ຈີນຮັບຮູ້ລາວ ໃນອົງການຄ້າໂລກ

ສປປລາວ ລົງນາມ ຂໍ້ຕົກລົງ ກັບຈີນ ໃນລະຫ່ວາງ ການປະຊຸມ ຂໍເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ.

0:00 / 0:00

ກົດຟັງສຽງ

ຣັຖມົນຕຣີ ກະຊວງ ອຸດສາຫະກັມ ແລະ ການຄ້າລາວ ທ່ານ ນາມ ວິຍະເກດ ກັບ ເອກອັຄຣາຊທູດ ຈີນ ປະຈໍາອົງການ ການຄ້າໂລກ ໄດ້ລົງນາມ ສັນຍາ ການຄ້າ ແລະ ການບໍຣິການ ລະຫ່ວາງ ສອງປະເທດ. ໃນລະຫ່ວາງ ກອງປະຊຸມ ເພື່ອຂໍເຂົ້າເປັນ ສະມາຊິກ ອົງການການຄ້າໂລກ ຮອບທີ່ 6 ຢູ່ທີ່ນະຄອນ ເຈນີວາ ປະເທດສວິຊແລັນ ເມື່ອວັນທີ 21-24 ກັນຍາ ນີ້. ການລົງນາມ ດັ່ງກ່າວ ສະແດງເຖິງວ່າ ຈີນ ຍອມຮັບໃຫ້ ສປປລາວ ເຂົ້າເປັນສະມາຊິກ ຂອງ ອົງການການຄ້າໂລກ. ທ່ານ ນາມ ເວົ້າວ່າ ປະເທດຈີນ ເປັນປະເທດ ທີສອງ ລຸນຫັລງຈາກ ຍີ່ປຸ່ນ ທີ່ລົງນາມຮັບເອົາ ລາວ ເຂົ້າເປັນ ສະມາຊິກ ອົງການການຄ້າໂລກ. ເມື່ອເດືອນ ກໍຣະກະດາ ຜ່ານມານີ້ ຍີ່ປຸ່ນໄດ້ ລົງນາມ ຮັບເອົາ ລາວ ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ. ກອງປະຊຸມ ປີໜ້ານີ້ ທ່ານນາມຫັວງວ່າ ຈະມີການ ປະຊຸມ ແລະເຊັນສັນຍາ ແບບສອງຝ່າຍ ກັບກຸ່ມປະເທດ ໃນຢູໂຣບ ເກົາຫລີໃຕ້ ອອສເຕຣເລັຽ ແລະຄານາດາ. ທ່ານ ນາມ ກ່າວກ່ຽວກັບ ເຣື້ອງນີ້ວ່າ:

"ພວກເຮົາຄິດວ່າ ໃນມື້ນີ້ນີ້ ການກະກຽມ ແມ່ນສ້າງຄວາມ ເຂັ້ມແຂງ ຂອງພວກເຮົາເພື່ອ ເຊື່ອມໂຍງການຄ້າ ຂອງສາກົນ. ທ່າອ່ຽງ ປັດຈຸບັນຄື ທ່າອ່ຽງ ການເຊື່ອມໂຍງ ເສຖກິດ ກັບການຄ້າ ສາກົນນັ້ນ ແມ່ນການຖືກແບ່ງປັນ ຜົນປໂຍດ ຮ່ວມກັນ".

ທ່ານນາມວ່າ ຫລັງຈາກ ກອງປະຊຸມ ຮອບທີ 6 ຜ່ານໄປແລ້ວ ເຫັນໄດ້ແຈ້ງວ່າ ມີຄວາມສໍາຄັນ ຫລາຍຢ່າງເກີດຂື້ນ ຊື່ງຈະໃຫ້ ລາວ ຫຍັບໃກ້ເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ. ສປປລາວ ໄດ້ເລີ້ມກະຕຽມ ຂໍເຂົ້າເປັນ ສະມາຊິກ ອົງການ ການຄ້າໂລກ ນັບແຕ່ປີ 1997 ເປັນຕົ້ນມາ. ຖ້າຖືກຮັບເອົາ ນັ້ນກໍຈະເປັນ ສະມາຊິກ ປະເທດ ທີ 154.