ເຂື່ອນດອນສະຮົງ ຕ້ອງໄປຕາມຣະບຽບ

ເຂື່ອນໄຟຟ້າ ພະລັງນໍ້າ ດອນສະຮົງ ໃນແມ່ນໍ້າຂອງ ຍັງບໍ່ທັນໄດ້ ລົງມື ສ້າງເທື່ອ.
ໂພໄຊສວັດ
2012.09.17


ກົດຟັງສຽງ

ອີງຕາມ ກະຊວງ ພະລັງງານ ແລະ ບໍ່ແຮ່ຂອງລາວ ການກໍ່ສ້າງ ເຂື່ອນໄຟຟ້າ ພະລັງນໍ້າ ດອນສະຮົງ ໃນພາກລຸ່ມ ແມ່ນໍ້າຂອງ ແຂວງຈໍາປາສັກ ຍັງບໍ່ທັນໄດ້ ລົງມືສ້າງ.

ທາງກະຊວງ ໄດ້ອອກປະກາດ ໃນມື້ ວັນພຣະຫັດ ວັນທີ 13 ກັນຍາ 2012 ກ່ຽວກັບ ໂຄງການພັທນາ ເຂື່ອນໄຟຟ້າ ພະລັງນໍ້າ ຄວາມແຮງ 256 ເມັກກະວັດ ທີ່ຈະຕັ້ງ ຢູ່ຮູສະຮົງ ພາກໃຕ້ຂອງລາວ. ອີງຕາມ ໜັງສືພິມ ວຽງຈັນທາມສ໌ ວັນທີ 14 ກັນຍາ 2012.

ອົງການ ແມ່ນໍ້າສາກົນ ອົງການທີ່ ບໍ່ສັງກັດຣັຖບານ ຣະດັບສາກົນ ທີ່ຕໍ່ຕ້ານໂຄງການ ພັທນາ ເຂື່ອນໃນລາວ ໄດ້ກ່າວຫາ ຣັຖບານລາວ ໃນຕົ້ນ ເດືອນ ກັນຍາ 2012 ນີ້ວ່າ ໄດ້ເລີ້ມສ້າງເຂື່ອນ ໂດຍບໍ່ໄດ້ ປຶກສາຫາລືກັບ ປະເທດ ສະມາຊິກ ຄນະກັມມາທິການ ແມ່ນໍ້າຂອງ MRC ກ່ອນ ຊຶ່ງເປັນການຣະເມີດ ສັນຍາ ປີ 1995.

ເຖິງຢ່າງໃດກໍຕາມ ກົມນະໂຍບາຍ ພະລັງງານ ແລະ ແຜນການ ໄດ້ປະຕິເສດວ່າ ລາຍງານຂອງ ອົງການແມ່ນໍ້າ ສາກົນ ບໍ່ມີມູນຄວາມຈິງ ຍັງບໍ່ທັນມີ ການລິເລີ້ມ ວຽກງານ ຫຍັງໝົດ ຢູ່ໃນໂຄງການ ດອນສະຮົງ ຫລື ແມ່ນແຕ່ຢູ່ໃກ້ ພື້ນທີ່ນັ້ນ ບໍ່ມີກິຈກັມຫຍັງ ຫລື ແມ່ນແຕ່ວຽກການ ກະຕຽມເລີຍ ຜູ້ທີ່ຈະພັທນາ ຍັງບໍ່ທັນໄດ້ສເນີ ບໍລິສັດກໍ່ສ້າງ ເພື່ອດໍາເນີນ ງານນີ້ຊໍ້າ.

ທາງກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວວ່າ ຣັຖບານລາວ ຈະຕ້ອງ ປະຕິບັດ ໃຫ້ສອດຄ່ອງກັບ ສັນຍາ ປີ 1995 ຂອງ MRC ແລະ ຂໍ້ແນະນໍາ ໃນການພັທນາ ໂຮງງານ ໄຟຟ້າ ພະລັງນໍ້າ ທຸກຢ່າງ ປັດຈຸບັນ ຣັຖບານພຽງແຕ່ ອະນຸຍາດ ໃຫ້ຜູ້ທີ່ຈະ ພັທນາໂຄງການ ເຂົ້າໄປສຶກສາ ການໂຍກຍ້າຍ ຂຶ້ນລົງຂອງປາ ໃນພື້ນທີ່ນີ ເທົ່ານັ້ນ.

ຣັຖບານລາວ ໄດ້ລົງນາມໃນ MoU ກັບ Mega First Corporation Berhad ຂອງມາເລເຊັຍ ເພື່ອສຶກສາ ຄວາມເປັນໄປໄດ້ ໃນ ປີ 2006 ແລະ ທັງສອງຝ່າຍ ກໍຕົກລົງ ກັນໄດ້ ທີ່ຈະພັທນາ ໂຄງການນີ້ ເມື່ອ ປີ 2008 ຊຶ່ງທາງການລາວ ກໍໄດ້ເຍື້ອນເວລາ ໃຫ້ຮອດ ເດືອນ ມີນາ ປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.