ພຍາດເລືອດເຕົ້າໂຮມ ຂ.ສາຣະວັນ
2010.09.30
ກົດຟັງສຽງ
ລາຍງານຂ່າວ ທາງການຂອງ ລາວ ລາຍງານວ່າ ໂຣກລະບາດຂື້ນ ໃນບ້ານນາລານ ແລະ ນາຕະພຽງ ໄດ້ເຮັດໃຫ້ ງົວແລະຄວາຍ 98 ໂຕ ລົ້ມປ່ວຍລົງ ໃນນັ້ນ 40 ໂຕ ໄດ້ລອດຕາຍ ຫລັງຈາກໄດ້ ຮັບການປິ່ນປົວ ຈາກຫນ່ວຍ ສັຕວະແພດ ເມືອງວາປີ. ເຈົ້າໜ້າທີ່ຜແນກ ປະສຸສັດ ແລະການປະໂມງ ໃນທ້ອງຖິ່ນ ເວົ້າວ່າ ຈໍານວນສັດ ທີ່ຕາຍໄປນັ້ນ ສ່ວນມາກບໍ່ໄດ້ ຮັບການສັກຢາ ປ້ອງກັນເຊື້ອໂຣກ ຍ້ອນວ່າ ປະຊາຊົນ ບໍ່ຄ່ອຍເອົາຫົວຊາ ແລະບໍ່ເຂົ້າໃຈ ເຖິງຄວາມສໍາຄັນ ຂອງການສັກຢາ ປ້ອງກັນໂຣກ ໃຫ້ສັດ.
ທ່ານວ່າ ເມື່ອໂຣກຫາກ ລະບາດຂື້ນແລ້ວ ຊາວບ້ານ ກໍບໍ່ຮູ້ວ່າ ຈະປ້ອງກັນ ແນວໃດ ເພື່ອບໍ່ໃຫ້ ມັນລະບາດ ໄປຍັງເຂດອື່ນ. ຢູ່ໃນສອງບ້ານ ທີ່ກ່າວມານີ້ ປະຊາຊົນ ມີຄວາຍຈໍານວນ 340 ໂຕ ມີ ງົວ ແລະແບ້ຈໍານວນ 400 ໂຕ. ສັດລ້ຽງເຫລົ່ານີ້ ປະຊາຊົນ ສາມາດຂາຍ ເປັນລາຍໄດ້ ເຂົ້າຄອບຄົວ.
ແຂວງສາຣະວັນ ເປັນແຂວງທີ່ມີ ທົ່ງຫຍ້າ ສໍາລັບລ້ຽງສັດ. ການສໍາຣວດ ໃນປີນີ້ແຈ້ງວ່າ ໃນທົ່ວແຂວງ ມີຄວາຍ 125,000 ໂຕ ງົວ 140,000 ໂຕ ແຕ່ວ່າ ການສັກຢາ ປ້ອງກັນໂຣກ ໃຫ້ສັດບໍ່ທົ່ວເຖິງ ຍົກຕົວຢ່າງ ນັບແຕ່ເດືອນ ຕຸລາ ປີ ຜ່ານມາ ມາຮອດປັດຈຸບັນ ຜແນກສັຕວະແພດ ແຂວງສາມາດ ສັກຢາປ້ອງກັນ ເຊື້ອໂຣກໃຫ້ງົວ ແລະ ຄວາຍພຽງແຕ່ 11,600 ໂຕ ເທົ່ານັ້ນ.