ໄທຄວນເບິ່ງລາວ ແບບລາວ
2012.09.26

ການເຮັດໃຫ້ມີ ຄວາມເຂົ້າໃຈ ຮູ້ເຂົາຮູ້ເຮົາ ເພື່ອກ້າວຂ້າມ ອະດີດ ການຮູ້ຈັກ ກ່ຽວກັບລາວ ສາມາດຮູ້ໄດ້ ໃນຫລາຍດ້ານ ກ່ຽວກັບຂໍ້ມູນ ພື້ນຖານ ຈາກຖານຂໍ້ມູນ ທາງ ອິນເທີແນັຕ ທັງດ້ານ ພູມີສາດ ປວັດສາດ ການປ່ຽນແປງ ຜູ້ນໍາລາວຕ່າງໆ ແຕ່ບັນຫາກໍຄື ຈະຮູ້ຈັກລາວ ແນວໃດ? ຕາມຄໍາເວົ້າ ຂອງທ່ານ ສຸພະໄຊ ສັງຫະຍະບຸດ ຜູ້ຊ່ຽວຊານ ດ້ານລາວ ຄນະສິລປະກັມສາຕ ມະຫາວິທຍາໄລ ມະຫາສາຣະຄາມ:
"ດຣ. ສຸພະໄຊ ກ່າວວ່າ ໃນທີ່ນີ້ ບັນຫາໃຫຍ່ ຂອງໄທກໍຄື ໄທບໍ່ເບິ່ງລາວ ແບບລາວເບິ່ງລາວ ແຕ່ຫາກເບິ່ງລາວ ຫລືວ່າ ທໍາຄວາມເຂົ້າໃຈ ລາວແບບໄທ ໂຕນີ້ຈະເປັນ ໂຄງສ້າງຫລັກ ທີ່ນໍາມາສູ່ ບັນຫາ ສາຣະພັດ".
ດຣ. ສຸພະໄຊ ກ່າວໃນການ ສໍາມະນາ ພາຍໃຕ້ຫົວຂໍ້ ບ້ານໃກ້ເຮືອນຄຽງ ຮູ້ເຂົາເພື່ອ ກ້າວຂ້າມອະດີດ ຊຶ່ງກະຊວງ ການຕ່າງປະເທດ ໄທ ຈັດຂຶ້ນເມື່ອ ວັນທີ 25 ກັນຍາ 2012 ນີ້. ຖ້າເບິ່ງເຂົ້າໄປ ເຖິງເຣື່ອງຂອງ ຈຸດອ່ອນ ຫລື ຈຸດແຂງ ໃນການພົວພັນ ຣະຫວ່າງ 2 ປະເທດ ຝ່າຍໄທກໍມັກ ໃຊ້ຄວາມເປັນ ບ້ານພີ່ເມືອງນ້ອງ ຢູ່ຕລອດມາ ແຕ່ຄໍານີ້ ຝ່າຍລາວບໍ່ຮັບ ໃຫ້ໃຊ້ ພຽງແຕ່ຄໍາວ່າ ບ້ານໃກ້ເມືອງຄຽງ ທ່ານຍົກ ຕົວຍ່າງ ກໍຣະນີນຶ່ງ ທີ່ເກີດຂຶ້ນ ເມື່ອບໍ່ນານ ມານີ້ວ່າ:
"ນັກສ້າງ ໜັງໄທ ຕັ້ງໃຈຈະສ້າງ ໜັງໃຫ້ສອງ ຝັ່ງຂອງ ໃກ້ຊິດກັນ ແບບແຍກກັນ ບໍ່ອອກ ຄືກັບ ບໍ່ມີສາຍນໍ້າ ຜ່ານກາງ ເຣື່ອງເພງຮັກ ສອງ ຝັ່ງຂອງ ແລະ ກໍຍ້ອນ ການເບິ່ງລາວ ເບິ່ງເມືອງລາວ ແບບໄທ ພໍໜັງອອກມາ ທາງກະຊວງ ຖແລງຂ່າວ ແລະ ວັທນະທັມ ກໍບອກໃຫ້ຢຸດ ທັນທີ ບໍ່ໃຫ້ສາຍ ແລະ ໃຫ້ປ່ຽນຊື່ ເປັນເພງຮັກ ແຄມຝັ່ງຂອງ ເຣື່ຶອງເພງຮັກ ສອງຝັ່ງຂອງ ຊຶ່ງກາຍມາເປັນ ເພງຮັກ ແຄມຝັ່ງຂອງ ກໍເຮັດໃຫ້ ເກີດເປັນເຣື່ອງ ເປັນຣາວ ຫລາຍຍ່າງ ເຊັ່ນການທີ່ ໄທນໍາປຶ້ມ ນໍາຄອມພິວເຕີ ໄປມອບໃຫ້ກັບລາວ ລາວກໍບອກວ່າ ເອົາໄປ ໄວ້ ຝັ່ງຂອງພຸ້ນ ແມ່ນແຕ່ເຈົ້າແຂວງ ຂອງໄທ ຈະເຂົ້າໄປລາວ ໄປທອດພຜ້າປ່າ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທາງຝັ່ງລາວ ກໍບອກວ່າ ບໍ່ຕ້ອງເອົາ ເຂົ້າມາ ເອົາໄວ້ ຝັ່ງໄທພຸ້ນ ນີ້ຄືບັນຫາທີ່ວ່າ ໄທເຂົ້າໃຈລາວ ແບບໄທ".
ການສໍາມະນາ ໃນຄັ້ງນີ້ ທ່ານ ທົງໄຊ ຈາສະຫວັດ ຜູ້ອໍານວຍການ ກົມເອເຊັຽ ຕາເວັນອອກ ກະຊວງ ການຕ່າງ ປະເທດໄທ ກ່າວວ່າ ຮູ້ເຂົາ ເພື່ອ ສ້າງອະນາຄົດ ທີ່ດີຮ່ວມກັນ ເພາະແນວໂນ້ມ ໃນວັນນີ້ ເປັນສິ່ງທີ່ເຮົາ ຈະກ້າວໄປ ສູ່ອະນາຄົດ ດ້ວຍກັນ ຖ້າເຮົາຢາກ ຢູ່ດີກິນດີ ສະບາຍໃຈ ເຮົາຕ້ອງໄປ ໃນແນວທາງ ທີ່ສັນຕິ ກັບປະເທດ ເພື່ອນບ້ານ ເທົ່ານັ້ນ.