶ້ນ ເນື່ອງຈາກພາສາຈີນ ພວມມີບົດບາດສູງ ໃນລະບົບເສຖກິຈ ແລະ ສັງຄົມລາວ, ຂະນະທີ່ສູນ ແລະ ສະຖາບັນ ທີ່ສອນພາສາຈີນ ກໍເກີດຂຶ້ນຫຼາຍແຫ່ງ.
2022-08-11
ທາງການລາວ ເຈຣະຈາ ກັບຈີນ ຂໍເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຄືນ ເພື່ອໃຫ້ສາມາດ ໄປ-ມາໄດ້ ບໍ່ມີຄວາມຄືບໜ້າ ຍ້ອນຈີນຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່ ເຮັດໃຫ້ຜູ້ປະກອບການ ທ່ອງທຽວ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ນຳດ້ວຍ.
2022-08-11
ບັນຫາການຂາດແຄນ ນໍ້າມັນເຊື້ອເພີງ ຢູ່ປະເທດລາວ ອາຈເກີດຂຶ້ນອີກ ຍ້ອນວ່າ ປັດຈຸບັນ ຫາຊື້ນໍ້າມັນ ໃສ່ຣົຖຍາກ, ນໍ້າມັນ 200 ລ້ານລິດ ທີ່ຣັຖບານມີ ກໍຈະໝົດພາຍໃນ ທ້າຍເດືອນສິງຫານີ້.
2022-08-09
ຣັຖບານລາວ ບໍ່ສາມາດຄວບຄຸມ ລາຄາຫົວອາຫານສັດໄດ້ ເຮັດໃຫ້ຟາມລ້ຽງສັດ ເດືອດຮ້ອນ ຊຶ່ງຈໍານວນນຶ່ງ ຕ້ອງໄດ້ປິດຊົ່ວຄາວ ເພາະບໍ່ສາມາດ ແບກຮັບພາຣະຕົ້ນທຶນ ທີ່ນັບມື້ຈະສູງຂຶ້ນເລື້ອຍໆນັ້ນໄດ້ ຊຶ່ງກໍອາຈກະທົບຜູ້ບໍຣິໂພກ.
2022-08-08
ບໍຣິສັດເອກຊົນ ໄດ້ຮັບອະນຸຍາດ ຈາກຜແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ເພື່ອສຶກສາປູກໝາກຄາຍ, ປູກໝາກສະຕໍເບີ່ຣີ້ ແລະ ລ້ຽງກຸ້ງນ້ຳຈືດ ຢູ່ບ້ານນາຕານ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລ້ວແບ່ງປັດລາຍໄດ້ກັບຊາວບ້ານ ແບບ 70/30.
2022-08-08
ບໍຣິສັດ ທາງຣົຖໄຟລາວ-ຈີນ ຂາຍປີ້ ຣົຖໄຟ ປີ້ຢືນ ຢູ່ສະຖານີຣົຖໄຟ ລາວ-ຈີນ ບາງແຫ່ງ ຮວມທັງ ຢູ່ສະຖານີນະຄອນຫລວງວຽງຈັນ ຊຶ່ງມີລາຄາເທົ່າກັບປີ້ນັ່ງ ໃນມື້ວັນທີ 3 ສິງຫານີ້ ແຕ່ກໍໄດ້ໂຈະໄປແລ້ວ ຍ້ອນວ່າ ມີຫຼາຍຄົນ ໄດ້ສແດງຄວາມບໍ່ພໍໃຈ ຕໍ່ບັນຫາດັ່ງກ່າວນີ້.