ທາງການລາວຈະເລີ້ມ ສ້າງເຂື່ອນອາທິດນີ້
2012.11.06

ທ່ານ ວີຣະພົນ ວີຣະວົງ ບອກກັບ ອົງການຂ່າວ ເອແອັບພີ ວ່າ ຫລັງຈາກ ມີການກະຕຣຽມ ມາໄດ້ 2 ປີ ແລ້ວ ຣັຖບານສປປລາວ ຈະປະກອບ ພິທີ ວາງສີລາເຣິກ ການກໍ່ສ້າງ ໃນວັນທີ່ 7 ພຶສຈິກາ 2012 ແລ້ວການກໍ່ສ້າງ ໂຕເຂື່ອນ ໃສ່ແມ່ນໍ້າຂອງ ຈະລົງມື ໃນອາທິດນີ້.
ໂຄງການ ສ້າງເຂື່ອນ ໄຊຍະບູຣີ ທີ່ມີມູນຄ່າ $3,800 ລ້ານ ໂດລາ ໂດຍແມ່ນ ກຸ່ມບໍຣິສັດ ຊໍ ການຊ່າງ ເປັນຜູ້ກໍ່ສ້າງ. ການສ້າງເຂື່ອນ ໃສ່ນໍ້າຂອງ ເທື່ອນີ້ເຮັດໃຫ້ 4 ປະເທດ ລຸ່ມ ແມ່ນໍ້າຂອງ ລາວ ວຽດນາມ ກໍາພູຊາ ແລະໄທ ທີ່ອາສັຍ ແມ່ນໍ້າຂອງ ເປັນບ່ອນຫາປາ ແລະ ການເດີນເຮືອ ມີຄວາມເຫັນ ທີ່ແຕກແຍກກັນ.
ທ່ານ ວີຣະພົນ ວ່າ ການອອກແບບ ຂອງເຂື່ອນ ໄດ້ດັດແປງໄໝ່ ເພື່ອຫລຸດຜ່ອນ ຄວາມເປັນຫ່ວງ ຂອງປະເທດ ເພື່ອນບ້ານ ໃນການຂື້ນລົງ ຂອງໝູ່ປາ ການໄຫລຂອງ ຂີ້ຕົມ ທີ່ເປັນອາຫານ ຂອງພືດພັນ ຕົ້ນໄມ້ ແລະ ຕົ້ນເຂົ້າ. ທ່ານ ວີຣະພົນ ຢືນຢັນວ່າ ການບໍ່ເຫັນພ້ອມ ຂອງປະເທດ ເພື່ອນບ້ານ ຈະບໍ່ເຮັດໃຫ້ ໂຄງການນີ້ ຢຸດຊະງັກລົງໄດ້ ຈະເປັນໄປ ຕາມແຜນ ທີ່ຈະສ້າງໃຫ້ແລ້ວ ໃນທ້າຍປີ 2019.
ເຂື່ອນໄຊຍະບູຣີ ຈະສາມາດ ຜລິດໄຟຟ້າໄດ້ 1,260 MW ປະເທດໄທ ສັນຍາວ່າຈະຊື້ ໄຟຟ້າ ທັງໝົດ ທີ່ຜລິດຈາກ ເຂື່ອນນີ້. ກຸ່ມອະນຸຮັກ ສິ່ງແວດລ້ອມ ເຫັນວ່າ ເຂື່ອນ ດັ່ງກ່າວ ເມື່ອສ້າງຂື້ນແລ້ວ ຈະສ້າງຄວາມ ເສັຍຫາຍ ອັນໃຫຍ່ຫລວງ ໃຫ້ແກ່ ພົລເມືອງ ກວ່າ 60 ລ້ານຄົນ ໃນຂົງເຂດ ພູມີພາຄ ນີ້.