ເຂື່ອນໄຊຍະບູຣີ ໃສ່ເຈັຍໄປໜ້າ
2012.11.05

ເຈົ້າຫນ້າທີ່ ຣະດັບສູງ ສປປລາວ ທ່ານນື່ງ ເວົ້າວ່າ ຣັຖບານລາວ ໄດ້ ອະນຸຍາດ ໃຫ້ສ້າງເຂື່ອນ ໄຊຍະບູຣີ ທີ່ມີມູນຄ່າ ປະມານ 3 ຕື້ 5 ຮ້ອຍ ລ້ານໂດລາ ແລະ ມີແຜນການ ທີ່ຈະຈັດ ພິທີວາງ ຫີນສີລາລືກ ໃນມື້ວັນພຸດນີ້. ອິງຕາມຄຳຖແລງ ຂອງ ທ່ານ ວີຣະພົນ ວີຣະວົງ ຮອງຣັຖມົນຕຣີ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ.
ເຂື່ອນໄຊຍະບູຣີ ເປັນເຂື່ອນນ້ຳລິນ ແຫ່ງທຳອິດ ທີ່ຈະສ້າງ ໃນເຂດລຸ່ມ ແມ່ນ້ຳຂອງ. 4 ເຂື່ອນແບບດຽວ ກັນນີ້ ຖືກສ້າງແລ້ວ ໃນພາກເທິງ ແມ່ນ້ຳຂອງ ໂດຍຈີນ. ໂຄງການ ດັ່ງກ່າວ ຖືກປະນາມ ຈາກກຸ່ມປົກປ້ອງ ສີ່ງແວດລ້່ອມ ແລະ ຈາກປະເທດເພື່ອນບ້ານ ລຸ່ມແມ່ນ້ຳຂອງ ເພາະມັນ ຈະສົ່ງຜົລກະທົບ ຕໍ່ການຂື້ນລົງ ຂອງ ຝຸງປາ ແລະ ການໄຫລ ຂອງດິນຕົມ ທີ່ອຸດົມສົມບູນ ຕາມລຳ ແມ່ນ້ຳຂອງ.
ໃນວັນທີ 8 ພຶສຈິກາ 2011 ສະມາຊິກ ຄນະກັມມະທິການ ແມ່ນ້ຳຂອງ ແລະ ຣັຖມົນຕຣີ ສີ່ງແວດລ້ອມ ຈາກ ກຳພູຊາ ວຽດນາມ ແລະໄທ ໄດ້ຮຽກຮ້ອງໃຫ້ ສປປລາວ ເລື່ອນເວລາ ການສ້າງເຂືຶ່ອນ ດັ່ງກ່າວ ເພື່ອໃຫ້ມີການ ສຶກສາຜົລກະທົບ ຕໍ່ສີ່ງແວດລ້ອມ ກ່ອນ.
ໃນທີ່ສຸດ ຣັຖບານລາວ ແລະ ກຸ່ມນັກລົງທຶນ ໃນໂຄງການເຊັ່ນ ຊ ການຊ່າງ ແຫ່ງປະເທດໄທ ກໍໄດ້ໃຊ້ເງີນ ເພີ້ມປະມານ 100 ລ້ານໂດລາ ສະຫະຣັດ ໃນການອອກແບບ ເຂື່ອນໃຫມ່ ເພື່ອໃຫ້ເປັນ ເຂື່ອນນ້ຳລິນ ສ້າງບັນໃດໃຫ້ປາ ຂື້ນລົງ ແລະ ການໄຫລ ຂອງດີນຕະກອນ ທີ່ຈະບໍ່ສົ່ງຜົລ ກະທົບ ໃຫ້ແກ່ ປະເທດເພື່ອນບ້ານ ຫລາຍປານໃດ.