ເປີດສະພາຕົບມືເຫັນດີ ນໍາຣັຖບານສ້າງເຂື່ອນ

ສະພາ ແຫ່ງຊາດລາວ ກຳລັງ ພິຈາຣະນາ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ແຕ່ຈົນເຖິງ ປັດຈຸບັນ ຍັງບໍ່ມີ ສະມາຊິກ ສະພາ ຜູ້ໃດ ກ້າອອກ ຄວາມຄິດ ຄວາມເຫັນ ຄັດຄ້ານ ການສ້າງເຂື່ອນ ໃສ່ ແມ່ນ້ຳຂອງ.
ອະວາຣີ
2012.12.07
F-NAS ພາຍໃນຫ້ອງປະຊຸມ ສະພາແຫ່ງຊາດ ສປປລາວ
AFP

ໃນວັນທີ່ 6 ແລະ 7 ທັນວາ 2012 ສະມາຊິກ ສະພາ ແຫ່ງຊາດລາວ ມີໂອກາດ ອອກຄວາມຄິດ ຄວາມເຫັນ ກ່ຽວກັບ ການສ້າງເຂື່ອນ ໄຊຍະບຸຣີ ຊຶ່ງເປັນເຂື່ອນ ແມ່ນ້ຳຂອງ ແຫ່ງທຳອິດ ໃນຕອນລຸ່ມ ແມ່ນ້ຳຂອງ. ເຫດການ ປະກົດວ່າ ຈົນເຖິງ ປັດຈຸບັນ ຍັງບໍ່ມີ ສະມາຊິກ ສະພາ ຜູ້ໃດ ກ້າອອກສຽງ ຄັດຄ້ານ ໂຄງການ ສ້າງເຂື່ອນ ນັ້ນເລີຍ. ສະມາຊິກ ສະພາ ທັງໝົດ ທີ່ລຸກຂື້ນ ປະກອບ ຄວາມຄິດຄວາມເຫັນ ລ້ວນແລ້ວແຕ່ ສນັບສນູນ ການສ້າງເຂື່ອນ ທັງນັ້ນ ສ່ວນຫລາຍເວົ້າ ໃນທຳນອງ ຊົມເຊີຍ ຣັຖບານ ທີ່ໄດ້ເລີ້ມສ້າງ ເຂື່ອນ ໄຊຍະບຸຣີ ໄປແລ້ວ. ສະມາຊິກ ສະພາ ທັງໝົດ ພາກັນຕົບມື ສນັບສນູນ.

ຕໍ່ມາມີ ສໍສໍ ຜູ້ນຶ່ງກ່າວ ຊົມເຊີຍຕື່ມວ່າ ຂໍຊົມເຊີຍ ຣັຖບານ ທີ່ສາມາດ ອະທິບາຍ ໃຫ້ປະເທດ ເພື່ອນບ້ານ ແລະ ອົງການຮັກສາ ສິງແວດລ້ອມ ເຂົ້າໃຈວ່າ ເຂື່ອນ ໄຊຍະບຸຣີ ຈະບໍ່ສົ່ງຜົນ ກະທົບ ແນວໃດ ຕໍ່ຄົນ ແລະ ສິ່ງແວດລ້ອມ. ແຕ່ຍານາງ Ame Trandem ເຈົ້າໜ້າທີ່ ອົງການ ແມ່ນ້ຳສາກົນ ທີ່ມີ ສຳນັກງານ ໃຫຍ່ ຢູ່ສະຫະຣັຖ ອະເມຣິກາ ເວົ້າວ່າ:

"ໂດຍພື້ນຖານແລ້ວ ເຂື່ອນ ໄຊຍະບຸຣີ ເປັນໄພຂົ່ມຂູ່ ທຳຣາຍ ການພັທນາ ຢູ່ໃນປະເທດລາວ ແລະ ປະເທດອື່ນໆ ໃນຂົງເຂດ".

ເຖິງແມ່ນວ່າ ຫລາຍປະເທດ ຫລາຍອົງການ ສິ່ງແວດລ້ອມ ແລະ ຊາວໄທ ປະທ້ວງ ຄັດຄ້ານ ແຮງປານໃດ ກໍຕາມ ຣັຖບານລາວ ໄດ້ປະກາດ ເລິ້ມສ້າງເຂື່ອນ ໄຊຍະບຸຣີ ຢ່າງເປັນ ທາງການ ນັບແຕ່ ວັນທີ່ 7 ເດືອນ ທີ່ແລ້ວ ເປັນຕົ້ນມາ. ຄວາມຈິງແລ້ວ ການສ້າງເຂື່ອນ ໄດ້ເລິ້ມແຕ່ ປີກາຍ ປີກ່ອນ.

ເຖິງຢ່າງໃດ ກໍຕາມ ໃນຕອນສຸດທ້າຍ ສະມາຊິກ ສະພາ ແຫ່ງຊາດລາວ ກໍຕ້ອງລົງ ຄະແນນສຽງ ສນັບສນູນ ການສ້າງເຂື່ອນ ໄຊຍະບຸຣີ ຢ່າງບໍ່ຕ້ອງ ສົງສັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.