ເສຖກິດລາວເຕີບໂຕ ປະຊາຊົນຍັງທຸກຈົນ

ທະນາຄານ ພັທນາເອເຊັຽ ຖແລງວ່າ ເສຖກິດ ຂອງສປປລາວ ເຕີບໂຕ 7.4% ໃນປີນີ້, ແລະ ໃນປີຫນ້າ ຄາດວ່າຈະ ເຕິບໂຕເຖີງ 7.5% ແຕ່ຍັງມີ ຄົນທຸກຈົນ ໃນລາວ ຢ່າງຫລວງຫລາຍ ແລະຍັງມີ ແຮງງານລາວ ຫລາຍແສນຄົນ ລັກລອບ ໄປເຮັດວຽກ ແບບຜິດ ກົດຫມາຍ ທີ່ປະເທດໄທຢູ່, ເປັນຍ້ອນຫຍັງ?
ສິດນີ
2010.09.30

ກົດຟັງສຽງ

ທະນາຄານ ພັທນາ ເອເຊັຽ ໄດ້ອອກບົດລາຍ ງານກ່ຽວກັບ ການເຕີບໂຕ ທາງດ້ານ ເສຖກິດ ໃນລາວວ່າ ເລີ້ມແຕ່ຕົ້ນປີນີ້ ມາຮອດເດືອນ ມີນາ ການເຕີບໂຕ ທາງດ້ານ ເສຖກິດ ຂອງລາວມີຢູ່ 7% ເທົ່າເຖີງ ປັດຈຸບັນ ເພີ້ມຂື້ນເປັນ 7.4% ແລະ ໃນປີຫນ້າ ຄາດວ່າ ເສຖກິດຂອງລາວ ຈະສູງຂື້ນເຖິງ 7.5% ເປັນການເຕີບໂຕ ຢ່າງວ່ອງໄວ ໃນບັນດາ ປະເທດ ໃນຂົງເຂດ ອາຊຽນ.

ການຄາດຄະເນ ຄວາມຄຶບຫນ້າ ຂອງເສຖກິດລາວ ດ່ັງກ່າວແມ່ນ ລາຍງານໂດຍ ຮອງຫົວຫນ້າ ຫ້ອງການ ADB ປະຈຳລາວ ທ່ານ Frielink Barend ແລະ ບົດລາຍງານ ດັ່ງກ່າວ ກໍ່ພິມອອກ ໃນມື້ດຽວກັນ ກັບບົດລາຍງານ ເສຖກິດທີ່ ຮົງກົງ ແລະ ປະເທດ ສະມາຊີກ ຂອງ ທະນາຄານ ພັທນາເອເຊັຽ ທັງຫລາຍ.

ນອກຈາກນັ້ນ ຫົວຫນ້າຫ້ອງການ ທະນາຄານ ພັທນາເອເຊັຽ ປະຈຳລາວ ເອງ ທ່ານ ຈອງຈີນາຍ ກໍ່ໄດ້ລາຍງານ ກ່ຽວກັບເຣື້ອງນີ້ ຕໍ່ສຳນັກ ຂ່າວສານ ປະເທດລາວ ເຊັ່ນກັນ. ທ່ານວ່າ ເສຖກິດລາວ ມີຄວາມຄືບຫນ້າດີ ໃນບັນດາ ປະເທດອາຊຽນ ມາຕການທີ່ໄດ້ ວາງໄວ້ໃນປີ 2008-2009 ທີ່ຮ່ວມດ້ວຍ ແຜນການກະຕຸ້ນ ເສຖກິດ ຂອງຣັຖບານລາວ ກໍ່ເປັນໄປ ໂດຍດີ ທີ່ຈະເຮັດໃຫ້ ເສຖກິດລາວ ເຕີບໂຕຕື່ມອີກ ໃນອານາຄົດ.

ອີງຕາມ ການລາຍງານ ຈາກທະນາຄານ ພັທນາເອເຊັຽ ການເຕີບໂຕ ຂອງເສຖກິດ ລາວ ແມ່ນມາ ຈາກພາກ ອຸດສາຫະກັມ ເຊັ່ນ ບໍ່ແຮ່ ແລະ ໄຟຟ້າ ທີ່ກຳລັງຂຍາຍ ຕົວ ຮ່ວມດ້ວຍການ ສົ່ງອອກສີນຄ້າ ປະເພດແຜ່ນແພ ກໍ່ເພີ້ມຂື້ນ 15% ໃນຊ່ວງໄຕຣມາດ ທີ່ສອງຂອງປີ 2010. ນອກຈາກນັ້ນ ກໍ່ມີການ ຂຍາຍຕົວທາງ ດ້ານເສຖກິດ ການທ່ອງທ່ຽວ ທີ່ມີນັກທ່ອງທ່ຽວ ຊາວຕ່າງຊາດ ເຂົ້າມາທ່ຽວ ສປປລາວ ຫລາຍຂື້ນ ໃນຣະຍະ ຫລັງໆມານີ້.

ເລີ້ມແຕ່ຕົ້ນປີ 2010 ກໍ່ມີການ ສົ່ງອອກ ກະແສໄຟຟ້າ ຈາກເຂື່ອນ ນ້ຳເທີນສອງ ຕໍ່ມາກໍ່ແມ່ນ ການສົ່ງອອກ ສີນຄ້າທີ່ມີ ຣາຄາສູງເຊັ່ນ ແຮ່ທາດທອງແດງ ຄຳແລະ ເງີນ ຈື່ງເຮັດໃຫ້ ເສຖກິດເຕີບໂຕ.

ການສົ່ງອອກ ໄຟຟ້າ ໃນປີ 2011 ກໍ່ຈະເພີ້ມຂື້ນ ຍ້ອນໂຄງການ ສ້່າງເຂື່ອນໄຟຟ້າ ຫລາຍແຫ່ງ ກໍ່ຈະສຳເຣັດ ແລະ ຍ້ອນການຂຍາຍ ການຂຸດຄົ້ນ ແຮ່ທາດ ໃນລາວ ບໍ່ແຮ່ 2 ແຫ່ງ ກໍ່ຈະເລີ້ມ ດຳເນີນກິຈການ ໃນປີຫນ້າ.

ໃນຂນະດຽວກັນ ຣັຖບານລາວ ກໍ່ສາມາດຄວບຄຸມ ສະພາບເງີນເຟີ້ ໄດ້ດີ ພໍສົມຄວນ ແຕ່ກໍ່ຍັງ ສູງຢູ່ ເພາະຣາຄາ ນ້ຳມັນ ແລະອາຫານ ການກິນແພງ. ໃນຂົງເຂດ ທະນາຄານ ພັທນາເອເຊັຽ ກໍ່ໄດ້ ຄາດຄະເນ ວ່າ ເສຖກິດຂົງເຂດ ຈະເຕີບໂຕ ໂດຍສະເລັ່ຽ ປະມານ 8.2% ໃນບາງປະເທດ ໃນປີນີ້ຫົມດປີ. ສຳລັບທີ່ ສປປລາວ ອົງການດັ່ງກ່າວ ຄາດການວ່າ ເສຖກິດ ຈະເຕີບໂຕ ປະມານ 7.7% ແລະ ໃນຂົງເຂດ ປະມານ 8.6%.

ໃນພາກສ່ວນຂອງ ຣັຖບານລາວ ທາງການລາວ ກໍ່ປະກາດວ່າ ເສຖກິດລາວ ຈະເຕີບໂຕ ຢ່າງນອ້ຍ 7% ຫລື 8% ໃນປີນີ້ ແລະ ປີຫນ້າ ແລະ ພາບຄວາມທຸກຈົນ ໃນລາວກໍ່ຈະ ຫລຸດລົງຈາກ 48% ໃນປີ 1990 ມາເປັນ 26% ໃນປີ 2009 ອີງຕາມການ ລາຍງານຂອງ ປະທານ ປະເທດລາວ ທ່ານ ຈຸມມະລີ ໄຊຍະສອນ ຕໍ່ອົງການ ສະຫະປະຊາຊາດ ດ່ັງທ່ານກ່າວ ໃນຕອນນື່ງວ່າ: --ສຽງ-- ແຕ່ການເຕີບໂຕ ທາງດ້ານ ເສຖກິດຂອງ ສປປລາວ ນັ້ນບໍ່ໄດ້ ເຮັດໃຫ້ຄົນລາວ ມີຢູ່ມີກີນ ກຸ້ມຄອບຄົວ ຫລາຍເທົ່າທີ່ຄວນ ຊື່ງໃນ ປັດຈຸບັນ ຍັງມີຄົນລາວ ກວ່າ 60% ຍັງທຸກຍາກ ຂາດເຂີນຢູ່ ໂດຍສະເພາະ ໃນເຂດ ຊົນນະບົດ ແລະ ໃນຕົວເມືອງ ໃຫຍ່ ກໍ່ເຫມືອນກັນ. ຄົນຊາວເຜົ່າ ຫລືຜູ້ຍີງ ສ່ວນໃຫຍ່ຢູ່ ຊົນນະບົດ ກວ່າ 70% ຍັງປະເຊີນກັບ ບັນຫາ ຄວາມທຸກຈົນ ໃນທຸກວັນນີ້. ຫນັງສືລາຍວັນ ຈາກ ຕ່າງປະເທດ ສະບັບນື່ງ ລາຍງານວ່າ ໃນປັດຈຸບັນ ຄົນລາວ ໃນເຂດ ຊົນນະບົດ 70% ຍັງທຸກຈົນ ຈາກການລ້ຽງຊີບ ດ້ວຍການຫາ ເຄື່ອງປ່າຂອງດົງ ມາຂາຍ ແລະ ການກະເສດ ການປູກຝັງ ກໍ່ບໍ່ໄດ້ຜົລ ເພາະລົມພະຍຸ ແລະນ້ຳຖ້ວມ. ໃນແຕ່ລະປີ ຍາມແລ້ງກໍ່ມີພັຍ ແຫ້ງແລ້ງ ໃນຍາມທີ່ຜລີດ ໄດ້ແດ່ ເຊັ່ນການປູກ ຫມາກສາລີ ແລະມັນຕົ້ນ ແລະ ພືດເສຖກິດ ໃນຫລາຍເຂດ ໃນປີ 2009 ກໍ່ຂາຍບໍ່ໄດ້ ເພາະຕລາດ ບໍ່ມີ ຍ້ອນເຫດວິກິດ ການທາງດ້ານ ເສຖກິດ ແລະຊາວນາລາວ ຫລາຍຄົນ ກໍ່ບໍມີລາຍໄດ້ ຕິດຫນີ້ ຫລາຍຂື້ນ. ແຜນການ ຄ້ຳປະກັນ ຄວາມເສັຽຫາຍ ຈາກຣັຖບານ ກໍ່ບໍ່ມີ.

ຫນັງສືພີມ ດ່ັງກ່າວ ລາຍງານຕໍ່ ໄປວ່າ 1 ສ່ວນ 3 ຂອງປະຊາຊົນ ລາວ ສ່ວນໃຫຍ່ໃນເຂດ ຕົວເມືອງໃຫຍ່ໆນັ້ນ ກໍ່ມີການ ຢູ່ກີິນໄຄແດ່ ແຕ່ສ່ວນເຫລືອ ອີກ 3 ສ່ວນ 4 ໃນເຂດ ຊົນນະບົດນັ້ນ ຍັງທຸກຈົນ ເຫມືອນເດີມ ຫລືຫລາຍກວ່າເກົ່າ. ໂຄງການປູກຝັງ ຂອງຣັຖບານ ແລະ ຣະບົບ ຊົລປະທານ ຮ່ວມດ້ວຍການ ຕລາດກໍ່ບໍ່ໄດ້ຜົລ. ຊາວນາສ່ວນໃຫຍ່ ກໍ່ພາກັນ ຕິດຫນີ້ຫລາຍຂື້ນ ຍ້ອນຊື້ຝຸ່ນປຸຍ ແລະ ຢາຂ້່າແມງໄມ້ ແລະຜົລປູກ ກໍ່ຂາດ ຄຸນນະພາບ ຂາຍບໍ່ອອກ ຫລືຖືກທຳລາຍ ຈາກລົມພະຍຸ ຫລືນ້ຳຖ້ວມ ໃນແຕ່ລະປີ.

ໃນຊ່ວງ ເວລານື່ງ ໃນປີ 2009 ເຫດພາວະເສຖິດໂລກ ທົດຖອຍ ໂຮງຈັກໂຮງງານ ໃນລາວ ໃນຫລາຍແຫ່ງເຊັ່ນ ໂຮງງານແຜ່ນແພ ກໍ່ໃຫ້ຄົນງານ ອອກການ ແມ້ແຕ່ ໂຮງງານ ບໍ່ຄຳທີ່ ເຊໂປນ ກໍ່ໄດ້ໄຫ້ຄົນງານ ລາວ ອອກການຫລາຍຮ້ອຍຄົນ ຮ່ວມດ້ວຍ  ອົງການເກັບ ກູ້ຣະເບີດ ໃນລາວ ກໍ່ໃຫ້ຄົນ ອອກການ. ການລົງທືນ ໃຫມ່ໃນລາວ ກໍ່ບໍ່ມີຫລາຍ ໃນເວລານັ້ນ ແລະນັກລົງທືນ ກໍ່ບໍ່ຢາກສ່ຽງ ທີ່ຈະລົງທືນ ຣາຄາເຂົ້າ ແລະເຄື່ອງອຸປໂພກ ປະເພດຕ່າງໆ ກໍ່ແພງ ປະຊາຊົນ ແຮ່ງເພີ້ມຄວາມ ທຸກຍາກຫລາຍຂື້ນ.

ລາຍງານຈາກ ອົງການຊ່ອຍເຫລືອ ຈາກປະເທດ ອອສເຕຣເລັຽ ໃນປີ 2009 ຣະບຸວ່າ ຄວາມທຸກ ຈົນໃນລາວ ຍັງແຜ່ລວງກວ້າງ ອອກໄປຫລາຍຢູ່ ໃນຫລາຍພື້ນທີ່ ໃນລາວ ຍັງມີ ປະຊາກອນລາວ ກວ່າ 27 ສ່ວນຮ້ອຍ ຍັງຕົກຢູ່ຕ່ຳ ກວ່າຂີດ ລາຍໄດ້ຄອບຄົວລະ 1 ໂດລາຕໍ່ມື້. ສະພາບ ຄົນທຸກຈົນ ສ່ວນໃຫຍ່ ຈະກະຈ່າຍຢູ່ ຕາມ ແຂວງເຂດ ຫ່າງໄກສອກຫລີກ ເຂດພູເຂົາພາກເຫນືອ ແລະ ໃນຫລາຍພື້ນທີ່ ໃນແຂວງພາກໃຕ້ ຕາມຊາຍແດນກັບ ວຽດນາມ. ການຂາດອາຫານ ເປັນບັນຫາໃຫຍ່ ໃນກຸ່ມ ຊົນນະບົດ ແລະເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ລົງໄປ ຍັງຂາດສານ ອາຫານ ຫລາຍຢູ່ໃນລາວ ໃນອັຕຣາ 50% ແລະ ໃນພາກສ່ວນ 40% ທີ່ມີອາຫານ ກີນນັ້ນ ກໍ່ພໍທຸເລົາ ອົງການ ອາຫານແລະ ການກະເສດ ສະຫະປະຊາຊາດ ປະຈຳລາວ ລາຍງານໃນປີ 2007.

ການເຕີບທາງດ້ານ ເສຖກິດໃນລາວ ນອກຈາກຈະບໍ່ ຊ່ອຍຫລຸດຜ່ອນ ຄວາມທຸກຈົນ ໃນລາວ ແລ້ວ ຍັງບໍ່ສາມາດ ຊ່ອຍວຽກ ເຮັດງານທຳ ໃຫ້ແກ່ ແຮງງານລາວ ໃນທົ່ວປະເທດ ໄດ້ ຍັງມີ ແຮງງານລາວ ຫລາຍແສນຄົນ ລັກລອບໄປ ເຮັດວຽກ ທີ່ຜິດກົດຫມາຍ ໃນປະເທດໄທ ຫລາຍຢູ່ ໃນປັດຈຸບັນ ນີ້ ຍ້ອນບໍ່ມີ ວຽກເຮັດໃນລາວ.

ອິງຕາມ ຫນັງສືພີມຂ່າວ ສານປະເທດລາວ ສະບັບວັນທີ 31 ສີງຫາປີ 2009 ທ່ານ ບຸນມາ ຮອງເອກ ອະທິບໍດີ ກົມຝືກອາຊີບ ແລະ ຫ້ອງການຊອກຫາ ງານຂອງ ຣັຖບານລາວ ຍອມຮັບວ່າ ຍັງມີ ແຮງງານລາວ ເປັນຈຳນວນ ຫລວງຫລາຍ ທີ່ລັກລອບໄປ ຊອກຫາວຽກເຮັດ ງານທຳ ທີ່ປະເທດໄທ. ທ່ານວ່າ ແຮງງານລາວ ສ່ວນໃຫຍ່ ຈະພົບເຫັນ ໃນໂຮງງານ ແຜ່ນແພ ອຸດສາຫະກັມ ປະມົງ ແລະແມ່ບ້ານ ແລະ ອຸດສາຫະກັມ ປະເພດອື່ນໆ ໃນໄທ ກວ່ານື່ງແສນຄົນ.

ເຫດຜົລທີ່ ແຮງງານໄປ ເຮັດວຽກ ທີ່ປະເທດໄທ ເປັນຈຳນວນ ຫລວງຫລາຍ ກໍ່ເປັນເພາະວ່າ ຄ່າຈ້າງງານ ໃນລາວຕ່ຳ ແລະ ຄ່າປະກັນ ສັງຄົມກໍ່ບໍ່ມີ. ນອກຈາກຈະ ໄປເຮັດວຽກ ຢູ່ປະເທດໄທ ແລ້ວ ແຮງງານລາວ ຍັງໄປເຮັດວຽກ ທີ່ຍີ່ປ່ນຸ ມາເລເຊັຽ ເກົາຫລີໃຕ້ ແລະ ໃຕຫວັນ ແລະຫລາຍຄົນ ກໍ່ລັກລອບໄປ ເຮັດວຽກຢູ່ຈີນ ຍ້ອນບໍ່ມີ ອຸດສາຫະກັມ ໃນລາວ.

ຄວາມຄືບຫນ້າ ທາງດ້ານເສຖກິດ ໃນລາວ ບໍ່ໄດ້ຍົກ ຣະດັບ ຄ່າຄອງຊີບ ຂອງພະນັກງານ ແລະ ເຈົ້າຫນ້າທີ່ຣັຖ ໃນລາວ ແຕ່ຢ່າງໃດ. ພນັກງານຣັຖ ຮ່ວມດ້ວຍ ໂຮງງານ ເອກກະຊົນ ຫລືອຸດສາຫະກັມ ຫລາຍແຫ່ງໃນລາວ ບໍ່ໄດ້ຍົກຣະດັບ ຄ່າຈ້າງແຮງງານ ຫລືຂື້ນເງີນເດືອນ ແກ່ພະນັກງານ ຂອງຕົນໃຫ້ ກຸ້ມຢູ່ກຸ້ມກີນ ຈື່ງມີການ ສໍ້ໂກງ ເກີດຂື້ນໃນລາວ. ເຫດຜົລທີ່ວ່າ ເປັນຫຍັງການ ເຕີບໂຕ ຂອງເສຖກິດລາວ ບໍ່ຊ່ອຍຍົກ ຣະດັບຄວາມເປັນ ຢູ່ຂອງຄົນລາວ ໃນທົ່ວປະເທດ. ນັກວີຊາການ ທ່ານນື່ງ ເວົ້າວ່າ ຍ້ອນເຫດຜົລ ຫລາຍປະການເຊັ່ນ:

1-ການເຕີບໂຕ ທາງດ້ານເສຖກິດ ໃນລາວ ຈາກບົດ ລາຍງານນັ້ນ ບໍ່ແມ່ນລາຍໄດ້ ຂອງ ຣັຖບານລາວ ສ່ວນໃຫຍ່ ແມ່ນຈາກການ ສົ່ງອອກຂອງ ນັກລົງທືນ ຕ່າງຊາດ  ເຊັ່ນ ການສົ່ງອອກ ແຮ່ທາດ ກະແສໄຟຟ້າ ຊື່ງລາຍໄດ້ ສ່ວນໃຫຍ່ເປັນ ຂອງນັກລົງທືນ ຣັຖບານລາວ ບໍ່ໄດ້ຫຍັງຫລາຍ ຈາກນັ້ນ.

2-ສປປລາວ ບໍ່ມີ ອຸດສາຫະກັມ ການຜລິດເພື່ອ ສົ່ງອອກຫລາຍ ພໍທີ່ຈະເຮັດ ໃຫ້ຣັຖບານລາວ ມີລາຍໄດ້ ເຊັ່ນປະເພດ ອາຫານ ສຳເຣັດຮູບ ເຄື່ອງໃຊ້ສອຍ ເຄື່ອງກໍ່ສ້າງ ແລະອື່ນໆ ບໍ່ມີການ ຜລີິດໃນລາວ ມີແຕ່ນຳເຂົ້າ ຈາກຕ່າງປະເທດ ການນຳເຂົ້າ ແຮ່ງເຮັດໃຫ້ ລາວ ຂາດດຸນການຄ້າ.

3-ຣັຖບານລາວ ມີລາຍໄດ້ ຈາກການ ເກັບພາສີ ກໍ່ບໍ່ຫລາຍ ແລະກໍ່ຮົ່ວໄຫລ ນອກຈາກນັ້ນ ກໍ່ແມ່ນ ຈາກການ ໃຫ້ສຳປະທານ ແກ່ບໍຣິສັດ ຕ່າງຊາດ ໃນການພັທນາ ຊັພຍກອນ ທັມມະຊາດ ຂອງລາວ ຊື່ງສ່ວນໃຫຍ່ແລ້ວ ຣັຖບານກໍ່ ຈະໄດ້ຄ່າ ສຳປະທານ ພຽງແຕ່ 2-3% ຈາກຜົລກຳໄຣ ຂອງໂຄງການ ສຳປະທານ ຕ່າງໆ ໃນລາວ ເຊັ່ນໄຟຟ້າ ແລະ ແຮ່ທາດ ເປັນຕົ້ນ ຖ້າຣັຖບານລາວ ບໍ່ມີການ ລົງທືນນຳ.

4-ງົບປະມານ ໃນການສ້າງສາ ພັທນາປະເທດ ຮ່ວມດ້ວຍ ການພັທນາ ທາງດ້ານເສຖກິດ ສັງຄົມໃນລາວ ສ່ວນໃຫຍ່ກໍ່ແມ່ນ ມາຈາກການ ຊ່ອຍເຫລືອ ຂອງຕ່າງປະເທດ ໃນແຕ່ລະປີ.

5-ບົດລາຍງານ ການເຕີບໂຕ ທາງດ້ານ ເສຖກິດຂອງລາວ ບໍ່ໄດ້ບົ່ງເຖິງ ລາຍຈ່າຍ ແລະ ການຂາດດຸນ ການຄ້າ ຂອງ ຣັຖບານລາວ ທີ່ລາວຍັງ ເປັນຫນີ້ສີນ ຕ່າງປະເທດ ຢ່າງຫລວງຫລາຍ ໃນປັດຈຸບັນ.

ດັ່ງນັ້ນ ການເຕີບໂຕ ທາງດ້ານ ເສຖກິດ ທີ່ໄດ້ລາຍງານ ຈາກທະນາຄານ ພັທນາເອເຊັຽ ນັ້ນ ຈຶ່ງບໍ່ເຮັດໃຫ້ ການເປັນຢຸ່ ຂອງຄົນລາວ ດີຂື້ນ ຫລາຍປານໃດ ເພາະ ບໍ່ແມ່ນລາຍໄດ້ ຂອງຣັຖບານລາວ ເປັນພຽງແຕ່ການ ລາຍງານການ ສົ່ງອອກ ຂອງສີນຄ້າ ຈາກລາວເທົ່ານັ້ນ ແລະສ່ວນໃຫຍ່ ກໍ່ເປັນຂອງ ບໍຣີສັດ ຕ່າງຊາດ ທີ່ມາ ລົງທືນ ໃນລາວ ແລະກໍ່ບໍ່ແມ່ນ ການສົ່ງອອກ ຜົລຜລິດທາງ ດ້ານການກະເສດ ພໍທີ່ຈະເຮັດໃຫ້ ຊາວກຳສີກອນ ລາວ ມີລາຍໄດ້. ແຕ່ຕົງກັນຂ້າມ ພາກການ ກະເສດ ພັດຕົກຕ່ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.