ນັກຮຽນດົນຕຣີລາວເດີມ ມູລນິທິ ມໍຣະດົກລາວ
ໄມຊູລີ
2010.09.29
2010.09.29

RFA
ກົດຟັງສຽງ
ຄນະນັກຮຽນ ດົນຕຣີລາວເດີມ ລູ້ນນ້ອຍໃນວັຍຮຽນ ຊັ້ນມັທຍົມ ຕົ້ນ-ກາງ-ປາຍ ແລະໃນຂັ້ນ ມະຫາວິທຍາໄລ ທີ່ມີຄວາມຈັບໃຈ ແລະ ຜູກພັນໃນ ເຄື່ອງຫລີ້ນດົນຕຣີ ລາວເດີມ ຈື່ງໄດ້ຮັບການ ສນັບສນູນ ຈາກພໍ່ແມ່ ທີ່ມີຈຸດປະສົງ ຢາກຈະສືບຕໍ່ ແລະຮັກສາ ສິລປະລາວເດີມ ນີ້ໄວ້ໃຫ້ເປັນ ມໍຣະດົກຕົກທອດ ເຖີງອະນຸຊົນ ລູ້ນຫລັງ. ການແວະມາ ຢ້ຽມຢາມ ສະຖານີ ຂອງພວກເຮົາ ຊື່ງນຳໂດຍ ຍານາງ ປ້ອມ ຄຳປຣະດິດ ອາຈານສອນ ນາຕສິນລາວ ປະຈຳນະຄອນ Seatle ຣັຖ Washington ສະຫະຣັຖ ອະເມຣິກາ.
ໃນໂອກາດນີ້ ທາງວິທຍຸ ເອເຊັຍເສຣີ ກໍໄດ້ບັນທຶກ ສຽງເພງລາວເດີມ ເພງນຶ່ງ ຂອງຄນະນັກຮຽນ ມູລນິທິ ມໍຣະດົກລາວ ເພື່ອເກັບໄວ້ ໃນຫ້ອງສົ່ງ ຂອງ RFA ແລະ ເພື່ອເຜີຍແພ່ ການຫລີ້ນດົນຕຣິ ພື້ນເມືອງ ຂອງຄນະນັກຮຽນ ລູ້ນນີ້ ວ່າຈະເປັນທີ່ ຈັບຈິດຈັບໃຈ ຜູ້ຟັງຂນາດໃດ.