ທາງການລາວຈະກວດ ພາສີຢ້ອນຫລັງ
2010.09.30
ກົດຟັງສຽງ
ບັນດາພວກ ເຮັດການຄ້າ ມີການປິດບັງ ບັນຊີ ຫຼືປອມແປງ ເອກກະສານ ໃຫ້ໄດ້ເສັຍ ພາສີໜ້ອຍ ດັ່ງນັ້ນທາງການ ຈຶ່ງຈະຕ້ອງ ໄດ້ກວດກາ ຄືນໃໝ່. ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ຈາກ ກົມພາສີ ກະຊວງການເງິນ ສປປລາວ ທ່ານນຶ່ງ ເວົ້າວ່າ:
"ກົດໝາຍ ວ່າດ້ວຍພາສີ ຂອງພວກເຮົານີ້ ໃນການເສັຍ ພາສີ ແຕ່ລະແຫ່ງ ບໍ່ໝາຍຄວາມວ່າ ຈະຖືກຕ້ອງ ໝົດເດີ ພວກເຮົາຈະໄດ້ ກວດກາຄືນ ພາຍໃນ 3 ປີ ຖ້າກວດ ພົບເຫັນວ່າ ມີການປິດບັງ ຈະດຳເນີນການ ເດັດຂາດ ໂດຍສະເພາະ ການປອມແປງ ເອກກະສານ ທາງພາສີ".
ທ່ານເວົ້າ ຕໍ່ໄປວ່າ ມີຫລາຍ ບໍຣິສັດ ທີ່ຈົດທະບຽນ ບໍຣິສັດ ປະເພດນຶ່ງ ແລ້ວໄປປະກອບ ທຸຣະກິດ ອີກປະເພດນຶ່ງ ແລະເວລາ ເສັຍພາສີ ກໍບໍ່ປະຕິບັດ ໄປຕາມ ບັນຊີ ທີ່ມີ ແລະອາດມີການ ຫລົບໜີພາສີ ນຳດ້ວຍ ຊຶ່ງຖືວ່າເປັນ ການກະທຳທີ່ ຜິດກົດໝາຍ. ບາງບໍຣິສັດ ກໍປອມແປງ ເອກກະສານ ປອມແປງຈ້ຳກາ ຂອງທາງການ ເພື່ອເຮັດ ເອກກະສານ ຂໍຫລຸດການເສັຍ ພາສີ ບາງລາຍການ ໂດຍອ້າງວ່າ ໄດ້ຮັບການ ອະນຸມັດ ຈາກພາກສ່ວນ ທາງການຂັ້ນສູງ ທີ່ກ່ຽວຂ້ອງ.
ດັ່ງນັ້ນ ເຈົ້າໜ້າທີ່ ທ່ານນີ້ ຈຶ່ງຢາກແຈ້ງໃຫ້ ສັງຄົມຮູ້ເຖິງ ການເສັຍພາສີ ຖືກນັ້ນວ່າ:
"ຕໍ່ຄຳວ່າ ການເສັຍພາສີ ຖືກ ຂ້າພະເຈົ້າ ກໍຢາກເຕືອນ ສັງຄົມ ວ່າ ເປັນໄປບໍ່ໄດ້".
ກ່ຽວກັບ ບັນຫານີ້ ທາງການລາວ ກໍຮັບວ່າ ເປັນບັນຫາໃຫຍ່ ບັນຫານຶ່ງ ໃນສັງຄົມລາວ ຊຶ່ງພາກສ່ວນ ທາງການ ທີ່ກ່ຽວຂ້ອງ ກຳລັງ ພຍາຍາມແກ້ໄຂ ແຕ່ກໍວ່າ ເປັນບັນຫາ ທີ່ແກ້ໄຂໄດ້ຍາກ ເພາະຫລາຍ ບໍຣິສັດ ທີ່ເຮັດ ທຸຣະກິດ ຢູ່ລາວ ປົກປິດບັນຊີ ແລະ ເສັຍພາສີ ແບບບໍ່ຖືກຕ້ອງ.