ເຂື່ອນໄຊຍະບູຣີ ປ່ຽນແປງໂຄງສ້າງ
2012.10.09

ປັດຈຸບັນ ບໍຣິສັດສ້າງເຂື່ອນ ໄຟຟ້າໄຊຍະບຸຣີ ຊຶ່ງຈະເປັນເຂື່ອນຕັນແມ່ນ້ຳຂອງ ແຫ່ງທຳອິດໃນລາວ ກຳລັງວາງແຜນ ອອກແບບ ສ້າງເຂື່ອນ ດັ່ງກ່າວໃໝ່ ທີ່ທາງບໍຣິສັດ ເຊື່ອວ່າ ຈະບໍ່ສົ່ງ ຜົນກະທົບ ຕໍ່ສິ່ງແວດລ້ອມ ປານໃດ. ຕາມຣາຍງານ ຂອງ ໜັງສືພິມ ວຽງຈັນໄທມສ໌ ເປັນພາສາອັງກິດ ຂອງທາງການລາວ.
ທ່ານ ຣິວັດ ສຸວັນນະກິດ ຮອງ ຜູ້ບໍຣິຫານງານ ບໍຣິສັດໄຟຟ້າ ໄຊຍະບຸຣີ ກ່າວກັບນັກຂ່າວ ວຽງຈັນໄທມສ໌ວ່າ: “ປັດຈຸບັນ ພວກເຮົາ ກຳລັງວາງແຜນ ອອກແບບເຂື່ອນ ໄຊຍະບຸຣີໃໝ່ ກຳລັງທົດລອງ ຢູ່ ສະຖາບັນ ເອເຊັຍ ທີ່ບາງກອກ ແລະຄາດວ່າ ການອອກແບບໃໝ່ ຈະສຳເຣັດ ພາຍໃນສາມເດືອນ ຂ້າງໜ້າ”.
ທ່ານ ຣິວັດ ກ່າວອີກວ່າ: “ການອອກແບບ ໃໝ່ນີ້ ຈະບໍ່ສົ່ງ ຜົນກະທົບ ຂ້າມຊາດເຖິງ ກຳພູຊາ ແລະວຽດນາມ ແລະ ຈະມີທາງຂື້ນລົງ ຂອງປາ ຢ່າງຄັກແນ່”. ກ່ອນໜ້ານີ້ ເຈົ້າໜ້າທີ່ ທາງການລາວ ທ່ານນຶ່ງ ເວົ້າກ່ຽວກັບ ຄວາມຕ້ອງການ ສ້າງ ເຂື່ອນໄຊຍະບຸຣີ ຂອງ ຣັຖບານລາວວ່າ:
“ແນວໂນ້ມນີ້ ພວກເຮົາ ກໍຢາກສ້າງ ນັ້ນແຫລະ ຄວາມຄິດ ຄວາມຫວັງຂອງ ພວກເຮົານີ່ ເຮັດແນວໃດ ກໍ ພະຍາຍາມ ສ້າງໃຫ້ໄດ້”.
ໃນຣະຍະນີ້ ຊາວໄທ ທີ່ອາໃສຢູ່ຕາມ ລຳ ແມ່ນ້ຳຂອງ ກໍປະທ້ວງ ຕໍ່ຕ້ານ ການສ້າງເຂື່ອນ ໄຊຍະບຸຣີ ແຮງຂື້ນ ໃນອາທິດກ່ອນ ກໍປະທ້ວງຢູ່ ບາງກອກ ແລ້ວກໍຍ້າຍໄປ ປະທ້ວງ ຕໍ່ຢູ່ ເມືອງອຸບົນ. ຜູ້ປະທ້ວງ ຄົນນຶ່ງກ່າວ ໃນທີ່ຊຸມນຸມ ຕອນນຶ່ງວ່າ:
“ຖ້າມີການ ສ້າງເຂື່ອນ ໄຊຍະບຸຣິ ຂື້ນມາອີກ ກໍຈະພາໃຫ້ ເກີດມີ ບັນຫາຫລາຍຢ່າງ ເຊັ່ນການອົພຍົບ ຂອງ ປາ ປາ 70% ໃນແມ່ນ້ຳຂອງ ເປັນປາອົພຍົບ ຖ້າສ້າງເຂື່ອນ ໄຊຍະບຸຣີ ເຂື່ອນກໍຈະທຳຣາຍ ປາ ບ່ອນໄຂ່ ຂອງປາ ລວມທັງ ປາບຶກນຳ ເວົ້າລວມແລ້ວ ເຂື່ອນໄຊຍະບຸຣີ ຈະທຳຣາຍ ຣະບົບ ນິເວດວິທຍາ ຂອງລຸ່ມ ແມ່ນ້ຳຂອງ”.