ຊາວຄຣິສຕຽນ ຖືກຂັງຢູ່ເມືອງເຟືອງ
2010.09.30
ກົດຟັງສຽງ
ໂບດຄຣິສຈຽນ ໃນລາວ ຮຽກຮ້ອງ ໃຫ້ຊາວຄຣິສ ສູດມົນ ໃຫ້ແກ່ຊາວ ຄຣິສຕຽນລາວ 5 ຄົນ ທີ່ຍັງຖືກ ເຈົ້າໜ້າທີ່ ຕໍາຣວດ ກັກຂັງໄວ້ ຢູ່ເມືອງເຟືອງ ແຂວງວຽງຈັນ. ຊາວຄຣິສຕຽນ ດັ່ງກ່າວ ຍັງຖືກກັກຂັງ ແຕ່ວັນທີ 18 ກັນຍາ ເປັນຕົ້ນມາ ໃນຂະນະທີ່ ເຂົ້າຮ່ວມຂະບວນ ປູກຕົ້ນໄມ້. ອີງຕາມ ຣາຍງານຂ່າວ ຂອງ Release International ທີ່ອອກທາງ ເວັບໄຊທ໌ ໃນວັນທີ 28 ກັນຍາ.
ຊາວຄຣິສຕຽນ 5 ຄົນທີ່ກ່າວນີ້ ແມ່ນຢູ່ໃນ ຈໍານວນ 37 ຄົນ ທີ່ຖືກກັກຂັງ ຮວມທັງແມ່ຍິງ ທີ່ມີລູກນ້ອຍ ອາຍຸ 4 ເດືອນ ແຕ່ຕໍ່ມາ 32 ຄົນ ກໍຖືກປ່ອຍໂຕ ສ່ວນ 5 ຄົນຍັງ ຖືກກັກຂັງຢູ່.
ກ່ຽວກັບເຣື້ອງນີ້ ທ່ານ ເຄນທອງ ນວນທະສິງ ໂຄສົກ ກະຊວງການ ຕ່າງປະເທດລາວ ໄດ້ໃຫ້ຄວາມ ກະຈ່າງແຈ້ງວ່າ ມີຂະບວນການ ປູກຕົ້ນໄມ້ ຂອງຊາວຄຣິສຈຽນ ທໍາການ ປູກຕົ້ນໄມ້ ຕາມບ້ານຄົນ:
“ແຕ່ວ່າ ການປູກຕົ້ນໄມ້ ຫັ໋ນລະແມ່ນ ມີຂ້ອນຂ້າງ ເປັນຂະບວນການ ທີ່ຈໍາແນກ ຊົນຊາຕຊົນເຜົ່າ ຫລາຍກ່ວາ … ຜູ້ໃດ… ເຮືອນໃດ ທີ່ຖືສາສນາ ຄຣິສຕຽນ ຂະບວນນີ້ ຈຶ່ງຄ່ອຍໄປ ປູກຕົ້ນໄມ້ໃຫ້. ລ໋ະເຮືອນໃດ ບໍ່ຖືສາສນາ ຄຣິສຕຽນ ລ໋ະໄປເວົ້າ ດູຖືກ ເຍາະເຍີ້ຍເຂົາ".
ທ່ານ ກ່າວຕື່ມວ່າ ນອກຈາກນັ້ນ ຢູ່ໃນຂະບວນການ ດັ່ງກ່າວ ມີກຸ່ມຄົນ ທີ່ບໍ່ດີ ໝູນໃຊ້ ໄປຫວ່ານໃບປິວ ສ້າງຄວາມ ບໍ່ເຂົ້າໃຈກັນ ຣະຫວ່າງ ຊົນຊາຕຊົນເຜົ່າ ດັ່ງນັ້ນ ທາງເຈົ້າໜ້າທີ່ ຈຶ່ງໄດ້ກັກໂຕໄວ້. ຕໍ່ມາ ເຈົ້າໜ້າທີ່ ໄດ້ປ່ອຍໂຕ ຈໍານວນນຶ່ງ ທີ່ຍອມຮັບວ່າ ກະທໍາຜິດ. ສ່ວນຈໍານວນນຶ່ງ ທີ່ບໍ່ຍອມຮັບຜິດ ຍັງຖືກ ກັກຂັງໄວ້ ແລະ ທາງການລາວ ກໍບໍ່ໄດ້ ໃຫ້ລາຍລະອຽດ ເພີ້ມເຕີມ ຈື່ງບໍ່ສາມາດ ບອກໄດ້ວ່າ ອີກດົນປານໃດ ຈຶ່ງຈະຖືກ ປ່ອຍໂຕ:
“ແຕ່ທັມມະດາ ຖ້າຫາກວ່າ ຜູ່ໃດຮັບຮູ້ ໂຕເອງເຮັດຜິດ ກົດໝາຍ ຜູ້ນັ້ນ ເພິ່ນກະປ່ອຍໄວ. ແຕ່ຖ້າຫາກວ່າ ຜູ່ໃດ ເຮັດຜິດແລ້ວ ບໍ່ຍອມຮັບຜິດ ໂຕນັ້ນ ກະຕ້ອງໄດ້ ສຶກສາ ອົບຮົມກັນ ໃຫ້ຮັບຮູ້ເຖິງ ຄວາມຜິດຂອງ ຕົນເອງ ຈຶ່ງຈະຢູ່ ນໍາເມືອງໄດ້”.
ດັ່ງນັ້ນ ສາຂາ ຂອງອົງການ Release International ຈື່ງຮຽກຮ້ອງ ຊາວຄຣິສຕຽນ ທັງຫລາຍ ສູດມົນ ໃຫ້ພວກຂະເຈົ້າ ພ້ອມກັບ ຄອບຄົວ ຜູ້ທີ່ເປັນຫ່ວງ ນໍາສະຖານະການ ຂອງຜູ້ຖືກກັກຂັງ. ໃນຂນະທີ່ກຸ່ມ ຂອງຂະເຈົ້າ ທັງໝົດ ກໍສູດມົນ ແລະ ອົດອາຫານ ແລະວ່າ ນີ້ເປັນການ ທ້າທາຍ ຢ່າງໃຫຍ່ຫລວງ ສໍາລັບ ຊາວຄຣິສຕຽນ.