ອິດທິພົລ ພາສາຈີນ ໃນລາວ ມາຄຽງຄູ່ກັບ ອິດທິພົລ ເສຖກິຈຈີນ

ພູວົງສ໌
2022.08.15
ອິດທິພົລ ພາສາຈີນ ໃນລາວ ມາຄຽງຄູ່ກັບ ອິດທິພົລ ເສຖກິຈຈີນ ໂຮງຮຽນລາວ-ຈີນ ລຽວເປີຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ
ນັກຂ່າວ ພົລເມືອງ

ນັບແຕ່ການລົງທຶນ ຂອງຈີນ ໃນປະເທດລາວ ໄດ້ກາຍມາເປັນອັນດັບທີ 1 ໃນໄລຍະເກືອບ 10 ປີມານີ້, ປະຕິເສດໄດ້ຍາກວ່າ ບົດບາດ ແລະ ອິດທິພົລ ໃນດ້ານຕ່າງໆ ຂອງປະເທດຈີນ ຍິ່ງເພີ່ມສູງຂຶ້ນໃນປະເທດລາວ. ສິ່ງທີ່ເຫັນໄດ້ຢ່າງຈະແຈ້ງທີ່ສຸດ ທີ່ຄຽງບ່າຄຽງໄຫຼ່ ຄວບຄູ່ມາກັບອິດທິພົລດ້ານເສຖກິຈ ຂອງຈີນ ໃນລາວ ກໍແມ່ນອິດທິພົລພາສາຈີນ ທີ່ພວມມີບົດບາດສຳຄັນ ໃນລະບົບເສຖກິຈ ແລະ ສັງຄົມ ໃນປະເທດລາວ.

ຕົກມາປີ 2022 ນີ້, ຊາວໜຸ່ມລາວຈຳນວນຫຼາຍ ເຣີ່ມຫັນມາຮຽນພາສາຈີນຫຼາຍຂຶ້ນ ຢ່າງກ້າວກະໂດດ, ເຊິ່ງຈະເຫັນໄດ້ຢ່າງຈະແຈ້ງ ຕາມຫົວເມືອງໃຫຍ່-ນ້ອຍ ວ່າ ມີໂຮງຮຽນ, ສູນການສຶກສາ ແລະ ສະຖາບັນການສຶກສາ ຫຼາຍແຫ່ງ ໄດ້ເປີດສອນພາສາຈີນ ຢ່າງເປັນຂະບວນການ ແລະ ກໍມີນັກຮຽນ-ນັກສຶກສາ ເຂົ້າໄປຮຽນ ເປັນຈຳນວນຫຼາຍ.

ດັ່ງນາຍຄຣູ ສອນພາສາຈີນ ປະຈຳຢູ່ໂຮງຮຽນສອນພາສາຈີນ ແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 15 ສິງຫາ ນີ້ວ່າ:

“ຫຼາຍແທ້, ອັນດັບ 1 ຂອງປະເທດເລີຍ ເພາະວ່າຖ້າເສັງເຂົ້າ ມ.ຊ ມະຫາວິທຍາລັຍແຫ່ງຊາຕ, ຫັ້ນນ່າ ຈະເປັນການທີ່ວ່າຍາກທີ່ສຸດ ທີ່ຈະເຈົ້າຮຽນຫັ້ນ ແລະ ແຕ່ລະສູນ ຢູ່ແຖວອ້ອມແອ້ມ ມ.ຊ ຫັ້ນ ກະມີແຕ່ພາສາຈີນ ເປັນວິທຍາລັຍຂົງຈື້ ເດ້. ລະອີກຢ່າງ, ບາງຄົນກະຢາກໄດ້ໃຫ້ລູກ-ຫຼານ ເອົາທຶນໄປຮຽນຢູ່ຈີນ.

ຜູ້ສື່ຂ່າວຖາມ: ລະບາດນີ້, ສະຖາບັນ ຫຼືວ່າສູນສອນພາສາຈີນ ໃນລາວເຮົານີ້ ຫຼາຍຂຶ້ນບໍ່ຄູ່ມື້ນີ້?

ຕອບ: ນັບມື້ນັບຫຼາຍ. ລະແຕ່ກີ້ເປີດອັງກິດເນາະ ບາງສູນກະເປີດຈີນເພີ່ມອີກ, ຫັ້ນນ່າ. ປະກົດວ່າມັນກະຫຼາຍ ບ່ອນຮຽນກະຫຼາຍ, ຄົນຊິຮຽນກະຫຼາຍ. ຫຼາຍທີ່ສຸດລະແມ່ນຢູ່ນະຄອນຫຼວງວຽງຈັນ ນີ້, ຕ່າງແຂວງກະຂຶ້ນມາຮຽນ.”

ນອກຈາກນີ້, ພາສາຈີນ ຍັງກາຍເປັນສາຍວິຊາຮຽນ ໂຕເລືອກອັນດັບທີ 1 ຂອງນັກຮຽນລາວ ທີ່ຈົບຊັ້ນ ມ.7 ເພື່ອຈະສອບເສັງເຂົ້າຮຽນຕໍ່ ໃນລະດັບມະຫາວິທຍາລັຍ. ອີງຕາມການຣາຍງານ ຂອງສຳນັກງານສູນສອບເສັງ ປະຈຳມະຫາວິທຍາລັຍແຫ່ງຊາຕລາວ ໄດ້ຣາຍງານ ເມື່ອເດືອນກໍຣະກະດາ 2022 ນີ້ວ່າ ພາສາຈີນ ເປັນສາຍວິຊາຮຽນ ທີ່ນັກຮຽນລາວ ສມັກສອບເສັງເຂົ້າຮຽນຫຼາຍທີ່ສຸດ ໃນປີນີ້, ເຖິງວ່າຈະສາມາດຮັບໄດ້ ພຽງແຕ່ຈຳນວນຈຳກັດກໍຕາມ. ຂະນະທີ່ພາກວິຊາພາສາອັງກິດ ຕົກລົງມາ ເປັນອັນດັບທີ 4 ທີ່ຮອງຈາກພາກວິຊາພາສາຈີນ, ພາກວິຊາບໍຣິຫານທຸຣະກິຈທົ່ວໄປ ແລະ ພາກວິຊາການບັນຊີ.

ເຫດຜົລຫຼັກ ທີ່ຊາວໜຸ່ມລາວຈຳນວນຫຼາຍ ເລືອກຮຽນພາສາຈີນ ກໍເນື່ອງຈາກພວກເຂົາເຫັນວ່າ ການຮູ້ ແລະ ເວົ້າພາສາຈີນໄດ້ ຢ່າງມີລະດັບ ຈະເປັນອີກເຄື່ອງຮັບປະກັນນຶ່ງ ທີ່ຈະເຮັດໃຫ້ພວກເຂົາ ໄດ້ວຽກເຮັດງານທຳ ເມື່ອຮຽນຈົບ ເພາະບໍຣິສັດໃຫຍ່-ນ້ອຍ ແລະ ວິສາຫະກິຈຕ່າງໆ ຂອງນັກລົງທຶນຈີນ ໃນລາວ ລ້ວນແຕ່ຕ້ອງການພະນັກງານ ແລະ ບຸກຄະລາກອນ ທີ່ມີຄວາມສາມາດ ເວົ້າ ແລະ ຮູ້ພາສາຈີນ ໃນລະດັບທີ່ແນ່ນອນ.

ດັ່ງນັກສຶກສາລາວ ຄົນນຶ່ງ ໃນແຂວງວຽງຈັນ ທີ່ພວມຮຽນພາສາຈີນ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ສິງຫາ ນີ້ວ່າ:

“ເພາະວ່າສມັຍນີ້ ມັນເປັນສມັຍຄົນຈີນ ມັນກະຢູ່ລາວຫຼາຍ, ເຮົາກະໄດ້ເອົາພາສາຈີນ ຫັ້ນ ມາໃຊ້ແບບ ລະກະໃຊ້ກ່ຽວກັບ ການເຮັດວຽກ-ເຮັດງານຕ່າງໆ. ເກືອບ 80% ໄດ໋, ຄົນມັກມາຮຽນພາສາຈີນ. ໝູ່ນ້ອງຫຼາຍໆຄົນ ກະມາຮຽນພາສາຈີນ ກະຫຼາຍຢູ່. ຄືວ່າເຮົາປາກໄດ້ຄ່ອງແຄ້ວ, ຈັ່ງຊີ້ ມັນກະເປັນຄວາມສາມາດ ອັນນຶ່ງຫັ້ນແຫຼະ ເຮັດໃຫ້ເຮົາແບບ ການເຮັດວຽກ ຊອກວຽກມັນກະງ່າຍ ເພາະວ່າຢູ່ປະເທດລາວເຮົາ ສູ່ມື້ນີ້ ຄົນຈີນມັນກະມາຫຼາຍລະ, ເຮົາຕ້ອງເຮັດວຽກແບບຊີ້. ເຮົາເຮັດວຽກນຳຄົນລາວ, ຈັ່ງຊີ້ ເງິນເດືອນມັນໜ້ອຍ, ຫັ້ນນ່າ. ຖ້າເຮັດວຽກນຳຄົນຈີນ ເງິນເດືອນມັນຫຼາຍ. ສຳລັບນ້ອງແລ້ວ ຮູ້ສຶກວ່າມັນດີ ກັບການທີ່ເຮົາຮູ້ພາສາຈີນ ເພາະວ່າ ໄປຊອກວຽກເຮັດງານນີ້ ມັນກໍສ່ຳບາຍ ເພາະວ່າຢູ່ລາວ ມັນແຕ່ວຽກຈີນ ວຽກຈີນຢູ່ຕາມນີ້ຕາມນັ້ນມັນຫຼາຍ ລະກະສ່ວນຫຼາຍນີ້ ຄົນກະຕ້ອງການ ຜູ້ຮູ້ພາສາຈີນ.”

ນັກສຶກສາຜູ້ນີ້ ກ່າວຕື່ມວ່າ ຖ້າຫາກເຮັດວຽກກັບຫົວໜ້າຄົນລາວ ຫຼືບໍຣິສັດລາວ ຈະໄດ້ເງິນເດືອນພຽງແຕ່ 2 ລ້ານ ຫາ 3 ລ້ານກີບຕໍ່ເດືອນ, ແຕ່ຖ້າເຮັດວຽກໃຫ້ຫົວໜ້າຄົນຈີນ ຫຼືບໍຣິສັດຈີນ ຈະໄດ້ເງິນເດືອນສູງເຖິງ 7-8 ລ້ານກີບ ຕໍ່ເດືອນ.

“ປັດຈັຍຫຼັກ ມັນບໍ່ແມ່ນອັນໃດດອກ ມັນແມ່ນເງິນລາວ ມັນໜ້ອຍ, ລະເງິນເດືອນ ຖ້າເຮັດນຳຈີນ ມັນຫຼາຍ, ອັນນັ້ນແຫຼະປັດຈັຍຫຼັກແທ້ ທີ່ຄົນມັກຮຽນພາສາຈີນ. ກະຢາກໄປເຮັດວຽກນຳຈີນ ເງິນເດືອນຈີນມັນຫຼາຍ. ໄປທຸກຊອກທຸກມຸມ ກະມີແຕ່ບໍຣິສັດຈີນ ບໍ່ເວົ້າແຫຼະ ບໍຣິສັດນ້ອຍ ບໍຣິສັດໃຫຍ່, ກະມີແຕ່ບໍຣິສັດຈີນ ທຸກຊອກທຸກມຸມ.

ຜູ້ສື່ຂ່າວຖາມ: ບາດນີ້, ຄັນແມ່ນເຮັດວຽກກັບຄົນຈີນ ກັບເຮັດວຽກກັບຄົນລາວ ນີ້, ເງິນເດືອນມັນຕ່າງກັນຈັ່ງໃດ? ລອງຍົກໂຕຢ່າງເບິ່ງ ຕາມທີ່ເຈົ້າເຄີຍເຫັນມາ ສັງເກດເບິ່ງຫັ້ນ.

ຕອບ: ໂຕຢ່າງຈັ່ງຊີ້ ເງິນເດືອນລາວເຮົາ ສົມມຸດວ່າ ຈ້າງດຳນາ, ຈັ່ງຊີ້ ມື້ນຶ່ງ 5 ສິບພັນ, ລະຄົນຈີນເຂົາຈ້າງ ມື້ນຶ່ງ ລະແສນປາຍ ລະກະເງິນຈີນມັນຫຼາຍ, ໄລຍະນີ້ເງິນລາວ ມັນກະເປັນເງິນເຟີ້ເດ້, ລະກະມັນໄດ້ລາຄາໜ້ອຍ. ເຮົາໄປເຮັດວຽກກັບຈີນ, ຈັ່ງຊີ້ ບາງຄົນກະໂຊກດີ ໄດ້ເປັນຄົນທີ່ແບບ ຈີນເຂົາຮັກແພງ ເຂົາກະເພີ່ມເງິນເດືອນ. ລະກະເງິນສມັກງານກັບຄົນລາວ, ຈັ່ງຊີ້ ໄດ້ເງິນເດືອນສູງສຸດ 2 ລ້ານ, 3 ລ້ານ. ເຮັດວຽກນຳຈີນ ເຮົາເຄີຍເຫັນພີ່ນ້ອງ ໄທເອື້ອຍເຮົາ ກະໄປເຮັດວຽກນຳຈີນ ກະໄດ້ເງິນເດືອນປະມານ 10 ປາຍລ້ານກີບ ລະກະ 7 ຫາ 8 ລ້ານກີບ ນີ້ແຫຼະ, ຢ່າງໜ້ອຍ 7 ຫາ 8 ລ້ານກີບ, ຢ່າງຫຼາຍລະແມ່ນ 10 ປາຍລ້ານກີບ.”

IMG_1755.JPG
ປ້າຍພາສາຈີນລ້ວນໆ ທີ່ຕິດຕາມ ກຳແພງບ້ານ ໃນປະເທດລາວ ບົ່ງບອກເຖິງອິດທິພົລ ຂອງພາສາດັ່ງກ່າວ ໃນ ສປປ ລາວ.

ໃນອີກມິຕິນຶ່ງ, ການຮູ້ພາສາຈີນ ໃນລະດັບທີ່ແນ່ນອນ ກໍຍັງສາມາດນຳພານັກສຶກສາ ສາມາດຕໍ່ຍອດການສຶກສາ ຂອງພວກເຂົາ ໄປໃນລະດັບທີ່ສູງຂຶ້ນອີກໄດ້ ແລະ ທັງເປີດໂອກາດໃຫ້ພວກເຂົາ ສາມາດສອບເສັງເອົາທຶນ ໄປສຶກສາຕໍ່ ທີ່ສະຖາບັນການສຶກສາ ລະດັບສູງ ໃນປະເທດຈີນໄດ້ ທັງໃນລະດັບປຣິນຍາຕຣີ, ໂທ ແລະ ເອກ ເພາະສະຖາບັນການສຶກສາ ທີ່ມີຊື່ສຽງ ຂອງຈີນຫຼາຍແຫ່ງ ລ້ວນແຕ່ຮຽກຮ້ອງໃຫ້ນັກສຶກສາ ມີລະດັບພາສາຈີນທີ່ແນ່ນອນ ໂດຍຜ່ານການສອບເສັງທຽບລະດັບ HSK ຄືດັ່ງສະຖາບັນການສຶກສາ ຂອງຝັ່ງປະເທດຕາເວັນຕົກ ໃນທະວີບຢຸໂຣປ ແລະ ສະຫະຣັຖອາເມຣິກາ ທີ່ຮຽກຮ້ອງໃຫ້ມີລະດັບພາສາອັງກິດ ທີ່ແນ່ນອນ ຜ່ານການສອບເສັງ TOEFL ແລະ IELTS ກ່ອນທີ່ຈະມາສຶກສາໃນສະຖາບັນ ຂອງພວກເຂົາ. ດັ່ງພະນັກງານ ທີ່ສູນພາສາຈີນແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ອະທິບາຍ ສູ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ຟັງ ໃນມື້ວັນທີ 15 ສິງຫາ ນີ້ວ່າ:

“ຈຸດປະສົງຂອງເຂົາເຈົ້າກະຄື ໄປຮຽນຈີນ. ເວລາເຮົາຈະເສັງ, ເສັງເອົາທຶນຢູ່ຈີນເນາະ ເຂົາເຈົ້າຈະໃຫ້ ຈົບລະດັບ HSK-4 ຂຶ້ນໄປ. ຖ້າຈົບໂຕນີ້ໄປ, ເຮົາກະສາມາດສື່ສານ ຫຼືວ່າຮຽນຫຼັກສູຕ ຕໍ່ຈາກຈີນໄດ້ເລີຍ. ເຂົາເຈົ້າຈະກຳນົດມາໃຫ້ ຖ້າເປັນທຶນ CSC (China Scholarship Council, ຄະນະກັມມະການ ທຶນການສຶກສາ ແຫ່ງປະເທດຈີນ) ແມ່ນເຂົາເຈົ້າກຳນົດມາໃຫ້ວ່າ ຄືແຕ່ລະປີ ເຮົາຈະມີທຶນມາເນາະ, ມີທຶນມາ ລະກະຈະໃຫ້ນັກຮຽນເສັງເອົາ. ນັກຮຽນທີ່ສາມາດເສັງໄດ້ ກະຕ້ອງຈົບຮອດລະດັບ HSK-4 ຫຼືລະດັບ HSK-5. ເວລາເສັງແລ້ວເນາະ ເຮົາກະຈະຄັດນັກຮຽນອີກເທື່ອນຶ່ງ, ຫຼັງຈາກທີ່ຄັດແລ້ວ ທາງວິທຍາລັຍຈີນ ເພິ່ນຈະສັມພາດອີກເທື່ອນຶ່ງ.”

ຍານາງກ່າວຕື່ມວ່າ, ກຸ່ມຄົນທີ່ມາຮຽນພາສາຈີນ ໃນທຸກມື້ນີ້ ມີ 2 ກຸ່ມຫຼັກ, ເຊິ່ງກຸ່ມນຶ່ງ ກໍແມ່ນມາຮຽນ ເພື່ອຈະໄປຮຽນຕໍ່ ທີ່ປະເທດຈີນ ຂະນະອີກກຸ່ມນຶ່ງ ແມ່ນມາຮຽນບຳລຸງພາສາຈີນ ເພື່ອຈະໄປເຮັດວຽກກັບຫົວໜ້າຈີນ ຫຼືບາງບໍຣິສັດ ຫົວໜ້າຈີນກໍອອກເງິນໃຫ້ຄົນງານລາວ ມາຮຽນພາສາຈີນເພີ່ມ ຕາມສະຖາບັນ ຫຼືສູນພາສາຈີນເອກຊົນແຫ່ງຕ່າງໆ ເພື່ອຍົກລະດັບ ການສື່ສານພາສາຈີນ ໃຫ້ຄ່ອງແຄ້ວຂຶ້ນ ແລະ ເຮັດທຸຣະກິຈ ກັບຄົນຈີນ ໄດ້ກວ້າງຂວາງຂຶ້ນ.

ບໍ່ພຽງແຕ່ເທົ່ານັ້ນ, ການຮູ້ພາສາຈີນ ຍັງນຳໄປສູ່ໂອກາດທາງທຸຣະກິຈ, ການຄ້າ ແລະ ການພົວພັນທາງສັງຄົມ  ນຳນັກທຸຣະກິຈ, ນັກລົງທຶນຈີນ ແລະ ພົລເມືອງຈີນນຳດ້ວຍ ເນື່ອງຈາກນັກທຸຣະກິຈ, ນັກລົງທຶນຈີນ ແລະ ພົລເມືອງຈີນ ມັກຈະໄວ້ເນື້ອເຊື່ອໃຈ ແລະ ຍິນດີທີ່ຈະຮ່ວມລົງທຶນ ແລະ ຄ້າຂາຍ ກັບຄົນລາວ ທີ່ຮູ້ພາສາຈີນຄ່ອງແຄ້ວ, ອີງຕາມຄວາມເວົ້າ ຂອງຄຣູສອນພາສາຈີນ ທີ່ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນເບື້ອງຕົ້ນນັ້ນວ່າ:

“ແມ່ນໆ ໃຫ້ຮຽນຟຣີອີກ ບາງບ່ອນນ່າ, ແບບຫົວໜ້າເຂົາເຈົ້າຈ້າງໃຫ້ເລີຍ. ຄືລູກສິດເນາະ ກະຄືທີ່ມາຮຽນນີ້, ຫົວໜ້າຢາກໃຫ້ມາ 2 ຄົນ, ຫົວໜ້າຊິຈ່າຍເງິນໃຫ້. ລະອີກຢ່າງກະ ຄົນຈີນມາຫາເມັຽ, ເອົາງ່າຍໆເນາະ ຫາເມັຽຄົນລາວ ນີ້. ເຂົາເຈົ້າກະໃຫ້ເມັຽເຂົາເຈົ້າ ໄປຮຽນພາສາຈີນ ກະແຊັທ “ວີແຊັທ” ກັນ, ຫັ້ນນ່າ ກະແຊັທແຕ່ພາສາຈີນ. ສ່ວນຫຼາຍຄົນຈີນ ຈະມາເອົາເມັຽຢູ່ລາວຫຼາຍ ເພື່ອເຮັດໃຫ້ເຂົາເຈົ້າ ເຮັດທຸຣະກິຈໄດ້ເດ້.

ຜູ້ສື່ຂ່າວຖາມ: ຄືພາສາຈີນ ນີ້, ມີບົດບາດສຳຄັນແມ່ນບໍ່ ໃນເຣື້ອງເສຖກິຈລາວເຮົາ ຄູ່ມື້ນີ້?

ຕອບ: ມີບົດບາດຫຼາຍອ້າຍ ເພາະວ່າແຕ່ລະອົງກອນ ຈີນເຂົາກະ ເພາະວ່ານັບມື້ນັບອົງກອນ, ຫຼາຍອົງກອນຫຼາຍ ທີ່ວ່າສ້າງ ບໍຣິສັດໃຫຍ່ໆຂຶ້ນມາ ແມ່ນຈີນລົງທຶນໝົດ.”

ອິດທິພົລພາສາຈີນ ທີ່ມາຄຽງຄູ່ກັນ ກັບອິດທິພົລດ້ານເສຖກິຈ ຂອງຈີນ ໃນລາວ ກໍຍັງສັງເກດໄດ້ ຜ່ານກິຈກັມ ຕ່າງໆ ທີ່ອົງກອນຕ່າງໆຂອງຈີນ ໃນປະເທດລາວ ໄດ້ສນັບສນູນຕລອດມາ ເປັນຕົ້ນວ່າ ກິຈກັມແຂ່ງຂັນ ຮ້ອງເພງພາສາຈີນ, ແຂ່ງຂັນເວົ້າພາສາຈີນ ກໍມີສະຖາບັນ ແລະ ສະມາຄົມຕ່າງໆ ຂອງຄົນຈີນ ໃຫ້ການສົ່ງເສີມ ແລະ ສນັບສູນ ຢ່າງເປັນປົກກະຕິຕລອດມາ.

ພ້ອມດຽວກັນນີ້, ຜູ້ປະກອບການ ດ້ານການສຶກສາຈາກຈີນ ກໍໄດ້ມາຕັ້ງສູນພາສາຈີນ ແລະ ສະຖາບັນການສຶກສາຈີນ ໃນປະເທດລາວ ນັບມື້ເພີ່ມຂຶ້ນອີກດ້ວຍ ດັ່ງຈະສາມາດເຫັນໄດ້ວ່າ ໄດ້ມີການສ້າງຕັ້ງສະຖາບັນຂົງຈື້ ໃນມະຫາວິທຍາລັຍແຫ່ງຊາຕລາວ ທີ່ເປັນສະຖາບັນ ໃນການສອນພາສາຈີນ ແລະ ເຜີຍແຜ່ວັທນະທັມຈີນ ມາເປັນເວລາ 17 ປີແລ້ວ, ມີສາຂາ ມະຫາວິທຍາລັຍຊູໂຈ ປະຈຳປະເທດລາວ ທີ່ສອນພາສາຈີນ ລະບົບບຳລຸງ ໄລຍະສັ້ນ ແລະ ໄລຍະຍາວ ເພື່ອເສັງທຽບລະດັບ HSK ແລະ ສອນວິຊາອື່ນໆນຳ ໃນຫຼັກສູຕປຣິນຍາຕຣີມາແລ້ວ ຕັ້ງແຕ່ປີ 2018, ມີວິທຍາໄລຮັງທ່າວ ສອນພາສາຈີນ ຢູ່ແຂວງໄຊຍະບູຣີ ແລະ ຫຼ້າສຸດນີ້ ກໍມີນັກລົງທຶນຈີນ ເຂົ້າມາສ້າງຕັ້ງໂຮງຮຽນນາໆຊາຕກຸ້ຍຖິງ ທີ່ບ້ານຊຳເກດ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ອັນຖືເປັນໂຮງຮຽນນາໆຊາຕແຫ່ງທຳອິດ ໃນປະເທດລາວ ທີ່ຖືເອົາພາສາຈີນເປັນຫຼັກ ທີ່ຈະຮັບນັກຮຽນ ຕັ້ງແຕ່ຊັ້ນອະນຸບານ ໄປຈົນເຖິງຊັ້ນມັທຍົມ, ເຊິ່ງໄດ້ມີພິທີເປີດໂຮງຮຽນ ຢ່າງເປັນທາງການ ໃນວັນທີ 9 ເດືອນສິງຫາ ປີ 2022 ນີ້.

ທັງໝົດນັ້ນ, ກໍແມ່ນຂໍ້ມູນທົ່ວໄປ ທີ່ຊາວລາວສ່ວນຫຼາຍ ຕ່າງຮູ້ຮັບຮູ້ດີ ກ່ຽວກັບທີ່ມາທີ່ໄປ ຂອງອິດທິພົລພາສາຈີນ ທີ່ພວມເຂົ້າມາມີບົດບາດອັນສຳຄັນ ໃນທຸກມິຕິ ຂອງສັງຄົມລາວ ນັບມື້ນັບຫຼາຍຂຶ້ນ, ເຊິ່ງກ້າວເດີນຄຽງຄູ່ກັນໄປ ປານກັບເປັນເງົາຕາມໂຕ ຂອງອິດທິພົລດ້ານເສຖກິຈຈີນ ໃນລາວ. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.