ຊາວລາວບໍ່ເຄີຍຮູ້ກ່ອນໜ້າ ໂຄງການສ້າງເຂື່ອນໃດໆ
2012.12.05

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ພະລັງງານ ແລະບໍ່ແຮ່ ຂອງລາວ ເປີດເຜີຍ ເມື່ອມໍ່ໆມານີ້ ວ່າ ຣັຖບານລາວ ໄດ້ອະນຸຍາດ ໃຫ້ບໍຣິສັດ ຕ່າງປະເທດ ດໍາເນີນ ການສຶກສາ ຄວາມ ເປັນໄປໄດ້ ເຣື່ອງການ ສ້າງເຂື່ອນ ໃສ່ແມ່ນໍ້າຂອງ ແລ້ວ 7 ແຫ່ງ ຄື ເຂື່ອນທ່າຄໍ້ ແຂວງຈໍາປາສັກ ເຂື່ອນປາກແບ່ງ ແຂວງອຸດົມໄຊ ເຂື່ອນ ຫລວງພຣະບາງ ແຂວງ ຫລວງພຣະບາງ ເຂື່ອນ ປາກລາຍ ແຂວງ ໄຊຍະບູລີ ເຂື່ອນ ສານະຄາມ ແຂວງວຽງຈັນ ເພື່ອຜລິດ ໄຟຟ້າ ຂາຍໃຫ້ ປະເທດໄທ ແລະ ອີກສອງແຫ່ງຄື ເຂື່ອນ ແກ່ງຫລວງ ເຂື່ອນ ດອນສະຮົງ ແຂວງຈໍາປາສັກ ເພື່ອໃຊ້ ພາຍໃນປະເທດ ແລະ ສົ່ງຂາຍ ໃຫ້ວຽດນາມ. ກ່ຽວກັບແຜນ ການກໍ່ສ້າງເຂື່ອນ ທັງໝົດ ເຈົ້າໜ້າທີ່ລາວ ດ້ານ ສິ່ງແວດລ້ອມ ທີ່ໄດ້ຕິດຕາມ ຂ່າວສານ ເຣື່ອງ ການກໍ່ສ້າງເຂື່ອນ ໃນປະເທດລາວ ໃຫ້ຄໍາເຫັນວ່າ:
"ຂໍ້ມູນສ່ວນຫລາຍ ມັນຊິອອກ ມາຈາກ ປະເທດເພື່ອນບ້ານ ປິດກັນເລີຍ ຢູ່ນີ້ນະ ຄືກອງປະຊຸມ ບາງຢ່າງ ເຂົາກໍຍົກຂຶ້ນວ່າ ເຮົາສິເອົາໄດ້ ຢູ່ໄສ ເພິ່ນກໍບໍ່ໄດ້ຕອບ ມັນເປັນ ບັນຫາ ຢູ່ບ່ອນນີ້ ແຫລະ".
ທ່ານກ່າວ ເນັ້ນຕື່ມວ່າ ໃນການເຂົ້າຮ່ວມ ກອງປະຊຸມ ກັບເຈົ້າໜ້າທີ່ ຣັຖບານ ກໍມີການ ຂໍຂໍ້ມູນເພີ່ມຕື່ມ ກ່ຽວກັບ ໂຄງການເຂື່ອນ ເຫລົ່ານີ້ ແຕ່ປາກົດວ່າ ທາງຣັຖບານ ເພິ່ນ ປິດຂໍ້ມູນ ບໍ່ເປີດເຜີຍ ຕໍ່ປະຊາຊົນ ທັງໆທີ່ ປະຊາຊົນ ເປັນຜູ້ຮັບ ຜົນປະໂຫຍດ ຫຼື ເສັຽຜົນປະໂຫຍດ ກໍຄວນມີສິດ ໄດ້ຮັບຮູ້ ຂໍ້ມູນຕ່າງໆ ກ່ຽວກັບ ແຜນການສ້າງ ເຂື່ອນນັ້ນ ຈາກຣັຖບານ ຂອງຕົນໂດຍກົງ ແທນທີ່ວ່າ ຈະໄດ້ຮັບຟັງ ຈາກຕ່າງປະເທດ.
ເວົ້າສະເພາະ ເຂື່ອນ ໄຊຍະບູຣີ ຊຶ່ງຈະເປັນເຂື່ອນ ທໍາອິດ ທີ່ ຣັຖບານລາວ ໄດ້ເລີ່ມສ້າງໃສ່ ແມ່ນໍ້າຂອງ ຕອນລຸ່ມ ກໍຍັງດໍາເນີນໄປ ຖ້າມກາງ ການຄັດຄ້ານ ຂອງຊຸມຊົນ ຊາວໄທ ຈາກ 8 ແຂວງ ລຸ່ມແມ່ນໍ້າຂອງ ແລະ ອົງການ ປົກປ້ອງ ສິ່ງແວດລ້ອມ ຕ່າງໆ.