ຂາຍປີ້ຣົຖໄຟ ປີ້ຢືນ ເຮັດໃຫ້ຫຼາຍຄົນ ບໍ່ພໍໃຈ ຈຶ່ງໄດ້ໂຈະ
2022.08.08
ບໍຣິສັດທາງຣົຖໄຟລາວ-ຈີນຈໍາກັດ ເປີດຂາຍປີ້ຢືນ ຢູ່ບ່ອນຂາຍປີ້ ຂອງສະຖານີຣົຖໄຟ ນະຄອນຫລວງວຽງຈັນ ໃນລາຄາເທົ່າກັບປີ້ນັ່ງ, ບໍ່ໄດ້ແຈ້ງໃຫ້ຜູ້ໂດຍສານຮູ້ລ່ວງໜ້າ ໃນມື້ວັນທີ 3 ສິງຫານີ້, ແຕ່ກໍໄດ້ໂຈະຂາຍປີ້ນັ້ນແລ້ວ ຍ້ອນມີຜູ້ ໂດຍສານຫລາຍຄົນຈົ່ມວ່າ ພາຍຫລັງທີ່ຜູ້ໂດຍສານຄົນນຶ່ງ ທີ່ໄດ້ຊື້ປີຢືນ ອອກຂ່າວທາງສື່ສັງຄົມອອນລາຍນ໌.
ດັ່ງປະຊາຊົນທີ່ຮູ້ຂ່າວນາງນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 8 ສິງຫານີ້ວ່າ:
“ເຂົາເຈົ້າຂາຍປີ້ຢືນມື້ນຶ່ງຫັ້ນ ແຕ່ວ່າດຽວນີ້ຢຸດແລ້ວ ໄດ້ຂ່າວວ່າຢຸດແລ້ວ ເຣີ່ມຂາຍມື້ດຽວຫັ້ນແຫລະ ຄົນດຽວຫັ້ນແຫລະ ເປັນກະແສແລ້ວ ກະດຽວເຂົາເຈົ້າກະບໍ່ຂາຍແລ້ວ ຊາວບ້ານບໍ່ເຫັນດີນໍາ ຂາຍແຕ່ປີ້ນັ່ງແລ້ວດຽວນີ້ນະ.”
ແລະປະຊາຊົນລາວອີກຜູ້ນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ມີການຂາຍປີ້ຢືນໃນມື້ນັ້ນແທ້ ຍ້ອນບ່ອນນັ່ງໃນຕູ້ຣົຖໄຟເຕັມ.
“ປີ້ຢືນກະມີ ມີໃນກໍຣະນີ ທີ່ແບບວ່າ ຣົຖໄຟເປັນຕູ້ນັ່ງຫັ້ນນະ ມັນເຕັມ ຄັນແມ່ນກໍຣະນີທີ່ວ່າຣົຖໄຟເຕັມ ຄັນເຮົາຈ່ອງລ່ວງໜ້າ ກະໄດ້ປີ້ນັ່ງ.”
ກ່ຽວກັບເຣື່ງອທີ່ວ່ານີ້ ຜູ້ປະກອບການຮັບຈ່ອງ ປີ້ຣົຖໄຟລາວ-ຈີນ ນາງນຶ່ງເວົ້າໃນມື້ວັນທີ 8 ສິງຫານີ້ວ່າ ໄລຍະຜ່ານມາ ທາງບໍຣິສັດທາງຣົຖໄຟ ລາວ-ຈີນ ກໍໄດ້ມີການໂຄສະນາ ກ່ຽວກັບລັກສະນະ ຂອງປີ້ຢືນນັ້ນ ແລະໄດ້ສອບຖາມຄວາມເຫັນ ຂອງຜູ້ໂດຍສານ ວ່າເຫັນດີ ຫລືບໍ່ ຖ້າຈະມີການຂາຍປີຢືນ, ແຕ່ກໍບໍ່ໄດ້ເວົ້າວ່າ ຈະຂາຍແທ້ ຫລືບໍ່.
“ປີ້ຢືນນີ້ໝາຍຄວາມວ່າ ຖ້າຜູ້ໂດຍສານຫາກລົງ ມີບ່ອ່ນວ່າງ ກະສາມາດນັ່ງໄດ້ເລີຍ ຄັນຖ້າວ່າອີກສະຖານີຕໍ່ໄປລະມີ ລະເຮົາກະຕ້ອງໄດ້ລຸກຂຶ້ນຢືນ ໃຫ້ເຂົາຫັ້ນນະ.”
ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງການຂາຍປີ້ຢືນ ທີ່ວ່ານັ້ນ ວິທຍຸເອເຊັຽເສັຣີ ໄດ້ຕິດຕໍ່ໄປຫາບໍຣິສັດ ທາງຣົຖໄຟລາວ-ຈີນຈໍາກັດ, ແຕ່ບໍ່ມີເຈົ້າໜ້າທີ່ຄົນໃດສາມາດຊີ້ແຈງໄດ້.
ໃນຂະນະດຽວກັນ ຕົວແທນຂາຍປີ້ຣົຖໄຟ ລາວ-ຈີນ ທີ່ປະຈໍາຢູ່ສະຖານີຣົຖໄຟນາເຕີຍ ແຂວງຫລວງນໍ້າທາ ເວົ້າວ່າ ຢູ່ສະຖານີຣົຖໄຟນີ້ ບໍ່ໄດ້ຂາຍປີຢືນ, ແຕ່ມີຂາຍຢູ່ຢູ່ບາງແຫ່ງ, ບໍ່ແມ່ນມີຂາຍຢູ່ທຸກສະຖານີ.
“ປີ້ຢືນນີ້ບໍ່ເຫັນມີເທື່ອນະ ມີແຕ່ທາງນັ້ນ ເພາະວ່າເຂົາອອກໄດ້ແຕ່ທາງນັ້ນ ເພາະວ່າເຂົາອອກໄດ້ ແຕ່ທາງນີ້ອອກບໍ່ໄດ້ເທື່ຶອ ຢູ່ພີ້ຍັງບໍ່ມີເທື່ຶອປີ້ຢືນ ຍັງບໍ່ມີເທື່ອ ຍັງບໍ່ເຮັດເທື່ອ ບໍ່ມີໃຜຮັບຈ່ອງແບບນີ້ນະ.”
ຜູ້ປະກອບການ ບໍຣິສັດທ່ອງທ່ຽວ ຢູ່ປະເທດໄທຍຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽ ໃນມື້ວັນທີ 8 ສິງຫານີ້ວ່າ ນອກຈາກບັນຫາປີ້ຢືນແລ້ວ ກໍຍັງມີບັນຫາອື່ນ ກ່ຽວກັບການຂາຍປີ້ຣົຖໄຟ ລາວ-ຈີນ ຊຶ່ງເປັນຂ່າວໃນສັງຄົມລາວ ແລະ ໃນກຸ່ມນັກທ່ອງທ່ຽວ ຈາກປະເທດເພື່ອນບ້ານ ໂດຍສະເພາະເຣື່ອງການບໍ່ຂາຍປີ້ຣົຖໄຟທາງອອນລາຍນ໌ ເຮັດໃຫ້ມີຄວາມຫຍຸ້ງຍາກ ສໍາລັບນັກທ່ອງທ່ຽວ, ລາຄາປີ້ຣົຖໄຟບໍ່ເທົ່າເກົ່າ ແລະມີການຊື້ປີ້ຜ່ານນາຍໜ້າ.
ທ່ານເວົ້າວ່າ:
“ເປັນເຣື່ອງການຂາຍປີ້ຣົຖໄຟນີ້ແຫລະ ຖ້າມັນມີຄວາມສະດວກຂຶ້ນ ສາມາດຊື້ປີ້ໄດ້ທາງອອນລາຍນ໌, ສາມາດກວດປີ້ ຜ່ານລະບົບອອນລາຍນ໌ໄດ້ ກໍໜ້າຈະສະດວກ ສໍາລັບນັກທ່ອງທ່ຽວ ຫລືວ່າຜູ້ໂດຍສານຊາວລາວ, ລາຄາປີ້ກໍໜ້າຈະເປັນມາຕຖານຫລາຍຂຶ້ນ ຕົວຢ່າງຂ້ອຍໄປສອງເທື່ອ ລາຄາປີີ້ບໍ່ເທົ່າກັນ ຍ້ອນຊື້ຜ່ານນາຍໜ້າ ກໍອາຈຜ່ານນາຍໜ້າ 2-3 ຄົນ.”
ເວົ້າເຣື່ອງການຂາຍປີ້ຣົຖໄຟທາງອອນລາຍນ໌, ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອໍານວຍການໃຫຍ່ ບໍຣິສັດທາງຣົຖໄຟ ລາວ-ຈີນຈໍາກັດ ເວົ້າຕໍ່ສື່ມວນຊົນ ໃນມື້ວັນທີ 3 ສິງຫານີ້ວ່າ ທາງບໍຣິສັດ ກໍາລັງພັທນາ ແລະຕິດຕັ້ງລະບົບ ການຂາຍປີ້ຣົຖໄຟຜ່ານລະບົບອອນລາຍນ໌ ໂດຍຄາດວ່າຈະສໍາເຣັດ ແລະນໍາໃຊ້ໃນທ້າຍປີ 2022 ນີ້.
ປັດຈຸບັນ ຣົຖໄຟລາວ-ຈີນ ໃຫ້ບໍຣິການມື້ນຶ່ງ 3 ຖ້ຽວ, ໄປ-ກັບ ຄືແຖ້ຽວ EMU C82/C81 ນະຄອນຫລວງວຽງຈັນ-ບໍ່ເຕັນ, ຖ້ຽວຣົຖໄຟຄວາມໄວທັມມະດາ K12/K11, ນະຄອນຫລວງວຽງຈັນ-ບໍ່ເຕັນ ແລະຖ້ຽວ EMU C84/C83, ນະຄອນຫລວງວຽງຈັນ-ຫລວງພຣະບາງ, ອີງຕາມຂໍ້ມູນ ຂອງຫລ້າສຸດ ຂອງບໍຣິສັດທາງຣົຖ ໄຟລາວ-ຈີນ ຈໍາກັດ ໃນມື້ວັນທີ 7 ສິງຫາ 2022 ນີ້.