ເຣື້ອງທີ່ເກັບບັນທຶກໄວ້
2010-09-30
ໃນຣາຍ ການຕອບ ຈົດໝາຍ ປະຈໍາ ສັປດານີ້ ທ່ານຈະໄດ້ຟັງ ຈົດໝາຍແຟນ ຣາຍການ ຜູ້ບໍ່ປະສົງ ອອກຊື່ ຂຽນຈາກ ຣັຖ (Rakhine) ປະເທດ ພ່າມ້າ, ຈົດໝາຍ ຂອງທ່ານ ຄ. ຍົມມະຣາຊ ຈາກນະຄອນ Toronto ປະເທດ Canada ແລະຈົດໝາຍ ຂອງທ່ານ (ຄຳສິງ ຄຳມະນີວົງ ) ຈາກປະເທດ Australia ຕິດຕາມ ດ້ວຍສຽງເພງ (ເຕືອນໃຈລາວ) ຈາກຄນະ ສິລປີນລາວ ຕ່າງແດນ ທີ່ປະເທດ ຝຣັ່ງເສດ…
2010-09-30
ທະນາຄານ ພັທນາເອເຊັຽ ຖແລງວ່າ ເສຖກິດ ຂອງສປປລາວ ເຕີບໂຕ 7.4% ໃນປີນີ້, ແລະ ໃນປີຫນ້າ ຄາດວ່າຈະ ເຕິບໂຕເຖີງ 7.5% ແຕ່ຍັງມີ ຄົນທຸກຈົນ ໃນລາວ ຢ່າງຫລວງຫລາຍ ແລະຍັງມີ ແຮງງານລາວ ຫລາຍແສນຄົນ ລັກລອບ ໄປເຮັດວຽກ ແບບຜິດ ກົດຫມາຍ ທີ່ປະເທດໄທຢູ່, ເປັນຍ້ອນຫຍັງ?
2010-09-30
ໃນປັດຈຸບັນ ບໍຣິສັດ ຮ້ານຄ້າຕ່າງໆ ທີ່ດໍາເນີນ ທຸຣະກິດ ການຄ້າ ການລົງທຶນ ທຸກຂນາດ ພາກັນເສັຍ ພາສີ ໃຫ້ຣັດ ແບບບໍ່ຖືກຕ້ອງ ຕາມຣະບຽບ ຂອງກົດໝາຍ.
2010-09-30
ອອສເຕຣເລັຍ ຈະປ່ອຍຍຸງ ທີ່ມີເຊື້ອພຍາດ ເພື່ອໄປສະກັດ ກັ້ນຕ້ານໂຣກ ໄຂ້ເລືອດອອກ.
2010-09-30
ພຍາດເລືອດ ເຕົ້າໂຮມ ລະບາດຂື້ນ ໃນເຂດ ເມືອງວາປີ ແຂວງສາຣະວັນ ເຮັດໃຫ້ ຄວາຍ-ງົວ ຕາຍ 98 ໂຕ ໃນເດືອ ກັນຍາ ນີ້.
2010-09-30
ສປປລາວ ລົງນາມ ຂໍ້ຕົກລົງ ກັບຈີນ ໃນລະຫ່ວາງ ການປະຊຸມ ຂໍເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ.
2010-09-30
ອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ໃນໄທ ເຫັນວ່າຄວນຍຸບ ຄນະກັມມາທິການ ແມ່ນໍ້າຂອງ.
2010-09-30
ຊາວຄຣິສຕຽນ ພາກັນສູດມົນ ໃຫ້ແກ່ ສະມາຊິກ 5 ຄົນ ທີ່ຍັງຖືກກັກຂັງ ໃນຂນະທີ່ ເຂົ້າຮ່ວມ ຂະບວນ ປູກຕົ້ນໄມ້ ຢູ່ເມືອງເຟືອງ.
2010-09-29
ຜົນກະທົບ ຈາກໂຄງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ປາກົດວ່າ ຈະມີຢ່າງ ຫລວງຫລາຍ ຕໍ່ຊີວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ຣະບົບນິເວດ ຮວມທັງ ປູປານານໍ້າ ຊນິດຕ່າງໆ ແລະ ກໍເປັນບັນຫາ ສໍາຄັນ ຊຶ່ງໄດ້ນໍາຂຶ້ນ ອະພິປາຍ ຢູ່ສະພາສູງ ສະຫະຣັຖ ໃນກຸງ Washington DC ເມື່ອວັນທີ 24 ກັນຍາ ນີ້.
2010-09-29
ທາງກາຣຣັຖບາລ ທະຫາຣພະມ້າ ບໍ່ຍອມ ປະຕິບັຕຕາມ ກາຣຮຽກຮ້ອງ ຂອງ ປະຊາຄົມໂລກ ທີ່ຢາກເຫັນ Mme Aung San Suu-kyi ຜູ້ນຳ ພັກຝ່າຍຄ້ານ ຖືກປ່ອຍ ອອກຈາກກາຣ ກັກບໍຣິເວນ ແລະ ບັນດານັກໂທສ ກາຣເມືອງທຸກໆຄົນ ອອກຈາກຄຸກຄຸມຂັງ.
2010-09-29
ຄນະນັກວິຊາກາຣ ທາງກາຣແພທ ແລະ ນັກວິທຍາສາຕ ຈາກທົ່ວໂລກ ເຂົ້າຮ່ວມ ກອງປະຊຸມ ມື້ທໍາອິດ ຢູ່ກຸງວໍຊິງຕັນ ໃນວັນອັງຄາຣ ທີ 28 ກັນຍາ ນີ້.
2010-09-29
ໂຄງການຮ່ວມ ໃນການ ສະສົມ-ຮວບຮວມ ເອກກະສານ ແລະ ບັນທຶກ ຄວາມຊົງຈໍາ ກ່ຽວກັບການ ພົວພັນພິເສດ ລາວ-ວຽດນາມ ໄດ້ຊ່ວຍສົ່ງເສີມ ສາຍສັມພັນ ຣະຫວ່າງ 2 ປະເທດ.
2010-09-29
ປະຊາຊົນລາວ ຄວນຊອກຮູ້ ກ່ຽວກັບ ຜົນກະທົບ ແລະ ສິດທິຂອງຕົນ ກ່ອນທີ່ ທາງການຈະໃຫ້ ໂຍກຍ້າຍ ອອກຈາກທີ່ດິນ ຍ້ອນໂຄງການ ສ້າງເຂື່ອນ.
2010-09-29
ເມື່ອບໍ່ນານ ມານີ້ ທາງວິທຍຸ ເອເຊັຍເສຣີ ຜແນກ ພາສາລາວ ໄດ້ໃຫ້ການ ຕ້ອນຮັບ ຄນະນັກຮຽນ ດົນຕຣີລາວ ພື້ນເມືອງ ຂອງ ມູລນິທິ ມໍຣະດົກລາວ ຫຼື Lao Heritage Foundation.
2010-09-29
ສະຫະ ປະຊາຊາດ ວ່າ ທົ່ວໂລກ ບໍ່ສາມາດ ບັນລຸເປົ້າໝາຍ ເພື່ອໃຫ້ທຸກຄົນ ທີ່ຕິດເຊື້ອວາຍຣັສ HIV/AIDS ໄດ້ຮັບ ບໍຣິການ ປິ່ນປົວ ຕາມກໍານົດປີ 2010.