ສະພາລາວກັບມາວິຈັຍ ເຣື່ອງສ້າງເຂື່ອນ
2012.12.05

ສະພາ ແຫ່ງຊາດ ສປປລາວ ເປີດກອງປະຊຸມ ສມັຍສາມັນ ໃນວັນທີ່ 5 ເດືອນ ທັນວາ 2012 ນີ້ ເພື່ອພິຈາຣະນາ ແລະວິຈັຍ ກ່ຽວກັບບັນຫາ ທີ່ສຳຄັນ ເຊັ່ນວ່າ ສະພາ ຈະເຫັນດີ ໃຫ້ມີການ ສ້າງເຂື່ອນ ໄຊຍະບຸຣີ ຢູ່ຕໍ່ໄປ ຫລືບໍ່?
ນາງ Ame Trandem ເຈົ້າໜ້າທີ່ ອົງການ ແມ່ນ້ຳສາກົນ ທີ່ມີພື້ນຖານ ຢູ່ສະຫະຣັຖ ອະເມຣິກາ ມີຄວາມຫວັງວ່າ:
ນາງເວົ້າວ່າ "ມື້ນີ້ ສະພາແຫ່ງຊາດ ພິຈາຣະນາ ການສ້າງເຂື່ອນ ໄຊຍະບຸຣີ ພວກເຮົາ ກໍຫວັງວ່າ ສະພາຈະລົງ ຄະແນນສຽງ ຄັດຄ້ານ ໂຄງການ ດັ່ງກ່າວ ແລະ ຈະບໍ່ ອະນຸຍາດ ໃຫ້ມີການ ກໍ່ສ້າງ ສືບຕໍ່ໄປ".
ແຕ່ວ່າອີງຕາມ ຣະບອບ ການປົກຄອງ ຂອງ ສປປລາວ ແນ່ນອນວ່າ ສະພາ ແຫ່ງຊາດລາວ ຕ້ອງຕົກລົງ ເຫັນດີເຫັນພ້ອມ ກັບ ຣັຖບານ ຕ້ອງຕົກລົງ ໃຫ້ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ ຢ່າງບໍ່ຕ້ອງສົງໃສ. ສະພາແຫ່ງຊາດ ພິຈາຣະນາ ບັນຫານີ້ ບໍ່ແມ່ນເພື່ອ ໂຕ້ແຍ້ງກັນ ແລະ ສຶກສາເບິ່ງ ຜົນໄດ້ຜົນເສັຍ ຢ່າງແທ້ຈິງ ເປັນພຽງແຕ່ ພິທີການຊື່ໆ. ສະພາແຫ່ງຊາດ ຄົງຈະບໍ່ສາມາດ ຄັດດຄ້ານ ພັກແລະຣັຖບານ ໄດ້ງ່າຍໆ ບໍ່ວ່າກ່ຽວກັບ ບັນຫາໃດ ກໍຕາມ.
ຣັຖບານລາວ ໄດ້ເລິ້ມສ້າງເຂື່ອນ ໄຊຍະບຸຣີ ນີ້ມາແຕ່ ດົນນານ ແລະ ໄດ້ເປີດພິທີ ການສ້າງ ຢ່າງເປັນທາງການ ເມື່ອເດືອນທີ່ແລ້ວ. ນອກຈາກເຣື່ອງ ເຂື່ອນ ໄຊຍະບຸຣີ ກອງປະຊຸມ ສະພາ ແຫ່ງຊາດ ເທື່ອນີ້ ຍັງຈະຫາລືກັນ ກ່ຽວກັບ ການຮ່າງກົດໝາຍ ໃໝ່ສີ່ສະບັບ ຄືກົດໝາຍ ວ່າດ້ວຍຄວາມ ໝັ້ນຄົງ ການສ້າງ ຊົລປະທານ ການໂອນເງິນ ແບບເອເລັກໂຕຣນິກ ແລະ ການຂົນສົ່ງ ໃນຫລາຍວິທີ ພ້ອມທັງ ຈະດັດແປງ ກົດໝາຍ ທີ່ມີຢູ່ ຫລາຍສະບັບ ເຊັ່ນ ກົດໝາຍ ວ່າດ້ວຍການຂົນສົ່ງ ທາງບົກ ການຊື້ຂາຍດິນ ການຮັກສາ ສິ່ງແວດລ້ອມ ການເກນທະຫານ ການປາບປາມ ອາສຍາກັມ ແລະ ຢາເສພຕິດ.