ຊາວໄທລຸ່ມນໍ້າຂອງ ຕິດຕາມຕໍ່ຕ້ານເຂື່ອນ
2012.11.09

ຜູ້ຕາງໜ້າ ພວກປະທ້ວງ ບໍ່ພໍໃຈ ຢ່າງໃຫຍ່ ຕໍ່ຫົວໜ້າ ບໍຣິສັດ ໄຟຟ້າ ໄຊຍະບຸຣີ ທີ່ເປັນ ບໍຣິສັດລູກ ຂອງ ບໍຣິສັດ ຊໍການຊ່າງ ຂອງໄທ ຊຶ່ງເປັນຜູ້ ກໍ່ສ້າງ ເຂື່ອນ ໄຊຍະບູຣີ ທີ່ໃຫ້ ສຳພາດ ແກ່ນັກຂ່າວ ຕ່າງປະເທດ ວ່າ ພວກປະທ້ວງ ຕໍ່ຕ້ານ ເຂື່ອນ ເປັນພວກ ທີ່ມີການ ສຶກສາຕ່ຳ ບໍ່ຮູ້ຂໍ້ມູນ ກ່ຽວກັບ ເຂື່ອນ ຢ່າງ ແທ້ຈິງ. ທ່ານ ອິດທິພົນ ຄຳສຸກ ຜູ້ນຳ ເຄື່ອຂ່າຍ ປະຊາຊົນ ແປດແຂວງ ຂອງໄທ ໃນພາກລຸ່ມ ແມ່ນ້ຳຂອງ ກ່າວຕອບໂຕ້ ວ່າ:
“ຊາວບ້ານ ເຂົາເປັນ ຜູ້ທີ່ ຈະໄດ້ຮັບ ຜົນກະທົບ ເຂົາຄວນ ມີສິດ ປະທ້ວງ ຄັດຄ້ານ. ການທີ່ ເຈົ້າໜ້າທີ່ ບໍຣິສັດ ຊໍການຊ່າງ ເວົ້າແວບນັ້ນ ຖືວ່າ ເປັນການ ດູຖູກ ຊາວບ້ານ. ຄວາມຈິງ ກ່ອນຈະປະທ້ວງ ພວກເຂົາ ກໍໄດ້ ສຶກສາ ສຳຣວດ ຮູ້ຂໍ້ມູນ ຣາຍລະອຽດ ຄົບຖ້ວນ ແລ້ວ”.
ທ່ານ ເຣວັດ ສຸວັນນະກິດ ຜູ້ຮັກສາ ການແທນ ຜູ້ຈັດການ ບໍຣິສັດ ໄຟຟ້າ ໄຊຍະບຸຣີ ໃຫ້ສຳພາດ ແກ່ນັກຂ່າວ The New York Times ເມື່ອວັນທີ 7 ພຶສຈິກາ 2012 ນີ້ວ່າ:
“ພວກຮັກສາ ສີ່ງແວດລ້ອມ ພຍາຍາມ ກໍ່ກວນ ໃຫ້ເກີດ ຂໍ້ຂັດແຍ້ງ ນຳພາ ຊາວບ້ານ ທີ່ໄຮ້ ການສຶກສາ ໄປໃນທາງ ທີ່ຜິດ”.
ນອກຈາກນັ້ນ ທ່ານ ເຣວັດ ຍັງໃຫ້ ສຳພາດ ກັບນັກຂ່າວ ວຽງຈັນທາມສ໌ ຂອງທາງ ການລາວວ່າ:
“ພວກທີ່ ຄັດຄ້ານ ໂຄງການ ສ້າງເຂື່ອນ ໄຊຍະບຸຣີ ນັ້ນ ແມ່ນພວກ ທີ່ບໍ່ ຫວັງດີ”.