ຊາວລາວຄວນເຂົ້າໃຈ ໃນໂຄງການສ້າງເຂື່ອນ

ປະຊາຊົນລາວ ຄວນຊອກຮູ້ ກ່ຽວກັບ ຜົນກະທົບ ແລະ ສິດທິຂອງຕົນ ກ່ອນທີ່ ທາງການຈະໃຫ້ ໂຍກຍ້າຍ ອອກຈາກທີ່ດິນ ຍ້ອນໂຄງການ ສ້າງເຂື່ອນ.
ມະນີຈັນ
2010.09.29

ກົດຟັງສຽງ

ອົງການປົກປ້ອງ ສິ່ງແວດລ້ອມ ເຊັ່ນ: ອົງການ ແມ່ນ້ຳສາກົນ ອົງການ ຮັກແມ່ນ້ຳຂອງ ແລະອົງການ ເທິຣາ ໃນຖານະເປັນ ອົງການ ທີ່ເຄື່ອນໄຫວ ວຽກງານ ກ່ຽວກັບ ການພັທນາ ໂຄງການສ້າງເຂື່ອນ ໃນລາວ ເວົ້າວ່າ ປະຊາຊົນລາວ ທີ່ໄດ້ຮັບ ຜົນກະທົບ ບໍ່ເຄີຍຮູ້ ຄວາມຈິງ ຈາກ ທາງການລາວ ແລະ ບໍ່ຮູ້ຂໍ້ມູນ ຈາກແຫລ່ງ ຂ່າວຕ່າງໆ ກ່ຽວກັບ ຜົນກະທົບ ຈາກການສ້າງເຂື່ອນ. ທ່ານ ນິວັດ ຣ້ອຍແກ້ວ ຈາກອົງການຮັກ ແມ່ນ້ຳຂອງ ຂອງໄທ ເວົ້າວ່າ:

"ທ່ານວ່າ “ ປະຊາຊົນ ບໍ່ມີທາງເລືອກ ຕ້ອງເຂົ້າໃຈວ່າ ທີ່ພວກເຂົາເຈົ້າ ເລືອກນັ້ນ ກໍເພາະບໍ່ມີ ທາງເລືອກ ມັນຕ້ອງໄດ້ເລືອກ ຄືແນວນັ້ນ ນີ້ຄືບັນຫາ ທີ່ສຳຄັນ ຄືບັນຫາ ຂອງຄົນ ລຸ່ມແມ່ນ້ຳຂອງ“.

ທ່ານກ່າວຕື່ມວ່າ ກ່ອນທີ່ ປະຊາຊົນ ຈະຖືກໂຍກຍ້າຍ ອອກຈາກບ້ານ ຂອງຕົນ ພາຍຫລັງທີ່ໄດ້ ຮັບຄຳສັ່ງ ຈາກທາງການລາວ ນັ້ນ ຈຳເປັນຕ້ອງ ໄດ້ຮັບຄວາມຮູ້, ໄດ້ຮັບ ການສຶກສາ ຈາກຫລາຍຝ່າຍ ທັງຈາກຝ່າຍລາວ ແລະ ຝ່າຍອົງການ ປົກປ້ອງ ສິ່ງແວດລ້ອມ ເພື່ອຈະໄດ້ ພິຈາຣະນາ ເຖິງຜົນໄດ້ ຜົນເສັຍ ແລະ ຜົນກະທົບຕ່າງໆ ຈາກການສ້າງເຂື່ອນ.

ເຈົ້າໜ້າທີ່ພາກ ສນາມ ຈາກອົງການ ແມ່ນ້ຳເພື່ອຊີວິດ ຂອງໄທ ເວົ້າວ່າ ປະຊາຊົນລາວ ບໍ່ເຄີຍໄດ້ຮັບ ຄວາມຮູ້ ຄວາມເຂົ້າໃຈ ແລະຄວາມຈິງ ຍ້ອນບໍ່ມີຂໍ້ມູນ ກ່ຽວກັບ   ຜົນໄດ້ຜົນເສັຍ ທີ່ແທ້ຈິງ ດັ່ງນັ້ນ ປະຊາຊົນ ຈຶ່ງຕົກເປັນຝ່າຍ ເສັຍປຽບ. ຍ້ອນເປັນຄືທີ່ ວ່ານັ້ນ ຈຶ່ງເຮັດໃຫ້ຫລາຍໆ ໂຄງການ ຂອງຣັຖບານລາວ ທີ່ເອົາດິນ ຂອງ ປະຊາຊົນ ໄປສັມປະທານ ໃຫ້ນັກລົງທຶນ ນັ້ນ ມີບັນ ຫາຂັດແຍ່ງ ກ່ຽວກັບທີ່ດິນ ແລະ ຫລາຍໂຄງການ ມີບັນຫາຕົວະຍົວະ ເອົາທີ່ດິນ ຂອງ ປະຊາຊົນ.

ຮູບແບບຂອງ ທາງການລາວ ໃນການລົງພື້ນທີ່ ຫາຊາວບ້ານ ທີ່ໄດ້ຮັບ ຜົນກະທົບນັ້ນ ກໍມີພຽງແຕ່ ລົງໄປໂອ້ລົມ ກັບພໍ່ບ້ານ ບໍ່ໄດ້ລົງ ປະຊາມະຕິ ໃນເມື່ອມີ ໂຄງການສ້າງເຂື່ອນ ຫລື ສຳປະທານ ທີ່ດິນ ທີ່ສົ່ງຜົນກະທົບ ໃສ່ປະຊາຊົນ ໃນການໂຍກຍ້າຍ ເຖິງວ່າຈະມີ ບົດຮຽນມາແລ້ວ ຫລາຍຄັ້ງກໍຕາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.