ລາຄາສິນຄ້າ ຖີບໂຕສູງຂຶ້ນ ຕໍ່ເນື່ອງ ກະທົບປະຊາຊົນ ຢ່າງໜັກ

ສຸພັດຕາ
2022.08.15
ລາຄາສິນຄ້າ ຖີບໂຕສູງຂຶ້ນ ຕໍ່ເນື່ອງ ກະທົບປະຊາຊົນ ຢ່າງໜັກ ຊາວລາວ ທີ່ພວມຈ່າຍເງິນຄ່າສິນຄ້າ ແລະ ອາຫານ ເປັນເງິນກີບ ໃນນະຄອນຫຼວງວຽງຈັນ (TS), ວັນທີ 19 ມິຖຸນາ 2022.
RFA

ປັດຈຸບັນ ຊາວລາວຫຼາຍຄົນ ໄດ້ຮັບຜົລກະທົບຢ່າງໜັກໜ່ວງ ໃນເຣື່ອງສິນຄ້າຕ່າງໆ ມີລາຄາແພງຂຶ້ນຕໍ່ເນື່ອງ ເຊິ່ງບໍ່ມີວີ້ແວວວ່າ ລາຄາຈະຫຼຸດລົງ ຫຼືຄົງທີ່ ໂດຍສະເພາະ ເຂົ້າສານໜຽວ, ເຂົ້າສານຈ້າວ ແລະອາຫານສົດຕ່າງໆ ທີ່ຫຼາຍຄົນຕ້ອງໄດ້ຊື້ກິນໃນຊີວິຕປະຈໍາວັນ.

ໂຕຢ່າງ ຢູ່ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ:

  • ເຂົ້າສານໜຽວປະເພດ1, ລາຄາ334 ກີບ/ກິໂລ
  • ເຂົ້າສານຈ້າວປະເພດ1, ລາຄາ166 ກີບ/ກິໂລ
  • ຊີ້ນງົວປະເພດ1, ຊີ້ນກ້ອນ ລາຄາ000 ກີບ/ກິໂລ

ໄຂ່ໄກ່ ຢູ່ນະຄອນຫຼວງວຽງຈັນ ປັດຈຸບັນ ລາຄາເກືອບ 65 ພັນປາຍກີບຕໍ່ແຕະ ຫາກທຽບໃສ່ເດືອນກໍຣະກະດາ ລາຄາປະມານ 45,000 ກີບຕໍ່ແຕະ, ສ່ວນຊີ້ນໝູ ປັດຈຸບັນ ລາຄາ 70,000-75,000 ປາຍກີບຕໍ່ກິໂລ ຈາກແຕ່ກ່ອນ ລາຄາ 55,000-65,000 ກີບຕໍ່ກິໂລ ນັບມື້ ລາຄາແຮງແພງຂຶ້ນເລື້ອຍໆ ແລະຊາວລາວຫຼາຍຄົນ ກໍຢາກໃຫ້ທາງການ ຊ່ອຍແກ້ໄຂບັນຫາສິນຄ້າ ໃຫ້ລາຄາຫຼຸດລົງ ຫຼືຄົງທີ່.

ດັ່ງຊາວລາວ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 15 ສິງຫາ ນີ້ວ່າ:

“ໂອ້ຍລາຄາໄຂ່ໄກ່ ກັບລາຄາຊີ້ນນິ່ຊິເທົ່າກັນລະ. ອາທິດທີ່ແລ້ວນີ້ ໄຂ່ໄກ່ ຢູ່ 55 ພັນ, ແຕ່ວ່າອາທິດນີ້ ເປັນ 64 ເບາະ. ຄືຊີ້ນໝູນີ້ 70 ພັນ ຖ້າເປັນໝູທັມມະດາ ກໍຈະເປັນ 75 ພັນ. ເຫັນແມ່ຄ້າທຸກຄົນກໍຈົ່ມວ່າ ລາຄາວ່າກໍແພງຂຶ້ນຊີ້ນໝູຫຍັງ ເຂົາວ່າບໍ່ໄຫວແລ້ວ. ບໍ່ຮູ້ຈະຂາຍອິຫຍັງ ເຂົາເຈົ້າວ່າມັນແພງຫັ້ນນ່າ ປັບລາຄາລົງແດ່.”

ທ່ານກ່າວເພີ່ມຕື່ມວ່າ ນອກຈາກສິນຄ້າ ທີ່ກ່າວມາຂ້າງເທິງ ແພງຂຶ້ນແລ້ວນັ້ນ ນອກຈາກນີ້ ຍັງມີບັນດາຫອມປ້ອມ, ຫອມບົ່ວ, ຜັກຊີ, ຜັກອໍແກນິກຕ່າງໆ ກໍລາຄາສູງຂຶ້ນນໍາ ເຊັ່ນ ຫອມປ້ອມ, ປັດຈຸບັນລາຄາ 70,000 ກີບຕໍ່ກິໂລ, ແຕ່ກ່ອນ 30,000-40,000 ກີບຕໍ່ກິໂລ.

ໃນຖານະທີ່ຕົນເອງ ເປັນຜູ້ບໍ່ຣິໂພກຄົນນຶ່ງ ທີ່ໄປຊື້ເຄື່ອງໃນຕລາດ ກໍເຂົ້າໃຈ ບັນດາພໍ່ຄ້າແມ່ຄ້າທີ່ຕ້ອງໄດ້ຂາຍແພງ ຍ້ອນວ່າ ຮັບສິນຄ້າມາຂາຍໃນລາຄາແພງ ບວກກັບເສຖກິຈເງິນເຟີ້ໃນລາວນໍາດ້ວຍ ຈະຂາຍຕໍ່າກວ່າທຶນທີ່ຮັບມາກໍບໍ່ໄດ້ຫຍັງ ເຊິ່ງປະຊາຊົນກໍຕ້ອງປັບປ່ຽນ ປະຢັດຈັບຈ່າຍໃຊ້ສອຍ ໃຫ້ໜ້ອຍລົງ.

ນອກຈາກນັ້ນ ບໍ່ແມ່ນແຕ່ໄຂ່ໄກ່ ແລະຊີ້ນໝູທີ່ມີລາຄາແພງຫຼາຍ ຍັງມີບັນດານໍ້າປາ, ແປ້ງນົວ ເຄື່ອງແຕ່ງຢູ່ຄົວກິນຕ່າງໆ ກໍແພງຂຶ້ນນໍາດ້ວຍ ເຊິ່ງຂຶ້ນລາຄາເກືອບເທົ່າໂຕ ແຕ່ທີ່ແພງຫຼາຍ ຄືໄຂ່ໄກ່ ເພາະທຸກເຮືອນຈໍາເປັນຕ້ອງຊື້ກິນ ປັດຈຸບັນແຕະລະ 60 ປາຍພັນກີບ.

ດັ່ງຊາວລາວ ໃນນະຄອນຫຼວງວຽງຈັນ ອີກທ່ານນຶ່ງ ກໍຢືນຢັນວ່າ:

“ປັັດຈຸບັນນີ້ຫວາ ແປ້ງນົວບໍເປັນອັນອື່ນໆ ເຂົາກໍຂຶ້ນລາຄາຄືກັນ ອັນໄຂ່ໄກ່ນີ້ ກໍແຮງແພງ ສຸດຍອດເລີຍ 60-60 ປາຍພຸ້ນເດ້ແຕະນຶ່ງ ຊີ້ນໝູກະ 70-80-90 ພຸ້ນແຫຼະ ມັນກະທົບກະແມ່ນ ທໍາມາຫາກິນ ແບບກິນໄປແຕ່ລະວັນໆເດ້.”

ຊາວລາວ ອີກທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວວ່າ ບາງເທື່ອບັນດາພໍ່ຄ້າແມ່ຄ້າຫຼາຍຄົນ ກໍບໍ່ໄດ້ປະຕິບັດຕາມລາຄາທີ່ທາງການກໍານົດ ມີການສວຍໂອກາດໂກງລາຄາ ແນ່ນອນວ່າ ປະຊາຊົນທີ່ໄດ້ເງິນເດືອນໜ້ອຍ ກໍໄດ້ຮັບຜົລແນ່ນອນ ຍ້ອນຕ້ອງໄດ້ໃຊ້ຈ່າຍແພງຫຼາຍກວ່າເກົ່າ:

“ພວກສິນຄ້າທົ່ວໄປນ່າ ພວກໄຂ່ໄກ່ເດ້ ພວກຊີ້ນນີ້ແພງຂຶ້ນ ບາງຮ້ານ ເຂົາກໍໂກງລາຄານໍາຫັ້ນນ່າ ແນ່ນອນມັນກໍຕ້ອງໄດ້ມີຜົລກະທົບ ເພາະວ່າ ເງິນເດືອນເຮົາຄືເກົ່າ ແຕ່ວ່າສິນຄ້າແພງຂຶ້ນ ຄ່າໃຊ້ຈ່າຍກໍຫຼາຍຂຶ້ນ.”

ອາຫານສໍາເຣັດຮູບ ປະເພດໝູແດດດຽວແພັກຂາຍ ປັດຈຸບັນນີ້ ກໍຈໍາເປັນຕ້ອງປັບລາຄາຂຶ້ນ 190,000 ກີບຕໍ່ກິໂລ ຈາກແຕ່ກ່ອນຂາຍ 130,000 ກີບຕໍ່ກິໂລ ຍ້ອນວ່າ ຊີ້ນໝູທີ່ຮັບມາແພງຂຶ້ນຫຼາຍ ເຊິ່ງກໍຈໍາເປັນຕ້ອງໄດ້ຂຶ້ນລາຄາຕາມ.

ດັ່ງແມ່ຄ້າ ທ່ານນຶ່ງກໍໄດ້ກ່າວວ່າ:

“ແມ່ນແຫຼະ ແພງ ໂລນຶ່ງ 70 ອຸ້ບ ຂຶ້ນໝົດທຸກຢ່າງ ບໍ່ມີຫຍັງບໍ່ຂຶ້ນ ຍາກຫຼາຍກະຂຶ້ນໄປນໍາເງິນຫັ້ນແຫຼະ ແມ່ນຫຍັງກະຂຶ້ນ ແປ້ງນົວ ນໍ້າປູ ນໍ້າປາ ແມ່ນຫຍັງກະຂຶ້ນ.”

ທີ່ຜ່ານມາ ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ມີການປະຊຸມ ແລະແກ້ໄຂກັນຢູ່ ແຕ່ກໍຍັງມີບັນດາຜູ້ປະກອບການຮ້ານຕ່າງໆ ບໍ່ສາມາດປະຕິບັດໄດ້ ຍ້ອນໃຫ້ເຫດຜົລວ່າ ຮັບສິນຄ້າມາແພງ ແຕ່ທີ່ຜ່ານມາ ກໍມີເຈົ້າໜ້າທີ່ກວດພົບ ກໍຖືກປັບໃໝ ເຮັດຕາມລະບຽບ.

ດັ່ງເຈົ້າໜ້າທີ່ ອຸດສາຫະກັມ ແລະການຄ້າທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍໄດ້ກ່າວວ່າ:

“ມີຄະນະນັ້ນ ຄະນະນີ້ແກ້ໄຂ ມາເຮົາບວກຄິດໄລ່ເບິ່ງຫັ້ນນ່າ ແລະກໍເຫັນວ່າ ມັນສົມເຫດສົມຜົລ ເຂົາກໍຫຍັບຂຶ້ນໜ້ອຍນຶ່ງ ບໍ່ໄດ້ຄືເຂົາຂາຍທົ່ວໄປຍາມນີ້ແດ່ ເຂົາເຈົ້າບໍ່ເອົາຕາມລາຄາ ທີ່ຣັຖເຮົາຄຸ້ມຄອງ ມີແຕ່ເຂົາເຮັດບັນທຶກປັບໃໝ ແຕ່ຄັ້ງທີ່ນຶ່ງນ່າ ສອງມາ ເຂົາກໍຍຶດເອົາເຄື່ອງຫັ້ນ ບັນທຶກຄັ້ງທີ່ສາມ ເຂົາກະປົດທະບຽນຫັ້ນແຫຼະ.”

ອີງຕາມການຣາຍງານ ຂອງຜແນກອຸດສາຫະກັມ ແລະການຄ້າ ໃນນະຄອນຫຼວງວຽງຈັນ ໃນວັນທີ່ 4 ສິງຫາ 2022 ກໍໄດ້ອອກແຈ້ງການໄປແລ້ວ ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຄຸ້ມຄອງລາຄາ ຊີ້ນໝູ ແລະ ດັດສົມສິນຄ້າໃນຕລາດໃຫ້ມີປະສິທທິຜົລ ແລະຮັບປະກັນ ໃຫ້ມີສະຖຽນນະພາບ ທາງດ້ານລາຄາ ມີຄວາມໝັ້ນຄົງທາງດ້ານ ສນອງສິນຄ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການ ບໍ່ໃຫ້ມີຜົລກະທົບຕໍ່ສັງຄົມ ແລະການສວຍໂອກາດຂຶ້ນລາຄາ ແລະການເກັງກໍາໄລ ທີ່ບໍ່ສົມເຫດສົມຜົລ ເປັນການເອົາລັດ, ເອົາປຽບຜູ້ບໍຣິໂພກ ເຊິ່ງທາງການ ໄດ້ກໍານົດລາຄາຊີ້ນໝູ ປະເພດ 1, ລາຄາສູງສຸດ 55,000 ກີບຕໍ່ກິໂລກຣາມ, ຊີ້ນໝູປະເພດ 2, ລາຄາສູງສຸດ 50,000 ກີບຕໍ່ກິໂລກຣາມ.

ແຕ່ໃນ 4 ເມືອງ ຢູ່ໃນນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ການຄ້າ ຈະກໍານົດລາຄາບໍ່ຄືກັນ ເຊັ່ນ:

ຢູ່ ເມືອງສີສັດຕະນາກ

  • ຊີ້ນໝູປະເພດ 1, ລາຄາ 60,000 ກີບຕໍ່ກິໂລ
  • ໄຂ່ໄກ່ເບີ 0, ລາຄາ 2,000 ກີບຕໍ່ໜ່ວຍ ຕົກຢູ່ແຕະລະ 48,000 ກີບ.

ເມືອງໄຊເສດຖາ

  • ຊີ້ນໝູປະເພດ 1, ລາຄາ 65,000 ກີບຕໍ່ກິໂລ
  • ໄຂ່ໄກ່ເບີ 0, ລາຄາ 1,600 ກີບຕໍ່ໜ່ວຍ ຕົກຢູ່ແຕະລະ 38,400 ກີບ.

ເມືອງສີໂຄດຕະບອງ

  • ຊີ້ນໝູປະເພດ 1, ລາຄາ 60,000 ກີບຕໍ່ກິໂລ
  • ໄຂ່ໄກ່ເບີ 0, ລາຄາ 1,600 ກີບຕໍ່ໜ່ວຍ ຕົກຢູ່ແຕະລະ 38,400 ກີບ.

ເມືອງຈັນທະບູລີ

  • ຊີ້ນໝູປະເພດ 1, ລາຄາ 60,000 ກີບຕໍ່ກິໂລ
  • ໄຂ່ໄກ່ເບີ 0, ລາຄາ 2,000 ກີບຕໍ່ໜ່ວຍ ຕົກຢູ່ແຕະລະ 48,000 ກີບ.

ຢ່າງໃດກໍຕາມ ບັນຫາດັ່ງກ່າວນີ້ ເຖິງແມ່ນວ່າທາງການ ຈະກໍານົດລາຄາໄວ້ຢ່າງຈະແຈ້ງ ແຕ່ກໍຍັງບໍ່ທັນແກ້ໄຂໄດ້ເທື່ອ ສິນຄ້າກໍຍັງມີການຂາຍ ເກີນກວ່າລາຄາ ທີ່ທາງການກໍານົດຫຼາຍເທົ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.