ການແລ່ນເຮືອຫຼັງຈາກເຂື່ອນ ໄຊຍະບູຣີສ້າງແລ້ວ

ບັນດາຄົນ ແລ່ນເຮືອ ຂົນສົ່ງ ຕາມ ລໍານໍ້າຂອງ ຢ້ານວ່າ ເຂື່ອນ ໄຊຍະບູຣີ ຈະມີຜົນ ກະທົບ ໃສ່ແກ້ງຫລວງ.

ການກໍ່ສ້າງ ໃນເຂດ ເຂື່ອນ ໄຊຍະບູຣີ ໃນປັຈຈຸບັນ
ການກໍ່ສ້າງ ໃນເຂດ ເຂື່ອນ ໄຊຍະບູຣີ ໃນປັຈຈຸບັນ (Mek/fb)

0:00 / 0:00

ພວກແລ່ນເຮືອ ຕາມລໍາ ແມ່ນໍ້າຂອງ ສ່ວນຫລາຍ ຢ້ານວ່າ ຫາກເຂື່ອນ ໄຍຍະບູຣີ ສ້າງແລ້ວ ສໍາເຣັດ ເມື່ອໃດ ກໍຈະສົ່ງ ຜົນກະທົບ ຕໍ່ການແລ່ນເຮືອ ແລະ ຈະເຮັດໃຫ້ ແລວນໍ້າ ມີການປ່ຽນແປງ ໂດຍສະເພາະ ໃນບໍຣິເວນ ທີ່ມີແກ້ງ ຊຶ່ງມີເຮືອ ຂັ້ນລ່ອງ ຜ່ານໄປມາ ເປັນຕົ້ນ ບໍຣິເວນ ເຈົ້າພໍ່ຜາແດງ ແກ້ງຫລວງ ທີ່ຄົນແລ່ນເຮືອ ເຄົາຣົບນັບຖື ນັ້ນ. ຊາວ ໄຊຍະບູຣີ ຜູ້ນຶ່ງ ທີ່ມີອາຊີບ ຂັບເຮືອຮັບຈ້າງ ຕາມລໍາ ແມ່ນໍ້າຂອງ ເວົ້າວ່າ:

"ຕອນນີ້ ກໍສ້າງໄປ ເລື້ອຍໆ ຕອນນີ້ມີ ຄົນງານ 6 ພັນ ກວ່າຄົນ ສ້າງໄປເລື້ອຍໆ ທັງເວນທັງຄືນ ແກ່ງຫລວງນີ້ ເປັນທີ່ຊາວເຮືອ ເຄົາຣົບນັບຖື ຄົນທີ່ໄດ້ ຜ່ານໄປຜ່ານມາ ກໍຕ້ອງບູຊາ ມີທູບທຽນ ເຂົ້າຕົ້ມ ມາໄວ້ໃຫວ້ ເຈົ້າພໍ່ຜາແດງ ຖ້າສ້າງເຂື່ອນແລ້ວ ກໍຄົງບໍ່ ເຫັນແລ້ວ ເພາະ ນໍ້າຈະຖ້ວມ".

ເລົາເວົ້າຕື່ມວ່າ ຫາກມີເຂື່ອນນີ້ ການເດີນເຮືອ ກໍຕ້ອງປ່ຽນແປງ ແນ່ນອນ ຍ້ອນວ່າ ກະແສນໍ້າ ຈະປ່ຽນທິດທາງ. ເຣື່ອງການສ້າງ ເຂື່ອນ ໄຊຍະບູຣີ ເຖິງວ່າ ຊາວລາວ ຊາວໄທ ຈໍານວນບໍ່ໜ້ອຍ ຮວມທັງອົງການ ປົກປ້ອງ ສິ່ງແວດລ້ອມ ສາກົນ ໄດ້ເວົ້າເຖິງ ຜົນກະທົບ ຄວາມເດືອດຮ້ອນ ແລະ ບໍ່ພໍໃຈ ນໍາກໍຕາມ ແຕ່ຣັຖບານ ສປປ ລາວ ກໍຍັງ ຢືນຢັນວ່າ ຄົນລາວຈະໄດ້ຮັບ ຜົນປະໂຫຍດ ຈາກ ໂຄງການນີ້ຢູ່.

ທ່ານ ຈັນທະໜອມ ວົງສົມຈິດ ສະມາຊິກ ສະພາ ແຫ່ງຊາດ ແຂວງ ໄຊຍະບູຣີ ເປີດເຜີຍຕໍ່ ສື່ມວນຊົນລາວ ໃນໂອກາດ ເຂົ້າຮ່ວມ ກອງປະຊຸມ ສະພາ ແຫ່ງຊາດ ເທື່ອຫລ້າສຸດ ນີ້ວ່າ ປະຊາຊົນ ບ້ານ ຫຸ້ຍຊຸຍ ຊຶ່ງເປັນຊາວບ້ານ ກູ່ມທໍາອິດ ທີ່ໄດ້ຖືກ ໂຍກຍ້າຍ ອອກຈາກພື້ນທີ່ ກໍ່ສ້າງເຂື່ອນ ໄປຢູ່ບ້ານໃໝ່ ຄືບ້ານນາຕໍ ໃຫຍ່ນັ້ນ ຮູ້ສຶກພໍໃຈ ຕໍ່ການຊ່ວຍເຫລືອ ຈາກທາງໂຄງການ ເຂື່ອນ ໄຊຍະບູຣີ ຍ້ອນມີສິ່ງ ອໍານວຍ ຄວາມສະດວກ ເຊັ່ນ: ນໍ້າປະປາ ໄຟຟ້າໃຊ້.