ຊາວໄທລຸ່ມນໍ້າຂອງ ຍັງຕໍ່ສູ້ຕ້ານເຂື່ອນ

ສານປົກຄອງ ຂອງໄທ ຍັງບໍ່ຮັບ ພິຈາຣະນາ ຄໍາຟ້ອງ ເຣື່ອງ ສ້າງເຂື່ອນ ໄຊຍະບູຣີ ແຕ່ຊາວບ້ານ ຢືນຢັນ ຈະຄັດຄ້ານ ການກໍ່ສ້າງ ຢູ່ຕໍ່ໄປ.
ສົມເນ
2012.12.05
F-Phonhka ຫົວຫນ້າ ທະນາຍຄວາມ ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນ້ຳຂອງ ຂອງໄທ ນາງ ສໍຣັດຕະນະມະນີ ພົນກ້າ
RFA/Nontarat

ຫລັງຈາກ ທີ່ເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ຂອງໄທ ໄດ້ຟ້ອງຮ້ອງ ຕໍ່ສານປົກຄອງ ໃຫ້ຣັຖບານໄທ ຍົກເລີກ ສັນຍາ ຊື້ຂາຍ ໄຟຟ້າ ຈາກໂຄງການ ເຂື່ອນ ໄຊຍະບູຣີ ເມື່ອວັນທີ່ 7 ສິງຫາ ປີ 2012 ຄວາມຄືບໜ້າ ຫລ້າສຸດ ຍານາງ ຣັຕນະມະນີ ພົນກ້າ ທະນາຍຄວາມ ເຄືອຂ່າຍ ປະຊາຊົນ 8 ແຂວງຂອງໄທ ໄດ້ເປີດເຜີຽວ່າ ປັດຈຸບັນ ສານປົກຄອງ ຍັງບໍ່ທັນຮັບ ພິຈາຣະນາ ຄໍາຟ້ອງ ດັ່ງກ່າວ ໂດຍໃຫ້ເຫດຜົນວ່າ ຍັງສືກສາ ເອກກະສານ ຟ້ອງຢູ່. ດັ່ງຍານາງ ກ່າວວ່າ:

"ຊີ້ແຈງ ໄປແລ້ວວ່າ ກໍຣະນີ ນີ້ ໜ້າຈະຮັບຟ້ອງ ໄດ້ແລ້ວ ບໍ່ມີຫຍັງ ຕອບກັບມາ ແຕ່ວ່າ ຊາວບ້ານ ໄດ້ຍື່ນ ເອກກະສານ ຕ່າງໆ ໄປໝົດແລ້ວ ຊື່ງເປັນ ພວກຄໍາແປ".

ຍານາງວ່າ ຊາວບ້ານໄດ້ໃຫ້ ເອກກະສານ ທັງໝົດ ທີ່ສານຕ້ອງການ ໄປໝົດແລ້ວ ລໍຖ້າແຕ່ ໃຫ້ສານຮັບ ຄໍາຟ້ອງເທົ່ານັ້ນ. ຖ້າຫາກສານ ຮັບຄໍາຟ້ອງ ຊາວບ້ານ ຈະສາມາດ ຂໍໃຫ້ສານ ໃຊ້ອໍານາດ ຄຸ້ມຄອງຄະດີ ຊື່ງຈະເຮັດໃຫ້ ຢຸດການກໍ່ສ້າງ ທຸກຢ່າງໄດ້ ຈົນກ່ວາຈະມີ ການຕັດສີນ.

ວິທຍຸເອເຊັຽເສຣີ ໄດ້ສອບຖາມ ໄປຍັງເຄືອຂ່າຍ ປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ກ່ຽວກັບ ເຂົາເຈົ້າໄດ້ຍື່ນ ໜັງສືໄປຫາ ນາຍົກ ຣັຖມົນຕຣີໄທ ໃຫ້ຍົກເລີກ ສັນຍາ ຊື້້ຂາຍ ໄຟຟ້ານັ້ນ ທ່ານ ອິດທິພົນ ຄໍາສຸກ ແກນນໍາ ເຄືອຂ່າຍ ກໍເວົ້າວ່າ ຍັງບໍ່ມີ ຄໍາຕອບ ເຊັ່ນກັນ ແຕ່ຢືນຍັນວ່າ ຈະມີການ ເຄື່ອນໄຫວຕໍ່ໄປ:

"ງຽບ ຍັງບໍ່ມີຄວາມຄືບໜ້າ ຫຍັງໝົດ. ວັນທີ່ 11-12 ກໍຈະມີເວທີ ເວົ້າກັນອີກ ຢູ່ບາງກອກ ວ່າຈະເຄື່ອນຕໍ່ໄປ ຢ່າງໃດ".

ທ່ານເວົ້າຕື່ມວ່າ ຈະມີການ ປືກສາກັນ ລະຫ່ວາງເຄືອຂ່າຍ ຕໍ່ຕ້ານ ເຂື່ອນ ໄຊຍະບູຣີ ກັບອົງການ ສິ່ງແວດລ້ອມ ວ່າ ຄວນເຮັດ ຈັ່ງໃດຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.